ໂລໂກ

ຂະໝານຕອບ ວິຊາ ທິດສະດີເງິນຕາ

ບົດ​ທີ 1
ຄວາມ​ຮູ້​ກ່ຽວ​ກັບ​ເງິນ​ຕາ​ໂດຍ​ສັງ​ເຂບ

1.ວິ​ຊາ​ ທິດ​ສະ​ດີ​ເງິນ​ຕາ ປະ​ກອບ​ມີ​ທັງ​ໝົດ​ຈັກ​ບົດ ? ແຕ່​ລະ​ບົດ​ມີ​ຫົວ​ຂໍ້​ວ່າ​ແນວ​ໃດ ?

ມີ 8 ບົດ​ຄື:

ບົດທີ 1 : ຄວາມຮູ້ກ່ຽວກັບເງິນຕາໂດຍສັງເຂບ

ບົດທີ 2: ປະຫວັດຄວາມເປັນມາຂອງເງິນກີບລາວ

ບົດທີ 3: ເງິນເຟີ້

ບົດທີ 4: ຕະຫຼາດການເງິນ

ບົດທີ 5: ທະນາຄານທຸລະກິດ ແລະ ບັນດາສື່ກາງທາງດ້ານການເງິນ

ບົດທີ 6: ອັດຕາດອກເບ້ຍ

ບົດທີ 7: ນະໂຍບາຍເງິນຕາແຫ່ງຊາດ

ບົດທີ 8: ການເງິນລະຫວ່າງປະເທດ

2.ຈົ່ງ​ໃຫ້​ນິ​ຍາມ​ຂອງ ເງິນ​ແມ່ນ​ຫຍັງ?

ເງິນແມ່ນໝົດທຸກສິ່ງທຸກຢ່າງທີ່ສັງຄົມຍອມຮັບທົ່ວໄປໃຊ້ເປັນຊື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງຫົວໝວ່ຍເງິນຕາຂຶ້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງຢູ່ສະເໝີ.

3.ທາດ​ແທ້​ຂອງ​ເງິນ ແມ່ນ​ຫຍັງ ?

ແມ່ນເປັນສິ່ງໝຶ່ງທີ່ໃຊ້ເປັນສື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການ ເປັນພາຫະນະທີ່ຊວ່ຍໃນຂະບວນການແລກປຽ່ນໃຫ້ເປັນໄປຢ່າງງ່າຍດ່າຍຍິ່ງຂຶ້ນ.

4.ທາດແທ້ຂອງເງິນຕາມີຫຍັງແດ່? (ໃຫ້ອະທິບາຍ)

1.ຄຸນຄ່າໃຊ້ສອຍຂອງເງິນ: ແມ່ນຄວາມສາມາດໃນດ້ານການສະໝອງ ຄວາມຕ້ອງການໃນການແລກປຽ່ນໃນສັງຄົມ, ຄວາມຕ້ອງການໃນການນຳໃຊ້ເປັນສື່ກາງ ຂອງການແລກປຽ່ນ.

2.ຄຸນຄ່າທາງດ້ານເງິນຕາ: ມັນໄດ້ສະແດງອອກໃນນິຍາມຂອງເງິນ ‘’ອຳນາດຊື້ຂອງເງິນ ‘’ ໝາຍເຖິງຄວາມສາມາດໃນການແລກປ່ຽນ ສິນຄ້າ ແລະ ການບໍລິການ ທີ່ໄດ້ຫຼາຍ ຫຼື ໝ້ອຍ. 

5.ອຳນາດຊື້ຂອງເງິນເພີ່ນໄດ້ແບ່ງອອກເປັນຈັກຄ່າ? ຄືຄ່າໃດເເດ່ (ໃຫ້ອະທິບາຍ) ?

ແບ່ງອອກເປັນ 2 ຄ່າຄື:

1.ຄ່າພາຍໃນ:  ໝາຍເຖິງ ອຳນາດຊື້ຂອງເງິນໝຶ່ງຫົວໝວ່ຍ ເມື່ອທຽບໃສ່ສິ້ນຄ້າ ແລະ ບໍລິການ.

2.ຄ່າພາຍນອກ:  ໝາຍເຖິງ ຄວາມສາມາດຊື້ສິນຄ້າ ແລະ ບໍລິການ ຢູ່ຕ່າງປະເທດ ເຊິ່ງວັດແທກໄດ້ດວ້ຍອັດຕາແລກປ່ຽນ ຕໍ່ໝຶ່ງຫົວໝວ່ຍ ເງິນຕາພາຍໃນປະເທດ.

6.ການຂະຫຍາຍຕົວຂອງຮູບຖານເງິນຕາມີຈັກ​ຮູບ​ຖານ ? ​ຄື​ຮູບ​ຖານໃດແດ່ ?

ມີ 4 ຮູບຄື:

1.ຮູບຖານສິນຄ້າ-ເງິນຕາ

2.ເງິນເຈ້ຍ

3.ເງິນເຊື່ອ

4.ເງິນຕາອີເລັກໂຕຼນິກ

7.ເງິນເຈ້ຍມີຄຸນປະໂຫຍດຫຍັງເເດ່?

1.ການນຳໃຊ້ເງິນເຈ້ຍ ເຮັດໃຫ້ທຸກຄົນມີຄວາມສະດວກງ່າຍດາຍ ໃນການເກັບຮັກສາ ແລະ ພົບພາແນ່ນອນວ່າທຸກຄົນຕ້ອງການທີ່ຈຳຖືເງິນເຈ້ຍຫຼາຍກວ່າທີ່ ຈະນຳເອົາໂລຫະທີ່ຫຼອມເປັນເງິນ ທີ່ມີນ້ຳໝັກໃສໃວ້ໃນກະເປົ່າຂອງຕົນ.

2.ເງິນເຈ້ຍມີທຸກຫົວໝວ່ຍ ແຕ່ນ້ອຍຫາໃຫ່ຍແທດເໝາະກັບຂະໝາດຂອງການແລກປ່ຽນຂອງທ່ານ.

3.ລັດຖະບານສາມາດພິມເງິນເຈ້ຍໄດ້ ໂດຍມີການຊິ້ນເປືອງໝອ້ຍກວ່າ ການເອົາໂລຫະມາຫຼອມເປັນເງິນຕາ ແລະ ກໍ່ສາມາດພິມຈຳໝ່າຍໄດ້ ໂດຍບໍ່ຂຶ້ນກັບປະລິມານຂອງຄຳ ຄືດັ່ງເມື່ອກອ່ນ.

8.ເງິນເຈ້ຍມີຈຸດອອ່ນຂອງມັນຄືແນວໃດ ?

- ຂາດງ່າຍ

- ມີຄ່າຊິ້ນເປືອງໃນຂອດຈໍລະຈອນສູງ

- ມີຄວາມຫຍຸ່ງຍາກໃນການຊຳລະສະສາງລະຫວ່າງປະເທດ

- ປ່ອມແປງໄດ້ງ່າຍ

- ງ່າຍຕໍ່ການເກີດໄພເງິນເຟີ້

9.ເງິນເຊື່ອ ແມ່ນຫຍັງ ?

ແມ່ນເງິນຢູ່ໃນບັນຊີທີ່ເປີດຢູ່ໃນທະນາຄານ ແລະ ໄດ້ກຳນົດມາຈາກບັນດາຮູບການ ການຮັບເງິນໃນທະນາຄານ,ໃນເວລາທີ່ລູກຄ້າຝາກເງິນເຂົ້າທະນາຄານ ທະນາຄານຈະເປີດບັນຊີ ແລະ ຈົດບັນຊີດັ່ງກ່າວ.

10.ແຊັກ ແມ່ນຫຍັງ?

ແຊັກ (Cheque / Check) ແມ່ນໃບຄຳສັງຈ່າຍຂອງເຈົ້າຂອງບັນຊີ ເປັນຜູ້ໂອນຜົນປະໂຫຍດໃຫ້ແກ້ຜູ້ອື່ນ ຕາມຈຳນວນທີ່ໄດ້ຂຽນໄວ້ໃນໃບແຊັກດັ່ງກ່າວ ເພືອຮຽກຮອ້ງໃຫ້ທະນາຄານຊຳລະຈາກບັນຊີຂອງ ໃຫ້ແກ່ຜູ້ຮັບຜົນປະໂຫຍດຕາມການກຳນົດທີ່ຢູ່ໃນໃບແຊັກດັ່ງກ່າວ.

11.ການນຳໃຊ້ແຊັກໃນການຊຳລະ ມັນມີຄວາມສະດວກຫຍັງແດ່?

- ປະຫຍັດຄ່າໃຊ້ຈ່າຍໃນການຊຳລະເພາະສາມາດຫຼຸດຜ່ອນການດຳເນີນການ ໃນການໂອນເງິນ ໃນບັນຊີລະຫວ່າງທະນາຄານເພາະຈະນຳເອົາໃບແຊັກທີ່ໄດ້ຮັບມາລົບໃບແຊັກທີ່ໄດ້ຈ່າຍນຳກັນ.

- ມີຄວາມວອງໄວ , ມີຄວາມປອດໄພ ແລະ ງ່າຍດາຍ.

- ມີຄວາມສະດວກໃນການຊຳລະ ເພາະສາມາດຂຽນຈຳນວນເງິນໄດ້ຕາມຄວາມຕ້ອງການໃດໝຶ່ງຂອງຕົນ ຫຼື ສາມາດນຳໃຊ້ໄດ້ຈົດໝົດຈຳນວນເງິນທີ່ມີຢູ່ໃນບັນຊີ ດັ່ງນັ້ນການເຮັດໃຫ້ການຊຳລະ ທີ່ມີປະລິມານເງິນຫຼາຍ ສາມາດປະຕິບັດໄດ້ຢ່າງສະດວກຍິ່ງຂຶ້ນ.

12.ບັດຊຳລະເງິນ ແມ່ນຫຍັງ ?

ແມ່ນບັດຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ທະນາຄານ ຫຼື ບໍລິສັດເງິນທຶນເປັນຜູ້ສ້າງຂຶ້ນໂດຍອີງໃສ່ບັດດັ່ງກ່າວ ເງິນຕາອີເລັກໂຕຼນິກສາມາດຈໍລະຈອນໄດ້.

13.ເງິນມີຈັກໝ້າທີ່? ຄືໝ້າທີ່ໃດແດ່ ? (ໃຫ້ອະທິບາຍ)

ມີ 3 ໝ້າທີ່ຄື:

1.ເປັນຫົວໝວ່ຍວັດແທກມູນຄ່າ: ເງິນຕາ ແມ່ນຫົວໝວ່ຍວັດແທກມູນຄ່າ , ໝາຍຄວາມວ່າມັນໄດ້ຖືນຳໃຊ້ເພືອວັດແທກມູນຄ່າສິນຄ້າ,ບໍລິການກອ່ນຈະດຳເນີນການແລກປຽ່ນນຳກັນ

2.ເປັນພາຫະໃນການແລກປຽ່ນ: ໃນພື້ນຖານເສດຖະກິດ, ເງິນຕາເປັນພາຫະນະໃນການແລກປຽ່ນ, ມັນໄດ້ນຳໃຊ້ເຂົ້າໃນການຊື້-ຂາຍສິນຄ້າ,ການບໍລິການ ຫຼື ຊຳລະສະສາງບັນດາໝີ້ສິນຢູ່ພາຍໃນ ແລະ ຕ່າງປະເທດ.

3.ເປັນພາຫະນະສະສົມມູນຄ່າ : ໝາຍຄວາມວ່າ ເປັນບ່ອນບັນຈຸກຳລັງສິນຄ້າ ຢູ່ໃນໄລຍະເວລາໃດໝຶ່ງ.

14.ຄຸນລັກສະນະຂອງວັດຖຸທີ່ເປັນເງິນໄດ້ດີປະກອບມີຈັກຄຸນລັກສະນະ ? ຄຸນລັກສະນະໃດແດ່ ?

ມີ 6 ຄຸນລັກສະນະຄື:

1.ເປັນທີ່ຍອມຮັບທົ່ວໄປ

2.ລັກສະນະສັງເກດໄດ້ງ່າຍ

3.ແບ່ງເປັນຫົວໝວ່ຍຍ່ອຍໄດ້ງ່າຍ

4.ມີຄວາມທົົນທານ

5.ສາມາດພົກພາໄດ້ສະດວກ

6.ເປັນທີ່ຕ້ອງການຂອງສັງຄົມທົ່ວໄປ

ບົດ​ທີ 2
ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ເງິນ​ກີບ​ລາວ

1.ເງິນ​ສະ​ໄໝ​ອາ​ນາ​ຈັກ​ລາວ​ລ້ານ​ຊ້າງແຕ່​ປີຄ​ສ 1373 ຫາ 1478 ປະ​ກອບ​ມີ​ຈັກ​ປະ​ເພດ ? ມີ​ປະ​ເພດ​ໃດ​ແດ່?

