ໂລໂກ

ອັດຕາດອກເບ້ຍ

 ບົດທີ 6

ອັດຕາດອກເບ້ຍ


ຈຸດປະສົງ ເມື່ອຜູ້ຮຽນສຶກສາຄົ້ວຄວ້າບົດນີ້ສໍາເລັດແລ້ວຈະໄດ້ຮູ້ກ່ຽວກັບ:

6.1. ນິຍາມ ແລະ ປະເພດຂອງອັດຕາດອກເບ້ຍ

6.2.ບົດບາດຂອງດອກເບ້ຍ ຕໍ່ພື້ນຖານເສດຖະກິດ

6.3.ວິທີຄິດໄລ່ອັດຕາດອກເບ້ຍ

6.1.ນິຍາມ ແລະ ປະເພດຂອງອັດຕາດອກເບ້ຍ

6.1.1.ນິຍາມອັດຕາດອກເບ້ຍ

ແມ່ນລາຄາຂອງສິນເຊື່ອ ລາຄາຂອງສາຍພົວພັນການກູ້ຢືມ ຫຼື ໃຫ້ເຊົ້າບໍລິການກ່ຽວກັບທຶນພາຍໃຕ້ຮູບການຂອງເງິນຕາ ຫຼື ບັນດາຊັບສິນທີ່ມີມູນຄ່າແຕກຕ່າງກັນ ເມື່ອເຖິງກຳນົດເວລາຜູ້ກູ້ຢືມເປັນຈຳນວນເງິນໃດໝຶ່ງເອີ້ນວ່າ: ກຳໄລ. ດອກເບ້ຍແມ່ນ ອັດຕາສວ່ນຮ້ອຍຂອງກຳໄລ ຫານ ໃຫ້ຕົ້ນທຶນ.

6.1.2.ຈັດປະເພດອັດຕາດອກເບ້ຍ

ອັດຕາດອກເບ້ຍມີ 3 ປະເພດຄື:

  • ອັດຕາດອກເບ້ຍໃນການທະນາຄານ.

  • ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ.

  • ອັດຕາດອກເບ້ຍອ້າງອີງ.

6.1.2.1.ອັດຕາດອກເບ້ຍໃນການທະນາຄານ

ປະ​ກອບ​ມີ:

  • ອັດຕາດອກເບ້ຍເງິນຝາກທະນາຄານ

  • ອັດຕາດອກເບ້ຍເງິນກູ້

  • ອັດຕາດອກເບ້ຍຊື້ຫຼຸດ

  • ອັດຕາດອກເບ້ຍຊື້ຄືນ

1.ອັດຕາດອກເບ້ຍເງິນຝາກທະນາຄານ.  

ແມ່ນອັດຕາດອກເບ້ຍທີ່ທະນາຄານຕ້ອງຈ່າຍໃຫ້ບັນດາບັນຊີເງິນຝາກທີ່ຝາກໃຫ້ທະນາຄານ.

ລະດັບອັດຕາດອກເບ້ຍເງິນຝາກ ແມ່ນຂຶ້ນຢູ່ກັບ:

  • ສະກຸນເງິນຝາກ ເປັນເງິນຕາພາຍໃນ ຫຼື ເງິນຕ່າງປະເທດ

  • ຊະນິດຂອງບັນຊີເງິນຝາກ ເປັນບັນຊີເງິນຝາກເພື່ອການຊຳລະ ຫຼື ເງິນຝາກປະຢັດ.

  • ໄລຍະເວລາການຝາກເງິນເປັນໄລບະສັ້ນ ແລະ ໄລຍະຍາວ

  • ປະລິມານຂອງການຝາກເງິນ

2.ອັດຕາດອກເບ້ຍເງິນກູ້.

ແມ່ນໄດ້ຮັບຈາກຜູ້ກູ້ຢືມເງິນໃນທະນາຄານ.

3.ອັດຕາດອກເບ້ຍຊື້ຫຼຸດ.

