ບົດທີ 1
ຄວາມຮູ້ທົ່ວໄປກ່ຽວກັບເງິນຕາໂດຍສັງເຂບ
ຈຸດປະສົງ: ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະຮູ້ໄດ້ກ່ຽວກັບ
1.1.ນິຍາມ ແລະ ທາດແທ້ຂອງເງິນຕາ
1.2.ການຂະຫຍາຍຕົວຂອງຮູບຖານເງິນຕາ
1.3.ໝ້າທີ ແລະ ຄວາມສຳຄັນຂອງເງິນ
1.4.ຄຸນລັກສະນະຂອງວັດຖຸທີເປັນເງິນໄດ້ດີ
1.1.ນິຍາມ ແລະ ທາດແທ້ຂອງເງິນ
1.1.1.ນິຍາມຂອງ ເງິນ
ເງິນແມ່ນ ໝົດທຸກສິ່ງທຸກຢ່າງທີ່ສັງຄົມຍອມຮັບທົ່ວໄປໃຊ້ເປັນຊື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງຫົວໝວ່ຍເງິນຕາຂຶ້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງຢູ່ສະເໝີ.
ເງິນຕາ ແມ່ນຫຍັງ ?
ແມ່ນ ເງິນຕາ ຂອງ ສປປ ລາວ ຊຶ່ງມີຫົວໝວ່ຍແມ່ນກີບ ແລະ ສະກຸນເງິນຕາຕ່າງປະເທດ.
ໃນສັງຄົມເມື່ອກອ່ນບໍ່ທັນນຳໃຊ້ເງິນເປັນສື່ກາງໃນການແລກປຽ່ນ:
1.ງົວ , ຄວາຍ , ແບ້ , ເຂົ້າເປືອກ , ຫອຍ ຫຼື ກາບກີ້.....
2.ໂລຫະຄຳ , ໂລຫະເງິນ......ເຊິ່ງຢູ່ໃນຮູບປະພັນທີ່ເປັນ ກອ່ນ , ແທ່ງ ຫຼື ຫຼຽນມາເປັນເງິນການແລກປຽ່ນ ແມ່ນເອົາສິນຄ້າ ແລກປຽ່ນສິນຄ້າ
ສັງຄົມປະຈຸບັນນຳໃຊ້ເງິນເປັນສື່ກາງໃນການແລກປຽ່ນ: ເວົ້າເຖິງເງິນຄົນເຮົາມັກຈະຄິດທັນທີ່ເຖິງເງິນເຈ້ຍ,ທະນາບັດທະນາຄານ, ເງິນອີເລັກໂທນິດ (E-money) ກໍ່ອາດຈະກາຍເປັນຄຳສັບ ທີ່ບໍ່ແປກຫູອີກຕໍ່ໄປຢູ່ໃນລາວການແລກປຽ່ນແມ່ນຖືເອົາເງິນເປັນສື່ກາາງໃນການແລກປຽ່ນ.
1.1.2.ທາດແທ້ຂອງເງິນ
ແມ່ນເປັນສິ່ງໝຶ່ງທີ່ໃຊ້ເປັນສື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການ ເປັນພາຫະນະທີ່ຊວ່ຍໃນຂະບວນການແລກປຽ່ນໃຫ້ເປັນໄປຢ່າງງ່າຍດ່າຍຍິ່ງຂຶ້ນ.
ທາດແທ້ຂອງເງິນມັນໄດ້ສະແດງອອກຜ່ານ 2 ຄຸນລັກສະນະໃນຕົວຂອງມັນເອງຄື:
1.ຄຸນຄ່າໃຊ້ສອຍຂອງເງິນ: ແມ່ນຄວາມສາມາດໃນດ້ານການສະໝອງ ຄວາມຕ້ອງການໃນການແລກປຽ່ນໃນສັງຄົມ, ຄວາມຕ້ອງການໃນການນຳໃຊ້ເປັນສື່ກາງ ຂອງການແລກປຽ່ນ.
2. ຄຸນຄ່າທາງດ້ານເງິນຕາ: ແມ່ນມັນໄດ້ສະແດງອອກໃນນິຍາມຂອງເງິນ ‘’ອຳນາດຊື້ຂອງເງິນ ‘’ ໝາຍເຖິງຄວາມສາມາດໃນການແລກປ່ຽນ ສິນຄ້າ ແລະ ການບໍລິການ ທີ່ໄດ້ຫຼາຍ ຫຼື ໝ້ອຍ.
ອຳນາດຊື້ຂອງເງິນເພີ່ນໄດ້ແບ່ງອອກເປັນ 2 ຄ່າຄື:
1.ຄ່າພາຍໃນ: ໝາຍເຖິງ ອໍານາດຊື້ຂອງເງິນໝຶ່ງຫົວໝ່ວຍ ເມື່ອທຽບໃສ່ສິນຄ້າ ແລະ ບໍລິການ.
