ໂລໂກ

ນະໂຍບາຍເງິນຕາແຫ່ງຊາດ

 ບົດທີ 7
ນະໂຍບາຍເງິນຕາແຫ່ງຊາດ

ຈຸດປະສົງ ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະຮູ້ໄດ້ກ່ຽວກັບ

7.1. ທີ່ຕັ້ງ ແລະ ໝ້າທີຂອງນະໂຍບາຍເງິນຕາແຫ່ງຊາດ

7.2.ເປົ້າໝາຍຂອງນະໂຍບາຍເງິນຕາແຫ່ງຊາດ

7.3.ເຄື່ອງມືຂອງນະໂຍບາຍເງິນຕາແຫ່ງຊາດ

7.4.ນະໂຍບາຍເງິນຕາແຫ່ງຊາດ

7.1.ທີ່ຕັ້ງ ແລະ ໝ້າທີ່ຂອງນະໂຍບາຍເງິນຕາ 

7.1.1.ທີ່ຕັ້ງ

ເວົ້າເຖິງເສດຖະກິດຕະຫຼາດ, ເນື້ອແທ້ຂອງມັນກໍ່ແມ່ນພື້ນຖານເສດຖະກິດເງິນຕາ, ເຊິ່ງຢູ່ໃນນັ້ນ, ນະໂຍບາຍເງິນຕາ ຍາມໃດກໍ່ແມ່ນໝຶ່ງໃນບັນດາເຄື່ອງມືຄຸ້ມຄອງເສດຖະກິດມະຫາພາກ ຂອງລັດທີ່ສຳຄັນກວ່າໝູ່ໝົດ, ຄຽງຄູ່ກັບນະໂຍບາຍງົບປະມານ, ນະໂຍບາຍແຈກຢາຍລາຍຮັບ, ນະໂຍບາຍພົວພັນເສດຖະກິດກັບຕ່າງປະເທດ. ໃນຊວ່ງໄລຍະເວລາທີ່ແນ່ນອນໃດໝຶ່ງ, ນະໂຍບາຍເງິນຕາຂອງຊາດໝຶ່ງອາດຈະຂຶ້ນແຜ່ນຕາມໝຶ່ງໃນສອງທິດດັ່ງຕໍ່ໄປນີ້:

ນະໂຍບາຍເງິນຕາຜ່ອນຄາຍ:

  • ແມ່ນແນ່ໃສເພີ່ມປະລິມານເງິນສະໝອງ

  • ສົ່ງເສີ່ມການລົງທຶນ

  • ເປີດກ້ວາງການຜະລິດທຸລະກິດ

  • ສ້າງວຽງເຮັດງານທຳ

  • ນະໂຍບາຍເງິນຕາແນ່ໃສດ້ານການທົດຖອຍຂອງ ເສດຖະກິດ

  • ຕ້ານໄພຫວາງງານ

ນະໂຍບາຍເງິນຕາຮັດກຸມ:

  • ແນ່ໃສຫຼຸດຜ່ອນປະລິມານເງິນສະໝອງ

  • ຈຳກັດການລົງທຶນ

  • ຖວ່ງດຶງການຂະຫຍາຍຕົວເກີນຂີດຂອງພື້ນຖານເສດຖະກິດ

  • ນະໂຍບາຍເງິນຕາແນ່ໃສ່ຕ້ານເງິນເຟີ້ 

7.1.2.ໝ້າທີ່.

ແມ່ນສະໝອງພາຫະນະຊຳລະສະສາງຢ່າງຄົບຖວ້ນ ໃຫ້ແກ່ພື້ນຖານເສດຖະກິດ (ປະລິມານເງິນສະໝອງ) ໃນດ້ານອືນ, ຕ້ອງຮັກສາສະກຸນເງິນຕາພາຍໃນມີຄວາມໝັ້ນທຽງ.

7.2.ເປົ້າໝາຍຂອງນະໂຍບາຍເງິນຕາແຫ່ງຊາດ

ມີ 4 ເປົ້າໝາຍຄື:

  • ຄຸ້ມຄອງໄພເງິນເຟີ້, ສ້າງສະຖຽນລະພາບຂອງຄ່າເງິນຕາພາຍໃນປະເທດ.

  • ສ້າງວຽກເຮັດງານທຳ

  • ສ້າງຄວາມເຕີບໂຕທາງດ້ານເສດຖິດ

  • ສ້າງສາຍພົວພັນລະຫວ່າງເປົ້າໝາຍດວ້ຍກັນ

7.2.1.ຄຸ້ມຄອງໄພເງິນເຟີ້, ສ້າງສະຖຽນລະພາບຂອງຄ່າເງິນຕາພາຍໃນປະເທດ.

​        ໃນ​ເງື່ອນ​ໄຂ​ຈໍລະ​ຈອນ​ດ້ວຍ​ຄຳ ຫຼື​ດ້ວຍ​ເງິນ​ເຈັ້ຍ ທີ່​ສາມາດ​ປ່ຽນ​​ເອົາ​ຄຳ​ໄດ້​ຢ່າງ​ເສລີ​ນັ້ນ, ຄຸນຄ່າ​ເງິນຕາ​ຍາ​ມ​ໃດ​ກໍ່​ມີ​ຄວາມ​ໝັ້ນ​ທ່ຽງ​ຢູ່​ສະ​ເໝີ, ຍ້ອນ​ກົນ​ໄກ​ໃນ​ຕົວ​ຂອງ​ຄຳ​ນັ້ນ​ເອງ.

​ໃນ​ເງື່ອນ​ໄຂ​ທີ່​ຈໍລະ​ຈອນ​ເງິນ​ເຈັ້ຍ​ທີ່​ບໍ່​ໃຫ້​ແລ​ກປ່ຽນ​ເອົາ​ຄຳ​ໄດ້​ຢ່າງ​ເສລີ​ນັ້ນ, ບັນຫາ​ໄພ​ເງິນ​ເຟີ້​ສາມາດ​ເກີດ​ຂື້ນ​ໄດ້​ທຸກ​ເມື່ອ, ​ເຖິງ​ຂັ້ນ​ຢູ່​ໃນ​ບັນດາ​ປະ​ເທດ ​ເປັນ​ການ​ຍາກ​ທີ່​ທີ່​ຈະ​ຫລີກ​ລ້ຽງ​ໄດ້. ​ໃນ​ເວລາ​ນີ້ ດ້ວຍ​ພາລະ​ບົດບາດ​ຂອງ​ຕົນ, ທະນາຄານ​ກາງ ຍາ​ມ​ໃດ​ກໍ່​ຖືວ່າ ການ​ຄວບ​ຄຸມ​ເງິນ​ເຟີ້. ​ເຮັດ​ໃຫ້​ຄຸນຄ່າ​ຂອງ​ເງິນ​ມີ​ຄວາມ​ໝັ້ນ​ທ່ຽງ​ນັ້ນ ​ໃຜໆ​ກໍ່​ປາດ​ຖະໜາ​ຢາກ​ໄດ້. ​ເພາະວ່າ, ​ເມື່ອ​ລາຄາ​ເພີ່ມ​ຂື້ນ ຈະ​ສ້າງ​ໃຫ້​ເກີດ​ມີ​ສະພາວະ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້ອອກ​ແຮງ​ງານ, ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ-ສັງຄົມ​ຂາດ​ສະ​ຖຽນລະ​ພາບ. ສະພາວະ​ການ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຂື້ນ​ແຜນ​ວາງ​ຄາດໝາຍ ການ​ພັດທະນາ​ເສດຖະກິດ-ສັງຄົມ, ສ້າງ​ໃຫ້​ເກີດ​ມີ​ຄວາມ​ປະ​ທະ​ກັນ​ດ້ານ​ສິດຜົນປະ​ໂຫຍ​ດ ລະຫວ່າງ​ກຸ່ມ​ຊັ້ນ​ຄົນ​ຈຳນວນ​ໜຶ່ງ. ຍ້ອນ​ແນວ​ນັ້ນ, ການ​ຄວບ​ຄຸມ​ເງິນ​ເຟີ້​ແນ​ໃສ່​ເຮັດ​ໃຫ້​ລາຄາ​ສິນຄ້າ ​ແລະ ການ​ບໍລິການ ມີ​ຄວາມ​ສະຫງົບ​ໝັ້ນ​ທ່ຽງ​ນັ້ນ ​ເປັນ​ປະຖົມ​ປັດ​ໄຈ​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທີ່​ໝັ້ນ​ທ່ຽງ​ຍືນ​ຍົງ, ​ຮັບປະກັນ​ໃຫ້​ຊີວິດ​ຂອງ​ຜູ້​ອອກ​ແຮງ​ງານ ມີ​ຄວາມ​ສະຫງົບ.

​ໂດຍຜ່ານ​ນະ​ໂຍບາຍ​ເງິນຕາ, ທະນາຄານ​ກາງ​ສາມາດ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ຄວບ​ຄຸມ​ເງິນ​ເຟີ້. ຖ້າວ່າ​ນະ​ໂຍບາຍ​ຂອງ​ທະນາຄານ​ກາງ ຫາກ​ແນ​ໃສ່​ເປີດ​ກວ້າງ​ການ​ສະໜອງ​ເງິນຕາ​ນັ້ນ, ລາຄາ​ສິນຄ້າ ​ແລະ​ການ​ບໍລິການ ຈະ​ເພີ່ມ​ຂຶ້ນ. ​ແນ່ນອນ​ວ່າ ສິ່ງ​ທີ່​ຕ້ອງ​ເປັນ​ກໍ່​ແມ່ນ​ສະພາວະ​ເກີດ​ມີ​ເງິນ​ເຟີ້. ກົງກັນຂ້າມ, ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ ກາງ​ແນ​ໃສ່​ຮັດ​ແຄບ​ສະໜອງ​ເງິນຕາ​ນັ້ນ, ຈະ​ເຮັດ​ໃຫ້​ລາຄາ​ສິນຄ້າ ​ແລະ​ຄ່າ​ການ​ບໍລິການ​ຫລຸດ​ລົງ ​ແນ່ນອນ​ວ່າ ອັດຕາ​ເງິນ​ເຟີ້​ກໍ່​ຈະ​ຫລຸດ​ລົງ. ການ​ຄວບ​ຄຸມ​ເງິນ​ເຟີ້ ກ່ອນ​ອື່ນ​ໝົດ​ມັນສະ​ແດງ​ອອກ​ຢູ່​ບ່ອນ​ວ່າ ຄຸນຄ່າ​ຂອງ​ສະກຸນ​ເງິນຕາ​ພາຍ​ໃນ​ມີ​ຄວາມ​ສະຫງົບ, ໝາຍວ່າ ຄວາມ​ສາມາດ​ຊື້​ຂອງ​ມັນ ຕໍ່​ສິນຄ້າ ​ແລະ​ການ​ບໍລິການ​ຢູ່​ໃນ​ຕະຫລາດ​ພາຍ​ໃນ​ປະ​ເທດ​ນັ້ນ​ເອງ ​ໃນ​ດ້ານ​ອື່ນ ມັນ​ຍັງ​ສະ​ແດງ​ອອກ​ຄຸນຄ່າ​ຂອງ​ສະກຸນ​ເງິນຕາ​ພາຍ​ໃນ​ຕໍ່​ສະກຸນ​ເງິນຕາ​ຕ່າງປະ​ເທດ​ນຳ​ອີກ​ດ້ວຍ, ​ເຊິ່ງ​ໄດ້​ຮັບ​ການ​ວັດ​ແທກ​ດ້ວຍ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ແບບ​ລອຍ​ຕົວ. ຢູ່​ໃນ​ພື້ນຖານ​ເສດຖະກິດ​​ເປີດ, ​​ໄປ​ພ້ອມໆ​ກັບ​ການ​ຂະຫຍາ​ຍຕົວ​ຂອງ​ການ​ຄ້າ​ສາກົນ​ນັ້ນ, ອັດຕາ​ແລກປ່ຽນ​ຂອງ​ສະກຸ​ນ​ເງິນ ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ຂອງ​ປະ​ເທດ​ຕ່າງໆ.​ ​ເພາະວ່າ, ​ເມື່ອ​ຄຸນຄ່າ​ຂອງ​ສະກຸນ​ເງິນ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ​ທຽບ​ໃສ່​ເງິນຕາ​ຕ່າງປະ​ເທດ​ນັ້ນ ຈະ​ເປັນ​ການ​ຈຳກັດ​ການ​ແກ້ງ​ແຍ້​ງ​ແຂ່ງຂັນ​ຢູ່​ໃນ​ຕະຫລາດ​ສາກົນ, ຈຳກັດ​ການ​ສົ່ງ​ອອກ. ກົງ​ກັນ​ຂ້າມ, ​ເມື່ອ​ຄຸນຄ່າ​ຂອງ​ສະກຸນ​ເງິນຕາ​ພາຍ​ໃນ​ປະ​ເທດ​ຫລຸດ​ລົງ ທຽບ​ໃສ່​ເງິນ​ຕາ​ຕ່າງປະ​ເທດ​ນັ້ນ​ມັນ​ຈະ​ສົ່ງ​ເສີມ​ການ​ສົ່ງ​ອອກ. ຈຳກັດ​ການ​ນຳ​ເຂົ້າ, ...

ຄຸນ​ຄ່າ​ຕໍ່​ພາຍ​ໃນ ​ແລະ​ຕໍ່​ພາຍ​ນອກ​ຂອງ​ສະ​ເງິນ​ຕາ​ພາຍ​ໃນ​ປະ​ເທດ ​ແມ່ນ​ມີ​ການ​ພົວພັນ​ສະໜິດ​ແໜ້ນນຳ​ກັນ. ຢາກ​ເຮັດ​ໃຫ້​ເງິນຕາ ​ແລະ​ການ​ພັດທະນາ​ເສດຖະກິດ​ມີ​ຄວາມ​ໝັ້ນ​ທ່ຽງ​ນັ້ນ, ລັດ​ຕ້ອງ​ມີ​ວິທີ​ການ​ເຮັດ​ໃຫ້​ລາຄາ​ສິນຄ້າ ​ແລະ​ຄ່າ​ການ​ບໍລິການ​ພາຍ​ໃນ​ປະ​ເທດ ​ແລະ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ມີ​ຄວາມ​ສະຫງົບ​ໝັ້ນ​ທ່ຽງ.

ແຕ່​ວ່າ, ການ​ທີ່​ຈະ​ແລ່ນ​ໄປ​ນຳ​ຈຸດໝາຍ ​ເຮັດ​ໃຫ້​ຄຸນຄ່າ​ຂອງ​ເງິນມີ​ຄວາມ​ໝັ້ນ​ທ່ຽງ​ນັ້ນ ບໍ່​ມີ​ຄວາມ​ໝາຍ ວ່າ ອັດຕາ​ເງິນ​ເຟີ້ ​ເທົ່າ​ກັບ​ສູນ. ​ເພາະວ່າ ​ໃນ​ຕົວ​ຈິງ​ແລ້ວ. ​ເພື່ອ​ໃຫ້​ອັດຕາ​ສ່ວນ​ເງິນ​ເຟີ້​ຫລຸດ​ລົງ​ນັ້ນ. ຕາມ​ປົກກະຕິ​ແລ້ວ​ຈະ​ຕ້ອງ​ຍອມຮັບ​ໃຫ້​ມີ​ອັດຕາ​ສ່ວນ​ໄພ​ຫວ່າ​ງງານ​ເພີ່ມ​ຂື້ນ​​ໃນ​ລະດັບ​ໃດ​ໜຶ່ງ ຢູ່​ໃນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຂອງ​ລັດ​ນັ້ນ. ບໍ່​ອາດ​ມີ​ຄຸນຄ່າ​ເງິນ​ທີ່​ໝັ້ນ​ທ່ຽງ​ໄດ້ ​ເມື່ອ​ຢູ່​ໃນ​ພື້ນຖານ​ເສດຖະກິດ ພວມ​ມີ​ອັດຕາ​ສ່ວນ​ໄພຫວ່າງ​ງານ​ເພີ່ມ​ຂຶ້ນ​ເກີນ​ລະດັບ​ຕາມ​ບົດຮຽນ​ຂອງ​ຫລາຍ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ນັ້ນ ​ໃຫ້​ເຫັນ​ວ່າ, ອັດຕາ​ເງິນ​​ເຟີ້​ທີ່​ພໍ​ດ້າມ​ພໍດີ (ຕາມ​ທຳ​ມະ​ດາ​ແມ່ນ​ໂຕ​ເລກ​ດຽວ​ຕໍ່​ປີ) ນັ້ນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ການ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດ-ສັງຄົມ ​ແຕ່​ກໍ່ຕ້ອງ​ໄດ້​ຕ້ານ​ກັບ​ເງິນ​ເຟີ້​ແບບ​ກະ​ໂດດ​ຂັ້ນ (ສອງ​ໂຕ​​ເລກ​ຕໍ່​ປີ) ​ແລະ​ເງິນ​ເຟີ້​ສຸດ​ຍອດ (​ເກີ​ນສອງ​ຕົວ​​ເລກ​ຕໍ່​ປີ).

7.2.2.ສ້າງວຽກເຮັດງານທຳ.

ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ​ແມ່ນ​ບັນຫາ​ໜຶ່ງ​ທີ່​ສຳຄັນ​ສັບ​ລັບ​ທຸກ​ປະ​ເທດຢູ່​ໃນ​ໂລກ ຍ້ອນ​ວ່າ:

ອັນ​ທີ່​ໜຶ່ງ: ຖ້າວ່າ​ໄພ​ຫວ່າງ​ງານ​ສູງ ຈະ​ເຮັດ​ໃຫ້​ຄອບຄົວ​ຂອງ​ເຂົາ​ເຈົ້າ ຖືກ​ຫຍຸ້ງຍາກ​ດ້ານ​ການ​ເງິນ, ​ເຮັດ​ໃຫ້​ເສຍ​ກຽດ​ສັກ​ສີ​ຂອງ​ສ່ວນ​ບຸກຄົນ ​ແລະ​ເປັນ​ໜຶ່ງ​ໃນ​ບັນດາ​ສາ​ເຫດ​ທີ່​ເຮັດ​ໃຫ້ການ​ສ້າງ​ໂທດ​ກຳ​ເພີ່ມ​ຂື້ນ.

ອັນ​ທີ​ສອງ: ​ໄພ​ຫວ່າງງານ​ເພີ່ມ​ຂື້ນ, ​ພື້ນຖານ​ເສດຖະກິດ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຜູ້​ອອກ​ແຮງ​ງານ​ທີ່​ນັ່ງ​ຢູ່​ລ້າ​ເພື່ອ​ຂື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ບັນດາ​ແຫ​ລ່ງຊັບ​ສິນ​ບໍ່​ໄດ້​ໃຊ້​ງານ​ປະ​ຖິ້ມ​ລ້າ, ຄື: ​ໂຮງງານ, ອຸປະກອນ, ... ປະ​ຖິ້ມ​ລ້າໆ​ເພື່ອ​ຂື້ນ​ນຳ​ອີກດ້ວຍ ​ແລະ​ເຮັດ​ໃຫ້​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຫລຸດ​ລົງ.

​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າການ​ມີ​ວຽກ​ເຮັດ​ງານ​ທຳ​ສູງ​ນັ້ນ ​ແມ່ນ​ສິ່ງ​ທີ່​ໃຜໆ​ກໍ່​ຕ້ອງການ​ຢາກ​ໄດ້. ຜ່ານ​ນະ​ໂຍບາຍ​ເງິນຕາ ສາມາດ​ກະທົບ​ໃສ່​ວຽກ​ເຮັດ​ງານ​ທຳ, ໝາຍວ່າ ກະທົບ​ໃສ່​ອັດຕາ​ສ່ວນ​ໄພ​ຫວ່າງ​ງານ​ຢູ່​ໃນ​ພື້ນຖານ ​ເສດຖະກິດ ຖ້າວ່າ ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ກາງ ຫາກ​ແນ​ໃສ່​ເປີດ​ກ້ວາງ​ການ​ສະໜອງ​ເງິນຕາ​ນັ້ນ, ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ລົງທຶນ​ໃສ່​ການ​ຜະລິດ, ບັນດາ​ວິ​ສາ​ຫະກິດ ​ແລະ​ພື້ນຖານ​ເສດຖະກິດ ມີ​ຄວາມ​ຕ້ອງການ​ແຮງ​ງານ​ຫລາຍ​ກວ່າ, ວຽກ​ເຮັດງານ​ທຳ​ຈະ​ສູງ, ​ອັດ​ສ່ວນ​ໄພ​ຫວ່າງ​ງານ​ຕ່ຳ, ກົງກັນຂ້າມ, ຖ້າວ່າ ການ​ສະໜອງ​ເງິນຕາ​ຫາກ ຫລຸດ​ລົງ ຈະ​​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດ ຮັດ​ແຄບ​​ເຂົ້າ, ບັນດາ​ວິ​ສາ​ຫະກິດ ​ແລະ ລັດ ມີ​ຄວາມ​ຕ້ອງການ​ແຮງ​ງານ​ໜ້ອຍ​ກວ່າ, ວຽກ​ເຮັດ​ງານ​ທຳ​ຫລຸດ​ລົງ, ອັດຕາ​ສ່ວນ​ໄພ​ຫວ່າງ​ງານ​ເພີ່ມ​ຂື້ນ.