ປະກອບມີ 7 ປະເພດຄື:

              - ເງິນຫອຍ

              - ເງິນລາດ

              - ເງິນຮ້ອຍ (ເງິນສ້ຽນ)

              - ເງິນໝາກຄໍ້

              - ເງິນກ້ອນ

              - ເງິນຕູ້

              - ເງິນຮາງ (ເງິນຂັນ)

2.ເງິນ​ຕາ​ສະ​ໄໝ​ອິນ​ດູ​ຈີນ - ຝັ່ງ​ເສດ​ແຕ່​ປີ 1875 – 1954 ມີ​ເງິນ​ຫຍັງ​ແດ່ ?

- ເງິນຫຼຽນໂລຫະ ສະໄໝອິນດູຈີນ - ຝຣັ່ງເສດ ຄ.ສ 1875 – 1946.

- ເງິນເຈ້ຍ ສະໄໝອິນດູຈີນ - ຝຣັ່ງເສດ ຈໍລະຈອນ ຢູ່ລາວ, ຫວຽດນາມ ແລະ ກຳປູເຈຍປີ 1939 – 1942.

- ເງິນກີບອິນດູຈີນ - ຝຣັ່ງເສດ 1 ກີບ (UNE PIASTRE) ປີ 1939 – 1942.

3.ເງິນ​ຕາ​ສະ​ໄໝ​ຣາ​ຊະ​ອາ​ນາ​ຈັກ​ລາວ (ເງິນ​ກີບ​ວຽງ​ຈັນ) ແຕ່​ປີ 1952 – 1975 ມີ​ເງິນ​ຫຍັງ​ແດ່ ?

- ຫຼຽນອັດ ສະໄໝຣາຊະອານາຈັກລາວ ປີ 1952

- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 1 ປີ 1957.

- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 2 ປີ 1962.

- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 3 ປີ 1963

- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 4 ປີ 1974 – 1975.

4.ການ​ກຳ​ເນີດ​ຂຶ້ນ ແລະ ຄວາມ​ເປັນ​ມາ​ຂອງ​ເງິນ​ກີບ​ປົດ​ປ່ອຍ​ແຕ່​ປີ 1968 – 1979 ມີ​ເງິນ​ປະ​ເພດ​ໃດ​ແດ່ ?

- ປະເພດໃບ 1 ກີບ ປີ 1968 – 1979.

- ປະເພດໃບ 10 ກີບ ປີ 1968 – 1979.

- ປະເພດໃບ 20 ກີບ ປີ 1968 – 1979.

- ປະເພດໃບ 50 ກີບ ປີ 1968 – 1979.

- ປະເພດໃບ 100 ກີບ ປີ 1968 – 1979.

- ປະເພດໃບ 200 ກີບ ປີ 1968 – 1979.

- ປະເພດໃບ 500 ກີບ ປີ 1968 – 1979.

5.ປະ​ເທດ​ລາວ​ໄດ້​ມີ​ການ​ຈັດ​ພິມ​ເງິນ​ກີບ​ອອກ​ມາ​ຈຳ​ໝ່າຍ​ທັງ​ໝົດ​ຈັກ​ຄັ້ງ ? ແລະ ນຳ​ໃຊ້​ເງິນ​​ຄັ້ງ​ທຳ​ອິດ​ປີ​ໃດ?ມີທັງ​ໝົດ 10 ຄັ້ງ​

ນຳ​ໃຊ້​ເງິນ​ຄັ້ງ​ທຳ​ອິດ​ປີ 1979

ບົດ​ທີ 3
ເງິນ​ເຟີ້

1.ພາ​ວະ​ເງິນ​ເຟີ້ ແລະ ພາ​ວະ​ເງິນ​ຝືດ ແມ່ນ​ແນວ​ໃດ ?

ພາວະເງິນເຟີ້ແມ່ນ:

- ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ

- ອຳນາດຊື້ຂອງເງິນຫຼຸດລົງ

ພາ​ວະ​ເງິນ​ຝືດ​ແມ່ນ:

- ເຮັດໃຫ້ລາຄາຫຼຸດລົງ

- ອຳນາດຊື້ຂອງເງິນເພີ່ມຂຶ້ນ

2.ການ​ວັດ​ແທກ​ເງິນ​ເຟີ້ ແມ່ນ​ຫຍັງ ?

ແມ່ນເພື່ອວັດແທກການປ່ຽນແປງລະດັບລາຄາຂອງສິນຄ້າຈິ່ງໄດ້ມີການຄິດໄລ່ຫາລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປໂດຍການຄິດໄລ່ຫາດັດສະນີລາຄາຜູ້ບໍລິໂພກ.

3.ດັດ​ສະ​ນີ​ລາ​ຄາ​ຜູ້​ບໍ​ລິ​ໂພກ ໝາຍ​ເຖິງ​ຫຍັງ ?

ໝາຍເຖິງລາຄາສິນຄ້າສະເລ່ຍໂດຍທົ່ວໄປ, ອັດຕາດອກເບ້ຍເພີ່ມຂື້ນຈະເຮັດໃຫ້ຄວາມຕ້ອງການເງິນເພີ່ມຂື້ນ ພາໃຫ້ດັດສະນີລາຄາສິນຄ້າຫຼຸດລົງ, ໃນສະພາບເສດຖະກິດທີ່ມີການຜະລິດສິນຄ້າ ແລະ ບໍລິການຢ່າງເຕັມສ່ວນສາມາດທົດແທນສິນຄ້ານໍາເຂົ້າ ແລະ ຕອບສະໜອງຄວາມຕ້ອງການພາຍໃນປະເທດໄດ້ລະດັບດັດຊະນີຄາລາຜູ້ບໍລິໂພກຈະຢູ່ໃນຂັ້ນຕໍ່າ.

4.ເງິນ​ເຟີ້​ແບງ​ອອກ​ເປັນ​ຈັກ​ປະ​ເພດ ? ປະ​ເພດ​ໃດ​ແດ່ ?

ມີ 4 ປະ​ເພດ​ຄື:              

- ເງິນເຟີ້ຂັ້ນຕົ້ນ

- ເງິນເຟີ້ໃນລະດັບປົກກະຕິ

- ເງິນເຟີ້ໃນລະດັບສູງ

- ເງິນເຟີ້ຂັ້ນຮຸນແຮງ

5.ເງິນ​ເຟີ້​ຂັ້ນ​ຕົ້ນ ໝາຍ​ເຖິງ​ຫຍັງ ?

ໝາຍເຖິງ ເປັນປະກົດການທີ່ລາຄາສິນຄ້າ ແລະ ການບໍລິການເພີ່ມຂຶ້ນສູງໃນໄລຍະຍາວເຊິ່ງມັນເປັນເຄືອງມືວັດແທກເງິນເຟີ້, ສາມາດຢັ້ງຢືນໄດ້ເພີ່ມຂຶ້ນຂອງລາຄາ ແລະ ບໍ່ລວມເອົາລັກສະນະຂອງລາຄາທີ່ສູງຂຶ້ນ ຈາກລະດູການສິນຄ້າ ແລະ ປະກົດການຂອງການສະໝອງເງິນຕາ ເພື່ອຊົດເຊີຍໃນໄລຍະເວລາຕ່າງໆ.

6.ເງິນ​ເຟີ້​ໃນ​ລະ​ດັບ​ປົກ​ກະ​ຕິ​ ແມ່ນ​ແນວ​ໃດ ?

ແມ່ນເກີດຂຶ້ນໃນໄລຍະເວລາສິນຄ້າເພີ່ມຂຶ້ນສູງຢ່າງຕໍ່ເນື່ອງແຕ່ເພີ່ມຂຶ້ນແບບຄ່ອຍໆ ຫຼື ຫຼ້າຊ້າໃນລະດັບໝຶ່ງຕົວແລກ, ເຊິ່ງປະຈຸບັນບັນດາປະເທດທີ່ພັດທະນາ ແມ່ນກຳລັງປັບລະດັບອັດຕາເງິນເຟີ້ຂອງຕົນໃຫ້ຢູ່ໃນລະດັບປົກກະຕິ, ສ່ວນອັດຕາສ່ວນຮ້ອຍຕົວຈິງຂອງແຕ່ລະປະເທດນັ້ນ ແມ່ນຂຶ້ນກັນສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ນະໂຍບາຍເງິນຕາ ໃນແຕ່ລະໄລຍະຂອງປະເທດນັ້ນໆ.

7.ເງິນ​ເຟີ້​ໃນ​ລະ​ດັບ​ສູງ​ ແມ່ນ​ແນວ​ໃດ ?

ແມ່ນໃນເວລາທີ່ລາຄາສິນຄ້າມີການປ່ຽນແປງຢ່າງຮຸ້ນແຮງນັ້ນມັນ”ເຮັດໃຫ້ອຳນາດຊື້ຂອງເງິນຫຼຸດລົງໃນແຕ່ລະໄລຍະ ແລະ ເຮັດໃຫ້ບໍ່ຍອມຮັບເງິນເຈ້ຍໃນການສຳລະສະສາງ, ປະຊາຊົນບໍ່ກ້າເກັບຮັກສາເງິນໃນທຸກໆ ຮູບແບບປະສົບການຕົວຈິງເຮັດໃຫ້ເຫັນວ່າ ສາເຫດສຸດທ້າຍຂອງເງິນເຟີ້ສູງ ແລະ ແກ່ຍາວ ໃນລັກສະນະນີ້ແມ່ນມີສາຍເຫດມາຈາກການເພີ່ມຂຶ້ນຂອງປະລິມານເງິນໃນຂອດຈໍລະຈອນ.

8.ເງິນ​ເຟີ້​ຂັ້ນ​ຮຸນ​ແຮງ ແມ່ນ​ຫຍັງ ?

ແມ່ນມັນຈະເກີດຂຶ້ນ ໃນເວລາທີ່ລະດັບລາຄາສິນຄ້າເພີ່ມສູງຂຶ້ນ ເກີນລະດັບເງິນເຟີ້ຂັ້ນສູງ ເຊິ່ງມັນອາດຈະເພີ່ມສູງຂຶ້ນເຖິງຫຼາຍຕື້ສ່ວນຮ້ອຍກໍ່ເປັນໄປໄດ້.

9.ສາ​ເຫດ​ຂອງ​ເງິນ​ເຟີ້​ມີ​ຈັກ​ສາ​ເຫດ ? ຄື​ສາ​ເຫດ​ໃດ​ແດ່ ?

ມີ 2 ສາ​ເຫດ​ຄື:

1.ສາ​ເຫດ​ຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ

2.​ສາ​ເຫດ​ຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ

10.ສາ​ເຫດ​ຂອງ​ເງິນ​ເຟີ້​ທີ່​ເກີດ​ຈາກ​ອຸ​ປະ​ສົງ​ມີ​ຫຍັງ​ແດ່ ?

- ລັດທະບານໃຊ້ນະບາຍເພີ່ມຄ່າໃຊ້ຈ່າຍ.

- ການຊົມໃຊ້ພາກຄົວເຮືອນເພີ່ມຂຶ້ນ

- ຄວາມຕ້ອງການລົງທຶນຂອງວິສາຫະກິດເພີ່ມຂຶ້ນ

- ບັນດາປັດໄຈທີ່ກ່ຽວພັນເຖິງຄວາມຕ້ອງການຂອງຕ່າງປະເທດ

11.ສາ​ເຫດ​ຂອງ​ອັດ​ຕາ​ເງິນ​ເຟີ້​ທີ່​ເກີດ​ຈາກ​ອຸ​ປະ​ທານ​ມີ​ຫຍັງ​ແດ່ ?