2.ຄ່າພາຍນອກ: ໝາຍເຖິງ ຄວາມສາມາດຊື້ສິນຄ້າ ແລະ ບໍລິການ ຢູ່ຕ່າງປະເທດເຊິ່ງວັດແທກໄດ້ດວ້ຍອັດຕາແລກປ່ຽນ ຕໍ່ໝຶ່ງຫົວໝວ່ຍເງິນຕາພາຍໃນປະເທດປະເທດ
ດັ້ງນັ້ນຄ່າພາຍນອກຂອງເງິນ ຈິ່ງຂຶ້ນກັບ 2 ປັດໃຈຄື: ອັດຕາແລກປຽ່ນ ແລະ ອຳນາດຊື້ຂອງເງິນ. ໃນເງື່ອນໄຂເສດຖະກິດເປີດ ອຳນາດຊື້ຂອງເງິນໝຶ່ງຫົວໝວ່ຍມັນຈະສະແດງຊື້ໂດຍລວມ ເຊິ່ງຈະມີທັງຄ່າພາຍໃນ ແລະ ຄ່າພາຍນອກ
1.2.ການຂະຫຍາຍຕົວຂອງຮູບຖານເງິນຕາ
ໃນການຂະຫຍາຍຕົວຂອງເສດຖະກິດສິນຄ້າ ຮູບຖານຂອງເງິນຕາກໍ່ໄດ້ຂະຫຍາຍຕົວໃນຫຼາຍຮູບ ຫຼາຍລັກສະນະທີ່ແຕກຕ່າງກັນເພື່ອຕອບສະໝອງ ເຖິ່ງຄວາມຕ້ອງການໃນການຂະຫຍາຍຕົວ ໂດຍສະເພາະແມ່ນກົນໄກການເຄືອນໄຫວໃນການແລກປ່ຽນສິນຄ້າ.
ການຂະຫຍາຍຕົວຂອງຮູບຖານເງິນຕາປະກອບມີຄື:
ຮູບຖານສິນຄ້າ-ເງິນຕາ
ເງິນເຈ້ຍ
ເງິນເຊື່ອ
ເງິນຕາອີເລັກໂຕຼນິກ
1.2.1. ຮູບຖານສິນຄ້າ - ເງິນຕາ
ນີ້ແມ່ນຮູບຖານເບື້ອງຕົ້ນຂອງເງິນຕາ. ຈຸດພິເສດໂດຍລວມຂອງເງິນໃນຮູບຖານດັ່ງກ່າວນີ້: ແມ່ນການນຳເອົາສິນຄ້າມາເປັນເງິນເພື່ອນຳໃຊ້ເຂົ້າໃນການແລກປຽ່ນ ເຊິງຕ້ອງມີລາຄາທີ່ແທ້ຈິງຂອງສິນຄ້າ ແລະ ລາຄາວັດຖຸທີ່ນຳມາແລກປ່ຽນຕ້ອງມີມູນຄ່າເທົ່າທຽມກັບລາຄາສິນຄ້າທີ່ຕ້ອງແລກປ່ຽນ. ໝາຍຄວາມວ່າ ການທຽບລາຄາສິນຄ້າ - ເງິນຕາ ແບບພິເສດຕ້ອງມີມູນຄ່າເທົ່າທຽມກັບສິນຄ້າ ທີ່ຕ້ອງການປຽ່ນແປງ ຫຼື ເວົ້າອີກຢ່າງໝຶ່ງວ່າມູນຄ່າສິນຄ້າ - ເງິນຕາ ແມ່ນວັດແທກດວ້ຍມູນຄ່າຂອງສິນຄ້າ ທີ່ນຳມາເຮັດເງິນສິນຄ່ຄ້າ - ເງິນຕາ.
ສິນຄ້າ - ເງິນຕາ ປະກົດຂຶ້ນໃນ ສອງ ຮູບຖານຄື:
1.ເງິນຕາທີ່ເປັນສິນຄ້າ: ເງິນຕາທີ່ເປັນສິນຄ້າແມ່ນຊະນິດເງິນຕາທີ່ຢູ່ພາຍໃຕ້ຮູບຖານທີ່ເປັນສິນຄ້າ (ຍົກເວັ້ນໂລຫະ). ໃນປະຫວັດຄວາມເປັນມາ ໃນເມື່ອກອ່ນມີສີິນຄ້າຫຼາຍຊະນິດທີ່ຜູ້ຄົນນ້ຳມາໃຊ້ເປັນເງິນເຊັ່ນ: ແຂ້ວປາວານ , ເຄືອງດົນຕີພືນເມືອງ , ກະດອງເຕົ່າ , ເຂົາກວາງ,ຜ້າໃໝ ແລະ ອື່ນໆ. ແຕ່ເຖິງຢ່າງໃດກໍ່ຕາມ ເງິນຕາທີ່ເປັນສິນຄ້າ ກໍ່ຍັງມີຂໍ້ຫຍຸ້ງຍາກເຊັ່ນ: ບໍ່ເປັນອັນໝຶ່ງອັນດຽວກັນທາງດ້ານ ຄຸນລັກຊະນະຂອງສິນຄ້າ, ບໍ່ມີຄວາມທົນທານ , ບໍ່ມີຄວາມສະດວກໃນການແບ່ງເປັນຫົວໝວ່ຍຍອ່ຍ, ບໍ່ມີຄວາມສະດວກໃນການຂົນສົ່ງ ຫຼື ພົກພາ ແລະ ບໍ່ເປັນທີ່ຍອມຮັບໃນສັງຄົມທົ່ວໄປ. ດັ່ງນັ້ນ ເງິນຕາທີ່ເປັນສິນຄ້າ ຈຶ່ງຄອ່ຍໝົດໄປ ແລະ ໄດ້ແທນທີ່ດວ້ຍຮູບຖານເງິນຕາຊະນິດໃໝ່ຄືເງິນຕາທີ່ເປັນໂລຫະ.