​ແຕ່​ແນ່ນອນ, ການ​ຢຶດຖື​ຈຸດໝາຍ​ເຮັດ​ໃຫ້​ວຽກ​ເຮັດ​ງານ​ທຳ​ສູງ​ຂຶ້ນ​ນັ້ນ ມັນ​ບໍ່​ໝາຍ​ຄວາ​ມວ່າອັດຕາ​ສ່ວນ​ຫ່ວາງ​ງານ​ຈະ​ເທົ່າ​ກັບ​ສູນ, ​ເພາະ​ວ່າ ​ໃນ​ຕົວ​ຈິງ​ແລ້ວ​ເພືຶື່ອ​ໃຫ້​ມີ​ອັດຕາ​ສ່ວນ​ການ​ຫວ່າງ​ງານ. ​ເພາະວ່າ, ​ໃນ​ຕົວ​ຈິງ ຫາກ​ມີ​ຄົນ​ຫວ່າງ​ງານ​ຈຳນວນໜື່ງ ພັດ​ມີ​ຜົນ​ດີ​ໃຫ້​ແກ່​ພື້ນຖານ​ເສດຖະກິດ,​ນັ້ນ​ແມ່ນ​ເວລາ​ຜູ້​ອອກ​ແຮງ​ງານ ຕັດ​ສີນ​ໃຈ​ໄປ​ປະ​ຕິບັດ​ວຽກ​ອື່ນ​ທີ່​ດີກ​ວ່າ, ສອດຄ່ອງ​ກວ່າ, ຄົນ​ງານ​ຜູ້​ນັ້ນ​ຖີກຫວ່າງ​ງານ​ໃນ​ໄລຍະ​ເວລາ​ທີ່​ກຳລັງ​ຊອກ​ວຽກ​ເຮັດ​ຢູ່​ນັ້ນ,   ຫຼືຄົນ​ງານ​ຈຳນວນ​ໜຶ່ງ​ສະໝັກ​ໃຈ​ອອກ​ຈາກ​ວຽກ​ງານ​ຂອງ​ຕົນ ​ເພື່ອ​ສະ​ແຫວ​ງຫາ​ເຮັດ​ວຽກງານ​ອື່ນ​ຄື ​ຮ່ຳຮຽນ, ທ່ອງ​ທ່ຽງ, .. ​ແລະ​ເມື່ອ​ເຂົາ​ເຈົ້າ​ຕັດສິນ​ໃຈ​ກັບ​ຄືນ​ມາ​ເຂົ້າ​ຮ່ວມ​ຕະຫລາດ​ແຮງ​ງານ, ​ເຂົາ​ເຈົ້າ​ຕ້ອງ​​ເສຍ​ເວລາ​ໄປ​ໄລຍະ​ໜຶ່ງ ຈຶ່ງ​ຈະ​ຊອກ ວຽກ​ງານ​ທີ່​ເຂົາ​ເຈົ້າ​ຢາກ​ເຮັດ​ໄດ້. ​ໃນ​ດ້ານ​ອື່ນ, ຕາມ​ທຳ​ມະ​ດາ​ແລ້ວ, ​ເພື່ອ​ເຮັດ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ສູງ​ນັ້ນ ຕ້ອງ​ຍອມ ຮັບ​ເອົາອັດຕາ​ສ່ວນ​ເງິນ​ເຟີ້​ທີ່​ເພີ່ມ​ຂື້ນ​ໃນ​ລະດັບ​ທີ່​ແນ່ນອນ​ໃດ​ໜຶ່ງ ​ໃນ​ຂະ​ບວນວິວັດ​ແຫ່ງ ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ສອງ​ຈຸ​ດໝາຍ​ດັ່ງກ່າວ​ນີ້ ຍາມ​ໃດ​ກໍ່​ຂັດ​ມ້າງ​ຊຶ່ງ​ກັນ ​ແລະ​ກັນ​ຢູ່​ເລື້ອຍໆ.

7.2.3.ສ້າງຄວາມເຕີບໂຕ ທາງດ້ານເສດຖະກິດ.

ຈຸດໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ຍາມ​ໃດ​ກໍ່​ຕິດ​ພັນ​ຢາງ​ສະໜິດ​ແໜ້ນ​ກັບ​ຈຸດໝາຍ​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ສູງ ຢູ່​ສະ​ເໝີ. ນະ​ໂຍບາຍ​ເງິນຕາ ອາດ​ຈະ​ກະທົບ​ໃສ່​ສອງ​ຈຸດໝາຍ​ດັ່ງກ່າວ​ນີ້​ພ້ອມໆ​ກັນ. ​ເມື່ອ​ການສະ​ໜອງ​ເງິນຕາ​ເພີ່ມ​ຂື້ນ, ​ໃນ​ໄລຍະ​ສັ້ນ ດອກ​ເບັ້ຍສິນ​ເຊື່ອ​ຈຸ​ຫລຸດ​ລົງ ຈະ​ສົ່ງ​ເສີມ​ການ​ລົງທຶນ, ​ເປີດ​ກວ້າງ​ການ​ຜະລິດ ທຸລະ​ກິດ, ລັດ ​ແລະ ວິ​ສາ​ຫະກິດ ມີ​ຄວາມ​ຕ້ອງການ​ນຳ​ໃຊ້​ແຮງ​ງານ​ຫລາຍ​ກວ່າ, ​ເຮັດ​ໃຫ້​ຜົນ​ຜະລິດ ​ແລະ​ການ​ເຕີມ​ໂຕ​ດ້ານ​ເສດຖະກິດ​ເພີ່ມ​ຂື້ນ ກົງກັນ​ຂ້າມ, ​ເມື່ອ​ການສະ​ໜອງ​ເງິນຕາ​ຫລຸດ​ລົງ. ​ໃນ​ໄລຍະ​ສັ້ນ ດອກ​ເບັ້ຍຈະ​ເພີ່ມ​ຂື້ນ ຈຳກັດ​ການ​ລົງທຶນ, ຮັດ​ແຄບ​ການ​ເຄື່ອນ​ໄຫວ​ເຮັດ​ການ​ຜະລິດ ທຸລະ​ກິດ, ລັດ ​ແລະ ວິ​ສາ​ຫະກິດ ມີ​ຄວາມ​ຕ້ອງການ​ແຮງ​ງານ​ໜ້ອຍ​ກວ່າ, ​ເຮັດ​ໃຫ້​ລະດັບ​ຜົນ​ຜະລິດ​ຫລຸດ​ລົງ, ການ​ເຕີມ​ໂຕ​ດ້ານ​​ເສດຖະກິດ​ຊ້າ​ລົງ.

7.2.4.ສ້າງສາຍພົວພັນ ລະຫວ່າງບັນດາເປົ້າໝາຍດວ້ຍກັນ.

          ​ເບິ່ງ​ໂດຍ​ສັງ​ເຂ​ບ ​ແລະ​ມີ​ຍຸດ​ທະ​ສາດ​ແລ້ວ ນະ​ໂຍບາຍ​ເງິນຕາ ມີ​ການ​ພົວພັນ​ສະ​ໜິດ​ແໜ້ນ​ນຳ​ກັນ, ຊ່ວຍ​ໜູນ ​ແລະມີ​ກະຕຸກ​ຊຸກຍູ້​ຊຶ່ງ​ກັນ ​ແລະ​ກັນ. ສິ່ງ​ດັ່ງກ່າວ ​ໃຫ້​ເຫັນ​ວ່າ, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ນັ້ນ ບໍ່​ອາດ​ສາມາດ​ສຸມ​ໃສ່​ປະຕິບັດ​ແຕ່​ຈຸດໝາຍ​ໃດ​ໜຶ່ງ​ແບບ​ເດັດ​ຖານ​ໄດ້, ບໍ່​ອາດ​ຈະ​ແກ້​ໄຂ​ບັນດາ​ຈຸດໝາຍ​ມະຫາ​ພາກ​ໃດ​ໜຶ່ງ​ຢ່າງ​ເປັນ​ເອກະລາດ​ໄດ້. ​ແຕ່​ແນ່ນອນ​ວ່າ, ມີ​ບາງ​ບ່ອນ​ໃນ​ບາງ​ໄລຍະ, ​ໃນ​ໄລຍະ​ເວລາ​ສັ້ນ​ນັ້ນ ອາດ​ຈະ​ເກີດ​ມີ​ການ​ປະ​ທະ​ກັນ, ບາງທີ​ລະຫວ່າງ​ບັນດາ​ຈຸດໝາຍ​ຕ່າງໆ ກໍ່​ທຳລາຍ​ຊຶ່ງ​ກັນ ​ແລະ​ກັນ. ສິ່ງ​ທີ່​ເຄີຍ​ພົບ​ພໍ້ ​ແລະ​ເຫັນ​ໄດ້​ງ່າຍ​ກວ່າ​ໝູ່ ​ແມ່ນ​ການ​ຂັດ​ແຍ້​ງກັນ​ລະຫວ່າງ​ອັດຕາ​ສ່ວນ​ເງິນ​ເຟີ້ ກັບ​ອັດຕາ​ສ່ວນ​ໄພ​ຫວ່າ​ງງານ. ​ເຖິງ​ວ່າ​ຈະ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຢ່າງ​ທີ່​ແຕກ​ຕ່າງ​ກັນ​ຢູ່​ນັ້ນ, ​ແຕ່​ເບິ່ງ​ລວມ​ແລ້ວ, ຈຸດໝາຍ​ພື້ນຖານ​ຂອງ​ນະ​ໂຍບາຍ​​ເງິນຕາ​ນັ້ນ​ແມ່ນ​ເຮັດ​ໃຫ້​ຄ່າ​ຂອງ​ສະກຸນ​ເງິນຕາ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ໝັ້ນ​ທ່ຽງ, ບົນ​ພື້ນຖານ​ສິ່ງ​ດັ່ງກ່າວ​ນັ້ນ​ແມ່ນ​ເພື່ອ​ເຮັດ​ໃຫ້​ມີ​ສະຖຽນ​ລະ​ພາບ ​ແລະ​ພັດທະນາ​​ເສດຖະກິດ-ສັງຄົມ.

       ພຶດຕິ​ກຳ​ຂອງ​ບັນດາ​ປະ​ເທດ​ທີ່​ພັດທະນາ​ກົນ​ໄກ​ຕະຫລາດ​ນັ້ນ ​ໃຫ້​ເຫັນ​ວ່າ, ການ​ປະຕິບັດ​ນະ​ໂຍບາຍ​ເງິນ​ຕາ, ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ຂອງ​ມັນ​ນັ້ນ ຕ້ອງ​ມີ​ການ​ປະສານ​ສົມທົບ​ກັບ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ອື່ນໆ​ນຳ​ອີກ​ດ້ວຍ.

       ກ່ອນ​ອື່ນ​ໝົດ, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຕ້ອງ​ປະສານ​ສົມທົບ​ກັບ​ນະ​ໂຍບາຍ​ງົບປະມານ. ຍ້ອນ​ວ່າ, ຈຸດໝາຍ​ຂອງ​ນະ​ໂຍບາຍ​ງົບປະມານ ​ແມ່ນ​ແນ​ໃສ່​ດັດ​ແປງ​ລາຍ​ຮັບ ​ແລະ​ລາຍ​ຈ່າຍ​ຂອງ​ລັດຖະບານ, ຫັນ​ພື້ນຖານ​ເສດຖະກິດ​ເຂົ້າ​ສູ່​ລະດັບ​ຜົນ​ຜະລິດ ​​ແລະ​ນຳ​ໃຊ້​ຊັບພະຍາກອນ​ມະນຸດ​ຢູ່​ໃນ​ລະດັບ ບົ່ມ​ຊ້ອນ. ​ແຕ່​ວ່າ, ສິ່ງ​ດັ່ງກ່າວ​ຍັງ​ຂຶ້ນ​ກັບ​ສະພາບ​ການ​ດ້ານ​ລາຍ​ຮັບ-ລາຍ​ຈ່າຍ​ຂອງ​ງົບປະມານ​ແຫ່ງ​ລັດ ງົບປະມານ​ແຫ່ງ​ລັດ​ມີ​ຄວາມ​ໜັກ​ແໜ້ນ​ໝັ້ນຄົງ​ນັ້ນ ​ແມ່ນ​ພື້ນຖານ​ສຳຄັນ​ອັນ​ໜຶ່ງ ​ໃຫ້​ແກ່​ຄວາມ​ໝັ້ນ​ທ່ຽງ​ຂອງ​ຄ່າ​ສະກຸນ​ເງິນ​ພາຍ​ໃນ​ປະ​ເທດ ກົງກັນຂ້າມ, ການ​ຂາດ​ດຸນ​ງົບປະມນ​ແຫ່ງ​ລັດ ​ເຖິງ​ວ່າ ມັນ​ຈະ​ໄດ້​ຮັບ​ການ​ຖົມ​ຂຸມ​ດ້ວຍ​ເສັ້ນທາງ​ໃດ (ກູ້​ຢຶມນຳ​ທະນາຄານ​ກາງ, ນຳ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ, ບຸກຄົນ​ພາຍ​ໃນ​ປະ​ເທດ, ນຳ​ຕ່າງປະ​ເທດ) ກໍ່​ລ້ວນ​ແຕ່​ເຮັດ​ໃຫ້​ຄ່າ​ຂອງ​ສະກຸນ​ເງິນ​ບໍ່​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທາງ​ກົງ ຫລື​ທາງ​ອ້ອມ.

       ຕາມ​ທຳ​ມະ​ດາ​ແລ້ວ, ນະ​ໂຍບາຍ​ງົບປະມານ ​ແລະ​ນະ​ໂຍບາຍ​ເງິນຕາ ​ລ້ວນ​ແລ້ວ​ແຕ່​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ ລ້ວນ​ແຕ່​ຜ່ານ​ຜົນ​ສະທ້ອນ​ຂອງ​ມັນ​ຕໍ່​ລວມຍອດ​ຄວາ​ມຕ້ອງການ. ​ໃນ​ຂະນະ​ດຽວ​ກັນ​ນັ້ນ, ຕາມ​ກົນ​ໄກ​ຕະຫລາດ​ແລ້ວ ​ເງິນ​ເດືອນ ​ແລະ​ລາຄາ ພັດ​ຖືກ​ຕັດສິນ​ດ້ວຍ​ປັດ​ໄຈ​ຂອງ​ຕະຫລາດ.. ​ໃນ​ຕົວ​ຈິງ, ນະ​ໂຍບາຍ​ງົບປະມານ ​ແລະ​ນະ​ໂຍບາຍ​ເງິນຕາ ​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ເພີ່ມ​ຂຶ້ນ, ​ໄພ​ຫວ່າງ​ງານ​ຫລຸດ​ລົງ, ​ແຕ່​ຈະ​ເຮັດ​​ໃຫ້​ເງິນ​ເຟີ້​ເພີ່ມ​ຂຶ້ນ. ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດັ່ງກ່າວ​ນີ້, ຕ້ອງ​ໄດ້​ປະສານ​ສົມທົບ​​ແໜ້ນ​ກັບ​ນະ​ໂຍບາຍ​​ແຈກ​ຢາຍ​ລາຍ​ໄດ້ ​ໃນ​ຂະ​ບວນວິວັດ​ແຫ່​ງການ​ປະຕິບັດ​ນະ​ໂຍບ​າຍ​ເງິນຕາ​ນັ້ນ​ເອງ. ​ໃນ​ກໍລະນີ​ດັ່ງກ່າວ​ນີ້, ນະ​ໂຍບາຍ​ແຈກ​ຢາຍ​ລາຍ​ໄ​ດ້ຂອງ​ລັດ ຕ້ອງ​ສະ​ແດງ​ອອກ​ຢູ່​ໃນ​ການ​ຄວບ​ຄຸມ​ເງິນ​ເດືອນ, ​ເງິ​ຍຍ້ອງຍໍ ​ແລະ​ລາຄາ ​ໃຫ້​ແໜ້ນ​ໜາ.

       ສຳລັບບັນດາ​ປະ​ເທດ​ດ້ວຍ​ພັດທະນາ ​ແລະ​ກຳລັງ​ພັດທະນາ, ປົກກະຕິ​ການ​ຂາດ​ດຸນ​ງົບປະມານ​ແຫ່ງ​ລັດ​ແມ່ນ​ເກີດ​ມີ​ຫລາຍ ​ແລະ​ແກ່ຍາວ, ຂາດ​ດຸນ​ໃນ​ການ​ຊຳລະ​ສະ​ສາງ, ການ​ເຕີບ​ໂຕ​ທາງ​ເສດຖະກິດ​ບໍ່​ສູງ, ... ​ເວລາ​ນັ້ນ ມັກ​ຮຽກຮ້ອງ​ຕ້ອງ​ໄດ້​ມີ​ການ​ສົມທົບ​ແໜ້ນ​ກັບ​ນະ​ໂຍບາຍ​ເສດຖະກິດ​ກັບຕ່າງປະ​ເທດ ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ. ​ເຊິ່ງຕ້ອງ​ແມ່ນ​ນະ​ໂຍບາຍ​ເສດຖະກິດ​ເປີດ, ຫັນ​ໄປ​ສູ່​ການ​ສົ່ງ​ອອກ, ດ້ານ​ອື່ນ, ກໍ່​ຕ້ອງ​ໄດ້​ຍາດ​ແຍ່ງ​ເອົາລະ​ດັບ​ເຕັກ​ໂນ​ໂລ​ຢີ, ວິທະຍາສາດ ​ເຕັກນິກ ​ແລະ​ທຸ​ກ​ແຫ​ລ່ງທຶນ​ຈາກ​ພາຍ​ນອກ ​ໃຫ້​ໄດ້ຫລາຍສຸດ. ໃນນັ້ນ, ພິເສດແມ່ນການພົວພັນກັບບັນດາອົງການຈັດຕັ້ງເສດຖະກິດ, ການເງິນສາກົນ, ຄື: ທະນາຄານໂລກ, ກອງທຶນສາກົນ, ທະນາຄານພັດທະນາອາຊີ, ...

7.3.ເຄື່ອງມືຂອງນະໂຍບາຍເງິນຕາ 

ປະກອບມີ 5 ບັນດາເຄື່ອງມືຄື:

  • ຕະຫຼາດເປີດ

  • ນະໂຍບາຍຮັບຊື້ຫຼຸດ

  • ຄັງແຮຝາກບັງຄັບ

  • ການຄວບເພດານສິນເຊື່ອ

  • ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ.

7.3.1.ຕະຫຼາດເປີດ.

ວິຊາ​ສະ​ເພາະດ້ານ​ຕະຫລາດ​ເປີດ ​ແມ່ນ​ການ​ທີ່​ທະນາຄາ​ນກາງ​ຊື້ ​ແລະ​ຂາຍ​ເອກະສານ​ມີຄ່າ, ​ເຊິ່ງຕົ້ນຕໍ​ແມ່ນ​ພັນທະ​ບັນ​ໄລຍະ​ສັ້ນ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ, ​ແນ​ໃສ່​ເຮັດ​ໃຫ້​ປະລິມານ​ເງິນ​ສະໜອງ​ມີ​ການ​ປ່ຽນ​ແປງ. ການ​ທີ່​ທະນາຄານ​ກາງ​ດຳ​ເນີນ​ການ​ເຄື່ອນ​​ໄຫວ​ດ້ານ​ຕະຫລາດ​ເສລີ​ຂອງ​ຕົນ ດ້ວຍ​ພັນທະບັດ​ໄລຍະ​ສັ້ນ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ນັ້ນ ​ແມ່ນ​ຍ້ອນ​ວ່າ, ຕະຫລາດ​ພັນທະບັດ​ໄລຍະ​ສັ້ນ​ຂອງ​ຄັງ​ເງິນ ​ແມ່ນ​ມີ​ບໍລິ​ມາດ​ຫລາຍ, ລັກສະນະ​ອ່ອນ​ຕົວ​ສູງ, ຄວາມ​ສ່ຽງ​ໄພ​ຕ່ຳ.

ທະນາຄານ​ກາງ​ຊື້ ຂາຍ​ຮຸ້ນ​ຢູ່​ໃນ​ຕະຫລາດ ຈະ​​ເຮັດ​ໃຫ້​ຖານ​ເງິນຕາ ​ເງິນ​ທີ່​ພວກ​ຈໍລະ​ຈອນ​ຢູ່​ນອກ​ລະບົບ​ທະນາຄານ ​ແລະ​​ເງິນ​ແຮ​ສຳຮອງ​ຢູ່​ໃນ​ລະບົບ​ທະນາຄານ ມີ​ການ​ປ່ຽນ​ແປງ, ນັ້ນ​ແມ່ນ​ແຫ​ລ່ງທີ່​ມາ​ຕົ້ນຕໍ ທີ່​ພາ​ໃຫ້​ເກີດ​ມີ​ການ​ເໜັງ​ຕີງ​ຢູ່​ໃນ​ການ​ສະໜອງ​ເງິນຕາກ

1.​ເມື່ອ​ທະນາຄານ​ກາງ​ຊື້​ຮຸ້ນ​ເຂົ້າ, ຈະ​ເຮັດ​ໃຫ້​ຖານ​​ເງິນຕາ​ເພີ່ມ​ຂຶ້ນ, ຈາກ​ນັ້ນ ​ເຮັດ​ໃຫ້​ປະລິມານ​ເງິນ​ສະໜອງ​ເພີ່ມ​ຂຶ້ນ​.