ແມ່ນນຳໃຊ້ໃນເວລາທີ່ທະນາຄານ ໃຫ້ລູກຄ້າກູ້ຢືມເງິນໃນຮູບແບບຊື້ຫຼຸດໃບຢັ້ງຢືນການຄ້າ ຫຼື ເອກກະສານມີຄ່າປະເພດຕ່າງໆ ທີ່ຍັງບໍ່ທັນຮອດເວລາໃນການສຳລະສະສາງ.

4.ອັດຕາດອກເບ້ຍຊື້ຄືນ.

ແມ່ນນຳໃຊ້ໃນເວລາທີ່ທະນາຄານກາງ ໃຫ້ກູ້ຢືມແກ່ທະນາຄານທຸລະກິດດວ້ຍຮູບການຊື້ຫຼຸດຄືນໃໝ່ບັນດາການຄ້າ ຫຼື ບັນດາເອກກະສານໄລຍະສັ້ນ ທີ່ຍັງບໍ່ທັນຮອດກຳນົດຊຳລະສະສາງ.

6.1.2.2.ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ

ແມ່ນໄດ້ກໍາເນີດມາຈາກສາຍພົວພັນການສະໝອງ ແລະ ຄວາມຕ້ອງການທາງດ້ານການເງິນທຶນໃນຕະຫຼາດ ແລະ ພາຍໃຕ້ການຊີ້ນຳຂອງທະນາຄານກາງໂດຍອີງໃສອັດຕາດອກເບ້ຍເງິນກູ້ທີ່ທະນາຄານກາງໃຫ້ທະນາຄານທຸລະກິດກູ້ຢືມ,ອັດຕາດອກເບ້ຍນີ້ກໍ່ຍັງຂື້ນກັບການຂະຫຍາຍຕົວຂອງການເຄື່ອນໄຫວໃນຕະຫຼາດເປີດ ແລະ ອັດຕາສວ່ນຂອງການນຳໃຊ້ເງິນທຶນກູ້ຢືມຈາກທະນາຄານກາງຂອງບັນດາທຸລະກິດ.

6.1.2.3.ອັດຕາດອກເບ້ຍອ້າງອີງ

ອັດຕາດອກເບ້ຍອ້າງອີງ ແມ່ນຖືກນຳໃຊ້ໃນເວລາໃດ ?

  • ໃຊ້ເປັນພື້ນຖານໃນການກຳນົດອັດຕາດອກເບ້ຍເພື່ອດຳເນີນທຸລະກິດຂອງຕົນ.

  • ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການປ່ອຍສິນເຊື່ອ.

  • ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການລະດົມທຶນ.

6.1.3.ອີງໃສ່ລັກສະນະຜົນຕອບແທນຂອງອັດຕາດອກເບ້ຍ

ປະກອບມີ 3 ອັດຕາດອກເບ້ຍຄື:

  • ອັດຕາດອກເບ້ຍໃນນາມ (Nominal Interest Rate)

  • ອັດຕາດອກເບ້ຍຕົວຈິງ (Real Inteset Rate)

  • ອັດຕາດອກເບ້ຍຈ່າຍຕົວຈິງ (Effectlve Interest Rate).

1.ອັດຕາດອກເບ້ຍໃນນາມ (Nominal Interest Rate)

  • ອັດຕາດອກເບ້ຍທີ່ຄິດໄລ່ຕາມມູນຄ່າໃນນາມຂອງເງິນຕາ.

  • ດອກເບ້ຍທີ່ຍັງບໍ່ທັນໄດ້ຫຼັກອັດຕາເງິນເຟີ້ອອກ.

  • ອັດຕາດອກເບ້ຍທີ່ແຈ້ງໄວ້ຢ່າງເປັນທາງການໃນບັນດາສິນເຊື່ອຕ່າງໆ ແລະ ໄດ້ກຳນົດໄວ້ຢ່າງຊັດເຈນໃນສັນຍາກູ້ຢືມຊະນິດຕ່າງໆ.

