ໂລໂກ

ທະນາຄານທຸລະກິດ ແລະ ບັນດາສື່ກາງທາງດ້ານການເງິນ

 ບົດທີ 5

ທະນາຄານທຸລະກິດ ແລະ ບັນດາສື່ກາງທາງດ້ານການເງິນ


ຈຸດປະສົງ ເມື່ອຜູ້ຮຽນໄດ້ຄົ້ນຄວ້າບົດນີ້ສໍາເລັດແລ້ວຈະຮູ້ໄດ້ກ່ຽວກັບ:

5.1.ນິຍາມ ແລະ ພາລະບົດບາດຂອງບັນດາສື່ກາງການເງິນ

5.2.ບັນດາຮູບແບບທະນາຄານທຸລະກິດ ແລະ ສະຖາບັນການເງິນນອກລະບົບ

5.3.ໝ້າທີ່ ແລະ ບົບບາດຂອງທະນາຄານທຸລະກິດ

5.4.ໝ້າທີ່ ແລະ ບົດບາດຂອງສະຖາບັນການເງິນນອກ

5.1.ນິຍາມ ແລະ ບົດບາດຂອງສື່ກາງທາງດ້ານການເງິນ

5.1.1.ນິຍາມຂອງສື່ກາງການເງິນ

ແມ່ນບັນດາຫົວໝວ່ຍທີ່ເປັນສື່ກາງ ທາງດ້ານການເງິນ ຫຼື ເອີ້ນວ່າ: ສື່ກາງການເງິນນັ້ນ ແມ່ນອົງກອນທີ່ເຄືອນໄຫວທຸລະກິດໃນຂົງເຂດທາງດ້ານການເງິນ-ເງິນຕາໂດຍສະເພາະ.

5.1.2.ບົດບາດຂອງສື່ກາງທາງດ້ານການເງິນ

ມີ 2 ບົດບາດຄື:

1.ຫຼຸດຄ່າຊິ້ນເປືອງໃນການເຄືອນຍ້າຍເງິນທຶນ

2.ຫຼຸດຄ່າໃຊ້ຈ່າຍທາງດ້ານການເກັບກຳຂໍ້ມູນຂ່າວສານ

5.2.ທະນາຄານທຸລະກິດ ແລະ ບົດບາດຂອງທະນາຄານທຸລະກິດ ສຳລັບການຂະຫຍາຍຕົວຂອງເສດຖະກິດ.

5.2.1.ນິຍາມຂອງທະນາຄານທຸລະກິດ

ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທດ, ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ, ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.

ທະນາຄານ ແມ່ນ: ແມ່ນ ໝາຍເຖິງບັນດາທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດທີ່ສ້າງຕັ້ງຂຶ້ນ ແລະ ດຳເນີນທຸລະກິດພາຍໃຕ້ ກົດໝາຍວ່າດວ້ຍ ທະນາຄານທຸລະກິດ ແລະ ກົດໝາຍ ທີ່ກ່ຽວຂ້ອງຂອງ ສປປ ລາວ.

ທຸລະກິດທະນາຄານ ໝາຍເຖິງ: ໝາຍເຖິງ ທຸຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.

ທຸລະກິດທະນາຄານ ປະກອບດວ້ຍທຸລະກິດ:

  • ຮັບຝາກເງິນປະເພດຕ່າງໆເຊັ່ນ: ເງິນຝາກກະແສລາຍວັນ, ເງິນຝາກປະຢັດ, ເງິນຝາກມີກຳນົດສາມເດືອນ, ຫົກເດືອນ,ໝຶ່ງປີ ແລະ ເກີນໝຶ່ງປີ ໂດຍດອກເບ້ຍ ຫຼື ບໍ່ມີດອກເບ້ຍ

  • ສະໝອງສິນເຊືອດວ້ຍຮູບການໃຫ້ກູ້ຢືມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ການຊື້ຫຼຸດ ແລະ ຮັບຊື້ຫຼຸດເອກະສານມີຄ່າ, ການຄ້ຳປະກັນ.