- ລະດັບອັດຕາເງິນເດືອນເພີ່ມຂຶ້ນຫຼາຍກວ່າກຳລັງການຜະລິດ

- ການເພີມຂຶ້ນຂອງລາຍໄດ້ຕົວຈິງຂອງການຜະລິດ ຈະພັກດັນໃຫ້ລາຄາສິນຄ້າສູງຂຶ້ນ

- ຍ້ອນລາຄາສິນຄ້ານຳເຂົ້າ ເພີມສູງຂຶ້ນຈາກການເກີດບັນຫາເງິນເຟີ້

- ຍ້ອນການເພີມຂຶ້ນຂອງພາສີອາກ່ອນ ແລະ ພາລະຜູກພັນຕໍ່ກັບງົບປະມານຂອງລັດ.

12.ຜົນ​ກະ​ທົບ​​ຈາກຂອງ​ເງິນ​ເຟີ້​ນັ້ນ​ແບ່ງ​ອອກ​ເປັນ​ຈັກ​ປະ​ເພດ ? ຄື​ປະ​ເພດ​ໃດ​ແດ່ ?

ມີ 2 ປະ​ເພດ​ຄື:

1. ເງິນເຟີ້ທີຄາດຄະເນໄດ້.

2. ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະ​ເນໄດ້.

13.ເງິນ​ເຟີ້​ທີ່​ສາ​ມາດ​ຄາດ​ຄະ​ແນ​ໄດ້ ແມ່ນ​ແນວ​ໃດ ?

ແມ່ນອັດຕາເງິນເຟີ້ທີເຮົາຄິດວ່າຈະເກີດຂຶ້ນເທົ່ານັ້ນເທົ່ານີ້ເປີເຊັນ ແລະ ຕຽມການຮັບມື, ແກ້ໄຂກັບມັນ ໂດຍມີຜູ້ຄວບຄຸມແມ່ນ ທະນາຄານກາງ ເປັນຜູ້ຄວບຄຸມໂດຍເພິ່ນຈະມີການປ່ຽນແປງໃນສ່ວນຂອງດອກເບ້ຍ ແລະ ບາງຄັ້ງອາດຈະມີການຂຶ້ນເງິນເດືອນ ເພື່ອໃຫ້ປະຊາຊົນມີກຳລັງຊື້ເທົ່າເກົ່າ.

14.ອັດ​ຕາ​ເງິນ​ເຟີ້​ທີ່​ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ມີ​ຫຍັງ​ແດ່ ?

- ເງິນເຟີ້ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສະພາບເສດຖະກິດ-ສັງຄົມ

- ສົ່ງຜົນຕໍ່ການກະຈາຍລາຍໄດ້ແຫ່ງຊາດ ແລະ ຊັບພະຍາກອ່ນໃນສັງຄົມ

- ສົ່ງຜົນຕໍ່ອັດຕາເພີມຂື້ນ

- ສົ່ງຜົນຕໍ່ດຸນການຊຳລະລະຫວ່າງປະເທດຊາດ

- ສົ່ງຜົນກະທົບຕໍ່ກັບການຫວ່າງງານ

15.ວິ​ທີ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ມີ​ຈັກ​ວິ​ທີ ? ວິ​ທີ​ໃດ​ແດ່ ?

ມີ 2 ວິ​ທີ​ຄື:

1. ຜົນກະທົບຂອງນະໂຍບາຍຕ້ານໄພເງິນເຟີ້

2. ບັນດາວິທີການແກ້ໄຂເງິນເຟີ້

16.ວິ​ທີການ​ແກ້​ໄຂ​ເງິນ​ເຟີ້​ມີ​ຈັກ​ວິ​ທີ ? ວິ​ທີ​ໃດ​ແດ່ ?

ມີ 3 ວິ​ທີຄື:

1. ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ.

2. ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ.

3. ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ.

17.ວິທີແກ້ໄຂໄພເງິນເຟີ້ ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ ແມ່ນແນວໃດ ?

ແມ່ນແນ່ໃສ່ການຈຳກັດການເພີ່ມຂຶ້ນຂອງປະລິມານຄວາມຕ້ອງການຢ່າງເກີນຂອບເຂດ ໂດຍການນຳໃຊ້ນະໂຍບາຍຮັດກຸມ.

18.ວິທີແກ້ໄຂໄພເງິນ ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ ແມ່ນແນວໃດ ?

ແມ່ນວິທີທີສຳຄັນທີ່ສຸດທີ່ສົ່ງຜົນຕໍ່ສາຍພົວພັນລະຫວ່າງອັດຕາການເພີ່ມຂຶ້ນຂອງເງິນເດືອນ ແລະ ລະດັບການຄຂະຫຍາຍຕົວຂອງກຳລັງຜະລິດໃນສັງຄົມ.

19.ວິທີແກ້ໄຂໄພເງິນເຟີ້ ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ ແມ່ນແນວໃດ ?

ແມ່ນຈະແກ້ໄຂສະຖານະການ ແລະ ມີຜົນຢ່າງທັນທີຕໍ່ກັບການສ້າງຄວາມສົງດຸນຂອງສິນຄ້າດວ້ຍການນຳເຂົ້າ,ໂດຍສະເພາະແມ່ນບັນດາສິນຄ້າທີ່ກຳລັງຂາເແຄນເຊິ່ງເປັນການຫຼຸດຄວາມກົດດັນໃຫ້ລາຄາສິນຄ້າ. 

ບົດ​ທີ 4
ຕະຫຼາດ​ການ​ເງິນ

1.ຕະຫຼາດ​ການ​ເງິນ ແມ່ນ​ເປັນ​ຕະຫຼາດ​ແນວ​ໃດ ?

ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

2.ຕະຫຼາດ​ການ​ເງິນ​ມີ​ຈຸດ​ພິ​ເສດ​ຄື​ແນວ​ໃດ ?

1. ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.

2. ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.

3. ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.

3.ບົດ​ບາດ​ຂອງ​ຕະຫຼາດ​ການ​ເງິນ​ມີ​ຫຍັງ​ແດ່ ?

- ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ

- ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ

- ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ

- ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ

- ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ

4.ບົດ​ບາດ​ຂອງ​ລັດ​ໃນ​ຕະຫຼາດ​ການ​ເງິນ​ ແມ່ນ​ແນວ​ໃດ ?

ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.

5.ຕະຫຼາດ​ການ​ເງິນ​ໄດ້​ແບ່ງ​ອອກ​ເປັນ​ຈັກ​ປະ​ເພດ ? ປະ​ເພດ​ໃດ​ແດ່ ? (ໃຫ້​ອະ​ທິບ​າຍ​ລະ​ອຽ​ດ)

ມີ 2 ປະເພດຄື:

1. ຕະຫຼາດເງິນ

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນ ເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ, ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...

2. ຕະຫຼາດທຶນ

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.

6.ໂຄງ​ສ້າງ​ຂອງ​ຕະຫຼາດ​ການ​ປະ​ກອບ​ມີ​ຫຍັງ​ແດ່ ?

- ຕະຫຼາດ​ເງິນ ແລະ ຕະຫຼາດ​ທຶນ

- ຕະຫຼາດ​ຂັ້ນ​ໝຶ່ງ ແລະ ຕະຫຼາດ​ຂັ້ນ​ສອງ

- ຕະຫຼາດ​ບໍ່​ລວມ​ສູນ ແລະ ຕະຫຼາດຫຼັກ​ຊັບ

7.ຕະຫຼາ​ດ​ເງິນ ແມ່ນ​ເປັນ​ຕະຫຼາດ​ແນວ​ໃດ ?

ແມ່ນເປັນຕະຫຼາດທີ່ມີ ການຊື້-ຂາຍເອກະສານທາງການເງິນໄລຍະສັ້ນ ເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ,ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...

8.ຕະຫຼາດ​ເງິນ​ມີ​ຄວາມ​ສຳ​ຄັນ​ຄື​ແນວ​ໃດ ?

ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ, ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

9.ຕະຫຼາດ​ທຶນ ແມ່ນ​ເປັນ​ຕະຫຼາດ​ແນວ​ໃດ ?

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.

10.ຕະຫຼາດ​ທຶນ​ມີ​ຄວາມ​ສຳ​ຄັນ​ຄື​ແນວ​ໃດ ?

ຕະຫຼາດທຶນຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ, ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

11.ຕະຫຼາດ​ທຶນ​ໄດ້​ແບ່ງ​ອອກ​ເປັນ​ຈັກ​ປະ​ເພດ ? ປະ​ເພດ​ໃດ​ແດ່ ? (ໃຫ້​ອະ​ທິ​ບາຍ​ລະ​ອຽດ)

ມີ 2 ປະ​ເພດ​ຄື:

1.ຕະຫຼາດຂັ້ນໝຶ່ງ

ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. ຍ້ອນແນວນັ້ນເພີ່ນເອີ້ນວ່າ: ຕະຫຼາດຂັ້ນໝຶ່ງ.

2.ຕະຫຼາດຂັ້ນສອງ

ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.

12.ການພົວພັນລະຫວ່າງຕະຫຼາດເງິນ ແລະ ຕະຫຼາດທຶນແມ່ນແນວໃດ ?

ແມ່ນເປັນຕະຫຼາດທີ່ມີການພົວພັນເຊິງກັນ ແລະ ກັນ ການປັບນະໂຍບາຍເງິນຕາຈະມີຜົນກະທົບຕໍ່ດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນເຊິ່ງການປ່ຽນດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນຈະສົ່ງຜົນສະທ້ອນໂດຍກົງຕໍ່ສະພາບຄ່ອງຂອງຕະຫຼາດການເງິນ ແລະ ໃນທີ່ສຸດຈະມີຜົນກະທົບຕໍ່ດອກເບ້ຍອື່ນໆລວມທັງໄລຍະຍາວໃນຕະຫຼາດທຶນອີກດວ້ຍ.

13.ຕະຫຼາດຫຼັກ​ຊັບ ແມ່ນ​ຫຍັງ?

ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.

14.ຕະຫຼາດ​ບໍ່​ລວມ​ສູນ​ ແມ່ນ​ແນວ​ໃດ ?

ແມ່ນບັນດາການເຄືອນໄຫວຊື້ຂາຍຫຼັກຊັບ ໄດ້ປະຕິບັດຢ່າງກະແຈກກະຈາຍໃນບັນດາສະຖານທີ່ ທີ່ແຕກຕ່າງກັນເຊື່ງບໍ່ໄດ້ລວມສູນການຊື້ຂາຍ ໄວ້ໃນສະຖານທີ່ໃດໝຶ່ງ ສະຖານທີ່ໝຶ່ງບໍ່ແນ່ນອນ.

15.ຕະຫຼາດ​ລວມ​ສູນ ແມ່ນ​ຫຍັງ ? (ໃຫ້​ຍົກ​ຕົວ​ຢ່າງ​ມາ​ພ້ອມ)

ແມ່ນຕະຫຼາດທີ່ມີ ການແລກປຽ່ນຊື້ ຂາຍບັນດາຫຼັກຊັບ ທີ່ໄດ້ມີການຈັດຕັ້ງປະຕິບັດເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໝຶ່ງທີ່ແນ່ນອນ.

ຕົວຢ່າງ: ຕະຫຼາດລວມສູນຂອງລາວແມ່ນຕະຫຼາດຫຼັກຊັບ ແຫ່ງປະເທດລາວ, ຕະຫຼາດຫຼັກຊັບໂຕກຽວ, ຕະຫຼາດຫຼັກຊັບນິວຢອກ, ຕະຫຼາດຫຼັກຊັບລອນດອນ, ຕະຫຼາດຫຼັກຊັບນະຄອນຫຼວງ ໂຮ່ຈີມິງ ເປັນຕົ້ນ.

16.ບັນ​ດາ​ເຄື່ອງ​ມື ທາງ​ການ​ເງິນ​ໄລ​ຍະ​ສັ້ນ​ມີ​ຫຍັງ​ແດ່ ?

- ພັນທະບັດຄັງເງິນ

- ໃບຢັ້ງຢືນການຝາກເງິນທີ່ສາມາດປ່ຽນກຳມະສິດໃນການຄອບຄອງ.

- ໃບຢັ້ງຢືນການຄ້າ.

- ໃບຢັ້ງຢືນການຊຳລະ.

- ສັນຍາຊື້ຄືນ.

- ຮູບແບບກູ້ຢືມຂ້າມຄືນ ຂອງທະນາຄານກາງ.

- ພັນທະບັດທະນາຄານກາງ.

17.ບັນ​ດາ​ເຄື່ອງ​ມື ທາງ​ການ​ເງິນ​ໄລ​ຍະ​ຍາວ​ມີ​ຫຍັງ​ແດ່ ?

- ພັດທະບັດ ຫຼື ຮຸ້ນກູ້.

- ພັນທະບັດລັດຖະບານ.