2.ອັດຕາດອກເບ້ຍຕົວຈິງ (Real Inteset Rate)

ແມ່ນອັດຕາດອກເບ້ຍ ທີ່ໄດ້ປັບປຸງໃຫ້ແທດເໝາະກັບການປຽ່ນແປງຂອງອັດຕາເງິນເຟີ້.

3.ອັດຕາດອກເບ້ຍຈ່າຍຕົວຈິງ (Effectlve Interest Rate).

ແມ່ນອັດຕາດອກເບ້ຍທີ່ຂຽນໄວ້ໃນສັນຍາ ຫຼື ອາດຈະຈ່າຍດອກເບ້ຍເປັນງວດ, ເປັນເດືອນ, ເປັນໄຕມາດ.

6.1.4.ອີງໃສ່ຄວາມອ່ອນໄຫວຂອງອັດຕາດອກເບ້ຍ

ປະກອບມີ 2 ອັດຕາດອກເບ້ຍຄື:

  • ອັດຕາດອກເບ້ຍຄົງທີ

  • ອັດຕາດອດເບ້ຍລອຍຕົວ

1.ອັດຕາດອກເບ້ຍຄົງທີ

ແມ່ນອັດຕາດອກເບ້ຍ ທີ່ກຳນົດຕາຍຕົວໃນຕະຫຼາດໄລຍະເວລາຂອງສັນຍາກູ້ຢືມ.

2.ອັດຕາດອກເບ້ຍລອຍຕົວ

ແມ່ນອັດຕາດອກເບ້ຍທີ່ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໄດ້ຕາມອັດຕາດອກເບ້ຍໃນຕະຫຼາດຕະຫຼອດຂອງສັນຍາເງິນກູ້.

6.1.5.ອັດຕາດອກເບ້ຍ ໂດຍອີງໃສສະກຸນເງິນ

ປະກອບມີ 2 ອັດຕາດອກເບ້ຍຄື:

  • ອັດຕາດອກເບ້ຍຂອງເງິນພາຍໃນປະເທດ

  • ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ

1.ອັດຕາດອກເບ້ຍຂອງເງິນພາຍໃນປະເທດ

ແມ່ນອັດຕາດອກເບ້ຍທີ່ນຳໃຊ້ ໃນການກູ້ຢືມ ແລະ ໃຫ້ກູ້ຢືມເປັນເງິນຕາພາຍໃນປະເທດ.

2.ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ

ແມ່ນອັດຕາດອກເບ້ຍທີນຳໃຊ້ໃນການກູ້ຢືມ ແລະ ໃຫ້ກູ້ຢືມເປັນເງິນຕາຕ່າງປະເທດ.

6.1.6.ອີງໃສ່ແຫ່ງທຶນສິນເຊື່ອພາຍໃນປະເທດ ຫຼື ຕ່າງປະເທດ

ປະກອບມີ:

  • ອັດຕາດອກເບ້ຍພາຍໃນປະເທດ

  • ອັດຕາດອກເບ້ຍສາກົນ

1.ອັດຕາດອກເບ້ຍພາຍໃນປະເທດ

ແມ່ນອັດດາດອກເບ້ຍທີນຳໃຊ້ໃຫ້ແກ່ບັນດາສັນຍາສິນເຊື່ອ ພາາຍໃນປະເທດໃດໝຶ່ງ.

2.ອັດຕາດອກເບ້ຍສາກົນ

ແມ່ນອັດຕາດອກເບ້ຍທີ່ນຳໃຊ້ໃຫ້ແກ່ບັນດາສິນເຊື່ອຂອງຕ່າງປະເທດ.

6.2.ບົດບາດອັດຕາດອກເບ້ຍໃນພື້ນຖານເສດຖະກິດ.