  • ໃຫ້ການບໍລິການຊຳລະ ແລະ ຮຽບເກັບ

  • ອອກ ແລະ ຄຸ້ມຄອງເຄືອງມືຊຳລະເຊັ່ນ: ບັດຊຳລະປະເພດຕ່າງໆ

  • ຊື້-ຂາຍເງິນຕາຕ່າງປະເທດ

  • ໃຫ້ບໍລິການຮັກສາຄວາມປອດໄພເອກະສານ ແລະ ວັດຖຸມີຄ່າ

5.2.2.ລັກສະນະ​ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ຂອງ​ທະນາຄານ​ທຸລະ​ກິດ.

ການ​ເຄື່ອນ​ໄຫວ​ທຸລະ​ກິດ​ໃນ​ຕະຫຼາດການ​ເງິນ ປະກອບ​ມີຫຼາຍປະ​ເພດ ການຈັດ​ຕັ້ງ ທີ່​ດຳ​ເນີນ​ທຸລະ​ກິດ​ດ້ານ​ເງິນຕາ, ພວກ​ເຂົາ​​ເຫຼົ່ານັ້ນ ​ແມ່ນ​ການ​ຈັດ​ຕັ້ງ​ທີ່​ເຮັດໜ້າທີ່​ໃຈກາງ ​ແລະ ​ເປັນ​ຂົວ​ຕໍ່​ທາງ​ດ້ານ​ການ​ເງິນ, ການ​ເຄື່ອນ​ໄຫວ​ຂອງ​​ເຂົາ​ຄ້າຍຄື​ກັບ​ຂົວ​ອັນໜຶ່ງ ທີ່​ລຳລຽງ​ເຄື່ອນ​ຍ້າຍ​ເງິນຝາກ​ປະຢັດ​ທີ່​ສະ​ສົມ​ໄດ້​ໃນ​ສັງ​ຄົມ ​ໄປ​ສູ່​ຜູ້​ທີ່​ມີ​ຄວາມ​ຕ້ອງການ ​ໃຊ້​ຈ່າຍ​ເຂົ້າ​ໃນ​ການ​ລົງ​ທຶນ. ​ແຕ່​ລະ​ຫ່ວາງ​ເຂົາ​ພັດ​ມີ​ອັນ​ແຕກ​ຕ່າງ​ການ​ທາງ​ດ້ານ​ລັກສະນະ ກໍ່​ຄື​ເປົ້າໝາຍ ​ແລະ ວີ​ທີ​ການ​ດຳ​ເນີນ​ທຸລະ​ກິດ​.

5.2.3.ພາລະບົດບາດຂອງທະນາຄານທຸລະກິດຕິດພັນກັບການຂະຫຍາຍຕົວຂອງພືນຖານເສດຖະກິດ.

ປະກອບມີ 4 ພາລະບົດບາດຄື:

  • ເປັນບ່ອນສະໝອງທຶນໃຫ້ແກ່ພື້ນຖານເສດຖະກິດ.

  • ເປັນຂົວຕໍ່ລະຫວ່າງເສດຖະກິດກັບຕະຫຼາດ

  • ເປັນເຄື່ອງມືສຳລັບໃຫ້ລັດດັບປັບຄຸ້ມຄອງມະຫາພາກ ຕໍ່ພື້ນຖານເສດຖະກິດ.

  • ເປັນຂົວຕໍ່ລະຫວ່າງການເງິນແຫ່ງລັດກັບການເງິນສາກົນ

5.3.ບັນດາຮູບແບບທະນາຄານທຸລະກິດໃນເສດຖະກິດຕະຫຼາດ.