2.ເງິນຕາທີ່ເປັນໂລຫະ: ເງິນໂລຫະແມ່ນເງິນຕາ ທີ່ຢູ່ພາຍໃຕ້ຮູບຖານຂອງໂລຫະ ທີ່ມີຄ່າເຊິງມັກຈະແມ່ນ ໂລຫະທອງ, ໂລຫະເງິນ , ໂລຫະຄຳ..ໂລຫະຄໍານີ້ແມ່ນ ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ ແລະ ຍາວນານທີ່ສຸດ, ສວນໂລຫະເງິນ ແລະ ໂລຫະທອງແມ່ນຖືກນໍາໃຊ້ໃນເວລາທີ່ໂລຫະຄຳຂາດ.
ໃນການປະຕິບັດໝ້າທີ່ ຂອງເງິນຕານີ້ມີຄື:
1.ຄໍາແມ່ນສິນຄ້າທີ່ຜູ້ຄົນນິຍົມຊົມຊອບ, ຄໍາບໍ່ແມ່ນໂລຫະທີ່ຫາຍາກ ແລະ ມີມູນຄ່າໃນຕົວຂອງມັນເອງ, ເປັນທີ່ຕ້ອງການໃນສັງຄົມ. ດັ່ງນັ້ນການໃຊ້ໂລຫະຄໍາເປັນສື່ກາງໃນການແລກປຽ່ນຈິ່ງມີຄວາມສະດວກ ແລະ ເປັນທີ່ຍອມຮັບໃນສັງຄົມຢ່າງກວ້າງຂວາງ.
2. ຄຸນລັກສະນະທາງດ້ານກ່າຍຍະພາບຂອງໂລຫະຄຳແມ່ນອຳນວຍຄວາມສະດວກທີ່ສຸດໃນການປະຕິບັດໝ້າທີ່ຂອງເງິນຄື:
ໂລຫະຄຳບໍ່ປຽ່ນສີ
ບໍ່ຫລຸ້ຍຫຽ້ນ
ມີຄວາມທົນທານ
3.ໂລຫະຄຳມີສະຖຽນລະພາບທາງດ້ານມູນຄ່າຄຳຫຼາຍກວ່າສິນຄ້າປະເພດອື່ນ. ເບື້ອງຕົ້ນໂລຫະຄໍາຖືກຫລອມເປັນກ້ອນ, ເປັນແທງຕໍ່ມາເພື່ອສະດວກໃນການແລກປຽ່ນຄຳໄດ້ຖືກຫລອມເປັນຫລຽນທີ່ມີນ້ຳໝັກ ແລະ ຄວາມບໍລິສຸດໃນລະດັບໃດໝຶ່ງ.
ຄໍາເງິນຕາໄດ້ຄອບງໍາລະບົບເງິນຕາເປັນເວລາຍາວນານທີ່ສຸດ. ໃນສັດຕະວັດທີ 19 ປີ 1971 ລະບົບເງິນຕາສາກົນ Bretton Woods System ນຳເອົາຄຳມາເປັນມາດຕະຖານໃນການວັດແທກຄ່າຂອງເງິນລົ້ມລະລາຍ.
ເຖິງແມ່ນວ່າໂລຫະຄໍາຈະມີຄວາມແທດເໝາະໃນການນຳໃຊ້ເປັນເງິນຕາແຕ່ຄຳເງິນຕາກໍ່ຍັງບໍ່ຕອບສະໝອງຄວາມຕ້ອງການແລກປຽ່ນຊື້ - ຂາຍໃນສັງຄົມ ໃນເວລາທີ່ພື້ນຖານເສດຖະກິດຜະລິດສິນຄ້າ ແລະ ການຂະຫຍາຍຕົວລະດັບສູງ.
1.2.2. ເງິນເຈ້ຍ
ເພືອສ້າງຄວາມສະດວກ ແລະ ປອດໄພບັນດາທະນາຄານໄດ້ນຳໃຊ້ເງິນເຈ້ຍ ເພື່ອການແລກປ່ຽນຊື້ຂາຍຕໍ່ກັບບັນດາປະລິມານເງິນທີ່ມີຂະໝາດໃຫ່ຍ. ເງິນເຈ້ຍໄດ້ກຳເນີດຂຶ້ນໃນເບື້ອງຕົ້ນແມ່ນຢູ່ໃນຮູບລັກຊະນະຂອງການເປັນໃບຢັ້ງຢືນ ທີ່ສາມາດແລກປຽ່ນເອົາເງິນ ຫຼື ຄຳໄດ້ຍ້ອນການຈຳໝ່າຍຂອງທະນາຄານ.
ຕົວຢ່າງ: ກອ່ນໝ້ານີ້ ໃນອັງກິດ ແມ່ນໄດ້ມີການ ຫຼອມເງິນປອນສະເຕີລິງ ພອ້ມໆກັບການຈໍາໝ່າຍເງິນປ່ອນທີ່ເຮັດດວ້ຍເຈ້ຍ ເຊິ່ງສາມາດ ແລກຄຳຄືນໄດ້ຢ່າງເສລີ ຕາມອັດຕາສວ່ນ 1 ປອນເງິນເຈ້ຍ ຈະແລກຄຳໄດ້ ນ້ຳໝັກ 123, 271 grain ຫຼື ເທົ່າກັບ 7,32236 ກຼາມຄຳສົດ. ການແລກປ່ຽນຄຳຄືນ ແມ່ນທະນາຄານທີ່ຈຳໝາຍເງິນເຈ້ຍຈະເປັນຜູ້ປະຕິບັດ.