ປະກອບມີ 7 ບົດບາດຄື:

  • ບົດບາດຂອງດອກເບ້ຍ ໃນການເພີ່ມທະວີເສດຖະກິດ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບການລົງທຶນ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບການປະຢັດ ແລະ ການບໍລິໂພກ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບດັດສະນີລາຄາຜູ້ບໍ່ລິໂພກ

  • ບົດບາດຂອງດອກເບ້ຍກັບອັດຕາແລກປ່ຽນ

  • ບົດບາດອັດຕາດອກເບ້ຍໃນຂະບວນການແຈກຢາຍແຫຼ່ງຊັບພະຍາກອນ

  • ບົດບາດຂອງດອກເບ້ຍຕໍ່ກັບການເຄື່ອນໄຫວຂອງທະນາຄານທຸລະກິດ

6.3.ວິທີຄິດໄລ່ອັດຕາດອກເບ້ຍ

ປະກອບມີຫຼາຍວິທີຄິດໄລ່ດັ່ງນີ້:

  • ອັດຕາດອກເບ້ຍດ່ຽວ

  • ອັດຕາດອກເບ້ຍເພີ່ມຜົນ

  • ອັດຕາດອກເບ້ຍຈ່າຍຕົວຈິງ

  • ລະດັບຜົນຕອບແທນ ໃນອັດຕາດອກເບ້ຍທະວີຄູນສະເຫຼ່ຍ

  • ອັດຕາດອກເບ້ຍໃນນາມ ແລະ ອັດຕາດອກເບ້ຍຕົວຈິງ

  • ອັດຕາດອກເບ້ຍຊື້ຫຼຸດ ແລະ ຄາດຄະເນອັດຕາດອກເບ້ຍ

6.3.1.ອັດຕາດອກເບ້ຍດ່ຽວ

ແມ່ນອັດຕາດອກເບ້ຍຂອງສັນຍາທາງດ້ານການເງິນເຊິ່ງຈະມີການຊຳລະເງິນທາງຕົ້ນທຶນ ແລະ ດອກເບ້ຍຄືນໃນເວລາທີ່ມີການນຳໃຊ້ທຶນໃນໝຶ່ງຮອບວຽນເມື່ອກຳນົດເວລາໃນສັນຍາ ເລະ ໃນນັ້ນຈະບໍ່ໄດ້ຄິດໄລຜົນຕອບແທນຈາກອັດຕາດອກເບ້ຍອີກເທື່ອໝຶ່ງ.

6.3.1.1.ແບບຕັ້ງຂອງອັດຕາດອກເບ້ຍດຽ່ວ

Po ແມ່ນຈຳນວນຕົ້ນທຶນ

I ແມ່ນອັດຕາດອກເບ້ຍທີ່ໄດ້ກຳນົດເປັນ % /ປີ

T ເເມ່ນໄລ່ຍະເວລາສັນຍາຄິດໄລ່ເປັນປີ

Pt ແມ່ນຈຳນວນຕົ້ນທຶນ ແລະ ອັດຕາດອກເບ້ຍທີ່ໄດ້ຄິດໄລ່ຄັ້ງດຽວເມື່ອຮອດກຳນົດເວລາ.

ສູດແບບຕັ້ງທີ 1:

Pt = P0(1 + I x T )

ຕົວຢ່າງ: 1.ຈົ່ງຊອກຫາມູນຄ່າທັງໝົດ ຂອງເງິນທີ່ໃຫ້ກູ້ຢືມໄປຈຳນວນ 70.000.000 ລ້ານກີບ ໃນໄລຍະເວລາ 3 ເດືອນໂດຍຄິດໄລ່ອັດຕາດອກເບ້ຍເງິນກູ້ໄລຍະສັ້ນ 6% ຕໍ່ປີ ຕາມສູດອັດຕາດອກເບ້ຍດ່ຽວ?