- ຮຸ້ນກູ້ຂອງບໍລິສັດ ຫຼື ພັນທະບັດບໍລິສັດ.

- ຮຸ້ນທຶນ.

- ອະສັງຫາລິມາຊັບ.

- ສິນເຊື່ອການຄ້າ ແລະ ສິນເຊື່ອເພື່ອການໃຊ້ສອຍ.

18.ບັນ​ດາ​ຫົວ​ໝ່ວຍ​ທີ່​ເຂົ້າ​ຮ່ວມ​ໃນ​ຕະຫຼາດ​ການ​ເງິນ​ມີ​ຫຍັງ​ແດ່ ?

1. ບັນດາຜູ້ຈຳໝ່າຍຮຸ້ນ

2. ບັນດານັກລົງທຶນ (ຜູ້ໃຫ້ກູ້ຢືມ)

3. ບັນດາຜູ້ໃຫ້ບໍລິການໃນຕະຫຼາດການເງິນ

4. ຜູ້ຄຸ້ມຄອງຕະຫຼາດ

19.ພັນ​ທະ​ບັດ ແມ່ນ​ຫຍັງ ?

ພັນທະບັດແມ່ນໃບຢັ້ງຢືນໜີ້ເຊິ່ງລັດຖະບານ ຫຼື ວິສາຫະກິດພິມຈຳໜ່າຍ ໂດຍສັນຍາກັບຜູ້ໃຫ້ກູ້ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນເມື່ອຄົບກຳນົດການໄຖ່ຖອນ.

20.ບັນດາປັດໃຈທີ່ສົງຜົນກະທົບຕໍ່ລາຄາຮຸ້ນກູ້ມີຫຍັງແດ່?

- ຄວາມອາດສາມາດທາງດ້ານການເງິນຂອງຜູ້ອອກກູ້

- ໄລຍະເວລາຄົບກຳນົດ

- ຄາດຄະເນກ່ຽວກັບເງິນເຟີ້

- ການເໜັງຕີງຂອງດອກເບ້ຍຕະຫຼາດ

- ການປ່ຽນແປງຂອງອັດຕາແລກປ່ຽນ

21.ຮຸ້ນສາມັນມີຈຸດພິເສດຫຍັງແດ່?

ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນເຊິ່ງໃນນັ້ນບໍ່ມີກຳນົດໃນການໄຖ່ຖອນທຶນ

- ຜົົນຕອບແທນຂອງໃບຮຸ້ນແມ່ນຂຶ້ນກັບຜົນການດຳເນີນທູລະກິດຂອງວິສາຫະກິດ(ບໍ່ຄົງທີ່)

- ຜູ້ຖືຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປອ່ນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ລື ຮຸ້ນ)

- ເມື່ອບໍລິສັດຫາກລົ້ມລະລາຍ ຜູ້ຖືຮຸ້ນສາມັນໄດ້ຮັບສວ່ນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອສຸດທິ

- ລາຄາຮຸ້ນມີການເໜັງຕີງຢ່າງວອ່ງໄວໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍອ້ນມີຫຼາຍປັດໄຈສົ່ງຜົນກະທົບ ແຕ່ວ່າປັດໄຈພື້ນຖານທີ່ພາໃຫ້ລາຄາຮຸ້ນມີການ  ເໜັງຕີງແມ່ນປະສິດທິຜົນຂອງທຸລະກິດ ແລະ ມູນຄ່າຕະຫຼາດຂອງໃບຮຸ້ນ

22.ເງິນ​ປັນ​ຜົນ ແມ່ນ​ຫຍັງ ?

ເງິນປັນຜົນແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼັງເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ບຸລິມະສິດ ແຕ່ລະປີປະທານສະພາບໍລິຫານປະກາດຈ່າຍເງິນປັນຜົນຫຼືວ່າບໍ່ຈ່າຍ ແລະ ມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ.

23.ພັນທະບັດແມ່ນຫຍັງ?

ພັນທະບັດແມ່ນໃບຢັ້ງຢືນໜີ້ເຊິ່ງລັດຖະບານ ຫຼື ວິສາຫະກິດພິມຈຳໜ່າຍ ໂດຍສັນຍາກັບຜູ້ໃຫ້ກູ້ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນເມື່ອຄົບກຳນົດການໄຖ່ຖອນ

24.ພັນທະບັດມີຈັກຄຸນລັກສະນະ ຄືຄຸນລັກສະນະຫຍັງແດ່ ?

ພັນທະບັດມີ 4 ຄຸນລັກສະນະ ຄື:

1.ມູນຄ່າກຳນົດ (Par Value)

2.ອັດຕາດອກເບ້ຍ

3.ລາຄາຊື້ພັນທະບັດ

4.ໄລຍະເວລາຂອງພັນທະບັດ

25.ຕົວຢ່າງບໍລິສັດ A ຕອ້ງການລະດົມທຶນ 10 ຕື້ກີບ, ດວ້ຍວິທີການຈຳໜ່າຍພັນທະບັດ 10 ພັນໃບ ຈົ່ງຊອກຫາມູນຄ່າຂອງແຕ່ລະໃບ?

ຕອບ: ມູນຄ່າຂອງແຕ່ລະໃບແມ່ນ: F=10ຕື້ກີບ/10ພັນໃບ=1ລ້ານກີບ

26.ຮຸ້ນກູ້ມີຈັກປະເພດໃຫຍ່ ຄືປະເພດຫຍັງແດ່?

ຕອບ: ຮຸ້ນກູ້ມີ 2 ປະເພດໃຫຍ່ ຄື: ຮຸ້ນກູ້ລັດຖະບານ ແລະ ຮຸ້ນກູ້ວິສາຫະກິດ

27.ຮຸ້ນກູ້ຂອງລັດຖະບານແມ່ນຫຍັງ?

ເປັນຮຸ້ນກູ້ທີ່ອອກໂດຍສູນກາງ ຫຼືທອ້ງຖິ່ນຈຸດປະສົງເພື່ອທົດແທນບັນດາບວ້ງໃຊ້ຈ່າຍເຂົ້າໃນການລົງທຶນຂອງງົບປະະມານລັດຄຸ້ມຄອງອັດຕາເງິນເຟີ້, ສະໜັບສະໜູນບັນດາໂຄງການຂອງລັດ,ຮຸ້ນກູ້ລັດຖະບານເປັນເຄື່ອງພິເສດສຳຄັນ ແລະ ມີປະສິດທິຜົນໃນການລະດົມທຶນໃຫ້ງົບປະມານລັດ ເປັນຮຸ້ນທີ່ບໍ່ສາມາດປ່ຽນສະພາບໄດ້

28.ຮຸ້ນກູ້ວິສາຫະກິດແມ່ນຫຍັງ?

ເປັນຮຸ້ນກູ້ທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍເພື່ອລະດົມທຶນເຂົ້າໃນໂຄງການໄລຍະຍາວໃຫ້ແກ່ວິສາຫະກິດ

29.ຮຸ້ນກູ້ສາມາດໄຖ່ຖອນຄືນກອ່ນຄົບກຳນົດແມ່ນຫຍັງ?

ຕອບ: ແມ່ນຮຸ້ນທີ່ສາມາດຮຽກຊື້ຄືນໄດ້ກອ່ນຮອດກຳນົດ, ຜູ້ຈຳໜ່າຍມີຄວາມໄດ້ປຽບ, ເປັນຮຸ້ນທີ່່ມີດອກເບ້ຍສູງກວ່າຮຸ້ນປະເພດອື່ນ ບໍ່ມີໄລຍະເວລາທີ່ແນ່ນອນ. ບໍລິສັດຮຽກເກັບຄືນຄືນກອ່ນກຳນົດຍອ້ນວ່າທຶນພຽງພໍແລ້ວ

30.ຮຸ້ນກູ້ອອກໂດຍໃບຢັ້້ງຢືນສິດແມ່ນຫຍັງ?

ເປັນຮຸ້ນທີ່ອອກຈຳໜ່າຍໂດຍມີໃບຢັ້ງຢືນສິດແກ່ຜູ້ຖື ມີສິດຊື້ຮຸ້ນສາມັນນໄດ້ຕາມຈຳນວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນ, ມີສິດໃນການສັ່ງຊື້

31.ຮຸ້ນກູ້ມີສະຖຽນລະພາບດ້ານດອກເບ້ຍແມ່ນຫຍັງ?

ແມ່ນຮຸ້ນທີ່ຊຳລະຕາມອັດຕາດອກເບ້ຍໃນນາມ ມີການຈ່າຍດອກເບ້ຍເປັນປະຈຳ ແລະ ເປັນງວດຕາມປົກກະຕິແມ່ນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິສາຫະກິດຕອ້ງມີພັນທະຈ່າຍດອກເບ້ຍຕະຫຼອດໄລຍະທີ່ມີການເກັບຮັກສາ

32.ຮຸ້ນກູ້ທີ່ມີດອກເບ້ຍລອຍຕົວແມ່ນຫຍັງ?

ແມ່ນປະເພດຮຸ້ນກູ້ເຊິ່ງດອກເບ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບ້ຍຕະຫຼາດ ຫຼື ຊຳລະສະສາງອີງຕາມດອກເບ້ຍຕະຫຼາດ

33.ຮຸ້ນກູ້ອັດຕາດດອກເບ້ຍຕ່ຳ ຫຼື ບໍ່ມີດອກເບ້ຍແມ່ນຫຍັງ?

ເປັນຮຸ້ນກູ້ທີ່ລະບຸດອກເບ້ຍຕໍ່າ ຫຼື ບໍ່ມີດອກເບ້ຍ ສວ່ນຫຼາຍຈຳໜ່າຍຕໍ່າກວ່າລາຄາໜ້າໃບ ເມື່ອຄົບກຳນົດການໄຖ່ຖອນແມ່ນຈະໄດ້ຮັບຄົບຕາມມູນຄ່າໜ້າໃບ

34.ຮຸ້ນກູ້ຕ່າງປະເທດແມ່ນຫຍັງ?

ເປັນຮຸ້ນທີ່ພິມຈຳໜ່າຍພາຍໃນປະເທດແຕ່ສະກຸນເງິນທີ່ຊື້ຂາຍ ແມ່ນສະກຸນເງິນຕາຕ່າງປະເທດ ເປົ້າໝາຍແມ່ນເພື່ອຢາກໄດ້ເງິນຕາຕ່າງປະເທດ ຫຼື ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ແລະ ວິສາຫະກິດທີ່ພິມຈຳໜ່າຍຂາຍໃນຕະຫຼາດທຶນສາກົນ

35.ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນແມ່ນຫຍັງ?

ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫຼັກຊັບຄ້ຳປະກັນແຕ່ຕອ້ງຈ່າຍຜົນຕອບແທນ ຫຼື ດອກເບ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງຈາກການດຳເນີນງານ

36.ຮຸ້ນກູ້ທີ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?

ແມ່ນບັນດາວິສາຫະກິດທີ່່ຈະພິມຈຳໜ່າຍຮຸ້ນກູ້ຕອ້ງມີການຄ້ຳປະກັນດວ້ຍຊັບສິນ ຫຼື ຫຼັກຊັບ ໃນລະດັບສູງ

37.ຮຸ້ນກູ້ທີ່ບໍ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?

ບັນດາບໍລິສັດທີ່ມີຊື່ສຽງ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດສາມາດພິມຈຳໜ່າຍພັນທະບັດໂດຍບໍ່ມີການຄ້ຳປະກັນຍອ້ນວ່າບໍລິສັດດັ່ງກ່າວມີຄວາມໜ້າເຊື່ອຖືພຽງພໍ ເຊິ່ງອາໃສຊື່ສຽງນັ້ນເອງເປັນການຄ້ຳປະກັນ ຖ້າຫາກບໍລິສັດລົ້ມລະລາຍຜູ້ຖືຮູ້ນກູ້ປະເພດນີ້ຈະໄດ້ຮັບການຊຳລະຫຼັງຜູ້ຖືຮຸ້ນທີ່ມີຫຼັກຊັບຄ້ຳປະກັນດວ້ຍຊັບສິນ

38.ຮຸ້ນກູ້ແປງສະພາບໄດ້ແມ່ນຫຍັງ?

ແມ່ນຮຸ້ນກູ້ທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້

39.ຜົນຕອບແທນຂອງຮຸ້ນກູ້ປະກອບມີຫຍັງແດ່?