2.​ເມື່ອ​ທະນາຄານ​ກາງ​ຂາຍ​ຮູ້​ນອອກ, ຈະ​ເປັນ​ການ​ຮັດ​ແຄບ​ຖານ​ເງິນຕາ​ເຂົ້າ, ຈາກ​ນັ້ນ ​ເຮັດ​ໃຫ້​ປະລິມານ​ການ​ສະໜອງ​ເງິນຕາ​ຫລຸດລົງ.

3.ຕະຫລາດ​ເປີດ ​ແມ່ນ​ເຄື່ອງມື​ທີ່​ສຳຄັນ​ກວ່າ​ໝູ່ ຂອງ​ທະນາຄານ​ກາງ​ໃນ​ວຽກ​ງານ​ການ​ດັດສົມ​ປະລິມານ​ເງິນ​ສະ​   ໜອງ, ຍ້ອນ​ວ່າ ທ່າ​ໄດ້​ປຽບ​ຂອງ​ມັນ​ແມ່ນ:

4.ທະນາຄານ​ກາງ ສາມາດ​ຄວບ​ຄຸມ​ວິຊາ​ດ້ານ​ການ​ຕະຫລາດ​ເສລີ​ໄດ້​ທັງ​ໝົດ.

5.ມັນ​ໄຫວ​ພິບ ​ແລະ​ຊັດ​ເຈນ, ສາມາດ​ນຳ​ໃຊ້​ຢູ່​ໃນ​ລະດັບ​ໃດ​ກໍ່​ໄດ້, ສາມາດ​ດັດ​ປັບ​ປະລິມານ​ການ​ສະໜອງ​ເງິນ​ໃຫ້​ຫລາຍ ຫລື​ໜ້ອຍ​ໄດ້.

6.ທະນາຄານ​ກາງ​ສາມາດ​ປັບ​ປ່ຽນ​ສະຖານະ​ຂອງ​ຕົນ​ໄດ້​ຢ່າງ​ງ່າຍດາຍ.

7.ປະຕິບັດ​ໄດ້​ຢ່າງ​ວ່ອງ​ໄວ, ສິ້ນ​ເປືອງ​ດ້ານ​ຄ່າ​ໃຊ້​ຈ່າຍ ​ແລະ​ເວລາ​ໜ້ອຍ, ...

7.3.2.ນະໂຍບາຍຮັບຊ່ວງຊື້ຫຼຸດ.

ນະ​ໂຍບາຍ​ຮັບ​ຊ່ວງ​ຊື້​ຫລຸດ ​ແມ່ນ​ເຄື່ອມື​ຂອງ​ທະນາຄານ​ກາງ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ, ດ້ວຍ​ວິທີ​ການ​ໃຫ້​ກູ້​ຢືມ​ແບບ​ສະໜອງ​ທຶນ​ຄືນ​ໃໝ່​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ. ​ເມື່ອ​ທະນາຄານ​ກາງ ​ໃຫ້​ບັນດາ ທະນາຄານ​ທຸລະ​ກິດ​ກູ້​ຢືມ ​ເຮັດ​ໃຫ້​ປະລິມານ​ເງິນ​ແຮ​ສຳຮອງ​ໃນ​ລະບົບ​ທະນາຄານ​ເພີ່ມ​ຂຶ້ນ, ຈາກ​ນັ້ນ​ເຮັດ​ໃຫ້​ປະລິມານ​ເງິນ​ສະໜອງ​ເພີ່​ມ ຂຶ້ນ.

ທະນາຄານ​ກາງ​ຄວບຄຸມ​ເຄື່ອງມື​ດັ່ງກ່າວ​ນີ້ ຕົ້ນຕໍ​ແມ່ນ​ດ້ວຍ​ວິທີ​ການ​ກະທົບ​ເຂົ້າ​ໃສ່​ລາຄາ​ຮ່ວງ​ໃຫ້​ກູ້​ຢືມ​ນັ້ນ​ເພີ່ມ ຂຶ້ນ, ຈຳກັດ​ການ​ກູ້​ຢືມ​ຂອງ​ທະນາຄານ​ທຸລະ​ກິດ, ​ເຮັດ​ໃຫ້​ຄວາມ​ສາມາດ​ໃຫ້​ກູ້​ຢືມ​ແກ່​ພື້ນຖານ​ເສດຖະກິດ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ​ຫລຸດ​ລົງ, ປະລິມານ​ເງິນ​ສະ​ໜອງ​ຫລຸດ​ລົງ.

ກົງກັນຂ້າມ, ​ເມື່ອ​ທະນາຄານ​ກາງ​ຫລຸດຜ່ອນ​ດອກ​ເບັ້ຍ​ໃຫ້​ກູ້​ຢືມ​ແບບ​ຮັບ​ຊ່ວງ​ຊື້​ຫລຸດ​ສຳ​ນັ້ນ​ລົງ, ລາຄາ​ຂອງ​ຮ່ວງ​ໃຫ້​ກູ້​ຢືມ​ກໍ່​ຈະ​ຖືກ​ກວ່າ, ສົ່ງ​ເສີມ​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ​ກູ້​ຢືມ, ​ເຮັດ​ໃຫ້​ຄວາມ​ສາມາດ​ໃຫ້​ກູ້​ຢືມ​ແກ່ ພື້ນຖານ​ເສດຖະກິດ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ​ເພີ່ມ​ຂຶ້ນ, ປະລິມານ​ເງິນ​ສະໜອງ​ກໍ່​ເພີ່ມ​ຂຶ້ນ.

ບັນດາ​ຮ່ວງ​ໃຫ້​ກູ້​ຢືມ​ແບບ​ຮັບ​ຊ່ວງ​ຊື້​ຫລຸດ​ສຳ​ຂອງ​ທະນາຄານ​ທຸລະ​ກິດ​ນັ້ນ ​ເອີ້ນ​ວ່າ ປ່ອງ​ຢ້ຽມ​ຮັບ​ຊ່ວງ​ຊື້​ຫລຸດ​ສຳ. ທະນາຄານ​ກາງ​ຄຸ້ມ​ຄອງ​ປ່ອງຢ້ຽມ​ຮັບ​ຊ່ວງ​ຊື້​ຫລຸດສຳດ້ວຍຫລາຍ​ວິທີ ​ເພື່ອ​ບໍ່​ໃຫ້​ຮ່ວງ​ເງິນ​ກູ້​ຢືມ​ຂອງ​ຕົນ​ນັ້ນ ຖືກ​ນຳ​ໃຊ້​ໄປ​ໃນ​ທາງ​ທີ່​ບໍ່​ຖື​ກຕ້ອງ ​ແລະ​ຈຳກັດ​ການ​ໃຫ້​ກູ້​ຢືມ​ໃນ​ຮູບ​ດັ່ງກ່າວ. ບັນດາ​ທະນາຄານ​ທີ່​ມາ​ກູ້​ຢືມ​ແບບ​ຮັບ​ຊ່ວງ​ຊື້ຫລຸດ​ນຳ​ທະນາຄານ​ກາງ​ນັ້ນ ຕາມ​ປົກກະຕິ​ແລ້ວ. ​ແມ່ນ​ຕ້ອງ​ໄດ້​ຮັບຜິດຊອບ​ຄ່າ​ໃຊ້​ຈ່າຍ​ສາມ​ດ້ານ ຄື: ກຳ​ໄລ​ດອກ​ເບັ້ຍ​ຮັບ​ຊ່ວງ​ຊື້​ຫລຸດ. ຄ່າ​ໃຊ້​ຈ່າຍ​ທີ່​ຕ້ອງ​ເຮັດ​ໃຫ້ຖືກ​ຕາມ​ການ​ສຳ​ຫລວດ​ຂອງ​ທະນາຄານ​ກາງ​ກ່ຽວ​ກັບ​ຄວາມ​ສາມາດ ​ໃນ​ການ​ຊຳລະ​ສະ​ສາງ​ຂອງ​ທະນາຄານ​​ເມື່ອ​ມາ​ກູ້​ຢືມ​ຢູ່​ທີ່​ປ່ອງຢ້ຽມ ຮັບ​ຊ່ວງ​ຊື້​ຫລຸດ, ຄ່າ​ໃຊ້​ຈ່າຍ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ປະຕິ​ເສດ​ໃຫ້​ຮັບ​ຊ່ວງ​ຊື້​ຫລຸດ​ຂອງ​ທະນາຄານ​ກາງ ​ເພາະວ່າ ທະນາຄານ​ກາງ ກຳລັງ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ແບບ​ຮັດກຸມ​ແນ​ໃສ່​ຕ້ານ​ໄພ​ເງິນ​​ເຟີ້.

ນອກຈາກ​ການ​ນຳ​ໃຊ້​ເປັນ​ເຄື່ອງມື​ເພື່ອ​ສະທ້ອນ​ເຖິງ​ຖານ​ເງິນຕາ ​ແລະ​ການ​ສະໜອງ​ເງິນຕາ, ນະ​ໂຍບາຍ ຮັບ​ຊ່ວງ​ຊື້​ຫລຸດ ຍັງ​ມີ​ຄວາມ​ສຳຄັນ​ຢູ່​ບ່ອນ​ວ່າ ​ແນ​ໃສ່​ຫລີກ​ລ້ຽງ​ຈາກ​ສະພາວະ​ຄວາມ​ວຸ້ນວຍ​ທາງ​ການ​​ເງິນ​ໃຫ້​ແກ່​ບັນດາ​ທະນາຄານ​ທຸລະ​ກິດ. ຍ້ອນ​ວ່າ​, ​ເງິນ​ແຮ​ຝາກ​ບັງຄັບ ຈະ​ຖືກ​ຮຽກ​ລະດົມ​ທັນທີ​ໄປ​ຍັງ​ທະນາຄນ​ໃດ​ທີ່​ມີ​ຄວາມ​ຕ້ອງການ​ແຮ​ສຳຮອງ​ຫລາຍ​ຫວ່າ​ຫລາຍ​ກວ່າ​ໝູ່. ທະນາຄານ​ກາງ​ນຳ​ໃຊ້​ເຄື່ອງມື​ຮັບ​ຊ່ວງ​ຊື້​ຫລຸດ ​ເພື່ອ​ຫລີກ​ລຽງ​ຈາກ​ສະພາວະ​ການ​ລົ້ມ​ລະລາຍ​ດ້ານ​ການ​ເງິນ ດ້ວຍ​ວິທີ​ການ ປະຕິບັດ​ບົດ​ບາດ​ເປັນ​ຜູ້​ໃຫ້​ກູ້​ຢືມ​ສຸດ​ທ້າວ​ນັ້ນ, ​ແມ່ນ​ຄວາມ​ຮຽກຮ້ອງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ໄດ້​ປະສົບ​ຜົນສຳ​ເລັດ. ຕົວຢ່າງ, ຄື​ທະນາຄານ​ແຮ​ສຳຮອງ​ສະຫະລັດ​ອາ​ເມ​ລິ​ກາ ​ໃຫ້​ກູ້​ຢືມ​ຮັບ​ຊ່ວງ​ຊື້​ຫລຸດ ສຳລັບ​ທະນາຄານ Franklin National ​ໃນ​ເດືອນ 5 ປີ 1974 ​ໃນ​ຈຳນວນ​ເງິນ 1,75 ຕື້​ໂດ​ລາ (ປະມານ 5% ຂອງ​ລວມຍອດ​ແຮ​ສຳຮອງ​ຢູ່​ໃນ​ລະບົບ​ທະນາຄານ), ​ໄດ້​ຊ່ວຍ​ໃຫ້​ທະນາຄານ​ດັ່ງກ່າວ​ພົ້ນ​ຈາກ​ການ​ລົ້ມ​ລະລາຍ. ຫລື​ວ່າ, ທະນາຄານ​ແຮ​ສຳຮອງ​ສະຫະລັດ​ໃຫ້​ກູ້​ຢືມ​ຮັບ​ຊ່ວງ​ຊື້​ຫລຸດ​ສຳລັບ​ທະນາຄານ Continental IIIInois  ​ໃນ​ປີ 1984 ​ໃນ​ຈຳນວນ​ເງິນ​ຫລາຍ​ກວ່າ 5 ຕື້​​ໂດ​ລາ ​ໄດ້​ສະກັດ​ກັ້ນ ຈາກ​ການ​ລົ້ມ​ລະລາຍ​ຂອງ​ທະນາຄານ​ດັ່ງກ່າວ​ນີ້​ໄດ້.

ນະ​ໂຍບາຍ​ຮັບ​ຊ່ວງ​ຊື້​ຫລຸດ ​ແມ່ນ​ເຄື່ອງ​ມືສຳຄັນ​ທີ່​ສຸດ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ກາງ. ມັນ​ບໍ່​ພຽງ​ແຕ່​ດັດສົມ​ປະລິມານ​ເງິນ​ສະໜອງ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ອອກ​ເຖິງ​ບົດບາດ​ຂອງ​ຜູ້​ໃຫ້​ກູ້​ຢືມ​ສຸດ​ທ້າຍ ສຳລັບ​ບັນດາ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ ​ແລະ​ກະທົບ​ເຖິງ​ການ​ດັດ​ແປງ​ໂຄງ​ປະກອບ​ການ​ລົງທຶນ​ສຳລັບ ພື້ນຖານ​ເສດຖະກິດ.

ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ເຄື່ອງມື​ດັ່ງກ່າວ​ນີ້, ທະນາຄານ​ກາງ​ມັກ​ຈະ​ຖືກ​ທ່າ​ຮັບ​ໃນ​ການ​ດັດສົມປະລິມານ​ເງິນ​ສະໜອງ​ຢູ່​ສະ​ເໝີ. ຍ້ອນ​ວ່າ, ທະນາຄານ​ກາງ ສາມາດ​ປ່ຽນ​ແປງ​ໄດ້​ພຽງ​ແຕ່​ດອກ​ເບັ້ຍ​ຮັບ​ຊ່ວງ​ຊື້​ຫລຸດ​ເທົ່າ​ນັ້ນ ​ແຕ່​ບໍ່​ສາມາດ​ບັງຄັບ​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ ຕ້ອງ​ກູ້ຢືມ​ຮັບ​ຊ່ວງ​ຊື້​ຫລຸດ​ນຳ​ທະນາຄານ​ກາງ​ໄດ້.

7.3.3.ຄັງແຮຝາກບັງຄັບ.

​ ເງິນ​ແຮ​ຝາກ​ບັງຄັບ ​ແມ່ນ​ຈຳນວນ​ເງິນ​ທີ່​ບັນດາ​ທະນາຄານ​ທຸລະ​ກິດ​ຕ້ອງ​ຮັກສາ​ໄວ້, ຊຶ່ງ​ບໍ່​ໄດ້​​ໃຊ້​ເພື່ອ​ໃຫ້​ກູ້​ຢືມ ຫລື ນຳ​ເອົາ​ໄປ​ລົງທຶນ, ລະດັບ​ແຮ​ສຳຮອງ​ດັ່ງກ່າວ​ນີ້​ແມ່ນ ທະນາຄານ​ກາງ​ເປັນ​ຜູ້​ກຳນົດ ​ແລະ​ໃນ​ອັດຕາ​ສ່ວນ​ທີ່​ແນ່ນອນ​ໃດ​ໜຶ່ງ​ທຽບ​ໃສ່​ລວມຍອດ​ເງິນ​ຝາກ​ຂອງ​ລູກ​ຄ້າ​ຢູ່​ໃນ​ບັນດາ​ທະນາຄານ​ທຸລະ​ກິດ. ລະບອບ​ເງິນ​ແຮ​ຝາກ​ບັງຄັບ​ຢູ່​ໃນ​ແຕ່ລະ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ. ຢູ່​ໃນ​ໄລຍະ​ຕ່າງ​ກັນ ອາດ​ຈະ​ແຕກ​ຕ່າງ​ກັນ. ​ແຕ່​ເບິ່ງ​ລວມ​ແລ້ວ, ​ເງິນ​ແຮ​ຝາກ​ບັງຄັບ​ລ້ວນ​ແຕ່​ມີ​ລັກສະນະ​ກົດໝາຍ, ​ໄດ້​ຮັບ​ການ​ຝາກ​ໄວ້​ຢູ່​ທະນາຄານ​ກາງ ​ແລະ​ບໍ່​ໄດ້​ຮັບ​ດອກ​ເບັ້ຍ.

ສະ​ນັ້ນ, ຖ້າວ່າ ທະນາຄານ​ກາງ​ຕົກລົງ​ເພີ່ມ ຫລື ຫລຸດ​ອັດຕາ​ສ່ວນ​ເງິນ​ແຮ​ຝາກ​ບັງຄັບ ຈະ​ເຮັດ​ໃຫ້​ສຳ​ປະສິດ​ຕົວ​ສ້າງ​ເງິນ​ນັ້ນ​ແຄບ​ເຂົ້າ ຫລື ​ເພີ່ມ​ຂຶ້ນ. ຕົວຢ່າງ, ຖ້າວ່າ ອັດຕາ​ສ່ວນ​ເງິນ​ແຮ​ຝາກ​ບັງຄັບ​ແມ່ນ 10%, ດ້ວຍ​ປະລິມານ​ເງິນ​ແຮ ສຳຮອງ​ເບື້ອງ​ຕົ້ນ ທະນາຄານ​ທຸລະ​ກິດ​ສາມາດ​ສ້າງ​ປະລິມານ​ເງິນ​ຝາກ​ໄດ້​ຫລາຍ​ເຖິງ 10 ​ເທື່ອ. ​ເຮັດ​ຄື​ກັນ​ນັ້ນ, ຖ້າ​ອັດ ຕາ​ສ່ວນ​ເງິນ​ແຮ​ຝາກ​ບັງຄັບ​ເພີ່ມ​ຂຶ້ນ​ເປັນ 20%  ປະລິມານ​ເງິນ​ຝາກ​ໃໝ່ ທີ່​ທະ​ນາຄາ​ນທຸລະ​ກິດ​ສ້າງ​ຂຶ້ນ​ຈະ​ເພີ່ມ​ຂຶ້ນ 5 ​ເທື່ອ, ຖ້າວ່າ​ເງິນ​ແຮ​ຝາກ​ບັງຄັບ​ຫລຸດ​ລົງ 5% ປະລິມານ​ເງິນ​ຝາກ​ໃໝ່​ທີ່​ທະນາຄານ​ທຸລະ​ກິດ​ສ້າງ​ຂຶ້ນ​ນັ້ນ​ຈະ​ເພີ່ມ​ຂຶ້ນ 20 ​ເທື່ອ.

ສອງ, ອັດຕາ​ສ່ວນ ​ເງິນ​ແຮ​ຝາກ​ບັງຄັບ​ກະທົບ​ເຖິງ​ເບັ້ຍ​ໃຫ້​ກູຢືມ​ຂອງ ທະນາຄານ​ທູລະ. ຄື​ດັ່ງ​ທີ່​ໄດ້​ກ້າວ​ມາ​ຂ້າງ​ເທິງ​ນັ້ນ​ແລ້ວ, ​ເງິ​ນແຮຝາກ​ບັງຄັບ​ລ້ວນ​ແຕ່​ຕ້ອງ​ບັນຊີ ​ແລະ​ຝາກ​ໄວ້​ຢູ່​ນຳ​ທະນາຄານ​ກາງ ​ແລະ ​ບໍ່​ໄດ້​ຮັບ​ດອກ​ເບັ້ຍ, ​ເຖິງ​ວ່າ​ບັນດາ​ມະ​ນາຄາ​ນທຸລະ​ກິດ​ຍັງ​ຕ້ອງ​ໄດ້​ຈ່າຍ​ດອກ​ເບັ້ຍສຳລັບ​ຮ່ວງ​ເງິນ​ຝາ​ກທະນາຄານ​ຂອງ​ຕົນ​ກໍຕາມ, ​ເປັອັນ​ວ່າ, ​ເມື່ອ​ລະດັບ​ແຮ​ສຳຮອງ​ເພີ່ມ​ຂຶ້ນ,ມັນ​ຮຽກຮ່ອງ​ໃຫ້​ທະນາ​ຄານ​ທຸລະ​ກິດຕ້ອງ​ໄດ້​ເພີ່ມ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ສຳລັບ​ພື້ນຖານ​ເສດຖະກິດ, ລາຄາ​ບັນດາ​ຮ່ວງ​ເງິນ​ກູ້​ຈະ​ແພງ​ກວ່າ, ຄວາມ​ສາມາດ​ກູ້​ຢືມ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ​ຫລຸດ​ລົງ​ແລະຕາມ​ນັ້ນມາ​ປະລິມານ​ເງິນ​ສະໜອງກໍ່​ຫລຸດ​ລົງ​ເຊັ່ນ​ກັນ. ກົງກັນຂ້າມ, ​ເມື່ອ​ອັດຕາ​ສ່ວນ​ເງິນ​ແຮ​ຝາກ​ບັງຄັບ​ຫລຸດ​ລົງ,ບັນດາ​ທະນາຄານ​ທຸລະ​ກິດມີ​ໂອກາດ​ຫລຸດ​ດອກ​ເບັ້ຍ​ເງິນ​ກູ້​ສຳລັບ​ພື້ນຖານ​ເສດຖະກິດ,ລາຄາ​ຮ່ວງ​ເງິນ​ກູ້​ຈະ​ຖືກ​ກວ່າ, ​ເພີ່ມ​ຄວາມ​ສາມາດ​ໃຫ້​ກູ້​ຢືຂອງ​ບັນດາ​ທະນາ ຄານທຸລະ​ກິດ ​ແລະ​ຈາກ​ນັ້ນມາ​ປະລິມານ​ເງິນ​ສະໜອງກໍ່​ຈະ​ເພີ່ມ​ຂຶ້ນ.

