ບົດທີ 4
ຕະຫຼາດການເງິນ
4.1.ນິຍາມຂອງຕະຫຼາດການເງິນ
4.2.ບົດບາດຂອງຕະຫຼາດການເງິນ
4.3.ໂຄງສ້ງຂອງຕະຫຼາດການເງິນ ແລະ ບັນດາຮູບແບບຂອງຕະຫຼາດການເງິນ
4.4.ບັນດາເຄື່ອງມືຂອງຕະຫຼາດການເງິນ
4.5.ບັນດາຫົວໜ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນ
4.1.ນິຍາມຕະຫຼາດການເງິນ
ຕະຫຼາດການເງິນ ໝາຍເຖິງຕະຫຼາດທີ່ເອື້ອຍອຳນວຍຄວາມສະດວກໃນການໂອນຫຼື ປ່ຽນມືຊັບສິນທາງການເງິນຈາກບຸກຄົນໜຶ່ງໄປຍັງອີກບຸກຄົນໜຶ່ງ, ເຊິ່ງຊັບສິນທາງການເງິນດັ່ງກ່າວ ອອກໂດຍຫົວໜ່ວຍທຸລະກິດ, ສະຖາບັນການເງິນ ແລະ ລັດຖະບານ ຫຼື ຕະຫຼາດການເງິນ (Financial Markets) ເປັນສື່ກາງທາງການເງິນທີ່ໃຫ້ຜູ້ຂາດແຄນເງິນທຶນສ້າງຊັບສິນທາງການເງິນອອກຂາຍເພື່ອລະດົມທຶນຈາກຜູ້ມີເງິນທຶນ ເຊິ່ງການລະດົມທຶນຜ່ານຕະຫຼາດການເງິນສາມາດເຮັດໄດ້ໂດຍຜ່ານຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ.
ຕະຫຼາດການເງິນ ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.
ຈຸດພິເສດຂອງຕະຫຼາດການເງິນມີຄື:
1.ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
2.ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
3.ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.
4.2.ບົດບາດຂອງຕະຫຼາດການເງິນ
ບົດບາດຂອງຕະຫຼາດການມີຄື:
1.ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ
2.ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
3.ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ
4.ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ
5.ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ
ບົດບາດຂອງລັດໃນຕະຫຼາດການເງິນ: ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.
ຕະຫຼາດການເງິນມີບົດບາດສໍາຄັນ: ໃນການກະຕຸກຊຸກຍູ້ເສດຖະກິດ-ສັງຄົມໃຫ້ມີການພັດທະນາ, ລັດຖບານໄດ້ນຳໃຊ້ຄວາມສາມາດຂອງຕົນ ເພື່ອສ້າງເງື່ອນໄຂການກຳເນີດ ແລະ ຂະຫຍາຍຕົວຍຂອງຕະຫຼາດການເງິນ.4.3.ໂຄງສ້າງຂອງຕະຫຼາດການເງິນ
ຕະຫຼາດການເງິນໄດ້ແບ່ງອອກເປັນ 2 ປະເພດຄື:
1.ຕະຫຼາດເງິນ
2.ຕະຫຼາດທຶນ
4.3.1.ຕະຫຼາດເງິນ (Money Market)
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ,ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ,ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...
ຄວາມສໍາຄັນຂອງຕະຫຼາດເງິນ: ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.
4.3.2.ຕະຫຼາດທຶນ (Capital Market)
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.
ຄວາມສໍາຄັນຂອງຕະຫຼາດທຶນ: ຕະຫຼາດທຶນຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ,ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.
ຕະຫຼາດທຶນໄດ້ແບ່ງອອກເປັນ 2 ປະເພດຄື:
1.ຕະຫຼາດຂັ້ນໝຶ່ງ
2.ຕະຫຼາດຂັ້ນສອງ
4.3.3.ຕະຫຼາດຂັ້ນໝຶ່ງ
ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. ຍ້ອນແນວນັ້ນເພີ່ນເອີ້ນວ່າ: ຕະຫຼາດຂັ້ນໝຶ່ງ.
4.3.4. ຕະຫຼາດຂັ້ນສອງ
ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.
ການພົວພັນລະຫວ່າງຕະຫຼາດເງິນ ແລະ ຕະຫຼາດທຶນ: ແມ່ນເປັນຕະຫຼາດທີ່ມີການພົວພັນເຊິງກັນ ແລະ ກັນ ການປັບນະໂຍບາຍເງິນຕາຈະມີຜົນກະທົບຕໍ່ດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນເຊິ່ງການປ່ຽນດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນຈະສົ່ງຜົນສະທ້ອນໂດຍກົງຕໍ່ສະພາບຄ່ອງຂອງຕະຫຼາດການເງິນ ແລະ ໃນທີ່ສຸດຈະມີຜົນກະທົບຕໍ່ດອກເບ້ຍອື່ນໆລວມທັງໄລຍະຍາວໃນຕະຫຼາດທຶນອີກດວ້ຍ.
4.3.5.ຕະຫຼາດຫຼັກຊັບ
ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.
4.3.6.ຕະຫຼາດບໍ່ລວມສູນ (OTC Market)
ແມ່ນບັນດາການເຄືອນໄຫວຊື້ຂາຍຫຼັກຊັບ ໄດ້ປະຕິບັດຢ່າງກະແຈກກະຈາຍໃນບັນດາສະຖານທີ່ ທີ່ແຕກຕ່າງກັນເຊື່ງບໍ່ໄດ້ລວມສູນການຊື້ຂາຍ ໄວ້ໃນສະຖານທີ່ໃດໝຶ່ງ ສະຖານທີ່ໝຶ່ງບໍ່ແນ່ນອນ.