ຜົນຕອບແທນຂອງຮຸ້ນກູ້ປະກອບມີ:

- ໄດ້ຮັບດອກເບ້ຍເປັນງວດ

- ຜົນຕອບແທນຈາກທຶນ(ສວ່ນຕ່າງລາຄາ)

- ຜົນຕອບແທນຈາກການລົງທຶນກຳໄລ

40.ຄວາມສ່ຽງຂອງຮູ້ນກູ້ມີຄວາມສ່ຽງຫຍັງແດ່ ອະທິບາຍພອ້ມ?

ຄວາມສ່ຽງຂອງຮູ້ນກູ້ມີ:

- ຄວາມສ່ຽງອັດຕາດອກເບ້ຍຄື: ເມື່ອດອກເບ້ຍເພີ່ມຂຶ້ນເຮັດໃຫ້ລາຄາຮຸ້ນກູ້ຫຼຸດລົງ ເມື່ອດອກເບ້ຍຫຼຸຸດລົງຈະເຮັດໃຫ້ລາຄຮຸ້ນເພີ່ມຂື້ນ

- ຄວາມສ່ຽງຊຳລະສະສາງ: ຄວາມສ່ຽງໃນການສຳລະສະສາງເອີ້ນວ່າຄວາມສ່ຽງສິນເຊື່ຶອ ຫຼື ຄວາມສ່ຽງຊຳລະໜີ້ ເປັນຄວາມສ່ຽງທີ່ຜູ້ຈຳໜ່າຍສູນເສຍໜີ້ໝາຍຄວາມວ່າບໍ່ສາມາດຊຳລະສະສາງຖືກຕາມກຳນົດເວລາ ແຕ່ຖ້າເປັນຮຸ້ນກູ້ຂອງລັດຖະບານຖືວ່າບໍ່ມີຄວາມສ່ຽງໃນການສຳລະສະສາງ

- ຄວາມສ່ຽງອັດຕາເງິນດຟີ້: ເອີ້ນວ່າຄວາມສ່ຽງທາງດ້ານຄວາມສາມາດຊື້ ເກີດຂຶ້ນຍອ້ນການປ່ຽນແປງຂອງກະແສເງິນ ຫຼື ຄ່າຂອງເງີນ

- ຄວາມສ່ຽງອັດຕາແລກປ່ຽນ: ສຳລັບຮຸ້ນກູ້ທີ່ໄດ້ພິມຈຳໜ່າຍເປັນສະກຸນເງິນຕາຕ່າງປະເທດ ເມື່ອຄົບກຳນົດການຊຳລະສະສາງແຕ່ຕອ້ງຊຳລະເປັນສະກຸນພາຍໃນ ເຊິ່ງເວລານັ້ນເງິນພາຍໃນພັດອອ່ນຄ່າທຽບກັບສະກຸນເງິນທີ່ຈຳໜ່າຍຮຸ້ນກູ້ເຮັດໃຫ້ຜູ້ພິມຈຳໜ່າຍໄດ້ຮັບສະກຸນເງິນຕາຕ່າງປະເທດໜອ້ຍລົງ ເອີ້ນວ່າຄວາມສ່ຽງອັດຕາແລກປ່ຽນ

41.ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີຈັກປັດໄຈ ຄື ປັດໄຈຫຍັງແດ່?

ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີ 5 ປັດໄຈ ຄື:

- ຄວາມອາດສາມາດທາງດ້ານການເງິນຂອງຜູ້ອອກກູ້

- ໄລຍະເວລາຄົບກຳນົດ

- ຄາດຄະເນກ່ຽວກັບເງິນເຟີ້

- ການເໜັງຕີງຂອງດອກເບ້ຍຕະຫຼາດ

- ການປ່ຽນແປງຂອງອັດຕາແລກປ່ຽນ

42.ຜົນດີໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?

ຜູ້ພິມຈຳໜ່າຍສາມາດກຳນົດລາຍຈ່າຍລວ່ງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອກເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ສາມາດຫຼຸດຜອ່ນພາລະການຈ່າຍພາສີອາກອນ ລວມທັງວິທີການຈ່າຍ

43.ຜົນເສຍໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?

ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ກັບຕົ້ນທຶນສະເລ່ຍຂອງກິດຈະການ, ເວລາຊຳລະສະສາງແມ່ນຊຳລະເທື່ອດຽວໃນຈຳນວນເງິນກອ້ນໃຫຍ່ (ຄວາມສ່ຽງພາຍໃນ) ມີພາລະໃນການຈ່າຍດອກເບ້ຍເປັນປະຈຳ, ຕອ້ງມີແຜນກະກຽມເງິນເພື່ອໄຖ່ຖອນຮຸ້ນກູ້ເມື່ອຄົບກຳນົດ

44.ຫຼັກຊັບທຶນ ຫຼື ຮຸ້ນທຶນມີຈັກປະເພດ ຄືປະເພດຫຍັງແດ່?

ຫຼັກຊັບທຶນ ຫຼື ຮຸ້ນທຶນມີ 2 ປະເພດ ຄື: ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ

45.ຮຸ້ນທຶນແມ່ນຫຍັງ?

ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດວ້ຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີເຊິ່ງໄດ້ກນໄດຄວາມເປັນເຈົ້າຂອງ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນສວ່ນໜື່ງໆເຊິ່ງຖືກຕອ້ງຕາມກົດໝາຍ

46.ຮຸ້ນສາມັນແມ່ນຫຍັງ ?

ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສວ່ນໜຶ່ງໆ

47.ຮຸ້ນສາມັນມີຈັກຈຸດພິເສດ ? ຄືຈຸດພິເສດຫຍັງແດ່ ?

ມີ 5 ຈຸດພິເສດຄື:

ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນເຊິ່ງໃນນັ້ນບໍ່ມີກຳນົດໃນການໄຖ່ຖອນທຶນ

- ຜົົນຕອບແທນຂອງໃບຮຸ້ນແມ່ນຂຶ້ນກັບຜົນການດຳເນີນທູລະກິດຂອງວິສາຫະກິດ (ບໍ່ຄົງທີ່)

- ຜູ້ຖືຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປອ່ນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ລື ຮຸ້ນ)

- ເມື່ອບໍລິສັດຫາກລົ້ມລະລາຍ ຜູ້ຖືຮຸ້ນສາມັນໄດ້ຮັບສວ່ນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອສຸດທິ

- ລາຄາຮຸ້ນມີການເໜັງຕີງຢ່າງວອ່ງໄວໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍອ້ນມີຫຼາຍປັດໄຈສົ່ງຜົນກະທົບ ແຕ່ວ່າປັດໄຈພື້ນຖານທີ່ພາໃຫ້ລາຄາຮຸ້ນມີການ  ເໜັງຕີງແມ່ນປະສິດທິຜົນຂອງທຸລະກິດ ແລະ ມູນຄ່າຕະຫຼາດຂອງໃບຮຸ້ນ

48.ເງິນປັນຜົນຂອງຮຸ້ນສາມັນແມ່ນຫຍັງ?

ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼງັເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ຜູ້ຖືຮຸ້ນບູລິມະສິດ

49.ຈົ່ງຂຽນສູດຄິດໄລ່ເງິນປັນຜົນຮຸ້ນສາມັນ?

ເງິນປັນຜົນ = (ກຳໄລສຸດທິ-ຜົນຕອບແທນຮຸ້ນບູລິມະສິດ-ຄັງສະສົມ)/ຈຳນວນຮຸ້ນສາມັນທັງໝົດ

50.ຜົນຕອບແທນ ແລະ ຄວາມສ່ຽງ ຂອງຮຸ້ນສາມັນມີຫຍັງແດ່ ພອ້ມອະທິບາຍ?

ຜົນຕອບແທນຂອງຮຸ້ນສາມັນມີ:

- ເງິນປັນຜົນ: ແມ່ນສວ່ນແບ່ງປັນໃຫ້ແຕ່ລະຮຸ້ນໄດ້ມາຈາກກຳໄລສຸດທິຫຼັງຈາກການຫັກຈ່າຍຄ່າອາກອນ, ຫຼັງຈາກຈ່າຍຜົນຕອບແທນໃຫ້ຮຸ້ນບູລິມະສິດ ແລະ  ຫຼັງຫັກລາຍໄດ້ສະສົມເຂົ້າຄັງ

- ຜົນຕອບແທນຈາກທຶນ: ສວ່ນໃຫຍ່ນັກລົງທຶນຈະມີຍຸດທິສາດທຸລະກິດໄລຍະສັ້ນ ຈະຂາຍໃບຮຸ້ນທັນທີເມື່ອລາຄາຂອງຮຸ້ນເພີ່ມຂຶ້ນ ເພື່ຶອຈະໄດ້ຮັບສວ່ນຕ່າງຈາກລາຄາ

ຄວາມສ່ຽງຂອງຮຸ້ນສາມັນ:

ໃນການລົງທຶນ, ຄວາມສ່ຽງເກີດຂຶ້ນຍອ້ນບັນດາປັດໄຈທີ່ຢູ່ນອກບໍລິສັດບໍ່ສາມາດຄວບຄຸມໄດ້ ແລະ ມີຜົນກະທົບຢ່າງໃຫຍ່ຫລວງເຖິງຕະຫຼາດ ແລະ ທຸກໆຫຼັກຊັບເອີ້ນວ່າຄວາມສ່ຽງເປັນລະບົບ (ຄວາມສ່ຽງນອກ) ເຊັ່ນ: ຄວາາມສ່ຽງຕະຫຼາດ, ຄວາມສ່ຽງອັດຕາດອກເບ້ຍ, ຄວາມສ່ຽງດ້ານຄວາມສາມາດຊື້.ກົງກັນຂ້າມ ຄວາມສ່ຽງທີ່ເກີດຂຶ້ນຍອ້ນບັນດາປັດໄຈພາຍນອກບໍ່ສາມາດຄວບຄຸມໄດ້ ແລະ ກະທົບຕໍ່ຂະແໜງການໃດໜຶ່ງ ຫຼື ທັງໝົດບໍລິສັດ ເອີ້ນວ່າຄວາມສ່ຽງບໍ່ເປັນລະບົບ (ຄວາມສ່ຽງພາຍໃນ) ເກີດຈາກການບໍລິຫານກະດຈະການບໍ່ໄດ້ປະສິດທິພາບ

51.ຮຸ້ນບູລິມະສິດແມ່ນຫຍັງ?

ຮຸ້ນບູລິມະສິດເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຖືຮຸ້ນ ຈະມີສວ່ນຮວ່ມໃນການເປັນເຈົ້າຂອງກິດຈະການຄ້າຍ ຄືກັບຮຸ້ນສາມັນແຕ່ຄວາມແຕກຕ່າງຢູ່ບອ່ນວ່າຜູ້ຖືຮຸ້ນບູລິມະສິດມີສິດອອກສຽງ ໃນກອງປະຊຸມໜອ້ຍກວ່າຜູ້ຖືຮຸ້ນສາມັນແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜືອກວ່າຮຸ້ນສາມັນຄືໄດ້ຮັບເງິນປັນຜົນໃນອັດຕາທີ່ແນ່ນອນ , ເມື່ອບໍລິສັດລົ້ມລະລາຍແມ່ນຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກອ່ນຜູ້ຖືຮຸ້ນສາມັນ, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຕ່ຳ ແລະ ມີໜອ້ຍທີ່່ສຸດໃນຕະຫຼາດຫຼັກຊັບ

52.ຮຸ້ນບູລິມະສິດມີຈັກຈຸດພິເສດ ? ຄືຈຸດພິເສດຫຍັງແດ່ ?

ມີ 2 ຈຸດພິເສດ ຄື: ຈຸດພິເສດຄືກັບຮຸ້ນສາມັນ ແລະ ຈຸດພິເສດຄືກັບພັນທະບັດ

53.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນ ?

ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນຢູ່ບອ່ນວ່າຊື້ແລ້ວຊື້ເລີຍບໍ່ມີກຳນົດເວລາ ບໍ່ສາມາດໄຖ່ຖອນຄືນ ຜູ້ຖືຮຸ້ນບູລິມະສິດກໍ່ເປັນຂາຮຸ້ນຜູ້ໜຶ່ງພອ້ມທັງເປັນເຈົ້າຂອງບໍລິສັດ ຍອ້ນແນວນັ້ນສວ່ນທຶນທີ່ປະກອບໂດຍຜ່ານການຊື້ຮຸ້ນແມ່ນຈະຄົງຕົວໄປຕະຫຼອດບໍ່ສາມາດຖອນຄືນໄດ້ແຕ່ວ່າເມື່ອເຂົາເຈົ້າມີຄວາມຕອ້ງການເງິນສາມາດນຳໄປຂາຍໃນຕະຫຼາດຫຼັກຊັບ

54.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດ ?

ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດຄືຈະໄດ້ຮັບຜົນຕອບແທນຄົງທີ່ໃນອັດຕາທີ່ແນ່ນອນທີ່ກຳນົດໄວ້ໃນໜ້າໃບ

55.ຮຸ້ນບູລິມະສິດມີຈັກປະເພດ ? ຄືປະເພດໃດແດ່ ?

ຮຸ້ນບູລິມະສິດມີ 5 ປະເພດຄື:

ຮຸ້ນບູລິມະສິດແບບສະສົມ

- ຮຸ້ນບູລິມະສິດແບບບໍ່ສະສົມ

- ຮຸ້ນບູລິມະສິດແບບຮວ່ມຮັບ

- ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນ

- ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້

56.ຮຸ້ນບູລິມະສິດແບບສະສົມແມ່ນຮຸ້ນແນວໃດ ?

ແມ່ນປະເພດຮຸ້ນບູລິມະສິດທີ່ຮັບດອກເບ້ຍແບບຄົງທີ່ແຕ່ໃນກໍລະນີບໍລິສັດດຳເນີນທຸລະກິດບໍ່ມີກຳໄລ ຫຼື ຈ່າຍບໍ່ຄົບຕາມຈຳນວນຕາມດອກເບ້ຍທີ່ໄດ້ກຳນົດໄວ້ແມ່ນສວ່ນທີ່ເຫຼືອຈະໄດ້ສະສົມໄວ້ໃນປີຕໍ່ໄປ ຫຼື ສອງສາມປີຖັດໄປ

57.ຮຸ້ນບູລິມະສິດແບບບໍ່ສະສົມແມ່ນຮຸ້ນແນວໃດ?

ຮຸ້ນບູລິມະສິດແບບບໍ່ສະສົມເປັນຮຸ້ນທີ່ຈ່າຍຜົນຕອບແທນໃຫ້ເມື່ອບໍລິສັດມີກຳໄລ ເຊິ່ງຸຖ້າຫາກວ່າບໍລິສັດບໍ່ມີເງິນຈ່າຍ ຫຼື ຈ່າຍບໍ່ເຕັມຕາມທີ່ກຳນົດໄວ້ ແມ່ນຈະບໍ່ໄດ້ສະສົມເກັບໄວ້ໃນຕໍ່ໄປອີກຈ່າຍບໍ່ເຕັມຕາມທີ່ກຳນົດໄວ້, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຫຼາຍກວ່າຮຸ້ນບູລິມະສິດ ແລະ ຜົນຕອບແທນກໍ່ຮຽກຮອ້ງສູງກວ່າ

58.ຮຸ້ນບູລິມະສິດແບບຮວ່ມຮັບແມ່ນຮຸ້ນແນວໃດ?

ແມ່ນປະເພດຮຸ້ນທີ່ຜູ້ຖືຮຸ້ນບູລິມະສິດປະເພດນີ້ນອກຈາກຈະໄດ້ຮັບຜົນຕອບແທນຄົງທີ່ແລ້ວ ເມື່ອບໍລິສັດຫາກດຳເນີນທຸລະກິດເກີດມີກຳໄລຫຼາຍ ພາຍຫຼັງບໍລິສັດຊຳລະໜີ້ແລ້ວແມ່ນຈະໄດ້ຮັບສວ່ນແບ່ງຮວ່ມກັບຮຸ້ນສາມັນແຕ່ດອກເບ້ຍຕໍ່າ

59.ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນແມ່ນຮຸ້ນແນວໃດ?

ຮຸ້ນປະເພດນີ້ສາມາດປ່ຽນເປັນຮຸ້ນສາມັນ(ຕາມລະບຽບທີ່ກຳນົດໄວ້) ຕາມອັດຕາສວ່ນໃດໜຶ່ງທີ່ໄດ້ກຳນົດໄວ້ກອ່ນ ຜູ້ຖືຮຸ້ນບູລິມະສິດດັ່ງກ່າວຈະປະະຕິບັດການປ່ຽນຮຸ້ນເມື່ອລາຄາຂອງຮຸ້ນສາມັນເພີ່ມຂຶ້ນ

60.ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້ແມ່ນຮຸ້ນແນວໃດ?

ບໍລິສັດຈຳນວນໜຶ່ງຕົກຢູ່ໃນສະພາບທີ່ຕອ້ງການແຫຼ່ງທຶນຈຳນວນໃດໜຶ່ງ. ດັ່ງນັ້ນຈຶ່ງພິມຈຳໜ່າຍຮຸ້ນອອກໃນອັດຕາດອກເບ້ຍທີ່ສູງເພື່ອເປັນການຈູງໃຈແກ່ນັກລົງທຶນ ແຕ່ວ່າຮຸ້ນບູລິມະສິດປະເພດນີ້ບໍລິສັດຈະໄຖ່ຖອນຄືນຫຼັງໄລຍະເວລາໃດໜຶ່ງທີ່ແນ່ນອນ ເມື່ອບໍລິສັດມີສະພາບການເງິນທີ່ຂອ້ນຂ້າງດີ

61.ປະສິດທິພາບຂອງຕະຫຼາດການເງິນມີ ຈັກລະດັບ ? ຄືລະດັບຫຍັງແດ່?

ມີ 3 ລະດັບຄື:

ປະສິດທິພາບລະດັບອອ່ນ: ໃນການສະໜອງຂໍ້ມູນຂ່າວສານອາດມີຜູ້ທີ່ຮູ້ ແລະບໍ່ຮູ້

- ປະສິດທິພາບລະດັບກາງ: ອາດຈະສະໜອງຂໍ້ມູນຂ່າວສານໄດ້ດີ, ຮູ້ຈັກລາຄາທີ່ຊັດເຈນ, ມີຂະໜາດໃຫຍ່ ແລະ ມີຜູ້ເຂົ້າຮວ່ມຫຼາຍ

- ປະສິດທິພາບລະດັບແຂງ: ເປັນຕະຫຼາດທີ່ທັນສະໄໝ ຮູ້ລາຄາເບື້ອງຕົ້ນໃນຕະຫຼາດຂັ້ນ 1 ແລະ 2 , ສາມາດຮູ້ລາຄາປະຈຸບັນ, ແລະ ສະພາບການຕ່າງໆ

ບົດ​ທີ 5
ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສື່​ກາງ​ທາງ​ດ້ານ​ການ​ເງິນ

1.ທະ​ນາ​ຄານ​ທຸ​ລະ​ກິດ ໝາຍ​ເຖິງ​ຫຍັງ ?

ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທດ ,ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ , ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.

2.ທຸ​ລະ​ກິດ​ທະ​ນາ​ຄານ ປະ​ກອບດ​ວ້ຍ​ທຸ​ລະ​ກິດ​ຫຍັງ​ແດ່ ?

ຮັບຝາກເງິນປະເພດຕ່າງໆເຊັ່ນ: ເງິນຝາກກະແສລາຍວັນ, ເງິນຝາກປະຢັດ, ເງິນຝາກມີກຳນົດສາມເດືອນ, ຫົກເດືອນ,ໝຶ່ງປີ ແລະ ເກີນໝຶ່ງປີ ໂດຍດອກເບ້ຍ ຫຼື ບໍ່ມີດອກເບ້ຍ

- ສະໝອງສິນເຊືອດວ້ຍຮູບການໃຫ້ກູ້ຢືມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ,ການຊື້ຫຼຸດ ແລະ ຮັບຊື້ຫຼຸດເອກະສານມີຄ່າ, ການຄ້ຳປະກັນ. 

- ໃຫ້ການບໍລິການຊຳລະ ແລະ ຮຽບເກັບ

- ອອກ ແລະ ຄຸ້ມຄອງເຄືອງມືຊຳລະເຊັ່ນ: ບັດຊຳລະປະເພດຕ່າງໆ

- ຊື້-ຂາຍເງິນຕາຕ່າງປະເທດ

- ໃຫ້ບໍລິການຮັກສາຄວາມປອດໄພເອກະສານ ແລະ ວັດຖຸມີຄ່າ

3.ພາລະບົດບາດ ຂອງທະນາຄານທຸລະກິດຕິດພັນກັບ ການຂະຫຍາຍຕົວຂອງພື້ນຖານເສດຖະກິດມີພາລະບົດບາດໃດແດ່ ຂອງທະນາຄານທຸລະກິດ ?

ເປັນບ່ອນສະໝອງທຶນໃຫ້ແກ່ພື້ນຖານເສດຖະກິດ.

- ເປັນຂົວຕໍ່ລະຫວ່າງເສດຖະກິດກັບຕະຫຼາດ

- ເປັນເຄື່ອງມືສຳລັບໃຫ້ລັດດັບປັບຄຸ້ມຄອງມະຫາພາກ ຕໍ່ພື້ນຖານເສດຖະກິດ.

- ເປັນຂົວຕໍ່ລະຫວ່າງການເງິນແຫ່ງລັດກັບການເງິນສາກົນ

4.ທະນາຄານທຸລະກິດໃນ ສປປ ລາວ ປະກອບມີບັນດາທະນາຄານໃດແດ່?

1. ທະນາຄານທຸລະກິດລັດ

2. ທະນາຄານຫຸ້ນສ່ວນ (ລວມທັງຮວ່ມທຶນ)

3. ທະນາຄານເອກກະຊົນ

4. ທະນາຄານສາຂາຕ່າງປະເທດ

5. ບັນດາຮູບການທະນາຄານອືນໆ

5.ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ ການ​ສ້າງ​ຕັ້ງ​ຮູບ​ແບບ​ທະ​ນາ​ຄານ​ທຸ​ລະ​ກິດ​ພາຍ​ໃຕ້​ຮູບ​ການ​ມີ​ທະ​ນາ​ຄານ​ໃດ​ແດ່ ?

ທະນາຄານທຸລະກິດຫຼາຍຂະແໝງ

- ທະນາຄານທຸລະກິດສະເພາະ

- ທະນາຄານທີ່ເຮັດໝ້າທີ່ຂາຍຍົກ

- ທະນາຄານເຮັດໝ້າທີ່ບໍລິການຂາຍຍ່ອຍ

6.ໝ້າທີ່ເບື້ອງຊັບສິນຂອງທະນາຄານທຸລະກິດມີຈັກໝ້າທີ່ ? ຄືໝ້າທີ່ໃດແດ່ ?

ມີ 4 ໝ້າທີ່ຄື:

1. ໝ້າຂອງຄັງຍ່ອຍ

2. ໝ້າທີ່ໃຫ້ກູ້ຢືມ

3. ໝ້າທີ່ລົງທຶນດ້ານການເງິນ

4. ໝ້າທີ່ອື່ນໆ

7.ໝ້າ​ທີ່​​ເບື່ອງ​ໝີ້​ສິນ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ມີ​ໝ້າ​ທີ​ຫຍັງ​ແດ່ ?

1. ໝ້າທີ່ຮັບຝາກ

2. ໝ້າທີ່ການພີມຈຳໝ່າຍເອກະສານແບບພີມທີ່ມີຄ່າ

3. ໝ້າທີ່ການໄປກູ້ຢືມ

4. ໝ້າທີ່ລະດົມທຶນອື່ນໆ

8.ບັນ​ດາ​ສະ​ຖາ​ບັນ​ການ​ເງິນ ນອກ​ລະ​ບົບ​ທະ​ນາ​ຄານ​ມີ​ຫຍັງ​ແດ່ ?

1. ບັນດາບໍລິສັດການເງິນ

2. ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).

3. ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).

9.ໃນ​ປະ​ຈຸ​ບັນບັນ​ດາ​ບໍ​ລິ​ສັດ​ການ​ເງິນ​ມີ​ຢູ່​ຈັກ​ແບບ ?ແບບ​ໃດ​ແດ່ ?

ມີ 3 ແບບຄື:

1. ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ

2. ບໍລິສັດການເງິນເພື່ອການບໍລິໂພກ

3. ບໍລິສັດການເງິນເພື່ອການດຳເນີນທຸລະກິດ

10.ບໍ​ລິ​ສັດ​ການ​ເງິນ​ເພື່ອ​ການ​ບໍ​ລິ​ໂພກ​ ແມ່ນ​ແນວ​ໃດ ?