ປະຈຸ​ບັນນີ້, ເຄື່ອງມື ​ເງິນ​ແຮ​ຝາກ​ບັງຄັບ​ດຳລົງ​ບົດບາດ​ບໍ່​ສຳ​ຄັນ​ພໍ​ປານ​ໃດ  ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະ ຕິບັດ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ກາງ, ​ເພາະວ່າມັນ​ສັບສົນ, ຂາດ​ຄວາມ​ໄຫວ​ຕົວ, ມີ​ຜົນ​ສະທ້ອນ​​ເຖິງ​ກຳ​ໄລ​ຂອງ​ທະ ນາຄາ​ນທຸລະ​ກິດ.

ເຄື່ອງມື​ທັງ​ສາມ​ຢ່າງຂອງ​ນະ​ໂຍບາຍ​ເງິນຕາ​ເທິງ​ນັ້ນ ມັກ​ຈະ​ນຳ​ໃຊ້​ປະ​ເທດ​ທີ່​ມີ​ການ​ຂະຫຍາຍຕົວ​ຕາມ​ກົນ​ໄກ​ຕະຫຼາ​ດ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ສ່ວນ​ຢູ່​ບັນດາ​ປະ​ເທດ​ທີ່​ບໍ່​ທັນ​ຂະຫຍາ​ຂຕົວ, ​ໃນ​ເມື່ອ​ບັນດາ​ເຄື່ອງມື​ເງິນຕາ​ຂ້າງ​ເທິງ​ໄດ້​ຮັບ​ການ​ນຳ​ໃຊ້​ແຕ່​ຍັງ​ມີ​ອັນ​ຈຳ​ກັດ​ຫຼາຍ​ຢ່າ​ງຢູ່​ນັ້ນ, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ, ບັນດາ​ປະ​ເທດ​ເຫຼົາ​ນັ້ນ ອາດ​ຈະ​ນຳ​ໃຊ້​ເຄື່ອງມື​ຊ່ວຍ​ໜູນ​ອື່ນໆ​ຈຳນວນ​ໜຶ່​ງ​ອີກ, ຄື: ຄວບ​ຄຸມ​ຂອບ​ເຂດ​ສິນ​ເຊື່ອ, ຄວບ​ຄຸມ​ດອກ​ເບັ້ຍ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ.

7.3.4.ການຄວບຄຸມເພດານສິນເຊື່ອ.

ຂອບ​ເຂດ​ສິນ​ເຊື່ອ ​ໄດ້​ຮັບ​ການ​ກຳ​ນົດ ບົນ​ພື້ນຖານ​ຄາດໝາຍ​ການ​​ເຕີບ​ໂຕ​ເສດ​ຖະກິດ  ​ແລະ ຄາດໝາຍ​ເງິນ​ເຟີ້ ທີ່​ຄາດ​ຄະ​ເນ​ໃນ​ແຕ່ລະ​ປີ, ນອກຈາກ​ນັ້ນ​ແລ້ວ ຍັງ​ອີງ​ໃສ່​ສັນຍານ​ອື່ນໆ ຈຳນວນ​ໜຶ່ງ​ຂອງ​ຕະຫຼາດ, ຄື​ເ ອັດຕາ​ສ່ວນ​ໄພ​ຫວ່າງ​ງານ, ອັດຕາ​ແລກປ່ຽນ​, ຂາດ​ດຸ່ນງົບປະມານ​ແຫ່ງ​ລັດ, ຄວາມ​ໄວ​ຂອງ​ການ​ຈໍລະ​ຈອນ​ເງິນຕາ, ບົນ​ພື້ນຖານ​ດັ່ງກ່າວ​ນັ້ນ, ຂອບ​ເຂດ​ສິນ​ເຊື່ອ​ຈຶ່ງ​ແບ່ງ​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ, ​ໃນ​ແຕ່ລະ​ໄລຍະ​ໃຫ້​ສອດຄ່ອງ​ກັບ​ຈຸດໝາຍ​ຂອງ​ນະ​ໂຍບາຍ​ເງິນຕາ.

​ເພື່ອ​ຈຳກັດ​ການ​ສ້າງ​ເງິນ​ທີ່​ເກີນ​ລະດັບ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ ອັນ​ເຮັດ​ໃຫ້​ປະລິມານ​ການ​ສະໜອງ​ເງິນ ຢູ່​ໃນ​ພື້ນຖານ​ເສດຖະກິດ ​ເພີ່ມ​ຂຶ້ນ​ນັ້ນ, ທະນາຄານ​ກາງ ກຳນົດ​ຂອບ​ເຂດ​ສິນ​ເຊື່ອ​ສູງ​ສຸດ​ໃຫ້​ແກ່​ແຕ່ລະ​ທະນາຄານ​ທຸລະ​ກິດ. ສ່ວນ​ຫຼາຍ​ໃນຂອບ​ເຂດ​ສະ​ເພາະ​​ເຫຼົ່າ​ນີ້ ​ໄດ້​ຮັບ​ການ​ກຳນົດ ​ໂດຍ​ອີກ​ໃສ່​ອັດຕາ​ສ່ວນ​ໃຫ້​ກູ້​ຢືມ​ຂອງ​ມັນ​ໃນ​ອະດີດ ທຽບ​ໃສ່ລວມຍອດ​ການ​ໃຫ້​ກູ້​ຢືມ​ຂອງ​ລະ​ບົບທະນາຄານ. ທະນາຄານທຸລະ​ກິດ​ສາມາດ​ສະໜອງ​ສິນ​ເຊື່ອ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ໄດ້​ສູງ​ສຸດ​ເທົ່າ​ກັບ​ຂອບ​ເຂດ​ລະດັບ​ສິນ​ເຊື່ອ​ທີ່​ໄດ້​ກຳນົດ​ໃຫ້​ເທົ່າ​ນັ້ນ.

ຂອບ​ເຂ​ດສິນ​ເຊື່ອ​ທະນາຄານ​ກາງ​ນຳ​ໃຊ້​ຄື​ກັນ​ກັບ​ເຄື່ອມື​ໜຶ່ງ​ທີ່​ສຳຄັນ​ຂອງ​ນະ​ໂຍບາຍ​ເງິນຕາ, ​ໃນ​ເມື່ອ​ເຄື່ອງມື​ແບບ​ມູນ​ເຊື້ອ​ນັ້ນ​ຂາດ​ປະສິດທິ​ຜົນ, ​ແຕ່​ແນ່ນອນ​ວ່າ, ການ​ຄວບ​ຄຸມ​ຂ​ອບ​ເຂດ​ສິນ​ເຊື່ອນັ້ນ ອາດ​ຈະ​ເຮັດ​ໃຫ້​ດອກ​ເບັ້ຍ​ທ້ອງ​ທະ​ຫຼາດ​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້ການ​ແກ້ງ​ແຍ້​ງ​ແຂ່ງຂັນ​ລະ​ຫວ່າງ​ທະນາ​ຄານ​ທຸລະ​ກິດ​ຫຼຸດ​ລົງ, ​ເຮັດ​ໃຫ້​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ​ຜິດ​ເຂ​ວ​ໄປ, ​ເກີດ​ມື​ຕະຫຼາດການ​ເງິນ “ມືດ” ຢູ່​ນອກ​ການ​ຄວບ​ຄຸມ​ຂອງ​ທະນາຄານ​ກາງ, ອັນ​ສ້າງ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ​ໃຫ້​ແກ່​ວິ​ສາ​ຫະກິດ​ນ້ອຍ.

7.3.5.ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ.

        ເມື່ອ​ນຳ​​ໃຊ້​ບັນດາ​ເຄື່ອງມື​ນະ​ໂຍບາຍ​​ເງິນຕາ​ຂອງ​ທະນາຄານ​ກາງ (ຕະຫລາດ​ເປີດ, ຮັບ​ຊ່ວງ​ຊື້​ຫລຸດ, ອັດຕາ​ສ່ວນ ​ເງິນ​ແຮ​ຝາກ​ບັງຄັບ, ​ຂອບ​ເຂດ​ສິນ​ເຊື່ອ) ນັ້ນ ລ້ວນ​ແຕ່​ມີ​ການ​ກະທົບ​ເຖິງ​ດອກ​ເບັ້ຍ​ໃຫ້​ກູ້​ຢືມ​ຂອງ​ບັນດາ ທະນາຄານ​ທຸລະ​ກິດ ສຳລັບ​ພື້ນຖານ​ເສດຖະກິດ. ​ໃນ​ນັ້ນ, ພິ​ເສດ​ແມ່ນ​ດອກ​ເບັ້ຍ​ຮັບ​ຊ່ວງ​ຊື້​ຫລຸດ​ຂອງ​ທະ​ນາ​ຄານ​ກາງ ຈະ​ກະທົບ​ແຮງ​​ໃສ່​ດອກ​ເບັ້ຍ​ໃຫ້​ກູ້​ຢືມ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ. ​ແຕ່​ວ່າ, ​ເມື່ອບັນດາ​ເຄື່ອງມື​ຂ້າງ​ເທິງ​ເຄື່ອນ​ໄຫວ​ບໍ່​ທັນ​ມີ​ປະສິດທິ​ຜົນ​ນັ້ນ, ທະນາຄານ​ກາງ​ສາມາດ​ກຳນົດ​ກອບ​ດອກ​ເບັ້ຍ ຫລື​​ເພດານ​ດອກ​ເບັ້ຍ​ໃຫ້​ກູ້​ຢືມ​ຂອງ​ທະນາຄານ​ທຸລະ​ກິດ ​ໄດ້​ໂດຍ​ກົງ. ​ເພື່ອ​ຫລີກ​ເວັ້ນຄວາມ​ສ່ຽງ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ບັນດາ​ທະນາຄານ. ທະນາຄານ​ກາງ​ມັກ​ຈະ​ກຳນົດ​ລະດັບ​ດອກ​ເບັ້ຍ ສູງ​ສຸດ​ໃຫ້​ແກ່​ເງິນ​ຝາກ ​ແລະ​ເພດານ​ດອກ​ເບັ້ຍ​ຕ່ຳ​ສຸດ​ໃຫ້​ແກ່​ເງິນ​ກູ້. ຖ້າວ່າ​ເພື່ອ​ຮັບປະກັນ​ສິດຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ລູກ​ຄ້າ​ຂອງ​ທະນາຄານ​ທຸລະ​ກິດ​ນັ້ນ, ທະນາຄານ​ກາງ​ມັກ​ຈະ​ກຳນົດ​ໃນ​ທາງ​ທີ່​ກົງກັນຂ້າມ​ດັ່ງ​ນີ້: ລະດັບ​ດອກ​ເບັ້ຍ​ຕ່ຳ​ສຸດ​ໃຫ້​ແກ​ເງິນ​ຝາກ ​ແລະ​ລະດັບ​ສູງ​ສຸດ​ໃຫ້​ແກ່​ເງິນ​ກູ້. ທະນາຄານ​ກາງ​ຢາກ​ຄວບ​ຄຸມ​ດອກ​ເບັ້ຍ​ໃຫ້​ໄດ້ ​ເພາະວ່າ ດອກ​ເບັ້ຍ​ມີ​ຜົນ​ກະທົບ​​ແຮງ​ຕໍ່​ການ​ປະຢັດ ​ແລະ​ການ​ລົງທຶນ, ຈາກ​ນັ້ນ ກະທົບ​ເຂົ້າ​ໃສ່​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ​ລາຄາ.

        ແຕ່​ແນ່ນອນ​ວ່າ, ການ​ຄວບ​ຄຸມ​ດອກ​ເບັ້ຍ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ​ນັ້ນ ຈະ​ເປັນ​ການ​ທຳລາຍ​ມ້າງ​ການ ​ແກ້ງ​ແຍ້​ງ​ແຂ່ງຂັນ​ການ​ເຄື່ອນ​ໄຫວ​ຂອງ​ທະນຄານ​ທຸລະ​ກິດ​ໄປ​ໃນ​ຕົວ. ປະຈຸ​ບັນ​ນີ້, ບັນດາ​ປະ​ເທດ​ທີ່​ພັດທະນາ ​ແລະ​ກຳລັງ​ພັດທະນາ​​ໄດ້​ຫັນ ​ແລະ​ພວມ​ຫັນ​ໄປ​ສູ່​ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ເອົາ​ດອກ​ເບ້​ຍທະນາຄານ​ເປັນ​ເສລີ.

7.4.ນະໂຍບາຍເງິນຕາແຫ່ງຊາດ

ມີນະໂຍບາຍດັ່ງນີ້:

  • ຈຸດໝາຍຂອງນະໂຍບາຍເງິນຕາແຫ່ງຊາດ

  • ບັນດາທັດສະນະພື້ນຖານ

  • ເນື້ອໃນຂອງນະໂຍບາຍການເງິນ

7.4.1.ຈຸດໝາຍນະໂຍບາຍເງິນຕາແຫ່ງຊາດ.

ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ແຫ່ງ​ຊາດ​ຢູ່​ປະ​ເທດ​ເຮົາ ​ແມ່ນ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ຈຸດໝາຍພື້ນ​ຖານ​ຄື​ດັ່ງ​ລຸ່ມ​ນີ້:

ຈຸດໝາຍພື້ນຖານ​ອັນ​ທີໜຶ່ງ: ກໍ່ສ້າງ​ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ດ້ານ​ການ​ເງິນ​ຂອງ​ປະ​ເທດ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ດ້ານ​ການ​ເງິນ​ຂອງ​ລັດ ​ແລະ ການ​ເງິນ​ວິ​ສາ​ຫະກິດ. ຮັບປະກັນ​ຄວາມ​ຕ້ອງການ​ທາງ​ດ້ານ​ທືນຮອນ ​ໄປ​ຄຽງຄູ່​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ນຳ​ໃຊ້​ທຶນ​ພາຍ​ໃນ​ປະ​ເທດສູ້​ຊົນ​ໃຫ້​ບັນ​ລຸ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທີ່​ສູງ (​ແຕ່ 7-10 % /ປີ) ດ້ວຍ​​ໂຄງ​ປະກອບ​ເສດຖະກິດ​ທີ່​ສົມ​ເຫດ​ສົມ​ຜົນ, ຊຸກຍູ້​ຄວາມ​ກ້າວໜ້າທາງວິທະຍາສາດ​ເຕັກນິກ​ຢ່າງ​ແຂງ​ແຮງ, ​ເພື່ອ​ການ​ສະ​ສົມ​ຈາກ​ພາຍ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ, ປັບປຸງ​ການ​ດຸນ​ຊຳລະ​ສາ​ສາງ​ກັບ​ສາກົນ.

ຈຸດໝາຍພື້ນຖານ​ອັນ​ທີ​ສອງ: ຄວບ​ຄຸມ​ເງິນ​ເຟີ້: ການ​ປະຕິ​ຮູ​ບນະ​ໂຍບາຍ​ການ​ເງິນ, ພິ​ເສດ​ແມ່ນ​ນະ​​ໂຍບາຍ​ພາສີ​ອາກອນ ​ແລະ ​ໂຄງ​ປະກອບ​ລາຍ​ຮັບ - ລາຍ​ຈ່າຍ​ງົບປະມານ, ຈຳກັດ​ໄພພິບັດ​ທີ່​ຈະ​ພາ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ກັບ​ຄືນ​ມາ​ອີກ  ​ແລະ ກ້າວ​ໄປ​​ເຖິງ​ການ​ຄວບ​ຄຸມ​ເງິນ​ເຟີ້​ໄດ້,​​ເຮັດ​ໃຫ້​ລາຄາ ​ແລະ ຄວາມ​ສາມາດ​ຊື້ ຂອງ​ສະກຸນ​ເງິນ​ມີ​ສະຖຽນນະພາ​ບ, ສ້າງ​ເງື່ອນ​ໄຂ, ອຳນວຍ​ສະພາບ​ແວດ​ລ້ອມ​ໃຫ້​ແກ່​ການ​ຜະລິດ​ຂະຫຍາຍຕົວ, ​ເຮັດ​ໃຫ້​ສະພາບ​ເສດຖະກິດ​ສັງຄົມ​ມີ​ຄວາມ​ສະຫງົບ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ.

ຈຸດໝາຍພື້ນຖານ​ອັນ​ທີ​ສາມ: ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ, ​ເປີດ​ກ້ວາງ​ຂະ​ແໜງວິຊາ​ຊີບ, ​ແກ້​ໄຂ​ໄພ​ຫວ່າງ​ງານ​ຢ່າງ​ເໝາະສົມດ ຍົກ​ສູງຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ,​ວັດທະນະທຳ​ຂອງ​ປະຊາຊົນ,​ປະຕິບັດ​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ, ຮັບປະກັນ​ວຽກງານ​ປ້ອງ​ກັນຊາ​ດ - ປ້ອງກັນ​ຄວາມ​ສະຫງົບ​ເປັນ​ຢ່າງ​ດີ.

ປະຈຸ​ບັນນີ້,​ ວິວັດ​ແຫ່ງ​ການ​ປ່ຽນ​ແປງ​ກົນ​ໄກ​ເສດຖະກິດ​ຕະຫຼາດຢູ່​ປະ​ເທດ​ເຮົາ ດຳ​ເນີນ​ໄປ​ໄວ​ພໍ​ສົມຄວນ, ​ໃນ​ສະພາບ​ແວດ​ລ້ອມ​ທີ່​ພື້ນຖານ​ເສດຖະກິດ​ຍັງພົບ​ຄວາມ​ຫຍຸ້ງຍາກ, ​ແຫຼ່ງການ​ເງິນ​ຍັງ​ຈຳກັດ​ຮັດ​ແຄບ ​ແຕ່​ຊໍ້າ​ຜັດ​ໄດ້​ຮັບ​ມື​ກັບ​ການ​ທ້າ​ທາຍ​ອັນ​ໃຫ່ຍຫຼວງ  ​ແລະ ສິ່ງທີ່​ຕ້ອງ​ເປັນ​ໄປ​ຂອງ​ບັນດາ​ປັດ​ໃຈ​ໃນ​ສະ​ໃໝ​ໃໝ່.​ ສະນັ້ນ,​ ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ​ຕ້ອງ​ໄດ້​ຮັບ​ການ​ສ້າງ​ຂຶ້ນບົນ​ປະ​ຖົມ​ປັດ​ໃຈ​ຂອງ​ຄວາມ​ຮັບ​ຮູ້​ໃໝ່ກ່ຽວກັບ​ເສດຖະກິດ, ສັງຄົມ​ສາດ ​ແລະ ບັນດາ​ສະຕິ​ປັນຍາ​ໃໝ່ກ່ຽວກັບ​ການ​ຄວບ​ຄຸມ​ເງິນຕາ​ຂອງ​ມວນ​ມະນຸດ. ຄວາມ​ລະມັດລະວັງ​ໃນ​ບັນດາ​ຮູບ​ແບບ​ການ​ເງິນ​ທີ່​ເໝາະສົມ, ບັນດາ​ບາດກ້າວ​ເດີນ​ທີ່ໜັກ​ແໜ້ນນັ້ນ​ແມ່ນ​ຈຳ​ເປັນ​ທີ່​ສຸດ,​​ແຕ່​ຕ້ອງ​ໄດ້​ເດັ​ດດ່ຽວຕ້ານ​ກັບ​ນະ​ໂຍບາຍ​ອັນ​ເກົ່າ, ສະ​ງັກຊັກ​ຊ້າ ຫຼື ​ເສລີ​ຊະຊາຍ, ປ່ອຍປະ​ລະ​ເລີຍ​ໃນ​ການ​ຄຸ້ມ​ຄອງ​ກາ​ນ​ເງິນ. ບົນ​ພື້ນຖານ​ສິ່ງ​ດັ່ງກ່າວ​ນັ້ນ, ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ​ຕ້ອງ​ເຊື່ອມ​ຊືມບັນດາ​ທັດສະນະ​ພື້ນຖານ​ດັ່ງ​ລຸ່ມ​ນີ້:

7.4.2.ບັນດາທັດສະນະພື້ນຖານ.

ທັດສະນະ​ທີ 1: ສຸມ​ທຸກ​ກຳລັງ​ແຮງ​ເຂົ້າ​ໃນ​ການ​ຫັນ​ກົນ​ໄກ​ຄຸ້ມ​ຄອງ​ນະ​ໂຍບາຍ​ການ​ເງິນ -​ ເງິນຕາ ​ແບບ​ “ ປຸກລະດົມ​ລວມສູນ” ​ໄປ​ສູ່​ນະ​ໂຍບາຍ​ການ​ເງິນ ​ແບບ​ແບ່ງ​ສິດ​ເປັນ​ເຈົ້າຕົນ​ເອງ, ມອບ​ໃຫ້​ວິ​ສາ​ຫະກິດ​ທີ່​ຂຶ້ນກັບ​ທຸກ​ພາກສ່ວນ​ເສດຖະກິດ​ຮັບຜິດຊອບ​ເອົງການ​ເງິນ​ຕົນ​ເອງ, ຕາມ​ກົນ​ໄກ​ຕະຫຼາດ ​ແລະ ຕາມ​ທິດ​ສັງຄົມ​ນິຍົມ, ຮັບປະກັນ​ຄວາມ​ສະ​ເໝີພາບ​ດ້ານ​ຜົນ​ປະ​ບັນ​ບັນດາ​ພາກສ່ວນ​ເສດຖະກິດ​ດ້ວຍ​ກັນ ຕາມຫຼັກການ​ເພື່ອ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ.