ເງິນເຈ້ຍຊະນິດນີ້ຂະຫຍາຍຕົວຢ່າງແພ່ຫຼາຍໃນທະວີບຢູ່ໂຫຼບ ກ່ອນສົງຄາມໂລກຄັ້ງທີ່ 1 ເຊິ່ງເອີ້ນກັນວ່າ ເງິນຕາຂອງທະນາຄານ ຫຼື ທະນາບັດ ທະນາຄານເຊິ່ງການນຳໃຊ້ທະນາບັດ ທະນາຄານແມ່ນເປັນຄວາມສະມັກໃຈຂອງຜູ້ຊົມໃຊ້.
ໃນໄລຍະຕໍ່ມາແມ່ນ ຍ້ອນຜົນກະທົບຂອງສົງຄາມກໍ່ຄືນການຫລົ້ມລະລາຍ ຂອງພື້ນຖານເສດຖະກິດ, ໄດ້ມີຫຼາຍເທື່ອທີ່ ເງິນເຈ້ຍໝົດຄວາມສາມາດໃນການແລກປ່ຽນຄຳຄືນເຊັ່ນ: ຝຮັ່ງບໍ່ມີຄວາມສາມາດ ເອົາເງິນເຈ້ຍໄປແລກປ່ຽນເອົາຄຳຄືນ ໃນຊຸ່ມປີ 1720 , 1848-1850 , 1870-1875 , 1914-1928 ແລະ ສຸດທ້າຍແມ່ນ ປີນັບແຕ່ ວັນທີ່ 1/10/1936 ຈົນເຖິງປະຈຸບັນ.
ຢູ່ສະຫະລັດອາເມລິກາ ໃນຊວ່ງໄລຍະສະໄໝສົງຄາມ ໃນປີ 1862-63 ລັດຖະບານ ຈຳໝາຍທະນາບັດ ທີ່ບໍ່ສາມາດແລກປ່ຽນຄຳຄືນ ຈົນເຖິງປີ 1879 ສົງຄາມໄດ້ຢຸດຕິລົງ ຈິງສາມາດປັບປຸງຄືນໄດ້. ພາຍຫຼັງສົງຄາມໂລກຄັ້ງທີ່ 2 ມີພຽງເງິນດອນລາເທົ່ານັ້ນທີ່ສາມາດແລກປ່ຽນຄຳຄືນໄດ້.
ການຢຸດຕິການແລກປ່ຽນຄໍາຄືນນັ້ນ ມີສາຍເຫດມາຈາກການເກີດມີສົງຄາມຄັ້ງທີ່ 1 ແລະ ການລົ້ມລະລາຍ ທາງດ້ານເສດຖະກິດໃນປີ 1929-1933 ເຊິ່ງເປັນສາຍເຫດຕົ້ນຕໍ່ ທີ່ພາໃຫ້ເກີດມີການນ້ຳໃຊ້ເງິນເຈ້ຍທີ່ບໍ່ຮັບແລກປ່ຽນເປັນຄຳຄືນ ເຊິງມັນແພ່ລາມໄປຢ່າງກວ້າງຂວາງໃນທົ່ວໂລກ.
ຄຸນປະໂຫຍດຂອງການນຳໃຊ້ເງິນເຈ້ຍ:
ການນຳໃຊ້ເງິນເຈ້ຍ ເຮັດໃຫ້ທຸກຄົນມີຄວາມສະດວກງ່າຍດາຍ ໃນການເກັບຮັກສາ ແລະ ພົບພາແນ່ນອນວ່າທຸກຄົນຕ້ອງການທີ່ຈຳຖືເງິນເຈ້ຍຫຼາຍກວ່າທີ່ ຈະນຳເອົາໂລຫະທີ່ຫຼອມເປັນເງິນ ທີ່ມີນ້ຳໝັກໃສໃວ້ໃນກະເປົ່າຂອງຕົນ.
ເງິນເຈ້ຍ ມີທຸກຫົວໝວ່ຍ ແຕ່ນ້ອຍຫາໃຫ່ຍແທດເໝາະກັບຂະໝາດຂອງການແລກປ່ຽນຂອງທ່ານ.
ລັດຖະບານສາມາດພິມເງິນເຈ້ຍໄດ້ ໂດຍມີການຊິ້ນເປືອງ ໝອ້ຍກວ່າ ການເອົາໂລຫະມາຫຼອມເປັນເງິນຕາ ແລະ ກໍ່ສາມາດພິມຈຳໝ່າຍໄດ້ໂດຍບໍ່ຂຶ້ນກັບປະລິມານຂອງຄຳຄືດັ່ງເມື່ອກອ່ນ.