ແມ່ນການທີ່ວິສາຫະກິດສະໝອງເງິນທຶນຂອງຕົນໃຫ້ແກ່ບັນດາຄອບຄົວ ແລະ ບຸກຄົນກູ້ຢືມເພື່ອນຳໃຊ້ເຂົ້າໃນຄວາມຕ້ອງການຊື້ສິນຄ້າໃນການໃຊ້ສອຍ.

11.ບໍ​ລິ​ສັດ​ການ​ເງິນ​ເພື່ອ​ການ​ດຳ​ເນີນ​ທຸ​ລະ​ກິດ​ ແມ່ນ​ແນວ​ໃດ ?

ແມ່ນການໃຫ້ສິນເຊື່ອໃນຮູບແບບ ຂອງການໃຫ້ຄ້ຳປະກັນການຊຳລະສະສາງບໍລິສັດສະໝອງສິນເຊື່ອດວ້ຍການຊື້ຄືນ (ຊື້ຫຼຸດ) ບັນດາບວ້ງເງິນທິີ່ຕ້ອງຮັບຂອງບັນດາຫົວໝວ່ຍທຸລະກິດ.

12.ບໍ​ລິ​ສັດ​ການ​ເງິນ​ເພື່ອ​ສົ່ງ​ເສີມ​ການ​ຂາຍ​ສິນ​ຄ້າ​ ແມ່ນ​ຫຍັງ ?

ແມ່ນການໃຫ້ກູ້ຢືມທາງອອ້ມແກ່ຜູ້ຊົມໃຊ້ເພື່ອຊື້ສິນຄ້າ ແລະ ບໍລິການຈາກຜູ້ຂາຍລາຍຍ່ອຍ ຫຼື ຈາກຜູ້ຜະລິດໃດໝຶ່ງ.

ບົດ​ທີ 6
ອັດ​ຕາ​ດອກ​ເບ້ຍ

1.ອັດ​ຕາ​ດອກ​ເບ້ຍ ແມ່ນ​ຫຍັງ ?

ແມ່ນລາຄາຂອງສິນເຊື່ອ ລາຄາຂອງສາຍພົວພັນການກູ້ຢືມ ຫຼື ໃຫ້ເຊົ້າບໍລິການກ່ຽວກັບທຶນພາຍໃຕ້ຮູບການຂອງເງິນຕາ ຫຼື ບັນດາຊັບສິນທີ່ມີມູນຄ່າແຕກຕ່າງກັນ ເມື່ອເຖິງກຳນົດເວລາຜູ້ກູ້ຢືມເປັນຈຳນວນເງິນໃດໝຶ່ງເອີ້ນວ່າ: ກຳໄລ.

2.ອັດ​ຕາ​ດອກ​ເບ້ຍ​ໃນ​ການ​ທະ​ນາ​ຄານ​​ມີ​ອັດ​ຕາ​ດອກ​ເບ້ຍຫຍັງ​ແດ່ ?

ອັດຕາດອກເບ້ຍເງິນຝາກທະນາຄານ

- ອັດຕາດອກເບ້ຍເງິນກູ້

- ອັດຕາດອກເບ້ຍຊື້ຫຼຸດ

- ອັດຕາດອກເບ້ຍຊື້ຄືນ

3.ອັດ​ຕາ​ດອກ​ເບ້ຍ​ເງິນ​ຝາກ​ທະ​ນາ​ຄານ ແມ່ນ​ແນວ​ໃດ ?

ແມ່ນອັດຕາດອກເບ້ຍທີ່ທະນາຄານຕ້ອງຈ່າຍໃຫ້ບັນດາບັນຊີເງິນຝາກທີ່ຝາກໃຫ້ທະນາຄານ.

4.ລະ​ດັບ​ອັດ​ຕາ​ດອກ​ເບ້ຍ​ເງິນຝາກ ແມ່ນ​ຂຶ້ນ​ຢູ່​ກັບ​ຫຍັງ ?

1. ສະກຸນເງິນຝາກ ເປັນເງິນຕາພາຍໃນ ຫຼື ເງິນຕ່າງປະເທດ

2. ຊະນິດຂອງບັນຊີເງິນຝາກ ເປັນບັນຊີເງິນຝາກເພື່ອການຊຳລະ ຫຼື ເງິນຝາກປະຢັດ.

3. ໄລຍະເວລາການຝາກເງິນເປັນໄລບະສັ້ນ ແລະ ໄລຍະຍາວ

4. ປະລິມານຂອງການຝາກເງິນ

5.ອັດ​ຕາ​ດອກ​ເບ້ຍ​ຊື້ຫຼຸດ​ ແມ່ນ​ແນວ​ໃດ ?

ແມ່ນນຳໃຊ້ໃນເວລາທີ່ທະນາຄານ ໃຫ້ລູກຄ້າກູ້ຢືມເງິນໃນຮູບແບບຊື້ຫຼຸດໃບຢັ້ງຢືນການຄ້າ ຫຼື ເອກກະສານມີຄ່າປະເພດຕ່າງໆ ທີ່ຍັງບໍ່ທັນຮອດເວລາໃນການສຳລະສະສາງ.

6.ອັດ​ຕາ​ດອກ​ເບ້ຍ​ຊື້​ຄືນ ແມ່ນ​ແນວ​ໃດ ?

ແມ່ນນຳໃຊ້ໃນເວລາທີ່ທະນາຄານກາງ ໃຫ້ກູ້ຢືມແກ່ທະນາຄານທຸລະກິດດວ້ຍຮູບການຊື້ຫຼຸດຄືນໃໝ່ບັນດາການຄ້າ ຫຼື ບັນດາເອກກະສານໄລຍະສັ້ນ ທີ່ຍັງບໍ່ທັນຮອດກຳນົດຊຳລະສະສາງ.

7.ອັດ​ຕາ​ດອກ​ເບ້ຍ​ໃນ​ຕະຫຼາດ​ລະ​ຫວ່າງ​ທະ​ນາ​ຄານ​ ແມ່ນ​ຫຍັງ ?

ແມ່ນໄດ້ກໍາເນີດມາຈາກສາຍພົວພັນການສະໝອງ ແລະ ຄວາມຕ້ອງການທາງດ້ານການເງິນທຶນໃນຕະຫຼາດ ແລະ ພາຍໃຕ້ການຊີ້ນຳຂອງທະນາຄານກາງໂດຍອີງໃສອັດຕາດອກເບ້ຍເງິນກູ້ທີ່ທະນາຄານກາງໃຫ້ທະນາຄານທຸລະກິດກູ້ຢືມ, ອັດຕາດອກເບ້ຍນີ້ກໍ່ຍັງຂື້ນກັບການຂະຫຍາຍຕົວຂອງການເຄື່ອນໄຫວໃນຕະຫຼາດເປີດ ແລະ ອັດຕາສວ່ນຂອງການນຳໃຊ້ເງິນທຶນກູ້ຢືມຈາກທະນາຄານກາງຂອງບັນດາທຸລະກິດ.

8.ອັດ​ຕາ​ດອກ​ເບ້ຍ​ອ້າງ​ອີງ​ ແມ່ນ​ຖືກ​ນຳ​ໃຊ້​ໃນ​ເວ​ລາ​ໃດ ?

1. ໃຊ້ເປັນພື້ນຖານໃນການກຳນົດອັດຕາດອກເບ້ຍເພື່ອດຳເນີນທຸລະກິດຂອງຕົນ.

2. ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການປ່ອຍສິນເຊື່ອ.

3. ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການລະດົມທຶນ.

9.ບົດ​ບາດ​ອັດ​ຕາ​ດອກ​ເບ້ຍ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ບົດ​ບາດ​ຫຍັງ​ແດ່ ?

1. ບົດບາດຂອງດອກເບ້ຍ ໃນການເພີ່ມທະວີເສດຖະກິດ

2. ບົດບາດຂອງອັດຕາດອກເບ້ຍຕໍ່ກັບການລົງທຶນ

3. ບົດບາດຂອງອັດຕາດອກເບ້ຍຕໍ່ກັບການປະຢັດ ແລະ ການບໍລິໂພກ

4. ບົດບາດຂອງອັດຕາດອກເບ້ຍຕໍ່ກັບດັດສະນີລາຄາຜູ້ບໍ່ລິໂພກ

5. ບົດບາດຂອງດອກເບ້ຍກັບອັດຕາແລກປ່ຽນ

6. ບົດບາດອັດຕາດອກເບ້ຍໃນຂະບວນການແຈກຢາຍແຫຼ່ງຊັບພະຍາກອນ

7. ບົດບາດຂອງດອກເບ້ຍຕໍ່ກັບການເຄື່ອນໄຫວຂອງທະນາຄານທຸລະກິດ

10.ວິ​ທີ​ຄິດ​ໄລ່​ອັດ​ຕາ​ດອກ​ເບ້ຍ​ມີ​ອັດ​ຕາ​ດອກ​ເບ້ຍ​ໃດ​ແດ່ ​?

1. ອັດຕາດອກເບ້ຍດ່ຽວ

2. ອັດຕາດອກເບ້ຍເພີ່ມຜົນ

3. ອັດຕາດອກເບ້ຍຈ່າຍຕົວຈິງ

4. ລະດັບຜົນຕອບແທນ ໃນອັດຕາດອກເບ້ຍທະວີຄູນສະເຫຼ່ຍ

5. ອັດຕາດອກເບ້ຍໃນນາມ ແລະ ອັດຕາດອກເບ້ຍຕົວຈິງ

6. ອັດຕາດອກເບ້ຍຊື້ຫຼຸດ ແລະ ຄາດຄະເນອັດຕາດອກເບ້ຍ

11.ທະນາຄານທຸລະກິດໃນປະເທດລາວນຳໃຊ້ອັດຕາດອກເບ້ຍອ້າງອີງໃນລັກສະນະໃດ ?

ແມ່ນໃນລັກສະນະຂອງທະນາຄານກາງເປັນຜູ້ກຳນົດຂຶ້ນ ມາຈາກລະດັບອັດຕາດອກເບ້ຍເງິນກູ້ຕ່ຳສຸດຂອງທະນາຄານກາງ.

12.ອັດຕາດອກເບ້ຍຈັດຢູ່ໃນບັນດາຄຸນລັກສະນະໃນການໃຫ້ຜົນຕອບແທນອັດຕາດອກເບ້ຍ ແມ່ນມີອັດຕາດອກເບ້ຍໃດແນ່ ?

ອັດຕາດອກເບ້ຍໃນນາມ

- ອັດຕາດອກເບ້ຍຕົວຈິງ

- ອັດຕາດອກເບ້ຍຈ່າຍຕົວຈິງ

13.ອັດຕາດອກເບ້ຍໃນນາມ ໝາຍເຖິງອັດຕາດອກເບ້ຍຫຍັງ ?

- ອັດຕາດອກເບ້ຍທີ່ຄິດໄລ່ຕາມມູນຄ່າໃນນາມຂອງເງິນຕາ

- ດອກເບ້ຍທີ່ຍັງບໍ່ທັນໄດ້ຫຼັກອັດຕາເງິນເຟີ້ອອກ

- ອັດຕາດອກເບ້ຍທີ່ແຈ້ງໄວ້ຢ່າງເປັນທາງການໃນບັນດາສິນເຊື່ອຕ່າງໆ ແລະ ໄດ້ກຳນົດໄວ້ຢ່າງຊັດເຈນໃນສັນຍາກູ້ຢືມຊະນິດຕ່າງໆ.

14.ອັດຕາດອກເບ້ຍຕົວຈິງ ແມ່ນອັດຕາດອກເບ້ຍຫຍັງ ?

ແມ່ນອັດຕາດອກເບ້ຍ ທີ່ໄດ້ປັບປຸງໃຫ້ແທດເໝາະກັບການປຽ່ນແປງຂອງອັດຕາເງິນເຟີ້.

15.ອັດຕາດອກເບ້ຍຈ່າຍຕົວຈິງ ໝາຍເຖິງອັດຕາດອກເບ້ຍຫຍັງ ?

ແມ່ນອັດຕາດອກເບ້ຍທີ່ຂຽນໄວ້ໃນສັນຍາ ຫຼື ອາດຈະຈ່າຍດອກເບ້ຍເປັນງວດ, ເປັນເດືອນ, ເປັນໄຕມາດ.