ທັດສະນະ​ທີ 2: ຈຳ​ແນ​ກ​ໃຫ້​ແຈ້ງລະຫວ່າງ​ພາລະ​ບົດບາດ, ໜ້າທີ່​ການ​ເງິນ​ຂອງ​ລັດ ​ແລະ ການ​ເງິນ​ຂອງ​ວິ​ສາ​ຫະກິດ, ​ໃນ​ນັ້ນ ການ​ເງິນ​ຂອງ​ລັດ​ປະຕິບັດ​ບົດບາດ​ການ​ເງິນ​ຂອງ​ທາງ​ສັງຄົມ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ເປັນຕົ້ນຕໍ ​ແລະ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ລາຍ​ຮັບ - ລາຍ​ຈ່າຍ​ຂອງ​ຕົນ​ເພື່ອ​ດັດສົມ​ຜົນ​ປະ​ໂຫຍ​ດ, ກຳນົດ​ທິດ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ. ການ​ເງິນ​ວິ​ສາ​ຫະກິດ​ຕ້ອງ​ຮັບຜິດຊອບ​ທັງໝົດ ກ່ຽວກັບ​ການ​ຮັກສາ, ​ເປີດ​ກວ້າງ ​ແລະ ຂະຫຍາຍ​ການ​ຜະລິກຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ການ​ກຳນົດ​ທິດ​ຂອງ​ລັດ ບົນຫຼັກການ​ເຮັດ​ໃຫ້ການ​ຜະລິດ,​ຜົນ​ຜະລິດ​ຂອງ​ຕົນ​ມີ​ຜົນ​ກຳ​ໄລ​ສູງ​ສຸດ.

ທັດສະນະ​ທີ 3: ຈຳ​ແນ​ກ​ໃຫ້​ແຈ້ງ ລະຫວ່າງ​ພາລະ​ບົດບາດ, ໜ້າທີ່​ການ​ເງິນ​ຂອງ​ລັດ ​ແລະ ທະນາຄານ​ ​ໃນ​ນັ້ນ ການ​ເງິນ​ຂອງ​ລັດ (ຄັງ​ເງິນ​ແຫ່ງ​ຊາດ) ​ແມ່ນ​ລູກ​ຄ້າ​ຂອງ​ທະນາຄານ; ພ້ອມ​ກັນນັ້ນ ທະນະ​ຄານ​ເປັນ​ຜູ້​ຄຸ້ມ​ຄອງ​ການ​ເງິນ​ຂອງ​ລັດ​ໃນ​ກອບ​ລະບຽບກົດໝາຍ​ໄດ້​ກຳນົດ.

  ທັດສະນະ​ທີ 4: ປະຕິບັດ​ກົນ​ໄກ​ການ​ເງິນ​ເປີດ​ທີ່​ຖືກຕ້ອງ, ບໍ່​ໃຫ້​ຖື​ເອົາ​ແຕ່​ການ​ດຸ່ນດ່ຽງງົບປະມານ​ພຽງຢ່າງ​ດຽວ ​ເປັນ​ຈຸດໝາຍຂອງ​ນະ​ໂຍບາຍ​ການ​ເງິນ, ​ແຜນ​ງົບ​ປະມານ​ຂາດ​ດຸນ ຫຼື ​ເກີນ​ດຸນ ບໍ່ໝາຍວ່າ​ມີ​ຄວາມ​ສຳ​ຄັນໜ້ອຍ ທຽບ​ໃສ່​ແຜນງົບປະມານ​ດຸ່ນດ່ຽງ, ມັນ​ລ້ວນ​ແຕ່​ເປັນ​ເຄື່ອງມື​ທາງ​ດ້ານ​ການ​ເງິນ​ທີ່​ມີ​ຄວາມ​ເໝາະສົມ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ແຕ່ລະ​ໄລຍະ ລັດ​ສາມາດ​ນຳ​ໃຊ້​ເພື່ອ​ກະທົບ​ເຂົ້າ​ໃສ່​ຂະໜາດ ​ແລະ ວິທີ​ການ​ພັດທະນາ​ເສດຖະກິດ-ສັງຄົມ (ກະຕຸກ​ຊຸກຍູ້ ຫຼື ຈຳກັດ​ການ​ເຕີບ​ໂຕ...) ​ເຊັ່ນ​ວ່າ ການ​ຮັກສາ​ງົບປະມານ​ໃຫ້ “ພໍ​ດ້າມ​ພໍດີ” ອາດ​ເປັນ​ໄພພິບັດ​ພາ​ໃຫ້​ເກີດ​ໄພ​ເງິນ​ເຟີ້ ກໍ່​ເປັນ​ໄດ້, ​ແຕ່​ການ​ເຮັດ​ຄື​ແນວ​ນັ້ນມັນ​ເປັນ​ການສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງສາ​ສົມ​ທືນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ​​ເພີ່ມ​ຄວາມ​ຕ້ອງການ​ໃຫ້​ແກ່​ຜູ້​ຊົມ​ໃຊ້, ຈາກ​ນັ້ນ, ມັນ​ຈະ​ກະຕຸກ​ຊຸກຍູ້​ການ​ລົງ​ທືນຂະຫຍາຍ​ການ​ຜະລິດ, ​ເພີ່ມ​ວຽກ​ເຮັດ​ງານ​ທຳ, ​ເປີດ​ກ້ວາງ​ຈະຫຼາດການຈຳໜ່າຍ ​ແລະ ຊຸກ​ຍູ້​ການ​ເຕີບ​​ໂຕ​ທາງດ້ານ​ສ​ເດ​ຖະກິດ.

ທັດສະນະ​ທີ 5: ນະ​ໂຍບາຍ​ການ​ເງິນ​ຕ້ອງ​ປົດ​ປ່ອຍ​ແຫຼ່ງ​ເງິນ​ທືນພາຍ​ໃນ​ປະ​ເທດ ຂອງ​ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ຂອງ​ທົ່ວ​ປະ​ເທດ ​ໃຫ້​ໄດ້​ຢ່າງ​ຂາດ​ຕົວ​ເພື່ອ​ຮັບປະກັນ​ລະດົມ​ແຫຼ່ງທືນ​ໄດ້​ໄວ, ນຳ​ໃຊ້​ບັນດາ​ແຫຼ່ງທືນຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ, ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ເສດ​ຖະກິດ ​ແລະ ການ​ພົວພັນ​ການ​ເງິນ​ກັບ​ຕ່າງປະ​ເທດ ​ເພື່ຶດືງດູດ​ບັນດາ​ແຫຼ່ງທືນຈາກ​ຕ່າງປະ​ເທດຢ່າງ​​ແຂງ​ແຮງ, ທັງ​ເປັນ​ການ​ຍາດ​ແຍ່ງ​ເອົາ​ເຕັກ​ນີກທີ່​ກ້າວໜ້າ ຕິດ​ພັນ​ລະຫວ່າງ​ຕະຫຼາດທືນພາຍ​ໃນ​ປະ​ເທດ ກັບ​ຕະຫຼາດທືນສາກົນ, ຈາກ​ນັ້ນ​ເຂົ້າ​ຮ່ວມ​ການ​ແບ່ງ​ງານ​ໃນ​ສາກົນ ​ໃຫ້​ນັບ​ມື້​ລົງ​ສູ່​ລວງ​ເລີກ.

ທັດສະນະ​ທີ 6: ​ເພື່ອ​ແຈກ​ຢາຍ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງການ​ເງິນ ​ແນ່​ໃສ່​ຮັບປະກັນ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະກອບ​ເສດ​ຖະກິດ​ທີ່​ສົມ​ເຫດ, ສົມ​ຜົນ ​ແລະ ມີ​ປະສິດທິ​ຜົນ​ນັ້ນ, ນະ​ໂຍບາຍ​ການ​ແຫ່ງ​ລັດ​ຕ້ອງ​ກຳນົດ​ແຈ້ງ​ບັນດາ​ຈູດໝາຍບໍລິ​ມາດ​ສິດ​ໃນ​ການ​ພັດທະນາ, ​ແນ່​ໃສ​ຂົງ​ເຂດ​ທີ່​ໄດ້​ອະນຸຍາດ​ໃຫ້​ສ້າງ​ລາຍ​ຮັບ​ເປັນ​ເງິນຕາ​ຕ່າງປະ​ເທດ, ຮັບປະກັນ​ຄວາມ​ສາມາດ​ໃຊ້ໜີ້, ດືງດູດ​ເອົາ​ກຳລັງ​ຄົນ​ໄດ້ຫຼາຍ ( ທືນ​ແມ່ນ​ທ່າ​ແຮງໜື່ງຂອງ​ປະ​ເທດ​ເຮົາ)  ​ແລະ ຊຸກ​ຍູ້​ການ​ພັດທະນາ​ເທັກ​ໂນ​ໂລ​ຊີ​ໃຫມ່ ​ແລະ ​ເຕັກນິກ​ທີ່​ກ້າວໜ້າ.

ທັດສະນະ​ທີ 7: ການ​ສ້າງ ​ແລະ ປະ​ຕິ​ບັດ​ນະ​ໂຍບາຍ​ການ​ເງິນ ຕ້ອງ​ຢືນ​ຢູ່​ໃນ​ທັດສະນະ​ເຮັດ​ຢ່າງ​ເປັນ​ລະບົບ, ວາງ​ຢູ່​ກັບ​ສາຍ​ພົວພັນ​ກັບ​ການ​ປ່ຽນ​ແປງ​ໃຫມ່ ທາງ​ດ້ານ​ນະ​ໂຍບາຍ, ​ເຄື່ອງມື​ອື່ນໆຄື:ນະ​ໂຍບາຍ​ເງິນຕາ - ສິນ​ເຊື່ອ, ນະ​ໂຍບາຍ​ລາຄາ ​ແລະ ລາຍ​ໄດ້, ນະ​ໂຍບາຍ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ,... ​ແນ່​ໃສ​ສ້າງ​ກຳລັງ​ແຮງສັງ​ລວມ ​ແລະ​ຫັນປ່ຽນ​ການ​ເຄື່ອງ​ໄຫວ​ເສດຖະກິດ​ຢ່າງ​ຄົບ​ຊຸດ, ​ຫລີກ​ເວັ້ນສະພາວະ​ໄຄວ່​ຂີນ, ຈຳກັດ​ຊຶ່ງ​ກັນ ​ແລະ​ກັນ.

ທັດສະນະ​ທີ 8: ການ​ສ້າງ ​ແລະ​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ​ປະ​ເທດ​ເຮົາ ​ໃນ​ເງື່ອນ​ໄຂ​ທີ່​ມີ​ຄວາມ​ຮູ້​ຍັງ​ບໍ່​ທັນ​ພຽງພໍ ​ແລະ​ຂາດ​ປະສົບ​ການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ​ນັ້ນ, ບັນຫາ​ທຶນ​ແມ່ນ​ຂົງ​ເຂດ​ສຸດ​ທີ່​ສັບ​ສົນ ຢູ່​ໃນ​ກົນ​ໄກ​ເສດຖະກິດ​ຕະຫລາດ, ຍ້ອນ​​ແນວ​ນັ້ນ, ຕ້ອງ​ໄດ້​ເອົາ​ໃນ​ໃສ່​ເປັນ​ສຳຄັນ​ຕໍ່​ການ​ຄົ້ນ​ຄວ້າ ສຳ​ຫລວດ, ສະ​ສົມ ທ້ອນ​ໂຮມ​ປະສົບ​ການ, ຈັດ​ຕັ້ງ​ການ​ກໍ່ສ້າງ ​ແລະ ​ເຮັດ​ທົດ​ລອງ​ບັນດາ​ຮູບ​ຖານ​ທີ່​ເໝາະ​ສົມ; ຫລີກ​ລຽງ​ສະພາວະ​ຮັກສາ​ເດີມ, ​ລັ່ງໆ​ເລໆ ຫລື​ອັດຕະວິ​ໄສ​ຟ້າວ​ຟັ່ງ, ສ້າງ​ສິ່ງ​ກີດຂວາງ​ຕໍ່​ພື້ນຖານ​ການ​ເງິນ​ແຫ່ງ​ຊາດ.

ທັດສະນະ​ທີ 9: ຖື​ເປັນ​ສຳຄັນ​ຕໍ່​ການ​ປັບປຸງ ​ແລະ​ຍົງ​ສູງ​ລັກສະນະ​ກົດ​ບັນຍັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ເງິນ, ປັບປຸງ​ບູລະນະ​ລະບົບ​ເອກະສານ ກົດໝາຍ​ການ​ເງິນ, ສົ່ງ​ເສີມ​ໃຫ້​ບຸກຄົນ, ນິຕິບຸກຄົນ ​ເຂົ້າ​ຮ່ວມ​​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຢູ່​ໃນ​ຂອບ​ເຂດ​ຂອງກົດໝາຍອະນຸຍາດ, ​ເພີ່ມ​ທະວີ​ບົດບາດ​ຄວບ​ຄຸມ ​ແລະ​ກວດກາ ການ​ເງິນ, ການ​ບໍລິຫານ ດ້ານ​ລາຍ​ຮັບ ລາຍ​ຈ່າຍ ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ.

7.4.3.ເນື້ອໃນຂອງນະໂຍບາຍການເງິນ.

7.4.3.1.ນະໂຍບາຍກ່ຽວກັບທຶນ.

ກ່ອນ​ອື່ນ​ຫມົດ, ທຶນ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ອັນ​ດັບ​ໜຶ່ງ ​ເພື່ອ​ຮັກສາ ​ແລະ​ຂະຫຍາຍ​ການ​ຜະລິດ, ພ້ອມ​ກັນ​ນັ້ນ ມັນ​ກໍ່​ແມ່ນ​ພື້ນຖານ​​ເພື່ອ​ແຈກ​ຢາຍ​ກຳ​ໄລ ​ແລະ​ຕີ​ລາຄາ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ເສດຖະກິດ, ມັນ​ລວມມີ​ແຫ​ລ່ງວັດຖຸ ​ແລະ​ຊັບ​ສີນ​ຂອງ​ບັນດາ​ວິ​ສາ​ຫະກິດ, ​ແຫ​ລ່ງ​ເງິນສົດ ຫລື ບັນດາ​ຊັບ​ສີນ​ອື່ນໆ ທີ່​​ເກັບ​ໄວ້​ຢູ່​ນຳ​ປະຊາຊົນ, ​ເປັນ​ອັນວ່າ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ສ້າງ​ທຶນ ບັນຫາ​ພື້ນຖານ ຕ້ອງ​ປະຕິບັດ​ຫລັກການ​ຜົນປະ​ໂຫຍ​ດ ຂອງ​ຜູ້​ທີ່​ມີ​ທຶນ, ຍ້ອນ​​ແນວ​ນັ້ນ ການ​ນຳ​ໃຊ້​ທຶນ ຈຳ​ເປັນ​ຕ້ອງ​ປະຕິບັດ​ຫລັກການ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ. ເວົ້າ​ຢ່າງ​ອື່ນ, ນະ​ໂຍບາຍ​ການ​ສ້າງ​ທຶນ ​ແລະ​ນຳ​ໃຊ້​ທຶນ ຕ້ອງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ​ປະຕິບັດ​ຕາມ​ກົດ​ເກນ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ພື້ນຖານ ​ເສດຖະກິດ​ຕະຫລາດ ​ແລະ​ປະກອບສ່ວນ​ທີ່​ຕັ້ງໜ້າ ​ເຂົ້າ​ໃນ​ການ​ສ້າງ​ຕະຫລາດ​ທຶນ, ​ຕະຫລາດ​ເງິນຕາ.

ຈຸດໝາຍ​ຂອງ​ນະ​ໂຍບາຍ​ການ​ສ້າງ​ທຶນ, ກ່ອນ​ອື່ນ​ຫມົດ ​ແລະ​ຕົ້ົນຕໍ​ແມ່​ສ້າງ​ສິ່ງ​ແວດ​ລ້ອມ​ທາງ​ດ້ານ​ເສດຖະກິດ ​ແລະ ປະຖົມ​ປັດ​ໄຈ​ດ້ານ​ກົດຫມາຍ ​ເພື່ອ​ຫັນປ່ຽນ​ທຸກ​ແຫ​ລ່ງ​ເງິນຕາ​ໃຫ້​ກາຍ​ເປັນ​ທຶນ, ມີ​ກຳ​ໄລ ​ແລະ​ເຕີບ​ໂຕ​ຢູ່​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຜະລິດ​ສຳ​ສັງ​ຄົມ. ບັນດາ​ແຫ​ລ່ງຕົ້ນຕໍ​ລວມມີ: ທຶນ​ລົງທຶນ​ທາງ​ດ້ານ​ເສດຖະກິດ​ຂອງ​ລັດ, ທຶນ​ມີ​ເອງ​ຂອງ​ບັນດາ​ວິ​ສາ​ຫະກິດ, ທຶນ​ເປັນ​ເງິນ ​ແລະ​ທຶນ​ບໍ່​​ໄດ້​ນຳ​ໃຊ້​ທີ່ຢູ່​ນຳ​ປະຊາຊົນ, ທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ​ອົງການ​ຈັດ​ຕັ້ງ ການ​ເງິນ​ສາກົນ.

​ເພື່ອ​ລະດົມ​ໄດ້​ທຸກ​ແຫ​ລ່ງທຶນ​ຂອງ​ສັງຄົມ​ ​ເພື່ອ​ມາ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ມັນ​ຮຽນ​ຮ້ອງ​ຕ້ອງ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ ​ແລະ​ວິທີ​ການ​ຄື​ດັ່ງ​ລຸ່ມ​ນີ້:

ຄວາມ​ຮັບຜິດຊອບ​ໃນ​ການ​ສ້າງ​ທຶນ ​ເພື່ອ​ຂະຫຍາຍ​ການ​ຜະລິດ​ທຸລະ​ກິດ ກ່ອນ​ອື່ນ​ຫມົດ​ແມ່ນ​ຂຶ້ນ​ກັບ​ບັນດາ​ວິ​ສາ​ຫະກິດ. ​ເປັນ​ອັນວ່າ, ຕ້ອງ​ເດັດດ່ຽວ​ແກ້​ໄຂ​ສະພາວະ​ການ​ເບີກ​ຈ່າຍ​ທຶນ​ແບບ​ຢົງ​ຢາຍ; ບັງຄັບ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ້ອງ​ເຕົ້າ​ໂຮມ​ທຶນ ​ຫລື​ຊອກ​ຫາ​ບັນດາ​ແຫ​ລ່ງທຶນ, ບັນດາ​ຮູບ​ການ​ລະດົມ​ທຶນ​ທີ່​ເຫມາະ​ສົມ ​ເພື່ອ​ສ້າງ​ເປັນ​ກຳ​ລັງ​ແຮງ​ດ້ານ​ການ​ເງິນ​ອັນ​ຈຳ​ເປັນ (​ເຊິ່ງຕາມ​ທຳ​ມະ​ດາ​ແລ້ວ ວິ​ສາ​ຫະກິດ​ໃດ​ໜຶ່ງ​ບໍ່​ອາດ​ມີ​ເອງ​ໄດ້) ​ໃຫ້​ແກ່​ການ​ພັດທະນາ, ​ເປີດ​ກວ້າງ​ການ​ຜະລິດ​ທຸລະ​ກິດ ​ແລະຮັບຜິດຊອບ​ດ້ວຍ​ຕົນ​ເອງ ຕາມ​ກົດ​ຫມາຍ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ທຶນ​ທີ່​ລະດົມ​ໄດ້ ລວມທັງ​ຜົນ​ປະ​ໂຫຍ​ດ ຂອງ​ເຂົາ​ເຈົ້າ​ນຳ​ອີກ, ພ້ອມ​ກັນ​ນ້ນ, ບັນດາ​ວິ​ສາ​ຫະກິດ ກໍ່​ມີ​ສິດ​ນຳ​ເອົາ​ທຶນ​ຂອງ​ຕົນ​ໄປ​ລົງທຶນ ​ເຂົ້າ​ໃສ່​ບັນດາ​ວິ​ສາ​ຫະກິດ​ອື່ນ ​ເພື່ອ​ຈຸດປະສົງ​ຫາ​ຜົນ​ກຳ​ໄລ, ກະຈາຍ​ຄວາມ​ສ່ຽງ ​ແລະ​ການ​ດຳ​ເນີນ​ທຸລະ​ກິດ.

ພັດທະນາ​ເສດຖະກິດ​ຫລາຍ​ພາກສ່ວນ​ໃຫ້​ເດັດຂາດ ​ແລະ​ຫັນ​ເປັນ​ລະບອບ​ລະບຽບການ (ກົດຫມາຍ​ລົງທຶນ​ພາຍ​ໃນ ປະ​ເທດ, ກົດຫມາຍ​ສືບ​ມູນ, ກົດຫມາຍ​ລົ້ມ​ລະລາຍ, ...) ​ແນ​ໃສ່​ປົດ​ປ່ອຍ​ທຸກ​ຄວາມ​ສາມາດ​ທາງ​ດ້ານ​ທຶນຮອນ​ຂອງ ທຸກ​ພາກສ່ວນ​ເສດຖະກິດ ​ແລະ​ປະຊາຊົນ, ປະຢັດ​ການ​ຊົມ​ໃຊ້​ທີ່​ຟູມ​ເຟືອຍ, ສຸ່ມ​ໃສ່​ການ​ລົງທຶນ ຂະຫຍາຍ​ການ​ຜະລິດ, ທຸລະ​ກິດ, ການ​ບໍລິການ.