ເງິນເຈ້ຍມີຈຸດອ່ອນຂອງມັນຄື:
ຂາດງ່າຍ
ມີຄ່າຊິ້ນເປືອງໃນຂອດຈໍລະຈອນສູງ
ມີຄວາມຫຍຸ່ງຍາກໃນການຊຳລະສະສາງລະຫວ່າງປະເທດ
ປ່ອມແປງໄດ້ງ່າຍ
ງ່າຍຕໍ່ການເກີດໄພເງິນເຟີ້
1.2.3.ເງິນເຊື່ອ (Credit Money )
ແມ່ນເງິນຢູ່ໃນບັນຊີທີ່ເປີດຢູ່ໃນທະນາຄານ ແລະ ໄດ້ກຳນົດມາຈາກບັນດາຮູບການ ການຮັບເງິນໃນທະນາຄານ,ໃນເວລາທີ່ລູກຄ້າຝາກເງິນເຂົ້າທະນາຄານ ທະນາຄານຈະເປີດບັນຊີ ແລະ ຈົດບັນຊີດັ່ງກ່າວ.
ເງິນເຊື່ອທາດແທ້ ແມ່ນຕົວເລກທີ່ຈົດກ່າຍໃນບັນຊີທະນາຄານເຊິ່ງອາດເວົ້າໄດ້ວ່າເງິນເຊື່ອແມ່ນເງິນທີ່ບໍ່ໄດ້ນຳໃຊ້ວັດຖຸໃດໆມາເຮັດເປັນເງິນແຕ່ມັນກໍ່ມີລັກສະນະທາງຄຸນຄ່າທີ່ເທົ່າທຽມກັບເງິນເຈ້ຍ.
ແຊັກ (Cheque / Check) ແມ່ນໃບຄຳສັງຈ່າຍຂອງເຈົ້າຂອງບັນຊີ ເປັນຜູ້ໂອນຜົນປະໂຫຍດໃຫ້ແກ້ຜູ້ອື່ນ ຕາມຈຳນວນທີ່ໄດ້ຂຽນໄວ້ໃນໃບແຊັກດັ່ງກ່າວ ເພືອຮຽກຮອ້ງໃຫ້ທະນາຄານຊຳລະຈາກບັນຊີຂອງ ໃຫ້ແກ່ຜູ້ຮັບຜົນປະໂຫຍດຕາມການກຳນົດທີ່ຢູ່ໃນໃບແຊັກດັ່ງກ່າວ.
ການນຳໃຊ້ແຊັກໃນການຊຳລະ ມັນມີຄວາມສະດວກຍ້ອນວ່າ:
ປະຫຍັດຄ່າໃຊ້ຈ່າຍໃນການຊຳລະເພາະສາມາດຫຼຸດຜ່ອນການດຳເນີນການ ໃນການໂອນເງິນ ໃນບັນຊີລະຫວ່າງທະນາຄານເພາະຈະນຳເອົາໃບແຊັກທີ່ໄດ້ຮັບມາລົບໃບແຊັກທີ່ໄດ້ຈ່າຍນຳກັນ.
ມີຄວາມວອງໄວ , ມີຄວາມປອດໄພ ແລະ ງ່າຍດາຍ.
ມີຄວາມສະດວກໃນການຊຳລະ ເພາະສາມາດຂຽນຈຳນວນເງິນໄດ້ຕາມຄວາມຕ້ອງການໃດໝຶ່ງຂອງຕົນ ຫຼື ສາມາດນຳໃຊ້ໄດ້ຈົດໝົດຈຳນວນເງິນທີ່ມີຢູ່ໃນບັນຊີ ດັ່ງນັ້ນການເຮັດໃຫ້ການຊຳລະ ທີ່ມີປະລິມານເງິນຫຼາຍ ສາມາດປະຕິບັດໄດ້ຢ່າງສະດວກຍິ່ງຂຶ້ນ.
1.2.4. ເງິນຕາອີເລັກໂຕຼນິກ (Electronic Money)
ບາດກ້າວການຂະຫຍາຍຕົວຂອງອຸດສາຫະກໍາ ກໍ່ຄືການພັດທະນາຢ່າງວ່ອງໄວ ຂອງລະບົບຂໍ້ມູນ ຂ່າວສານມັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ລະບົບທະນາຄານໄດ້ມີການປຽ່ນແທນພາຫະນະການຊຳລະສະສາງທີ່ເກົ່າແກ່ທີ່ນຳໃຊ້ບັນດາໃບເຈ້ຍແທນດວ້ຍການຊຳລະຮູບແບບໃໝ່ທີ່ເປັນອີເລັກໂຕນິກ(Electronic means of payment-EMOP).
1.2.4.1.ບັດຊຳລະເງິນ (Payment Card)
ແມ່ນບັດຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ທະນາຄານ ຫຼື ບໍລິສັດເງິນທຶນເປັນຜູ້ສ້າງຂຶ້ນໂດຍອີງໃສ່ບັດດັ່ງກ່າວ ເງິນຕາອີເລັກໂຕຼນິກສາມາດຈໍລະຈອນໄດ້.
ບັດຊຳລະເງິນມີລັກສະນະດັ່ງຕໍ່ໄປນີ້:
1.ບັດຖອນເງິນ ATM Card: ມັນໄດ້ຖືກນຳໃຊ້ ເພື່ອຖອນເງິນ ຫຼື ໂອນເງິນຜ່ານບັນຊີ ໂດຍຜ່ານຕູ້ ATM ໃຊ້ເວລາພຽງແຕ່ເຄິ່ງນາທີ ການດຳເນີນທຸລະກຳຕ່າງໆ ກໍ່ຈະສຳເລັດ.