ຕົວຢ່າງ: 2.ນາງ ໄກ່ ໄດ້ໄປກູ້ຢືມເງິນຈຳນວນ 20.000.000 ລ້ານກີບ ຈາກທະນາຄານແຫ່ງຫນຶ່ງ ເຊິ່ງມີອັດຕາດອກເບ້ຍ 12%ຕໍ່ປີ, ທະນາຄານຄິດໄລ່ດອກເບ້ຍຕາມສົມຜົນອັດຕາດອກເບ້ຍດຽວເມື່ອຄົບກຳນົດ. ຖາມວ່າເມື່ອຄົບກຳນົດ ນາງ ໄກ່ ຈະໄດ້ຈ່າຍຕົ້ນທຶນ ແລະ ດອກເບ້ຍເທົ່າໃດ? ຖ້າກູ້ຢືມໃນເວລາດັ່ງລຸ່ມນີ້:  1 ປີ 6 ເດືອນ, 2 ປີ, 9 ເດືອນ, 6 ເດືອນ. 

6.3.1.2.ມູນຄ່າປະຈຸດບັນຂອງເງິນ ໃນການຄິດໄລ່ອັດຕາດອກເບ້ຍດ່ຽວ

ເຮົາມີ:

P0  ມູນຄ່າປະຈຸບັນ

T   ໄລຍະເວລາ

I   ອັດຕາດອກເບ້ຍ

Pt ຈຳນວນຕົ້ນທຶນ ແລະ ດອກເບ້ຍ

  ສູດແບບຕັ້ງທີ 2:

Pt = P0(1 + I x t ) =>    P0 = Pt / (1+i.t)

ຕົວຢ່າງ 1.ຖ້າອີກ 3 ປີຂ້າງໜ້າ ເຮົາຕ້ອງການເງິນຈຳນວນ 1.000.000.000 ກີບ ເຮົາຕ້ອງເອົາເງິນໄປຝາກນຳທະນາຄານເທົ່າໃດ? ຖ້າທະນາຄານຄິດໄລ່ອັດຕາດອກເບ້ຍໃນລະດັບ 12% ຕໍ່ປີ ແລະ ຄິດໄລ່ຕາມອັດຕາດອກເບ້ຍດ່ຽວ ຈົ່ງຊອກຫາມູນຄ່າປັດຈຸບັນຂອງເງິນທີ່ຕ້ອງນຳໄປຝາກໄວ້ນຳທະນາຄານເທົ່າໃດ ?

ຕົວຢ່າງ 2.ນາງ ສອນນາລີ ໄດ້ຝາກເງິນນຳ ທະນາຄານສົ່ງເສີ່ມກະສີກຳ 1 ປີ 6 ເດືອນ, ທະນາຄານຄິດໄລ່ດອກເບ້ຍ ທຸກ 6 ເດືອນ, ອັດຕາດອກເບ້ຍ 8%ຕໍ່ປີ. ເມື່ອຄົບກຳນົດ ນາງ ສອນນາລີ ລາວມີເງິນ 337.459.200 ກີບ. ຖາມວ່າ ນາງ ສອນນາລີ ຕ້ອງເອົາເງິນໄປຝາກເທົ່າໃດ ?

6.3.2.ອັດຕາດອກເບ້ຍເພີ່ມຜົນ

ບັນດາສັນຍາທາງດ້ານການເງິນ ທີ່ຄິດໄລ່ ອັດຕາດອກເບ້ຍ ຫຼາຍໆງວດໜຶ່ງໃນສັນຍາ ເຊີ່ງອັດຕາດອກເບ້ຍ ຂອງງວດກອ່ນ ໄດ້ລວມເຂົ້າກັບ ເງິນຕົ້ນທຶນ ເພື່ອຄິດໄລ່ ດອກເບ້ຍ ໃນງວດຕໍ່ໄປ, ວິທີຄິດໄລ່ດອກເບ້ຍ ດັ່ງກ່າວນີ້ ເພີ່ນເອີ້ນວ່າ ອັດຕາດອກເບ້ຍ ເພີ່ມຜົນ ຫຼື ອັດຕາດອກເບ້ຍຄວບ (ດອກອອກດອກ).