ລັດ​ຫັນ​ທຶນ​ເອົາ​ວິ​ສາ​ຫະກິດ​ຂອງ​ລັດ​ຈ່ຳນວນ​ໜຶ່ງ​ເປັນ​ຮຸ້ນ​ສ່ວນ ​ເຊິ່ງກ່ອນ​ອື່ນ​ຫມົດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ ​ແລະ​ວິ​ສາ​ຫະກິດ​ທີ່​ເຮັດ​ການ​ຜະລິດ, ສ້າງ​ເປັນ​ບໍລິສັດ​ຮຸ້ນ​ສ່ວນ, ບໍລິສັດ​ປະສົມ. ນີ້​ເປັນ​ບັນຫາ​ທີ່​ມີຄວາມ​ຫມາຍ​ຍຸດ​ທະ​ສາດ​ທີ່​ສຳຄັນ ​ແນ່​ໃສ່​ຮັບປະກັນ​ໃຫ້​ລັດ​ກຳ​ໄດ້​ບັນດາ​ຂະ​ແໜງ​ການ​ເສດຖະກິດ​ທີ່​ເປັນ​ຫລັກ ​ແຫ​ລ່ງ, ທັງ​ມີ​ຄວາມ​ໝາຍ​ໃນ​ການ​ສ້າງ​ທຶນ, ຮັກສາ​ທຶນ ​ແລະ​ເພີ່ມ​ປະສິດທິ​ຜົນ​ໃນ​ການ​ນຳ​ໃຊ້​ທຶນ ​ຢູ່​ໃນ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ​.

ການ​ຂະຫຍາຍ​ຕະຫລາດ​ການ​ເງິນ, ບັນດາ​ຮູບ​ການ​ໃນ​ການ​ສ້າງ​ທຶນ​ເຖິງ​ວ່າ​ຫາ​ກໍ່​ເລີ່​ມຕົ້ນ, ​ເຖິງ​ວ່າ​ຈະ​ຜ່ານ​ລະບົບ​ທະນາຄານ​ທຸລະ​ກິດ ຫລື​ນອກ​ທະນາຄານ (ສີນ​ເຊື່ອ​ການ​ຄ້າ, ສີນ​ເຊື່ອ​ຮ່ວມ​ທຶນ​ເພື່ອ​ລົງທຶນ​ຮຸ້ນ, ...) ກໍ່ຕາມ ລ້ວນ​ແລ້ວ​ແຕ່​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ການ​ຂະຫຍາຍຕົວ, ພິ​ເສດ​ແມ່ນ​ລະບຽບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ​ດ້ານ​ການ​ເງິນ ​ແລະ​ການ​ເຄື່ອນ​ໄຫວ​ສີນ​ເຊື່ອນ​ອກທະນາຄານ. ບົນ​ພື້ນຖານ​ດັ່ງກ່າວ, ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ອອກ​ຈຳໜ່າຍ​ ພັນທະ​ບັນ, ຮຸ້ນ ​ແລະ​ມີ​ສິດ​ຊື້​ຂາຍ, ປ່ຽນ​ມື​ໄດ້​ໃນ​ທ້ອງ​ຕະຫລາດ. ວຽກ​ທີ່​ຕ້ອງ​ເຮັດ​ທຳ​ອິດ, ​ເຊິ່ງມີ​ຄວາມ​ໝາຍ​ຊຸກຍູ້ ການ​ເຄື່ອນ​ໄຫວ​ຂອງ​ຕະຫລາດ​ທຶນ ​ແມ່ນ​ການຈຳ​ໜ່າຍ​ຮຸ້ນ​ຂອງ​ລັດ ​ແລະ​ຮັບປະກັນ​ອິດ​ທິພົນ​ຂອງ​ລັດ. ອະນຸຍາດ​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ ​ແລະ​ທົ່ວ​ປວງ​ຊົນ​ຊື້​ຂາຍ, ປ່ຽນ​ມື​ສ້າງ​ໄດ້​ຄວາມ​​ເຊື່ອ​ຖື ​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ເງິນຕາ, ສ້າງ​ຕະຫລາດ​ຮຸ້ນ​ຂັ້ນ​ສອງ (ຮູບ​ແບບ​ເລີ່​ມຕົ້ນ, ງ່າຍດາຍ) ​ເທື່ອ​ລະ​ກ້າວ​ແນ​ໃສ່​ຕອບ​ສະໜອງ​ທຶນ ລົງທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢ່າງ​ວອງ​ໄວ ດ້ວຍ​ບໍລິ​ມາດ​ທີ່​ຫລາຍ.

ມີ​ຍຸ​ດທະ​ສາດ​ການ​ພົວພັນ​ເສດຖະກິດ ກັບ​ຕ່າງປະ​ເທດ​ທີ່​ຖືກຕ້ອງ ​ເພື່ອ​ດຶງ​ດູດ​ເອົາ​ທຶນ​ຈາກ​ຕ່າງປະ​ເທດ ມີ​ຄວາ​ມສຳຄັນ​ພິ​ເສດ​ສຳລັບ​ການ​ພັດທະນາ​ເສດຖະກິດ ກັບ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ​ແລະ​ທັງ​ເປັນ​ເງື່ອນ​ໄຂ​ເພື່ອ​ສ້າງສາ​ຍພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ​ສາກົນ​ໄດ້​ຢ່າງ​ວ່ອງ​ໄວ, ຕິດ​ພັນ​ຕະຫລາດ​ພາຍ​ໃນ​ປະ​ເທດ​ກັບ​ຕະຫລາດ​ສາກົນ​ທັງ 4 ດ້ານ: ຕະຫລາດ​ສິນຄ້າ, ຕະຫລາດ​ການ​ເງິນ, ຕະຫລາດ​ແຮງ​ງານ ​ແລະ​ຕະຫລາດ​ດ້ານ​ຂໍ້​ມູນ​ຂ່າວສານ. ເປັນ​ອັນວ່າ, ຕ້ອງ​ສ້າງ​ຍຸດ​ທະ​ສາດ​ການ​ພົວພັນ​ເສດຖະກິກກັບ​ຕ່າງປະ​ເທດ​ທີ່​ຖືກຕ້ອງ, ສອດຄ່ອງ ກັບ​ການ​ຫັນປ່ຽນ​ຢ່າງ​​ໃຫຍ່​ຫລວງ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ - ສັງຄົມ ​ແລະ​ວິ​ທະຍາ​ສາດ​ໃນ​ປະຈຸ​ບັນ. ​ແນວ​ຄິດ​ໃນ​ການ​ຊີ້​ນຳ​ຍຸດ​ທະ​ສາດ​ຂອງ​ນະ​ໂຍບາຍ​ການ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ ​ແມ່ນ​ຄວາມ​ເປັນ​ຊາດ, ປະຊາທິປະ​ໄຕ, ພັດທະນາ ​ແລະ​ຕາມ​ທິດ​ສັງຄົມ​ນິຍົມ ດ້ວຍ​ທິດ​ຊີ້​ນຳ​ຕົ້ນຕໍ​ຄື ພົວພັນ​ເສດຖະກິດ​ແບບ​ຫລາຍ​ທິດ, ​ເປີດ​ປະຕູ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ. ຕ້ອງ​ມີ​ນະ​ໂຍບາຍ​ການ​ເງິນ​ທີ່​ເໝາະ​ສົມ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ພາຍ​ໃຕ້​ຮູບ​ການ​ກູ້​ຢືມ, ລົງທຶນ​ການ​ເງິນ, ລົງທຶນ​ໂດຍ​ກົງ; ​ເປີດ ສາຂາ​ທຸລະ​ກິດ, ຈ້າງ​ຊ່ຽວຊານ, ... ປະຕິບັດ​ລະບອບ​ການ​ເງິນ ​ແບບ​ໃຫ້​ບູລິ​ມະ​ສິດ ຄື: ພາສີ​ນຳ​ເຂົ້າ​ວັດຖຸ​ເຕັກນິກ ການ​ບໍລິການ​ດ້ານ​ຂ່າວສານ, ພາສີ​ສົ່ງ​ອອກ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ, ອາກອນ​ລາຍ​ໄດ້, ສິດ​ໄດ້​ຮັບປະກັນ​ຊັບ​ສີນ, ​ເງື່ອນ​ໄຂ​ໂອນ​ກຳ​ໄລ ​ແລະ​ທຶນ​ກັບ​ຄືນ​ປະ​ເທດ ​ແລະ​ນະ​ໂຍບາຍ​ອື່ນໆ​ດ້ານ​ການ​ບໍລິການ, ດ້ານ​ການ​ລົງທຶນ. ​ພິ​ເສດ ສົ່ງ​ເສີມ​ການ​ລົງທຶນ​ຕ່າງປະ​ເທດ ສຳລັບ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຂ່າວສານ​ສື່ສານ, ​ເຕັກ​ໂນ​ໂລ​ຍີ​ປາຍ​ແຫລມ, ບັນດາ​ຂະ​ແໜງ​ການ​ທີ່​ນຳ​ໃຊ້​ແຮງ​ງານ​ຫລາຍ ​ແລະ​ໂຄງການ​ຂຸ​ດຄົ້ນ​ຊັບພະຍາກອນ​ທີ່​ມີ​ປະ​ລິ​ມານ​ທຶນ​ອັນ​ມະຫາສານ. ອະນຸຍາດ​ໃຫ້​ທຸກ​ຫົວໜ່ວຍ​ເສດຖະກິດ​ທີ່​ຂຶ້ນ​ກັບ​ບັນດາພາກສ່ວນ​ເສດຖະກິດ​ທີ່​ມີ​ຖານະ​ນິຕິບຸກຄົນ, ຄົບ​ເງື່ອນ​ໄຂ​ກ່ຽວ​ກັບ​ວິຊາ​ການ​ດຳ​ເນີນ​ທຸລະ​ກິດ​ນັ້ນ ມີ​ສິດ​ຮ່ວມ​ທຸລະ​ກິດ, ລະດົມ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະ​ຮັບຜິດຊອບ​ການ​ໃຊ້​ໜີ້ິ​ເອົາ​ເອງ ​ແລະ ຮ່ວງ​ຊຳລະ​ສະ​ສາງ​ອື່ນໆ, ​ເລືອກ​ທະນາຄານ​ຄ້ຳປະກັນ​ດ້ວຍ​ຕົນ​ເອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ກ່ຽວ​ຂ້ອງ. ​ເປີດ​ກວ້າງ​ຕະຫລາດ​ແລກປ່ຽນ​ເງິນຕາ​ຕ່າງ​ປະ​ເທດດ້ວຍ​ວິທີ​ອະນຸຍາດ​ໃຫ້​ທະນາຄານ​ທຸລະ​ກິດ​ຫລາຍ​ແຫ່ງ​ທີ່​ມີ​ເງື່ອນ​ໄຂ​ກ່ຽວ​ກັບ​ທຶນ ​ແລະ​ວິຊາ​ການ, ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸລະ​ກິດ​ເງິນຕາ​ຕ່າງປະ​ເທດ ​ແລະ​ປະຕິບັດ​ການ​ໃຫ້​ບໍລິການ​ຊຳລະ​ສະ​ສາງ​ສາກົນ​ຮັບປະກັນ​ທາງ​ດ້ານ​ກົດຫມາຍ​ໃຫ້​​ແກ່​ເງື່ອນ​ໄຂ​ການ​ເຄື່ອນ​ຍ້າຍ​ທຶນ, ມີ​ຜົນ, ກຳ​ໄລ​ຊຳລະ​ສະ​ສາງ​ການ​ຄ້າ​ຕ່າງປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​​ເສດຖະກິດ, ການ​ເມືອງ ​ແລະ ສັງຄົມ​ໃຫ້​ຫມັ້ນ​ທ່ຽງ, ​ເຂັ້ມ​ງວດ, ລາຄາ​ມີ​ຄວາມ​ສະຫງົບ, ນະ​ໂຍບາຍ​ເງິນ​ເດືອນ ​ແລະ​ດັດສົມ​ລາຍ​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ.

ຮັກສາ ​ແລະ ນຳ​ໃຊ້​ທຶນ​ໃຫ້​ມີ​ປະສິດທິ​ຜົນ ​ແມ່ນ​ຈຸດຫມາຍ​ສຸດ​ທ້າວ​ຂອງ​ນະ​ໂຍບາຍ​ການ​ລົງທຶນ ​ແລະ​ແມ່ນ​ໜ້າ​ທີ່​ຕົ້ນຕໍ​ຂອງ​ການ​ບໍລິຫານ​ທຸລະ​ກິດ. ​ແຕ່​ແນ່ນອນ​ວ່າ, ນະ​ໂຍບາຍ​ຂອງ​ລັດ​ມີ​ບົດບາດ​ສຳຄັນ​ຕໍ່​ຂະ​ບວນວິວັດ​ດັ່ງກ່າວ, ​ຊຶ່ງ​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າ:

​ແຫລ່ງທຶນ​ທີ່​ເບີກ​ຈ່າຍ​ຈາກ​ງົບປະມານ​ແຫ່ງ​ລັດ​ໃຫ້​ແກ່​ຂົງ​ເຂດ​ເສດຖະກິດ (ທຶນ​ແຊກ​ແຊງ​ເສດຖະກິດ). ​ໃນ​ໄລຍະ​ທຳ​ອິດ​ຂອງ​ຂະ​ບວນການ​ວິວັດ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສະ​ຫະກຳ ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ, ລັດ​ມີ​ແຫ​ລ່ງທຶນ​ລວມສູນ​ຫລາຍ​ພໍ​ສົມຄວນ ​ແນ​ໃສ່​ລົງທຶນ​ທີ່​ມີ​ລັກ​ສະ​ນະ​ອຸ່ນ​ເຄື່ອງ (​ເປີດ​ສາກ) ​ໃຫ້​ແກ່​ການ​ພັດທະນາ ​ແລະ​ກຳນົດ​ທິດ​ໂຄງ​ປະກອບ​ເສດຖະກິດ​ສຳລັບ​ບາງ​ຂະ​ແໜງ​ການ​ຫລັກ​ແຫ​ລ່ງ. ​ແຫ​ລ່ງທຶນ​ດັ່ງກ່າວ​ນີ້ ລວມມີ​ທຶນ​ລະດົມ​ຈາກ​ບັນດາ​ຮ່ວງ​ລາຍ​ຮັບ​ງົບປະມານ, ທຶນ​ໄດ້​ຈາກ​ການ​ຂາຍ​ຮຸ້ນ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ, ທຶນ​ກູ້​ຢືມ​ພາຍ​ໃນ ຫລື​ກູ້​ຢືມ​ຈາກ​ຕ່າງປະ​ເທດ ​ແລະ​ບັບດາ​ອົງການ​ຈັດ​ຕັ້ງ​ການ​ເງິນ​ສາກົນ. ຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ, ​ແຫ​ລ່ງທຶນ​ດັ່ງກ່າວ​ນີ້ ກວມ​ອັດຕາ​ສ່ວນ​ຫລາຍ​ພໍ​ສົມຄວນ​ໃນ​ລວມຍອດ​ທຶນ​ສຳລັບ​ລົງທຶນ ຂອງ​ພື້ນຖານ​ເສດຖະກິດ​ທີ່​ພວ​ມ​ໃຊ້​ໃຫ້​ແກ່​ບັນດາ​ໂຄງການ​ຈຸດ​ສຸມ​ຂອງ​ລັດ, ​ໃນ​ນັ້ນ, ສ່ວນ​​ໃຫຍ່​ແມ່ນ​ບັນດາ​ໂຄງ​ການ​ທີ່​ຂຶ້ນ​ກັບ​ບັນດາ​ພື້ນຖານ​ໂຄງ​ລ່າງ ​ແລະ​ຂະ​ແໜງ​ອຸດສາຫະກຳ​ໜັກ​ຈຳນວນ​ໜຶ່ງ, ກົນ​ໄກ​ການ​ນຳ​ໃຊ້​ແຫ​ລ່ງທຶນ​ດັ່ງກ່າວ​ນີ້ ຍັງ​ມີ​ລັກສະນະ​ໜັກ​ທາງ​ດ້ານ​ຮູບ​ການ​ເບີກ​ຈ່າຍ​ລວງ​ດຽວ ​ແລະ​ການ​ນຳ​ໃຊ້​ຕົວ​ຈິງ ກໍ່​ສີ້​ນ​ເປືອງ​ທີ່​ສຸດ, ນັບ​ທັງ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ລົງທຶນກໍ່​ຄື​ໃນ​ເວລາ​ນຳ​ເຂົ້າ​ສູ່​ການ​ນຳ​ໃຊ້. ​ເບິ່ງ​ໃນ​ດ້ານ​ເສດຖະກິດ, ການ​ລົງທຶນ​ແບບ​ນີ້ ມັນ​ຄື​ກັນ​ກັບ​ຮ່ວງ​ທຶນ​ຊ່ວຍ​ເຫລືອ​ລ້າ ​ແລະ​ມັນ​ບໍ່​ຖືກ​ກັບ​ຄວາມ​ຫມາຍ​ເງິນ​ທຶນ (​ເງິນ​ທຶນ​ທີ່​ແທ້​ຈິງ ມັນ​ຕ້ອງ​ກັບ​ຄືນ​ມາ​ຫາ​ຜູ້​ປັນ​ເຈົ້າ​ຂອງ​ໄດ້​ຫລາຍ​ຮອບ). ຍ້ອນ​ແນວ​ນັ້ນ, ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ແຫ​ລ່ງທຶນ​ຂອງ​ລັດ​ນັ້ນ ຮູບ​ຖານ​ການ​ນຳ​ໃຊ້​ທຶນ​ຕ້ອງ​ປະຕິບັດ​ຕາມ​ທິດ​ລຸ່ມ​ນີ້:

ຫັນ​ເອົາ​ທຶນ​ກໍ່ສ້າງ​ພື້ນຖານ​ຂອງ​ລັດ​ໄປ​ເປັນ​ຮູບ​ແບບ​ສີນ​ເຊື່ອ​ທະນາຄານ​ໄລຍະ​ຍາວ. ມີ​ການ​ກຳນົດ​ເວລາ​ການ​ເກັບ​ກູ້​ຕົ້ນ​ທຶນ ​ແລະ​ດອກ​ເບັ້ຍ​ຄືນ​ໃຫ້​ສອດຄ່ອງ​ກັບ​ກິດຈະການ ຈຸດ​ສຸມ​ປະ​ເພດ​ອື່ນໆ (​ເກັບ​ກູ້​ຄືນ​ງ່າຍ) ສາມາດ​ນຳ​ໃຊ້​ຮູບ​ການ ຮ່ວມ​ທຶນ​ກັບ​ບັນດາ​ບໍລິສັດ​ຂອງ​ລັດ ຫລື​ເອກະ​ຊົນ (ພາຍ​ໃນ ​ແລະ​ຕ່າງປະ​ເທດ) ຕາມ​ກົນ​ໄກ​ບໍລິສັດ​ຮຸ້ນ​ສ່ວນ ​ເຊິ່ງ​ເກັບ​ກູ້​ທຶນ​ຄືນ​ມີ​ປະສິດທິ​ຜົນ​ກວ່າ, ​ເຊິ່ງລັດ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ລົງທຶນ​ເອງ​ທັງ​ໝົດ​ຄື​ໃນ​ປະຈຸ​ບັນ.

ຄວນ​ກຳນົດ​ຈຸດ​ສຸມ​ການ​ລົງທຶນ​ຂອງ​ລັດ​ໃຫ້​ສອດ​ຄ່ອງ​ກັບ​ກົນ​ໄກ​ເສດຖະກິດ​ຕະຫລາດ ​ແລະ​ຍຸດ​ທະ​ສາດ​ການ​ຄ້າ​ເປີດ ປະ​ຕູ “ ຜະລິດ​ເພື່ອ​ສົ່ງ​ອອກ, ສົ່ງ​ອອກ​ເພື່ອ​ນຳ​​ເຂົ້າ” ​ເປັນ​ອັນວ່າ, ພວກ​ເຮົາ​ຕ້ອງ​ຈົ່ງ​ທຶນ​ກໍ່ສ້າງ​ພື້ນຖານ​ຂອງ​ລັດ​ໄວ້​ສ່ວນ​ໃດ​ໜຶ່ງ​ທີ່​ເໝາະ​ສົມ ​ເພື່ອ​ລົງທຶນ​ພັດທະນາ​ອຸດສາຫະກຳ​ສົ່ງ​ອອກ, ​ເພີ່ມ​ລາຍ​ຮັບ​ເປັນ​ເງິນຕາ​ຕ່າງປະ​ເທດ​ໃຫ້​ໄວ​ຄື່ບໍ່​ແຮ່,... ພ້ອມ​ດຽວ​ກັນ​ນັ້ນ​ລະດົມ​ທຶນ​ຈາກ​ບັນດາ​ພາກສ່ວນ​ເສດຖະກິດ​ເຂົ້າ​ມາ​ລົງ​ທຶນ​ໃສ່​ການ​ກໍ່ສ້າງ​ໂຄງ​ສ້າງ​ໂຄງ​ລ່າງ ​ແລະ​ຂ່າ​ວ ສານ, ​ເກັບ​ກູ້​ທຶນ​ຄືນ​ດ້ວຍ​ການ​ເກັບ​ຄ່າ​ທຳນຽມ​ການ​ບໍລິການ​ທີ່​ເຫມາະ​ສົມ.