2.ບັດເຄຣດິດ (Credit ard )
ເປັນບັດທີເຮັດດວ້ຍ ພາສະຕິກທີ່ເປັນຮູບສີ່ຫຽ່ມທີ່ມີຂະໝາດມາດຕະຖານ 96x54x0,76 ມມ ດ້ານໝ້າແມ່ນພິມຂໍ້ມູນຕ່າງໆ ທີ່ກຽ່ວຂ້ອງກັບຜູ້ຈຳໝ່າຍ (ຊື່ ແລະ ໂລໂກ້) ຂໍ້ມູນກຽ່ວກັບຜູ້ນຳໃຊ້ບັດ, ດ້ານຫຼັງຈະມີລະຫັດສີດຳ ແລະ ບັນດາຂໍ້ມູນທີ່ຈຳເປັນກຽ່ວກັບບັດ ແລະ ເຈົ້າຂອງບັດ.
ການໂອນເງິນແບບເຄຣດິດ:
ໝາຍເຖິງການສັ່ງຈ່າຍຂອງຜູ້ຈ່າຍໃຫ້ ແກ່ຜູ້ຮັບ ເພື່ອການຊໍາລະເງິນ. ທຸກໆຄໍາສັ່ງຈ່າຍຕ້ອງແມ່ນຜູ້ຈ່າຍສັ່ງໃຫ້ ທະນາຄານ ຫຼື ສະຖາບັນການເງິນໂອນ ຫຼື ຫັກບັນຊີຂອງຕົນໃຫ້ແກ່ຜູ້ຮັບເງິນ.
3.ບັດເດບິດ (Debit Card )
ຮູບແບບຂອງບັດເດບິດ ແມ່ນມີລັກຊະນະ ຄືກັນກັບບັດເຄດິດ ແຕ່ວ່າຈະແຕກຕ່າງກັນໃນການນຳໃຊ້ເພາະວ່າບັດເດບິດ ແມ່ນເປັນບັດທີ່ສາມາດນຳໃຊ້ເງິນ ໄດ້ຫຼາຍເທົ່າກັບຈຳນວນເງິນທີ່ມີຢູ່ໃນບັນຊີເຊິງຈະແຕກຕ່າງຈາກບັດເຄດິດທີ່ໃຊ້ໄວ້ ເປັນເຄືອງມືແກ່ການກູ້ຢືມ.
ການໂອນເງິນແບບເດບິດ:
ໝາຍເຖິງ ຄໍາສັ່ງຈ່າຍຂອງຜູ້ຮັບເງິນ ຕໍ່ທະນາຄານ ຫຼື ສະຖາບັນການເງິນ ໂອນເງິນຈາກບັນຊີ ຜູ້ຈ່າຍໃຫ້ຕົນບົນພື້ນຖານການເຫັນດີຂອງຜູ້ຈ່າຍຢ່າງເປັນລາຍລັກອັກສອນ.ການໂອນເງິນດັ່ງກ່າວກວມເອົາຄໍາສັ່ງຈ່າຍໃດຫນຶ່ງທີ່ອອກ ໂດຍທະນາຄານ ຫຼື ຜູ້ໃຫ້ບໍລິການຊໍາລະ ຫຼື ຄົນກາງເພື່ອປະຕິບັດຕາມຄໍາສັ່ງຈ່າຍຂອງຜູ້ຮັບ.
2.4.2.ເງິນສົດອີເລັກໂຕຼນິກ (Electronic cash/E-cash)
ແມ່ນຮູນແບບຂອງເງິນ ອີເລັກໂທນິກ ທີ່ນຳໃຊ້ໄວ້ ຊື້ສິຄ້າ ແລະບໍລິການ ໃນອິນເຕີເນັດ. ຜູ້ຊົມໃຊ້ເງິນໃນຮູບແບບນີ້ ສາມາດດາວໂຫຼດເງິນໃນບັນຊີຂອງຕົນ ທີ່ຢູ່ໃນທະນາຄານ ມາທີ່ຄອມພິວເຕີຂອງຕົນເອງ,ໃນເວລາທີ່ມີການເລືອກຊື້ສິນຄ້າ ແລະ ການບໍລິການ ຕາມເວບໄຊ້ ຕ່າງໆກໍ່ສາມາດ ໂອນຍ້າຍເງິນຈາກຄອມພິວເຕີຂອງຕົນ ໄປຫາຄອມພິວເຕີຜູ້ຂາຍໄດ້ ເພື່ອທຳການຊຳລະຄ່າສິນຄ້າ ແລະ ການບໍລິການ.
2.4.3. ແຊັກອີເລັກໂຕຼນິກ(Electronic Cheque/Echeque)
ແມ່ນອະນຸຍາດຜູ້ນຳໃຊ້ ອິນເທີເນັດ ສາມາດສຳລະສາງ ບັນດາໃບບິນຮຽບເກັບເງິນ ຜ່ານອິນເທີເນັດເຊິງບໍ່ຈຳເປັນຕ້ອງສົງບິນຄືແຕ່ກ່ອນອີກຕໍ່ໄປ.