6.3.2.1.ແບບຕັ້ງທົ່ວໄປຂອງອັດຕາດອກເບ້ຍເພີ່ມຜົນ

ເຮົາມີ:

Pt  ມູນຄ່າຂອງສັນຍາເມື່ອຮອດກຳນົດສັນຍາ (ຕົ້ນທຶນ ແລະ ດອກເບ້ຍ)

P0 ຈຳນວນເງິນຕົ້ນທຶນ (ລາຄາປະຈຸບັນ)

ຈຳນວນຄັ້ງ ທີ່ຄິດໄລ່ດອກເບ້ຍໃນໝຶ່ງປີ

ລະດັບອັດຕາດອກເບ້ຍ %/ປີ

ໄລຍະເວລາຂອງສັນຍາ

ສູດແບບຕັ້ງທີ່ 3:

Pt = P0(1+i/n)^(n.t) 

ຕົວຢ່າງ 1.ທະນາຄານແຫ່ງໜຶ່ງໄດ້ປ່ອຍສິນເຊື່ອບ້ວງໜຶ່ງຈຳນວນ 150.000.000 ລ້ານກີບ ໃຫ້ແກ່ລູກຄ້າລາຍໜຶ່ງໃນໄລຍະເວລາ 5 ປີ ເຊິ່ງທະນາຄານໄດ້ຄິດໄລ່ອັດຕາດອກເບ້ຍ 14% ຕໍ່ປີ ໂດຍທີ່ທະນາຄານຄິດໄລ່ປີລະຄັ້ງ ຕາມອັດຕາດອກເບ້ຍເພີ່ມຜົນ ຖາມວ່າເມື່ອຄົບກຳນົດທະນາຄານຈະໄດ້ຮັບເງິນທັງໝົດຈັກກີບ ?

6.3.2.2.ມູນຄ່າປະຈຸບັນ ຂອງເງິນຕາມການຄິດໄລ່ອັດຕາດອກເບ້ຍເພີ່ມຂຶ້ນ.

ສູດແບບຕັ້ງທີ່ 4:

ຕົວຢ່າງ 1: ​ເພື່ອ​ຢາກ​ໃຫ້​ມີ​ເງິນ​ຈຳ​ນວນ 1000 ລ້ານ​ກີບ ອີກ 1ປີ, 2​ປີ, 3​ປີ, 5​ປີ, 10ປີ, 20ປີ, 30ປີ ​ແລະ 50ປີ​ຂ້າງໜ້າ​ ​ເຊິ່ງ​ໃນ​ປະຈຸ​ບັນ ພວກ​ເຮົາ​ຕ້ອງ ຊື້​ພັນທະບັດ ທີ່​ມີ​ລາ​ຄາ​ເທົ່າ​ໃດ? ​ເມື່ອ​ຮູ້​ວ່າ​ອັດຕາ​ດອກ​ເບ້ຍ​ຂອງ​ພັນທະບັດ ​ແມ່ນ 11% /ປີ ອັດຕາ​ດອກ​ເບ້ຍ​ທີ່​ຄິດ​ໄລ່​ໃນ​ທ້າຍ​ຂອງ​ທຸກໆປີ​​ແລະ​ໄດ້​ລວມ​ເຂົ້າ​ກັບ​ຕົ້ນ​ທຶນ.

ຕົວຢ່າງ 2: ທ້າວ ສົມສັກ ຕ້ອງການມີເງິນຈຳນວນ 284 ລ້ານໃນອີກ 5 ປີຂ້າງໜ້າ ຖ້າທະນາຄານຫາກຄິດໄລ່ດອກເບ້ຍເງິນຝາກ 12,5 % ຕໍ່ປີ ແລະ ຖ້າທະນາຄານຈະຄິດໄລ່ອັດຕາດອກເບ້ຍເພີ່ມຜົນປີລະຄັ້ງ ຖາມວ່າທ້າວ ສົມສັກຈະເອົາເງິນຈຳນວນເທົ່າໃດ ເພື່ອໄປຝາກທະນາຄານ?