5.3.1.ຢູ່ໃນເວທີໂລກ

ໃນພື້ນຖານເສດຖະກິດຕະຫຼາດ ການສ້າງຕັ້ງຮູບແບບທະນາຄານທຸລະກິດພາຍໃຕ້ຮູບການມີດັ່ງນີ້:

  • ທະນາຄານທຸລະກິດຫຼາຍຂະແໝງ

  • ທະນາຄານທຸລະກິດສະເພາະ

  • ທະນາຄານທີ່ເຮັດໝ້າທີ່ຂາຍຍົກ

  • ທະນາຄານເຮັດໝ້າທີ່ບໍລິການຂາຍຍ່ອຍ

5.3.2.ຢູ່ປະເທດລາວ

ທະນາຄານທຸລະກິດໃນ ສປປ ລາວ ປະກອບດວ້ຍບັນດາທະນາຄານທຸລະກິດດັ່ງນີ້:

  • ທະນາຄານທຸລະກິດລັດ

  • ທະນາຄານຫຸ້ນສ່ວນ (ລວມທັງຮວ່ມທຶນ)

  • ທະນາຄານເອກກະຊົນ

  • ທະນາຄານສາຂາຕ່າງປະເທດ

  • ບັນດາຮູບການທະນາຄານອືນໆ

5.4.ໝ້າທີ່ຂອງທະນາຄານທຸລະກິດ.

5.4.1.ສັງເກດໂດຍລວມທາງດ້ານໃບສະຫຼຸບຊັບສົມບັດຂອງທະນາຄານທຸລະກິດ.

5.4.1.1.ນິຍາມໃບສະຫຼຸດຊັບສົມບັດຂອງທະນາຄານທຸລະກິດ.

ແມ່ນລາຍງານທາງດ້ານທັດສະນະການເງິນໂດຍສັງລວມ ຫຼື ລວມຍອດປະເພດໝຶ່ງໄດ້ວາດພາບການດຸ່ນດ່ຽງ, ສອງແສງໂດຍສັງເຂບການເຄື່ອນໄຫວ, ນຳໃຊ້ແຫ່ງທຶນ ແລະ ແຫ່ງທຶນການເຄືອນໄຫວຂອງທະນາຄານທຸລະກິດໃນເວລາແນ່ນອນ.

ໂຄງສ້າງຂອງໃບສະຫຼຸດຊັບສົມບັດ ໄດ້ປະກອບມີ ສອງ ພາກສ່ວນຄື:

  • ຊັບສິນ

  • ໝີ້ນສິນ

ໃບສະຫຼຸດຊັບສົມບັດມີຈຸດພິເສດດັ່ງນີ້:

  • ໃບສະຫຼຸບຊັບສົມບັດແມ່ນລາຍງານຊະນິດໝຶ່ງໃນໄລຍະເວລາອັນແນ່ນອນ.

  • ກຳນົດເວລາແມ່ນຈຸດບົກຜ່ອງທີ່ໃຫ່ຍຂອງໃບສະຫຼຸບຊັບສົມບັດ.

5.4.1.2.ໂຄງສ້າງຂອງໃບສະຫຼຸບຊັບສົມບັດ.

1.ໝີ້ນສິນ ແມ່ນສະແດງໃຫ້ເຫັນບັນດາຮວ່ງ ທີ່ທະນາຄານທຸລະກິດຕິດໝີ້ນລູກຄ້າ ຫຼື ແຫ່ງທຶນເຄືອນໄຫວຂອງທະນາຄານທຸລະກິດ, ໝາຍຄວາມວ່າ ບັນດາຮ່ວງທີ່ມ່ວນຊົນມາຝາກໄວ້ທະນາຄານທຸລະກິດ ຫຼື ໄປກູ້ຢືມມາຈາກເປົ້າໝາຍຕ່າງໆເຊັ່ນ: ທະນາຄານກາງ, ທະນາຄານທີ່ຢູ່ຄອດກາງ ຫຼື ອົງການຈັດຕັ້ງເສດຖະກິດຕ່າງໆ.

2.ຊັບສິນ ຊັບສິນສອງແສງເຖິງບັນດາບວ້ງທີ່ລູກຄ້າຕິດໝີ້ທະນາຄານທຸລະກິດ ຫຼື ເວົ້າຢ່າງໝຶ່ງແມ່ນການນຳໃຊ້ທຶນຂອງທະນາຄານທຸລະກິດ.