1.3.ໝ້າທີ່ຂອງເງິນ
ເງິນປະກອບມີ 3 ໝ້າທີ່ຄື:
ເປັນຫົວໝ່ວຍວັດແທກມູນຄ່າ
ປັນພາຫະນະໃນການແລກປ່ຽນ
ເປັນພາຫະນະສະສົມມູນຄ່າ
1.ເປັນຫົວໝວ່ຍວັດແທກມູນຄ່າ: ເງິນຕາ ແມ່ນຫົວໝວ່ຍວັດແທກມູນຄ່າ , ໝາຍຄວາມວ່າມັນໄດ້ຖືນຳໃຊ້ເພືອວັດແທກມູນຄ່າສິນຄ້າ,ບໍລິການກອ່ນຈະດຳເນີນການແລກປຽ່ນນຳກັນ.
2.ເປັນພາຫະໃນການແລກປຽ່ນ: ໃນພື້ນຖານເສດຖະກິດ, ເງິນຕາເປັນພາຫະນະໃນການແລກປຽ່ນ, ມັນໄດ້ນຳໃຊ້ເຂົ້າໃນການຊື້-ຂາຍສິນຄ້າ,ການບໍລິການ ຫຼື ຊຳລະສະສາງບັນດາໝີ້ສິນຢູ່ພາຍໃນ ແລະ ຕ່າງປະເທດ.
3.ເປັນພາຫະນະສະສົມມູນຄ່າ: ໝາຍຄວາມວ່າ ເປັນບ່ອນບັນຈຸກຳລັງສິນຄ້າ ຢູ່ໃນໄລຍະເວລາໃດໝຶ່ງ.
1.4.ຄຸນລັກສະນະຂອງວັດຖຸທີ່ເປັນເງິນໄດ້ດີ
ການສຶກສາເຖິງວິວັດການຂະຫຍາຍຕົວ ຂອງຮູບຖານເງິນຕາ ມັນໄດ້ເຮັດໃຫ້ເຫັນເຖິງການນໍາເອົາວັດຖຸໃດໜຶ່ງທີ່ຖືກຍອມຮັບມາເປັນເຄື່ອງມືຊໍາລະສະສາງໃນຂອດຈໍລະຈອນເຊິ່ງຢູ່ໃນຖານະເງິນຕານັ້ນ ບໍ່ແມ່ນວ່າຍ້ອນມັນມີມູນຄ່າພາຍໃນຕົວຂອງມັນ ແຕ່ໃນເວລາທີ່ມັນຖືກຍອມຮັບວ່າເປັນເງິນຕາ ວັດຖຸດັ່ງກ່າວນັ້ນ ຈິ່ງມີມູນຄ່າເກີດຂຶ້ນ ເຊິ່ງນັ້ນ ແມ່ນ ອໍານາດຊື້ຂອງມັນນັ້ນເອງ. ເພື່ອໃຫ້ເປັນທີ່ຍອມຮັບໃນການເປັນສື່ກາງຊໍາລະສະສາງວັດຖຸດັ່ງກ່າວນັ້ນຕ້ອງມີຄຸນລັກສະນະໃນຫຼາຍໆດ້ານ ດັ່ງນີ້:
1.ເປັນທີ່ຍອມຮັບທົ່ວໄປ.
ເປັນຄຸນລັກສະນະທີ່ສໍາຄັນທີ່ສຸດຂອງເງິນຕາ. ໃນປະຈຸບັນພວກເຮົາສາມາດຮູ້ໄດ້ວ່າປັດໃຈສໍາຄັນທີ່ຕັດສິນວ່າຜູ້ຄົນທີ່ຍອມຮັບເງິນຕານັ້ນ ຫຼື ບໍ່ນັ້ໜແມ່ນຄວາມສາມາດແລກປ່ຽນບັນດາສິນຄ້າ ເຊິ່ງເງິນມັນມີອໍານາດຢູ່ພາຍໃນຕົວຂອງມັນ ແລະ ແນ່ນອນວ່າຖ້າຄວາມສາມດນີ້ບໍ່ສາມາດເຮັດໄດ້ ຫຼື ມີຄວາມລະແວງສົງໄສໃນອໍານາດຊື້ຂອງເງິນແລ້ວເງິນກໍ່ຈະບໍ່ຖືກຍອມຮັບອີກຕໍ່ໄປ ແລະ ກໍ່ຈະພາໃຫ້ເກີດປະກົດການການແລກປ່ຽນທາງກົງເກີດຂຶ້ນ.
2.ລັກສະນະສັງເກດໄດ້ງ່າຍ.
ເປັນຄຸນລັກສະນະທີ່ສະໜັບສະໜູນໃຫ້ແກ່ຄຸນລັກສະນະທີ່ເປັນທີ່ຍອມຮັບທົ່ວໄປຂອງຄົນໃນສັງຄົມ ເຊິ່ງເງິນຕາຕ້ອງມີຄຸນລັກສະນະສາມາດສັງເກດໄດ້ຢ່າງງ່າຍດາຍ ຮັບຮູ້ໄດ້ຢ່າງວ່ອງໄວວ່າເງິນຕາສະກຸນໃດໜຶ່ງ ເຊິ່ງມີສັນຍາລັກ ແລະ ຈຸດພິເສດຢ່າງສະເພາະເຈາະຈົງຂອງງເງິນສະກຸນນັ້ນໆ ບໍ່ວ່າຈະເປັນເງິນໂລຫະ ຫຼື ເງິນເຈ້ຍກໍ່ຕາມ.