ສ່ວນ​ທຶນ​ທີ່​ເກັບ​ໄດ້​ຈາ​ກການ​ຂາຍ​ຮຸ້ນ​ຂອງ​ບັນດາ​ວິ​ສາ​ຫະກິດ​ນັ້ນ, ບໍລິສັດ​ຂອງ​ລັດ​ສາມາດ​ໃຊ້​ລົງທຶນ​ເພື່ອ​ເປີດ​ກວ້າງ ບາງ​ຂະ​ແໜງ​ການ​ທີ່​ມີ​ກຳ​ໄລ​ທຸລະ​ກິດ​ສູ​ງ ​ແລະ​ອຸດສາຫະກຳ​ປາຍ​ແຫລມ, ​ແຕ່​ຮູບ​ການ​ລົງທຶນ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ຫມູ່ ​ຫມົດ​ແມ່ນ​ການ​ສ້າງ​ບໍລິສັດ​ຮຸ້ນ​ສ່ວນ ລັດ​ເອກະ​ຊົນ​ຮ່ວມ​ທຸລະ​ກິດ. ນອກຈາກ​ນັ້ນ​ແລ້ວ, ລັດ​ຈົ່ງ​ທຶນ​ຈາກ​ງົບປະມານ​ໄວ້​ສ່ວນ​ໜຶ່ງ ​ເພື່ອ​ຊ່ວຍ​ໜູນ​ໃຫ້ການ​ເຄື່ອນ​ໄຫວ​ທຸລະ​ກິດ ​ແລະ​ການ​ຄ້າ​ຈຳນວນ​ໜຶ່ງ​ເພື່ອ​ຈຸດປະສົງ​ກຳ​ທິດ​ເສດຖະກິດ​ມະຫາ​ພາກ, ຫລື​ດັດສົມ​ຕະຫລາດ (ປົກ​ປ້ອງ​ການ​ຜະລິດ, ຊ່ວຍ​ໜູນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ເຮັດ​ການ​ບໍລິການ​ສາທາລະນະ).

ລວມຄວາມ​ແລ້ວ ການ​ສົມທົບ​ລະຫວ່າງ “ ປູກ​ຈິດ​ສຳນຶກ​ພາຍ​ໃນ ” ​ແລະ “ ດືງດູດ​ຈາກ​ພາຍ​ນອກ ”; ລະຫວ່າງ​ທຶນ​ລວມສູນ​ຂອງ​ລັດ ​ແລະ​ທຶນ​ວິ​ສາ​ຫະກິດ ( ທີ່​ໄດ້​ມາ​ຈາກ​ທຸ​ແຫ​ລ່ງ ) ​ເພື່ອ​ລົງທຶນ​ໃດ​ໜຶ່ງ​ທີ່​ຖືກຕ້ອງ​​ໃນ​ກົນ​ໄກ​ການ​ເຄື່ອນ​ໄຫວ​ການ​ເງິນ​ທີ່​ເຫມາະ​ສົມ​ກັບ​ແຕ່ລະ​ໄລຍະ​ແຫ່ງ​ການ ຂະຫຍາຍຕົວ​ເສດຖະກິດ​ສິນຄ້າ​ຫລາຍ​ພາກສ່ວນ​ຢູ່​ປະ​ເທດ​ເຮົາ ​ແມ່ນ​ປັດ​ໄຈ​ຕັດສີນ ຕໍ່​ການ​ປັບປຸງ​ການ​ເງິນ​ແຫ່ງ​ລັດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ໂປ່​ງ​​ໄສ, ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ປັດ​ໄຈ​ປະກອບ​ສ້າງ​ບາດກ້າວ​ຫັນປ່ຽນ​ທີ່​ມີ​ຄວາມ​ໝາຍ​ພື້ນຖານ​ຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ເສດຖະກິດ.

7.4.3.2.ນະໂຍບາຍກ່ຽວກັບບັນດາວິສາຫະກິດ.

ການ​ຂະຫຍາຍ​ວິ​ສາ​ຫະກິດ ຈະ​ສັງ​ລວມ​ເອົາ​ບັນດາ​ທ່າ​ແຮງ​ທີ່ຢູ່​ກະ​ແຈກ​ກະຈາຍ ​ແຕ່​ມີ​ຈຳນວນ​ຫລວງຫລາຍ​ທີ່​ສຸດ ​ເຂົ້າ​ມາ​ລວມສູນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ​ສອດຄ່ອງ​ກັບ​ແນວທາງ​ພັດທະນາ​ຕາມ​ທິດ​ສັງຄົມ​ນິຍົມ ສະ​ນັ້ນ, ນີ້​ແມ່​ນນະ​ໂຍບາຍ​ທີ່​ສຳຄັນ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຍາວ​ນານ. ກ່ຽວ​ກັບ​ນະ​ໂຍບາຍ​ການ​ລົງທຶນ, ​ແຫ​ລ່ງທຶນ​ໃນ​ການ​ລົງທຶນ​ຂອງ​ລັດ ຕົ້ນຕໍ​ສຸມ​ເຂົ້າ​ໃສ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ປົວ​​ແປງ​ຄວາມ​ຕ້ອງການ​ດ້ານ​ສາທາລະນະ, ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ ທີ່​ເຮັດທຸລະ​ກິດ​ດ້ານ​ດຽວ​ນັ້ນ ຕ້ອງ​ລະດົມ​ແຫລ່ງທຶນ​ຢູ່​ໃນ​ສັງຄົມ ຫລື​ສີນ​ເຊື່ອ​ທະນາຄານ​ດ້ວຍ​ຕົນ​ເອງ ​ເພື່ອ​ຮັບປະກັນ​ຄວາມ​ສະ​ເຫມີ​ພາບ​ໃນ​ການ​ລົງທຶນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນໆ ​ແຫ​ລ່ງທຶນ​ສີນ​ເຊື່ອ​ແບບ​ປູ​ລິ​ມາສິດ ຈະ​ໃຫ້ກູ້​ຢືມ​ສຳລັບ​ໂຄງການ​ທີ່​ສາມາດ​ຕອບ​ສະໜອງ​ໄດ້​ຈຸດຫມາຍ​ທີ່​ລັດ​ຕ້ອງການ​ສົ່ງ​ເສີມ​ເທົ່າ​ນັ້ນ, ​ໂດຍ​ບໍ່​ຈຳ​ແນ​ກຂະໜາດ​ຂອງ​ວິ​ສາ​ຫະກິດ ​ແລະ​ພາກສ່ວນ​ເສດຖະກິດ​ຂອງ​ວິ​ສາ​ຫະກິດ. ກ່ຽວ​ກັບ​ນະ​ໂຍບາຍ​ບູລິ​ມະ​ສິດ​ດ້ານ​ພາສີ​ອາກອນ ​ແລະ​ຄ່າ​ສີ້​ນ​ເປືອງ, ນອກຈາກ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ສົ່ງ​ເສີມ​ການ​ລົງທຶນ​ພາຍ​ໃນ​ແລ້ວ, ຕ້ອງ​ນຳ​ໃຊ້​ລະ​ບອບບູລິ​ມາ​ສິດ​ກ່ຽວ​ກັບ​ຄ່າ​ນ້ຳ, ​ໄຟຟ້າ ​ແລະຄ່າ​ເຊົ່າ​ດິນ​ໃຫ້​ແກ່​ວິ​ສາ​ຫະກິດ​ນຳ​ອີກ, ສົ່ງ​ເສີມ​ການ​ເລືອກ​ເຟັ້ນ​ເອົາ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ຂະ​ໜາດ​ກາງ ​ແລະ​ຂະໜາດ​ນ້ອຍ, ນຳ​ໃຊ້​ແຮງ​ງານ​ຫລາຍ​ແຕ່​ຮັບປະກັນ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ໃຫ້​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຕະຫລາດ ດ້ວຍ​ການ​ສະໜອງ​ການ​ບໍລິການ​ດ້ານ​ຂ່າວສານ​ເຕັກນິກ, ການ​ຍົກ​ເວັ້ນ ຫລື​ຫລຸດຜ່ອນ​ພາສີ​ອາກອນ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທີ່​ຜະລິດ​ອຸປະກອນ​ຢູ່​ພາຍ​ໃນ​ປະ​ເທດ ຫລື​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ຮັບປະກັນ​ສະພາບ​ແວດ​ລ້ອມ​ການ​ແກ້ງ​ແຍ່ງ​ທີ່​ຖືກຕ້ອງ, ​ໂປ່ງ​ໃສ, ປະຕິບັດ​ກົນ​ໄກ​ກວດກາ​ຕິດຕາມ​ຂອງ​ລັດ​ກ່ຽວ​ກັບ​ລາຄາ, ລະດັບ​ການຈຳໜ່າຍ ​ແລະ​ການ​ແຮ​ໄວ້​ຂອງ​ທຸລະ​ກິດ. ມີ​ລະບອບ​ລະບຽບ​ການ​ກ່ຽວ​ກັບ​ສິດຜົນປະ​ໂຫຍ​ດ, ພັນທະ ​ແລະ​ເງື່ອນ​ໄຂ​ການ​ເຄື່ອ​ນ​ໄຫວ​ທຸລະ​ກິດ ລະຫວ່າງ​ວີ​ສາ​ຫະກິດ ທີ່​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດ ລວມ ​ແລະ ວິ​ສາ​ຫະກິດ​ທີ່​ເຮັດ​ທຸລະ​ກິດ​ດ້ານ​ດຽວ, ລະຫວ່າງ​ວິ​ສາ​ຫະກິດ​ທີ່​ເຮັດ​ທຸລະ​ກິດ​ແບບ​ຜູກຂາດ​ກັບ​ວິ​ສາ​ຫະກິດ​ທີ່​ເຮັດ​ທຸລະ​ກິດ​ແກ້ງ​ແຍ່ງ ກ້າວ​ໄປ​ສູ່​ການ​ປະກາດ​ໃຊ້ກົດໝາຍ​ກວດກາ​ການ​ຜູກຂາດ, ຮັກສາ​ການ​ແກ້ງ​ແຍ່ງ​ທີ່​ຖືກຕ້ອງ​ໂປ່​ງ​ໃສ. ສືບ​ຕໍ່​ປະຕິຮູບ ​ແລະ​ແນະນຳ​ການ​ປະຕິບັດ​ບັນດາ​ລະບອບ​ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ຕໍ່​ວິ​ສາ​ຫະກິດ ທີ່​ບໍ່​ແມ່ນ​ຂອງ​ລັດ. ດຳ​ເນີນ​ຫັນ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ເປັນ​ຮຸ້ນສ່ວນ ນອກຈາກ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ການ​ທີ່​ເປັນ​ຫລັກ​ແຫ​ລ່ງ.

7.4.3.3.ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ.

ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ທາງ​ດານ​ເສດຖະກິດ ( ​ໃຫ້​ແກ່​ການ​ເພີ່ມ​ຊັບ​ສີນ​ຄົງ​ທີ່, ​ເພີ່ມ​ທຶນ​ໝູນວຽນ, ​ເພີ່ມ​ການ​ແຮ​ແຫ່ງ​ຊາດ ) ລົງ​ເທື່ອ​ລະ​ກ້າວ ​ແລະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ບໍ່​ແມ່ນ​ເສດຖະກິດ ​ເພື່ອ​ຈັດ​ວາງ​ແຫ​ລ່ງລາຍ​ຮັບ, ກວດກາ​ບັນດາ​ຮວງ​ລາຍ​ຈ່າຍ​ຄືນ​ໃຫມ່ ​ເພື່ອ​ຄວບ​ຄຸມ​ເງິນ​ເຟີ້​ຢາງ​ມີ​ປະສິດທິ​ຜົນ ​ເຮັດ​ໃຫ້ການ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ຖືກຕ້ອງ​ໂປ່​ງ​​ໄສ​ນັ້ນ, ຕ້ອງ​ໄດ້​ຍຸດຕິ​ການ​ໃຫ້​ກູ້​ຢືມ​ໂດຍ​ກົງ​ຈາກ​ທະນາຄານ​ກາງ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດ ພາຍ​ໃຕ້​ທຸກ​ຮູບການ. ຈຳກັດ​ການ​ຂາດດູນ​ງົບປະມານ​ແຫ່ງ​ລັດ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ແນ່ນອນ​ໃດ​ໜຶ່ງ (ປະມານ 5% GDP ) , ​ແລະ​ຕ້ອງ​ໄດ້​ຫລຸດຜ່ອນ​ເທື່ອ​ລະ​ກ້າວ, ກ້າວ​ໄປ​ເຖິງ​ການ​ດຸ່ນດ່ຽງ​ລາຍ​ຮັບ ລາຍ​ຈ່າຍ​ງົບປະມານ. ຮູບ​ຖານ​ການ​ແກ້​ໄຂ​ແຫ​ລ່ງຖົມ​ຂຸມ ການ​ຂາດ​ດຸນງົບປະມານ​ແມ່ນ​ປະຕິບັດ​ຕາມ​ທິດ ກູ້​ຢືມ​ເອົາ​ນຳ​ຕະຫລາດ​ທຶນ ຫລື ຕະຫລາດ​ເງິນຕາ​ຜ່ານ​ການ​ພີ​ມຈຳໜ່າຍ​ພັນທະບັດ​ລັດຖະບານ ( ການ​ກູ້​ຢືມ​ໄລຍະ​ກາງ ​ແລະ​ໄລຍະ​ຍາວ ) ​ແລະ​ພັນທະບັດ​ຄັງ​ເງິນ (ກູ້​ຢືມ​ໄລຍະ​ສັ້ນ) ທະນາຄານ​​ແຫ່ງ ສປປ ລາວ ປະສານ​ສົມທົບ​ກັບ​ກະຊວງ​ການ​ເງິນ​ໃນ​ການ​ດຳ​ເນີນ​ການ​ປະມູນ​ພັນທະບັດ​ຄັ​ງ​ເງິນ ​ແລະ​ຂະຫຍາ​ຍຕະຫລາດ​ຂັ້ນ​ສອງ​ກ່ຽວ​ກັບ​ພັນທະບັດ​ຄັ​ງ​ເງິນ, ນຳ​ໃຊ້​ເຄື່ອງມື​ດັ່ງກ່າວ ​ແນ​ໃສ່​ຖົມ​ຂຸມ​ໃຫ້​ແກ່​ການ​ຂາດ​ດຸນ​ຊົ່ວຄາວ​ຂອງ​ງົບປະມານ​ແຫ່ງ​ລັດ.

ນະ​ໂຍບາຍ​ກ່ຽວ​ກັບ​ງົບປະມານ ​ແມ່ນ​ແນ​ໃສ່​ລະດົມ​ທຶນ​ໄລຍະ​ຍາວ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່ ພັດທະນາ​ບັນດາ​ຮູບ​ການ​ລະດົມ​ຢູ່​ສະ​ເໝີ, ພິ​ເສດ​ແມ່ນ​ລະບົບ​ພາສີ​ອາກອນ. ພາສີ​ອາກອນ​ບໍ່ພຽງ​ແຕ່​ເປັນ​ແຫ​ລ່ງລາຍ​ຮັບ​ງົບປະມານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຄື່ອງມື​ດັດສົມ​ມະຫາ​ພາກ​ທີ່​ສຳຄັນ​ຂອງ​ລັດ​ນຳ​ອີກ​ດ້ວຍ. ຍ້ອນ ​ແນວ​ນັ້ນ, ​ໄປ​ພ້ອມໆ ກັບ​ການ​ປະຕິບັດ​ບັດ​ແນວທາງປ່ຽນ​ແປງ​ໃຫມ່, ຫັນ​ຈາກ​ພື້ນຖານ​ເສດຖະກິດ ​ແຜນການ​ລວມສູນ ​ໄປ​ສູ່​ເສດຖະກິດ​ຕະຫລາດ ທີ່​ມີ​ການ​ດັດສົມ​ມະຫາ​ພາກ​ຂອງ​ລັດ​ນັ້ນ, ພັກ ​ແລະ​ລັດຖະບານ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຫລວງຫລາຍ​ຕໍ່​ວຽກ​ງານ​ປ່ຽນ​ແປງ​ໃໝ່​ລະບົບ​ພາສີ​ອາກອນ. ​ແຜນ​ນະ​ໂຍບາຍ​ປະຕິ​ຮູບ​ລະບົບ​ພາສີ​ອາກອນ​ຢູ່​ປະ​ເທດ​ເຮົາ​ໄດ້​ເປີດ​ສາກ​ມາ​ແຕ່​ປີ 1989. ​ແຕ່​ປີ 1990, ລະບົບ​ກົດໝາຍ, ລັດຖະບັນ​ຍັດ​ກັບ​ພາສີ​ອາກອນທີ່ນຳ​ໃຊ້​ເປັນ​ເອກະ​ພາບທົ່ວປະ​ເທດນັ້ນ​ໄດ້ຖືກ​ປະກາດ​ໃຊ້. ບັນດາ​ອັດຕາ​ພາສີ​ອາກອນ​ໃນ​ລະບົບ​ດັ່ງກ່າວ ​ໄດ້​ນຳ​ໃຊ້​ລວມ​ໃຫ້​ແກ່​ບັນດາ​ພາກສ່ວນ​ເສດຖະກິດ, ບໍ່​ມີ​ການຈຳ​ແນ​ກລະຫວ່າງ​ຂົງ​ເຂດ​ລັດ​ວິ​ສາ​ຫະກິດ ​ແລະ​ຂົງ​ເຂດ​ນອກ​ວິ​ສາ​ຫະກິດ​ຂອງ​ລັດ​ຄື​ແຕ່​ກ່ອນ. ລະບົບ​ພາສີ​ອາກອນ​ເປັນ​ຂີ​ດໝາຍ​ບາດກ້າວ​ໜຶ່ງ​ທີ່​ກ້າວໜ້າ​ຢູ່​ໃນ​ວຽກ​ງານ​ຄຸ້ມ​ຄອງ​ມະຫາ​ພາກ​ຂອງ​ລັດ​ເຮົາ, ປະກອບສ່ວນ​ຢ່າ​ງຕັ້ງໜ້າ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ ​ແລະ​​ເພີ່ມ​ລາຍ​ຮັບ​ງົບປະມານ, ​ເຖິງ​​ແນວ​ນັ້ນ​ກໍ​ຕຕາມ, ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ​ນັ້ນ, ລະບົບ​ພາສີ​ອາກອນ​ທີ່​ກຳລັງ​ໃຊ້​ຢູ່​ໃນ​ປະຈຸ​ບັນ ຍັງ​ມີ​ຂໍ້​ຈຳກັດ​ຫລາຍ​ຢ່າງ, ຍັງ​ບໍ່​ທັນ​ຄົບ​ຊຸດ ​ແລະ​ມີ​ບັນດາ​ຈຸດ​ທີ່​ບໍ່​ທັນ​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ, ຊຶ່ງ​ຕ້ອງ​​ໄດ້​ສືບ​ຕໍ່​ປັບປຸງ ​ເພີ່ມ​ເຕີມ. ​ໃນ​ດ້ານ​ອື່ນ, ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ເສດ​ຖະກິດ​ຂອງ​ປະ​ເທດ​ກໍ່​ຄື​ທ່າ​ອ່ຽງ​ແຫ່ງ​ການ​ເຊື່ອມ​ຕົວ ​ແລະ​ການ​ຫັນ​ເປັນ​ທົ່ວ​ໂລກ​ນັ້ນ ມັກ​ຮຽກຮ້ອງ​ພວກ​ເຮົາຕ້ອງ​ມີ​ການ​ປະຕິ​ຮູບ​ໃຫມ່, ​ເຮັດ​ໃຫ້​ລະບົບ​ພາສີ​ອາກອນ ທັງ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ແຫ່ງ​ການ​ຄຸ້ມ​ຄອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ທັງ​ສອດຄ່ອງ​ກັບ​ບັນດາ​ລະ​ບົບກົດຫມາຍ​ຂອງ​ສາກົນ.

ຂະ​ບວນວິວັດ​ແຫ່ງ​ການ​ຫັນ​ເປັນ​ສາກົນ​ພວມ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ຢູ່​ໃນ​ທົ່ວ​ທຸກ​ທະວີບ, ທຸກ​ພາກ​ພື້ນ​ຂອງ ​ໂລກ ດຶງ​ເອົາ​ການ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ກວ້າງຂວາງ ລວມທັງ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ຊ້າ​ກວ່າ​ຫມູ່​ຫມົດ. ການ​ເຊື່ອ​ຕົວ​ເຂົ້າ​ສາກົນ​ດັ່ງກ່າວ​ນີ້ ມັນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ລະບົບ​ກົດໝາຍ​ສາກົນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ພັດທະນາ ​ໃຫ້​ນັບ​ມື້​ນັບ​ກວ້າງຂວາງ. ອົງການ​ຈັດ​ຕັ້ງ​ການ​ຄ້າ​ສາກົນ (WTO), ​ໄດ້​ມີ​ການ​ຂະຫຍາຍຕົວ​ເລີ່​ມ​ແຕ່​ສົນທິສັນຍາ​ລວມກ່ຽວ​ກັບ​ການ​ຄ້າ ​ແລະ​ພາສີ​ອາກອນ (GATT) ນັ້ນ, ​ເຊິ່ງ​ແມ່ນ​ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ການ​ພັດທະນາ​ຕາມ​ທິດ​ດັ່ງກ່າວ​ນີ້, ການ​ເຊື່ອມ​ຕົວ​ທີ່​ຕ້ອງ​ເປັນ​ໄປ​ຂອງ ສປປ ລາວ ​ເຂົ້າ​ໃນ​ພາກ​ພື້ນ ​ແລະ ສາກົນ ພວກ​ຕັ້ງ​ຂຶ້ນ ​ເຊິ່ງມີໜ້າ​ທີ່​ໃນ​ການ​ຫັນ​ເອົາ​ບັນດາ​ນະ​ໂຍບາຍ​ຄຸ້ມ​ຄອງ​ເສດຖະກິດ​ໃຫ້​ສົມ​ເຫດ​ສົມ​ຜົນ (​ເຫມາະ​ສົມ), ​ໃນ​ນັ້ນ,ພິ​ເສດ​ແມ່ນ​ເນັ້ນ​ໜັກ​ນະ​ໂຍບາຍ​ພາສີ​ອາກອນ, ສຳລັບ​ເງື່ອນ​ໄຂ​ ​ແລະ​ກົດ​ລະບຽບ​ລວມຂອງ​ສາກົນ​ທີ່​ເຄີຍ​ປະຕິບັດ​ກັນ​ມາ.