16.ຖ້າອີງໃສ່ລັກສະນະຄວາມອ່ອນໄຫວຂອງຂອງອັດຕາດອກເບ້ຍ ມີອັດຕາດອກເບ້ຍຫຍັງແດ່ ?

- ອັດຕາດອກເບ້ຍຄົງທີ່

- ອັດດອກເບ້ຍລອຍຕົວ

17.ອັດຕາດອກເບ້ຍຄົງທີ່ ແມ່ນອັດຕາດອກເບ້ຍຫຍັງ ?

ແມ່ນອັດຕາດອກເບ້ຍ ທີ່ກຳນົດຕາຍຕົວໃນຕະຫຼາດໄລຍະເວລາຂອງສັນຍາກູ້ຢືມ.

18.ອັດຕາດອກເບ້ຍລອຍຕົວ ແມ່ນມີລັກສະນະຄືແນວໃດ ?

ແມ່ນອັດຕາດອກເບ້ຍທີ່ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໄດ້ຕາມອັດຕາດອກເບ້ຍໃນຕະຫຼາດຕະຫຼອດຂອງສັນຍາເງິນກູ້.

19.ອັດຕາດອກເບ້ຍ ໂດຍອີງໃສ່ສະກຸນເງິນ ແມ່ນມີອັດຕາດອກເບ້ຍຫຍັງແດ່ ?

- ອັດຕາດອກເບ້ຍຂອງເງິນພາຍໃນປະເທດ

- ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ

20.ດອກເບ້ຍມີບົດບາດໃນການປະຢັດ ແລະ ການບໍລິໂພກຄືແນວໃດ ?

ອັດຕາດອກເບ້ຍສູງຂື້ນ, ເຮັດໃຫ້ຄົນເຮົາມີຄວາມຕ້ອງການເກງກໍາໄລທັງດ້ານອັດຕາດອກເບ້ຍຫຼາຍຂື້ນພາໃຫ້ມີການປະຢັດຫຼາຍຂື້ນ, ອັດຕາດອກເບ້ຍເພີ່ມຂື້ນສູງເຮັດໃຫ້ຄົນມີການປະຢັດຫຼາຍຂື້ນ ຈຶ່ງມີຜົນເຮັດໃຫ້ການບໍລິໂພກຫຼຸດລົງ

ບົດ​ທີ 7
ນະ​ໂບ​ບາຍ​ເງິນ​ຕາ​ແຫ່ງ​ຊາດ

1.ນະໂຍບາຍເງິນຕາແຫ່ງຊາດ ແມ່ນຫຍັງ ?

ແມ່ນນະໂຍບາຍທາງດ້ານເສດຖະກິດໂດຍສະເພາະ ແມ່ນນະໂຍບາຍທີ່ຈຸດປະສົງ ໃນການຄຸ້ມຄອງປະລິມານເງິນໃນຂອບຈໍລະຈອນ ໃຫ້ພຽງພໍກັບຄວາມຕ້ອງການໃນການຊຳລະສະສາງທາງດ້ານເສດຖະກິດ ໃນແຕ່ລະຊວ່ງໃນແຕ່ລະໄລຍະເຊິງມັນເປັນນະໂຍບາຍໄລຍະສັ້ນ ຖ້າທຽບໃສ່ນະໂຍບາຍທາງດ້ານເສດຖະກິດ ຫຼື ນະໂຍບາຍການເງິນເພື່ອໃຫ້ເຂົ້າໃຈໄດ້ຢ່າງຊັດເຈນຍິ່ງຂື້ນ.

2.ນະໂຍບາຍເງິນຕາຜ່ອນຄາຍມີຫຍັງແດ່ ?

- ແມ່ນແນ່ໃສເພີ່ມປະລິມານເງິນສະໝອງ

- ສົ່ງເສີ່ມການລົງທຶນ

- ເປີດກ້າວງການຜະລິດທຸລະກິດ

- ສ້າງວຽງເຮັດງານທຳ

- ນະໂຍບາຍເງິນຕາແນ່ໃສດ້ານການທົດຖອຍຂອງເສດຖະກິດ

- ຕ້ານໄພຫວາງງານ

3.ນະໂຍບາຍເງິນຕາຮັດກຸມ ແມ່ນຫຍັງ ?

- ແນ່ໃສຫຼຸດຜ່ອນປະລິມານເງິນສະໝອງ

- ຈຳກັດການລົງທຶນ

- ຖວ່ງດຶງການຂະຫຍາຍຕົວເກີນຂີດຂອງພື້ນຖານເສດຖະກິດ

- ນະໂຍບາຍເງິນຕາແນ່ໃສ່ຕ້ານເງິນເຟີ້

4.ເປົ້າໝາຍນະໂຍບາຍເງິນຕາແຫ່ງຊາດມີຫຍັງແດ່ ?

- ຄຸ້ມຄອງໄພເງິນເຟີ້,ສ້າງສະຖຽນນະພາບຂອງຄ່າເງິນຕາພາຍໃນປະເທດ

- ສ້າງວຽກເຮັດງານທຳ

- ສ້າງຄວາມເຕີບໂຕ ທາງດ້ານເສດຖະກິດ

- ສ້າງສາຍພົວພັນລະຫວ່າງບັນດາເປົ້າໝາຍດວ້ຍກັນ

5.ເຄື່ອງມືນະໂຍບາຍເງິນຕາມີຫຍັງແດ່ ?

- ຕະຫຼາດເປີດ

- ນະໂຍບາຍຮັບຊວ່ງຊື້ຫຼຸດ

- ຄັງແຮຝາກບັງຄັບ

- ການຄວບຄຸມເພດານສິນເຊື່ອ

- ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ

6.ເນື້ອໃນຂອງນະໂຍບາຍການເງິນມີນະໂຍບາຍຫຍັງແດ່ ?

- ນະໂຍບາຍກ່ຽວກັບທຶນ

- ນະໂຍບາຍກ່ຽວກັບບັນດາວິສາຫະກິດ

- ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ

- ນະໂຍບາຍກ່ຽວກັບການເງິນລະຫວ່າງປະເທດ

- ນະໂຍບາຍກ່ຽວກັບເງິນຕາ ແລະ ສິນເຊື່ອ

7.ຕະຫຼາດເປີດ ແມ່ນຫຍັງ ?

ແມ່ນການທີ່ທະນາຄານການຊື້ ແລະ ຂາຍເອກະສານມີຄ່າ, ເຊິ່ງຕົ້ນຕໍແມ່ນແມ່ນພັນທະບັດໄລຍະສັ້ນຂອງຄັງເງິນແຫ່ງຊາດ, ແນ່ໃສເຮັດໃຫ້ປະລິມານເງິນສະໝອງມີການປ່ຽນແປງ.

8.ຕະຫຼາດເປີດ ແມ່ນເຄື່ອງມືທີ່ສຳຄັນກວ່າໝູ່ຂອງທະນາຄານກາງ ໃນວຽກງານການດັດສົມປະລິມານເງິນສະໝອງ, ຍ້ອນວ່າ ທ່າໄດ້ປຽບຂອງມັນມີຫຍັງແນ່ ?

- ທະນາຄານກາງ ສາມາດຄວບຄຸມວິຊາດ້ານການຕະຫຼາດເສລີໄດ້ທັງໝົດ.

- ມີໄຫວພິບ ແລະ ຊັດເຈນ, ສາມາດນຳໃຊ້ຢູ່ໃນລະດັບໃດກໍ່ໄດ້, ສາມາດດັດປັບປະລິມານການສະໝອງເງິນໃຫ້ຫຼາຍ ຫຼື ໝ້ອຍໄດ້.

- ທະນາຄານກາງສາມາດປັບປ່ຽນສະຖານະຂອງຕົນໄດ້ຢ່າງງ່າຍດາຍ

- ປະຕິບັດໄດ້ຢ່າງວອ່ງໄວ, ສິ້ນເປືອງດ້ານຄ່າໃຊ້ຈ່າຍ ແລະ ເວລາໝ້ອຍ.

ບົດ​ທີ 8
ການ​ເງິນ​ລະ​ຫວ່າງ​ປະ​ເທດ

1.ລາຄາຊື້ ແມ່ນຫຍັງ ?

ແມ່ນອັດຕາທີ່ທະນາຄານສະເໝີລາຄາສາມາດຊື້ເງິນຕາທີ່ຖືກຕັ້ງລາຄານັ້ນ.

2.ລາຄາຂາຍ ແມ່ນຫຍັງ ?

ແມ່ນອັດຕາທີທະນາຄານສະເໝີລາຄາສາມາດຂາຍ ເງິນຕາທີ່ຖືກຕັ້ງລາຄານັ້ນ.

3.ອັດຕາແລກປ່ຽນທັດທີ ແມ່ນຫຍັງ ? 

ແມ່ນອັດຕາທີ່ໄດ້ຕົກລົງກັນໄດ້ໃນມື້ນີ້ແຕ່ການດຳເນີນການຊຳລະສະສາງຈະເກີດຂື້ນໃນສອງວັນລັດຖະການ (ໂດຍຖົ່ວໄປ ຖ້າບໍ່ມີການຂັດຂ້ອງ ແມ່ນຈະດຳເນີນໃນວັນທີ່ສອງຂອງວັນລັດຖະການ).

4.ອັດຕາແລກປ່ຽນມີກຳນົດເວລາ ແມ່ນຫຍັງ ?

ແມ່ນອັດຕາການຂາຍທີ່ໄດ້ຕົກລົງກັນໃນມື້ນີ້ ແຕ່ການດຳເນີນການຊຳລະສະສາງ ແມ່ນເກີດຂຶ້ນພາຍຫຼັງສາມມື້ລັດຖະການຂຶ້ນໄປ.

5.ອັດຕາຊື້ຂາຍໃນເວລາເປີດຕະຫຼາດແມ່ນແນວໃດ ?

ແມ່ນອັດຕາຊື້ຂາຍທີນຳໃຊ້ໃນສັນຍາທີ່ເລີມຕົ້ມໃນການແລກປ່ຽນຊື້ຂາຍ.

6.ອັດຕາຊື້ຂາຍໃນເວລາປິດຕະຫຼາດ ແມ່ນແນວໃດ ?

ແມ່ນອັດຕາການຊື້ຂາຍ ທີ່ນຳໃຊ້ໃນສັນຍາການຊື້ຂາຍໃນຄັ້ງສຸດທ້າຍຂອງມື້ນັ້ນ.

7.ອັດຕາການແລກປ່ຽນໄຂ່ວ ແມ່ນຫຍັງ ?

ແມ່ນອັດຕາແລກປ່ຽນລະຫວ່າງເງິນສອງສະກຸນ ເຊິງເອົາເງິນສະກຸນທີ່ສາມອ້າງອີງ.

8.ອັດຕາແລກປ່ຽນແບບໂອນບັນຊີ ແມ່ນຫຍັງ ?

ແມ່ນການແລກປ່ຽນຊື້ຂາຍເງິນຕາຕ່າງປະເທດ ໃນບັນຊີເງິນຝາກໃນທະນາຄານ.

9.ອັດຕາເງິນສົດ ແມ່ນຫຍັງ ?

ແມ່ນອັດຕານຳໃຊ້ເຂົ້າໃນການແລກປ່ຽນ ຊື້ຂາຍເງິນຄຳເງິນຕາຈາກຕ່າງປະເທດ, ແຊັກ ທ່ອງທ່ຽວ ແລະ ບັດສິນເຊື່ອ (ບັດຖອນເງິນ ) ໂດຍປົກກະຕິແລ້ວອັດຕາເງິນສົດ ລາຄາຊື້ຈະຖືກກວ່າລາຄາຂາຍ ເມືອທຽບກັບອັດຕາແລກປ່ຽນແບບໂອນບັນຊີ.

10.ການກຳນົດອັດຕາແລກປ່ຽນຕົວຈິງ ມີຫຍັງແດ່ ?

- ພື້ນຖານການກຳເນີດອັດຕາແລກປ່ຽນໃນໄລຍະຍາວ - ppp

- ພື້ນຖານການກຳເນີດອັດຕາແລກປ່ຽນໃນໄລຍະຍາວ - IRPD

- ລະບົບອັດຕາແລກປ່ຽນ

- ລະບຽບ ແລະ ນະໂຍບາຍກ່ຽວກັບອັດຕາແລກປ່ຽນ

- ອັດຕາແລກປ່ຽນ ແລະ ຄວາມສາມາດໃນການແຂ່ງຂັນທາງການຄ້າລະຫວ່າງປະເທດ