3.ແບ່ງເປັນຫົວໜ່ວຍຍ່ອຍໄດ້ງ່າຍ.
ໃນຄຸນລັກສະນະດັ່ງກ່າວນີ້ ແມ່ນ ແນໃສ່ການດໍາເນີນການທາງດ້ານລາຄາສິນຄ້າ ແລະ ບໍລິການທີ່ມີມູນຄ່າທີ່ແຕກຕ່າງກັນໃນແຕ່ລະຊະນິດຂອງສິນຄ້າໃນການແລກປ່ຽນຊື້-ຂາຍທຸກໆຄັ້ງ, ມັນສະດວດໃນການຄິດໄລ່ເງິນທອນຄືນລະຫວ່າງງສ່ວນຕ່າງຂອງລາຄາສິນຄ້າ ແລະ ບໍລິການເມື່ອທຽບກັບມູນຄ່າຂອງເງິນ ເຊິ່ງຄຸນລັກສະນະດັ່ງກ່າວນີ້ມັນສາມາດຊ່ວຍແກ້ໄຂບັນຫາຂອງການແລກປ່ຽນທາງກົງໄດ້.
4.ມີຄວາມທົນທານ.
ລັກສະນະດັ່ງກ່າວນີ້ ມັນຈະຮັບປະກັນໃຫ້ແກ່ການຄົງຕົວຢູ່ຂອງເງິນຕາ ສາມາດນໍາໃຊ້ໄດ້ຢ່າງດົນນານໃນຂອດຈໍລະຈອນຂອງເງິນ ເຊິ່ງຈະບໍ່ມີການຫຼຸ້ຍຫ້ຽນ ຫຼື ຈີກຂາດໃນສະພາບທົ່ວໄປ ຫຼື ໃນຂະບວນການປ່ຽນມືຂອງການນໍາໃຊ້ເງິນຕາໃນແຕ່ລະຄັ້ງເຊິ່ງນີ້ແມ່ນຈຸດອ່ອນຂອງການທີ່ໄດ້ນໍາເອົາສິນຄ້າມາແລກປ່ຽນເຊິ່ງກັນ ແລະ ກັນ.
5.ສາມາດພົກພາໄດ້ສະດວກ.
ເງິນທີ່ນໍາມາໃຊ້ເປັນເຄື່ອງມືການແລກປ່ຽນນັ້ນອາດຈະຢູ່ໃນຂົງເຂດເສດຖະກິດໃນແຕ່ລະແຫ່ງທີ່ແຕກຕ່າງກັນ ດັ່ງນັ້ນລັກສະນະທີ່ມີຂະໜາດໃຫຍ່ ຫຼື ນໍ້າໜັກຂອງວັດຖຸທີ່ນໍາມາເປັນເຄື່ອງມືໃນການແລກປ່ຽນຊື້-ຂາຍ ກໍ່ຈະເປັນອຸປະສັກໃນການພົກພາສິ່ງເຫຼົ່ານັ້ນໄປໃນສະຖານທີ່ຕ່າງໆ, ແຕ່ຖ້ານໍາໃຊ້ວັດຖຸຊະນິດໃດໜຶ່ງທີ່ມີຂະໜາດພໍດີ ແລະ ມີນໍ້າໜັກເບົາ ມັນກໍ່ຈະສ້າງຄວາມສະດວກ ແລະ ງ່າຍດາຍຕໍ່ການຊື້-ຂາຍ, ແລກປ່ຽນໄດ້ຫຼາຍຫຍິ່ງຂຶ້ນ.
6.ເປັນທີ່ຕ້ອງການຂອງສັງຄົມທົ່ວໄປ.
ລັກສະນະດັ່ງກ່າວນີ້ ແມ່ນມີໄວ້ເພ່ອໃຫ້ຖືກຍອມຮັບໃນການແລກປ່ຽນຊື້-ຂາຍ ດັ່ງນັ້ນເງິນຕາຕ້ອງມີປະລິມານທີ່ຈໍາກັດ ເພື່ອສ້າງຄວາມຕ້ອງການເງິນໃນສັງຄົມ, ບັນດາເງິນຕາສິນຄ້າ ແມ່ນ ມີຂໍ້ຈໍາກັດໃນຈຸດດັ່ງກ່າວນີ້ເພາະວ່າພວກມັນມີມູນຄ່າຢູ່ໃນຕົວຂອງມັນເອງ ແລະ ເປັນຜະລິດຕະພັນຂອງການອອກແຮງງານ. ດັ່ງນັ້ນເງິນຕາເຮົາສາມາດເກັບຮັກສາໄວ້ໄດ້ຢ່າງດົນນານ ແລະ ມັນຍັງສາມາດແຈກຢາຍປະລິມານເງິນໃນຂອດຈໍລະຈອນໄດ້ດ້ວຍຕົວຂອງມັນເອງ. ເງິນເຈ້ຍອາດມີລັກສະນະມີຈໍານວນຈໍາກັດເພາະວ່າລັດຖະບານໄດ້ນໍາໃຊ້ບັນດານະໂຍບາຍເພື່ອຄວບຄູມ ແລະ ດັດສົມປະລິມານເງິນຕາໃນຂອດຈໍລະຈອນຢູ່ຕະຫຼອດເວລາ.