5.4.2.ໝ້າທີ່ຊັບສິ

ໝ້າທີ່ເບື້ອງຊັບສິນປະກອບມີຄື:

  • ໝ້າຂອງຄັງຍ່ອຍ

  • ໝ້າທີ່ໃຫ້ກູ້ຢືມ

  • ໝ້າທີ່ລົງທຶນດ້ານການເງິນ

  • ໝ້າທີ່ອື່ນໆ

ໝ້າທີເບື້ອງໝີ້ນສິນ ແລະ ທຶນມີເອງຂອງທະນາຄານປະກອບມີຄື:

  • ໝ້າທີ່ຮັບຝາກ

  • ໝ້າທີ່ການພີມຈຳໝ່າຍເອກະສານແບບພີມທີ່ມີຄ່າ

  • ໝ້າທີ່ການໄປກູ້ຢືມ

  • ໝ້າທີ່ລະດົມທຶນອື່ນໆ

5.5.ບັນດາສະຖາບັນການເງິນ ນອກລະບົບທະນາຄານ

ປະກອບມີຄື:

1.ບັນດາບໍລິສັດການເງິນ

2.ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).

3.ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).

5.5.1.ບັນດາບໍລິສັດການເງິນ

ປະກອບມີ 3 ບັນດາບໍລິສັດການເງິນຄື:

  • ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ

  • ບໍລິສັດການເງິນເພື່ອການບໍລິໂພກ

  • ບໍລິສັດການເງິນເພື່ອການດຳເນີນທຸລະກິດ

1.ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ:

ແມ່ນການໃຫ້ກູ້ຢືມທາງອອ້ມແກ່ຜູ້ຊົມໃຊ້ເພື່ອຊື້ສິນຄ້າ ແລະ ບໍລິການຈາກຜູ້ຂາຍລາຍຍ່ອຍ ຫຼື ຈາກຜູ້ຜະລິດໃດໝຶ່ງ.

2.ບໍລິສັດການເງິນເພື່ອການບໍລິໂພກ:

ແມ່ນການທີ່ວິສາຫະກິດສະໝອງເງິນທຶນຂອງຕົນໃຫ້ແກ່ບັນດາຄອບຄົວ ແລະ ບຸກຄົນກູ້ຢືມເພື່ອນຳໃຊ້ເຂົ້າໃນຄວາມຕ້ອງການຊື້ສິນຄ້າໃນການໃຊ້ສອຍ.

3.ບໍລິສັດການເງິນເພື່ອການດຳເນີນທຸລະກິດ:

ແມ່ນການໃຫ້ສິນເຊື່ອໃນຮູບແບບຂອງການໃຫ້ຄ້ຳປະກັນການຊຳລະສະສາງບໍລິສັດສະໝອງສິນເຊື່ອດວ້ຍການຊື້ຄືນ (ຊື້ຫຼຸດ) ບັນດາບວ້ງເງິນທິີ່ຕ້ອງຮັບຂອງບັນດາຫົວໝວ່ຍທຸລະກິດ.

5.5.2. ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).

ປະກອບມີ 2 ຄື:

1.ບໍລິສັດປະກັນໄພ

2.ບັນດາກອງທຶນບຳເນັດບຳນານ

ກອງທຶນບຳເນັດບຳນານ ແມ່ນມີ 2 ຊະນິດຄື:

1.ຊະນິດທີ່ອີງໃສ່ການປະກອບເຂົ້າກອງທຶນ

2.ຊະນິດທີ່ອີງໃສ່ລະດັບຄວາມຊວ່ຍໝູນ

5.5.3.ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).

ປະກອບມີຄື:

1.ບັນດາບໍລິສັດຮວ່ມທຶນ

2.ກອງທຶນລວມ

3.ກອງທຶນລວມເຄື່ອນໄຫວໃນຕະຫຼາດການເງິນ

4.ບໍລິສັດບໍລິຫານຊັບສິນ