7.4.3.4.ນະໂຍບາຍກ່ຽວກັບການເງິນລະຫວ່າງປະເທດ.

ການ​ເຊື່ອມ​ຊືມທັດສະນະ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃຫຍ່​ກົນ​ໄກຄຸ້ມ​ຄອງ​ເສດຖະກິດ, ພິ​ເສດ​ແມ່ນ​ການຂະຫຍາຍ​ການ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທ​ດນັ້ນ, ນະ​ໂຍບາຍ​ການ​ເງິນ​ຕ້ອງ​ໄດ້​ລະດົມ​ແຫ​ລ່ງທຶນ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ເສດຖະກິດ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ, ພ້ອມ​ກັນ​ນັ້ນ​ຕ້ອງ​ສ້າງ ​ແລະ​ເກັບ​ບັນດາ​ແຫ​ລ່ງລາຍ​ຮັບ​ເປັນ​ເງິນຕາ​ຕ່າງປະ​ເທດ​ທັງ​ໝົດ. ​ໃນ​ສະພາບ​ການ​ຂອງ​ປະ​ເທດ​ເຮົາ ຄື​ໃນ​ປະຈຸ​ບັນ​ນີ້, ພື້ນຖານ​ດ້ານ​ວັດຖຸ​ເຕັກນິກ​ຍັງ​ຫລ້າຫລັງ, ການ​ຜະລິດ​ຂະຫຍາຍຕົວ​ຊ້າ, ການ​ສະ​ສົມ​ຈາກ​ພາຍ​ໃນ​ບໍ່​ທັນ​ຫລາຍ ຕ້ອງ​ໄດ້​ເລັ່ງ​ໃສ່​ດຶງ​ດູດ​ແຫ​ລ່ງທຶນ​ຈາກ​ພາຍ​ນອກ, ຖື​ວ່າ​ນັ້ນ​ແມ່ນ​ແຫ​ລ່ງລາຍ​ຮັບ​ທີ່​ສຳຄັນ, ບໍ່​ສາມາດ​ຂາດ​ໄດ້ ​ແລະ​ມີ​ຄວາມ​ເໝາະ​ຕັດ​ສີນ​ເຖິງ​ຄວາມ​ສາມາດ ​ແລະ​ຈັງຫວະ​ການ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທ​ດ​ເຮົາ; ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ກັບ​ຕ່າງປະ​ເທດ, ຊຶ່ງ​ສະ​ແດງ​ອອກ​ຢູ່​ໃນ​ລະດັບ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ຈຸດຫມາຍ​ພັດທະນາ​ເສດຖະກິດ-ສັງຄົມ ພາຍ​ໃນ​ປະ​ເທດ. ການ​ພິຈາລະນາ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ​ນັ້ນ ຕ້ອງ​ຕິດ​ພັນ​ກັບ​ການ​ສົ່ງ​ອອກ ກັບ​ການ​ນຳ​ເຂົ້າ​ສີນ​ຄ້າ ​ແລະ​ການ​ບໍລິການ: ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ລົງທຶນພັດທະນາ​ການ​ເຄື່ອນ​ໄຫວ​ເຮັດ​ຂາ​ອອກ-ຂາ​ເຂົ້າ ສີນ​ຄ້າ ​ແລະ​ການ​ບໍລິການ ( ການທ່ອງ​ທ່ຽງ, ການ​ປະກັນ​ໄພ, ການ​ບໍລິການ​ການບິນ, ...). ການ​ນຳ​ເຂົ້າ​ຕົ້ນຕໍ​ແມ່ນ​ເພື່ອ​ເອົາ​ມາ​ນຳ​ໃຊ້​ໃຫ້​ແກ່​ການ​ລົງທຶນ​ຂະຫຍາຍ​ການ​ຜະລິດ​ພາຍ​ໃນ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຜະລິດ​ສີນ​ຄ້າ​ສົ່ງ​ອອກ. ຕົ້ນຕໍ​ແມ່ນ​ນຳ​ເຂົ້າ​ວັດຖຸ, ວັດຖຸ​ດິບ ​ເພື່ອ​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ການ​ຜະລິດ​ທີ່​ພວມ​ມີ​ຢູ່​ພາຍ​ໃນ​ປະ​ເທດ​ໃຫ້​ໝົດ. ຕ້ອງ​ເພີ່ມ​ອັດຕາ​ສ່ວນ​ນຳ​ເຂົ້າ​ບັນດາ​ເຄື່ອງ​ຈັກ, ອຸປະກອນ, ຕ່ອງ​ໂສ້​ເຕັກ​ໂນ​ໂລ​ຍີ ທີ່​ກ້າວ​ໜ້າ​ຈາກ​ຕ່າງປະ​ເທດ, ຮັບປະ​ກັນ​ທັງ​ລັກ​ສະ​ນະ​ທັນ​ສະ​ໄໝ​ທັງ​ສອດຄ່ອງ​ກັບ​ລະດັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ ​ແຕ່​​ແນ່ນອນ​ວ່າ ປະສິດທິ​ຜົນ​ຂອງ​ບັນດາ​ການ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ​ສາມາດ​ຕີ​ລາຄາ​ໄດ້​ຢ່າງ​ຖືກຕ້ອງ​ກໍ່​ຕໍ່​ເມື່ອ ມີ​ລະບົບ​ລາຄາ ​ແລະ​ອັດຕາ​ແລກປ່ຽນ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ກົນ​ໄກ​ຄຸ້ມ​ຄອງ​ໜຶ່ງ​ທີ່​ໄດ້​ຫັນ​ໄປ​ສູ່​ການ​ໄລ່​ລຽງ​ທຸລະ​ກິດ​ສັງຄົມ​ນິຍົມ​ຢ່າງ​ແທ້​ຈິງ. ລັດ​ຕ້ອງ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ເງິນຕາ​ຕ່າງປະ​ເທດ​ໃຫ້​ດີ, ​ໂດຍ​ສະ​ເພາະ​ແມ່ນ​ເງິນຕາ​ທີ່​ເປັນ​ສະກຸນ​​ແຂງ. ລົບ​ລ້າງ​ການ​ຜູກຂາດ ຢູ່​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ, ຮັບປະກັນ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ດຳ​ເນີນ​ການ​ຜະລິດ, ທຸລະ​ກິດ ​ແລະ​ສິ​ດ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ຫົວໜ່ວຍ​ເສດຖະກິດ ພື້ນຖານ. ຍົກສູງ​ບົດບາດ​ການ​ຄຸ້ມ​ຄອງ​ການ​ເງິນ ບົນ​ພື້ນຖານ​ການ​ກຳນົດ​ແຈ້ງ​ກ່ຽວ​ກັບ​ສິດຜົນປະ​ໂຫຍ​ດ ​ແລະ​ຄວາມ​ຮັບຜິດ​ຊອບ​ຜ່ານ​ບັນດາ​ລະບຽບ​ກົດໝາຍ​ການ​ເງິນ. ຄຽງ​ຄູ່​ກັບ​ການ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເພື່ອ​ຍາດ​ແຍ່ງ​ການ​ຊ່ວຍ​ເຫ​ລື​ອນັ້ນ, ທຸກ​ຮ່ວງ​ຊ່ວຍ​ເຫລືອ​ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ເອກ​ະພາບ​ຈາກ​ລັດ ​ແລະ​ຕ້ອງ​ໄດ້​ນຳ​ໃຊ້​ຖືກ​ກັບ​ຈຸດປະສົງ. ດັດ​ແປງ​ບັນດາ​ລະບຽບ​ການ​ກ່ຽວ​ກັບ​ການ​ຮັບ​ເອົາ​ການ​ລົງທຶນ​ຕ່າງປະ​ເທດ ​ໃຫ້​ມີ​ຄວາມ​ງ່າຍດາຍ ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ. ​ເພື່ອ​ດຶງ​ດູດ​ແຫ​ລ່ງທຶນ​ດັ່ງກ່າວ​ໄດ້​ຢ່າງ​ແຂງ​ແຮງ​ນັ້ນ, ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ, ນິຕິ​ກຳ ​ແລະ​ເສດຖະກິດ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ນັກ​ລົງທຶນ.

7.4.3.5.ນະໂຍບາຍກ່ຽວກັບເງິນຕາ ແລະ ສິນເຊື່ອ.

ນະ​ໂຍບາຍ​ເງິນຕາ​ແຫ່​ງຊາດ ​ແມ່ນ​ພາກສ່ວນ​ປະກອບ​ສ້າງ​ທີ່​ສຳຄັນ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ມີ​ບົດບາດ​ສຳຄັນ​ຕົ້ນຕໍ​ໃນ​ການ​ເຮັດ​ໃຫ້​ເງິນຕາ​ແຫ່ງ​ຊາດ​ມີ​ສະຖຽນ​ລະ​ພາບ ​ແລະ​ຮັບ​ໃຊ້​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ. ຈຸດ​ຫມາຍ​ຂອງ​ນະ​ໂຍບາຍ​ເງິນຕາ​ແມ່ນ​ຄວບ​ຄຸມ​ເງິນ​​ເຟີ້​ຢ່າງ​ເຄັ່ງ​ຄັດ, ​ເພີ່ມ​ທະວີ​ຄວາມ​ຫມັ້ນ​ທ່ຽງ​ຂອງ​ຄຸນຄ່າ​ຂອງ​ສະກຸນ​ເງິນ ຕໍ່​ພາຍ​ໃນ ​ແລະ​ຕໍ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ລະດົມ​ທຶນ ປະກອບສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ລະດັບ​ສູງ ​ແລະ​ຫມັ້ນ​ທ່ຽງ. ນັ້ນ​ກໍ​ແມ່ນ​ເງື່ອນ​ໄຂ​ທີ່​ສຳຄັນ ​ເພື່ອ​ປັບປຸງ​ຄວາມ​ເຊື່ອ​ຖື ​ແລະ​ຂະຫຍາຍ​ການ​ເຄື່ອນ​ຂອງ​ລະບົບ​ທະນາຄານ, ​ເສື່ອ​ມຕົວ​ເຂົ້າ​ກັບ​ສາກົນ​ຢ່າງ​ວ່ອງ​ໄວ, ຮັບ​ໃຊ້​ໃຫ້​ແກ່​ຂະ​ບວນການ​ພັດທະນາ​ເສດຖະກິດ, ຕອບ​ສະໜອງ​ການ​ໃຫ້​ບໍລິການ​ດ້ານ​ການ​ເງິນ​ຂອງ​ພື້ນຖານ​ເສດຖະກິດ​ນັບ​ມື້​ນັບ​ສູງ​ຂຶ້ນ.​ ​ເພື່ອ​ປະຕິບັດ​ໃຫ້​ໄດ້​ຈຸດຫມາຍ ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ນະ​ໂຍບາຍ​ເງິນຕາ​ຕ້ອງ​ໄດ້​ສຸມ​​ໃສ່.

1.ຕິດຕາມ​ບໍລິ​ມາດ​ເງິນ​ສະໜອງ. ຕ້ອງ​​ໄດ້​ຄວບ​ຄຸມ ​ແລະ ຕິດຕາມ​ລວມຍອດ​ພາຫະນະ​ການ​ຊຳລະ​ສະ​ສາງ​ຢູ່​ໃນ​ພື້ນຖານ​ເສດຖະກິດ​ໃຫ້​ມີ​ຜົນ​ສັກສິດ, ຕິດຕາມ​ຢ່າງ​ໃກ້​ສິດ​ສັນຍາ​ຂອງ​ຕະຫລາດ ​ເພື່ອ​ຮັບປະກັນ​ການ​ສະໜອງ​ພາຫະນະ​ຊຳລະ​ສະ​ສາງ​ໃຫ້​ແກ່​ຄວາມ​ຕ້ອງການ​ລົງທຶນ​ເພື່ອ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ສົມທົບ​ທຶນ​ກັບ​ກະ​ແສ​ການ​ລົງທຶນ​ຈາກ​ຕ່າງປ​ະ​ເທດ​ໃຫ້​ພຽງພໍ, ທັງ​ບໍ່​ສ້າງ​ໃຫ້​ເກີດ​ມີ​ຄວາມ​ຕ້ອງການ​ສີນ​ຄ້າ​ເກີນ​ລະດັບ, ບໍ່​ກະຕຸກ​ຊຸກຍູ້​ການ​ເພີ່ມ​ລະຄາ​ຢູ່​ພາຍ​ໃນ​ປະ​ເທດຈົນ​ເກີນ​ໄປ. ​ເມື່ອ​ຈຳ​ເປັນ​ທະນາຄານ​ກາງ ຕ້ອງ​ນຳ​ໃຊ້​ບັນດາ​ວິທີ​ການ​ທີ່​ເຫມາະ​ສົມ ​ເພື່ອ​ຖອນ​ເອົາ​ເງິນ​ຢູ່​ຂອດ​ຈໍລະ​ຈອນ​ກັບ​ຄືນ, ຄື​ການ​ພີ​ມຈຳໜ່າຍ​ພັນທະບັດ​ທະນາຄານ​ກາງ, ຊື້​ເງິນຕາ​ຕ່າງປະ​ເທດ.

    2.ນະ​ໂຍບາຍສີນ​ເຊື່ອ​. ​ເພື່ອ​ສ້າງ​ແຫ​ລ່ງທຶນ​ຮັບ​ໃຊ້​ໃຫ້​ແກ່​ການ​ລົງທຶນ​ພັດທະນາ, ການ​ຫັນ​ພື້ນຖານ​ເສດຖະກິດ ​ເປັນ​ອຸດສາຫະກຳ ​ແລະ​ເປັນ​ທັນ​ສະ​ໄຫມ​ນັ້ນ, ລະບົບ​ທະນາຄານ​ຂອງ ສປປ ລາວ ຕ້ອງ​ສືບ​ຕໍ່​ປັບປຸງ​ບູລະນະ ​ແລະ​ນຳ​ຕະຫລາດ​​ເງິນຕາ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ໃຫ້​ມີ​ຄຸນ​ນະພາ​ບ (ຄື: ຕະຫລາດ​ລະຫວ່າງ​ທະນາຄານ, ຕະຫລາດ​ປະມູນ,ພັນທະບັດ​ຄັງ​ເງິນ); ພ້ອມ​ກັນນັ້ນ ສູ້ຊົນ​ສ້າງ​ໃຫ້​ມີ​ຕະຫຼາດຫຼັກຊັບ​ໃນ​ປີ 2010 ຕາມ​ຄາດໝາຍວາງ​ໄວ້. ການ​ປະຕິບັດ​ນະ​ໂຍບາຍ​ລະດົມ​ທືນ ​ແລະ​ໃຫ້​ຜູ້​ກູ້​ຢືມ​ຢ່າງ​ຕັ້ງໜ້າ, ​ແຂງ​ແຮງ ມັນ​ທັງ​ເປັນ​ການ​ຮັບ​ປະກັນ​ດ້ານ​ບໍລິ​ມາດ​ທັງ​ເອົາ​ໃຈ​ໃສ່​ເປັນ​ສຳຄັນຕໍ່​ປະສິດທິ​ຜົນ, ຄຸນ​ນະພາ​ບທທາງ​ການ​ໃຊ້​ທືນ, ຮັບປະກັນ​ຄວາມ​ສາມາດ​ໃຊ້ໜີ້ຄືນ. ກ່ຽວ​ກັບ​ການ​ລະດົມທືນ, ກ່ອນ​ອື່ນໝົດ, ຕ້ອງ​ໄດ້​ຢັ້ງຢືນ​ວ່າ​ໃນ​ເງື່ອນ​ໄຂ​ທີ່​ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຍັງ​ຕ່ຳ​ຄື​ປະຈຸ​ບັນ, ຄວາມ​ສາມາດ​ໃນ​ການ​ປະຢັດ​ຂອງ​ປະຊາຊົນ​ເບີ່​ງລວມ​ແມ່ນ​ຈຳກັດ​ຮັດ​ແຄບ. ດ້ວຍ​ຮູບ​ການ​ລະດົມ​ການ​ປະຢັດ​ທີ່​ອຸດົມສົມບູນ​ດ້ວຍ​ອັດຕາ​ດອກ​ເບ້ຍ​ທີ່​ສູງ​ພໍ​ສົມຄວນ​ໃນ​ປະຈຸ​ບັນ, ລະບົບ​ທະນາຄານ​ລະດົມ​ໄດ້​ສ່ວນຫຼາຍ​ເງິນ​ທີ່​ນອນ​ຢູ່​ລ້າ​ຢູ່​ນຳ​ປະຊາຊົນ ( ​ເງິນ​ຝາກ​ຂອງ​ລູກ​ຄ້າ​ຢູ່​ບັນດາ​ອົງການ​ຈັດ​ສັນ​ສິນ​ເຊື່ອ​ໄດ້​ກວມ​ເອົາ​ເຖີງ 65% ຂອງ​ລວມຍອດ​ຂອງ​ພາຫະນະ​ການ​ຊຳລະ​ສະ​ສາງ​ຂອງ​ພື້ນຖານ​ເສດ​ຖະກິດ). ​ເພື່ອ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ມີ​ການ​ເຕີບ​ໂຕ​ສູງ, ສິນ​ເຊື່ອ​ທະນາຄານ​ຕ້ອງ​ໄດ້​ເປີດກວ້າງ​ການສະໜອງຄວາມ​ຕ້ອງການ​ກູ້​ຢືມ​ທືນຢ່າງ​ມີ​ປະ​ສິດທິ​ຜົນ ດ້ວຍ​ທິດ​ນຳ​ທີ່​ວ່າ ບໍ່​ປະປ່ອຍ​ໃຫ້​ບັນຫາ​ໂຄງການ​ທີ່​ມີ​ປະສິດທິ​ຜົນ​ສູງ​ຖືກ​ຂາດ​ເຂີນ​ທືນ ​ໂຄງການ​ປະກອບ​ສິນ​ເຊື່ຶອ ຕ້ອງ​ໄດ​ສຶບຕໍ່​ທັນ​ປ່ຽນ​ຢ່າງ​ມີ​ຜົນ ​ໃຫ້​ແກ່​ການ​ລົງ​ທືນນພັດທະນາ, ​ເພີ່ມ​ທະວີ​ການ​ໃຫ້​ກູ້​ຢືມ​ໄລຍະ​ກາງ ​ໄລຍະ​ຍາວ, ຍົກ​ສູງ​ຄຸນະພາບ​ສິນ​ເຊື່ອ, ຫຼຸດຜ່ອນ​ອັດຕາໜີ້​ເກີນ​ກຳນົດ ​ແລະ ໜີ້ທວງ​ຍາກ​ລົງ​ໃຫ້​ຢູ່​ໃນ​ລະດັບ​ທີ່​ຖືກ​ຕ້ອງຕາ​ມາດຕະ​ຖານ​ສາກົນ​ເທື່ອ​ລະ​ກ້າວ, ​ເພີ່ມ​ຮອບ​ໝູນວຽນ ​ແລະ ຍົກ​ສູງ​ປສິດທິ​ຜົນ​ການ​ນຳ​ໃຊ້​ທືນຂອງ​ສັງຄົມ. ສືບ​ຕໍ່​ເປີດ​ກ້ວາງ​ເປົ້າໝາຍການ​ໃຫ້​ກູ້​ຢືມ​ໄປ​ຍັງ​ທຸກໆພາກສ່ວນ​ເສດຖະກິດ, ​ເອົາ​ໃສ່​ຢ່າງ​ເໝາະສົມ​ຕໍ່​ວຽກ​ງານ​ການ​ກູ້​ຢືມ​ສຳ​ລັຍ​ຊາວ​ກະ​ສີກ​ອນ ​ແລະ ບັນດາ​ເປົ້າໝາຍທີ່​ໄດ້​ຮັບ​ນະ​ໂຍບາຍ,​ເປີດ​ກວ້າງ​ການ​ເຄື່ອນ​ບໍ​ການ ຮັບ​ໃຊ້​ຂອງ​ລະບົບ​ທະນາຄານ​ທຸລະ​ກິດ, ປະກອບ​ເຂົ້າ​ໃນ​ການ​ສົ່​ງ​ເສີ່​ມ​ການ​ພັດທະນາ​ເສດ​ຖະກິດ​ລະຫວ່າງ​ເຂດ​ແຄວ້ນ, ທ້ອງ​ຖີ່​ນດ້ວຍ​ກັນ​ຢ່າງ​ສະໝ່ຳສະ​ເໜີ.