ຕະຫຼາດລວມສູນ ແມ່ນຫຍັງ ? ໃຫ້ຍົກຕົວຢ່າງມາພ້ອມ ແມ່ນຕະຫຼາດທີ່ມີ ການແລກປຽ່ນຊື້ ຂາຍບັນດາຫຼັກຊັບ ທີ່ໄດ້ມີການຈັດຕັ້ງປະຕິບັດເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໝຶ່ງທີ່ແນ່ນອນ.
ຕົວຢ່າງ: ຕະຫຼາດລວມສູນຂອງລາວແມ່ນຕະຫຼາດຫຼັກຊັບ ແຫ່ງປະເທດລາວ,ຕະຫຼາດຫຼັກຊັບໂຕກຽວ,ຕະຫຼາດຫຼັກຊັບນິວຢອກ,ຕະຫຼາດຫຼັກຊັບລອນດອນ,ຕະຫຼາດຫຼັກຊັບນະຄອນຫຼວງ ໂຮ່ຈີມິງ ເປັນຕົ້ນ.
4.4.ບັນດາເຄື່ອງມືເຄື່ອງຂອງຕະຫຼາດການເງິນ
ບັນດາເຄືອງມື ທາງການເງິນໄລຍະສັ້ນ ປະກອບມີຄື:
ພັນທະບັດຄັງເງິນ
ໃບຢັ້ງຢືນການຝາກເງິນທີ່ສາມາດປ່ຽນກຳມະສິດໃນການຄອບຄອງ.
ໃບຢັ້ງຢືນການຄ້າ.
ໃບຢັ້ງຢືນການຊຳລະ.
ສັນຍາຊື້ຄືນ.
ຮູບແບບກູ້ຢືມຂ້າມຄືນ ຂອງທະນາຄານກາງ.
ພັນທະບັດທະນາຄານກາງ.
ບັນດາເຄືອງມື ທາງການເງິນໄລຍະຍາວ ປະກອບມີຄື:
ພັດທະບັດ ຫຼື ຮຸ້ນກູ້.
ພັນທະບັດລັດຖະບານ.
ຮຸ້ນກູ້ຂອງບໍລິສັດ ຫຼື ພັນທະບັດບໍລິສັດ.
ຮຸ້ນທຶນ.
ອະສັງຫາລິມາຊັບ.
ສິນເຊື່ອການຄ້າ ແລະ ສິນເຊື່ອເພື່ອການໃຊ້ສອຍ.
ພັນທະບັດລັດຖະບານປະກອບມີ 4 ປະເພດຄື:
ພັນທະບັດຄັງເງິນ
ພັນທະບັດດຸ່ນດຽງງົບປະມານ
ພັນທະບັດລະດົມທຶນເພືອການພັນທະນາ
ພັນທະບັດປະກອບທຶນ
4.4.1. ພັນທະບັດ (Bonds) ຫຼື ຫຼັກຊັບໜີ້
ພັນທະບັດແມ່ນໃບຢັ້ງຢືນໜີ້ ເຊິ່ງແມ່ນລັດຖະບານ ຫຼື ວິສາຫະກິດພີມຈຳໜ່າຍໂດຍສັນຍາກັບຜູ້ໃຫ້ກູ້ (ຜູ້ຊື້ພັນທະບັດ) ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນໃຫ້ຜູ້ຖືເມື່ອຄົບກຳນົດການໄຖ່ຖອນ, ໃນໃບຢັ້ງຢືນໜີ້ດັ່ງກ່າວໄດ້ລະບຸມູນຄ່າໜ້າໃບ, ອັດຕາດອກເບ້ຍທີ່ຈະໄດ້ຮັບ ແລະ ວັນຄົບອາຍຸການໄຖ່ຖອນຢ່າງລະອຽດ.
4.4.2.ຄຸນລັກສະນະຂອງພັນທະບັດ
ມູນຄ່າກຳນົດ (Par value): ແມ່ນມູນຄ່າໃນນາມຂອງພັນທະບັດທີ່ໄດ້ລະບຸໄວ້ໃນໃບພັນທະບັດ ເພື່ອເປັນຫຼັກຖານໃຫ້ແກ່ການຊຳລະສະສາງເມື່ອຄົບອາຍຸຂອງພັນທະບັດ, ຕົວຢ່າງ: ພັນທະບັດໃບໜຶ່ງມີມູນຄ່າໜ້າໃບແມ່ນ 100.000 ກີບ, ມູນຄ່າໜ້າໃບຂອງພັນທະບັດໄດ້ກຳນົດໂດຍຂຶ້ນກັບຈຳນວນທີ່ຕ້ອງການລະດົມໃນງວດນັ້ນ, ການກຳນົດມູນຄ່າງຂອງພັນທະບັດທີ່ມີຈຳໜ່າຍມີແບບຕັ້ງຄິດໄລ່ດັ່ງນີ້:
ເອີ້ນ F: ແມ່ນມູນຄ່າໜ້າໃບ
ເອີ້ນ T: ແມ່ນຈຳນວນວົງເງິນທີ່ຕ້ອງການລະດົມ
ເອີ້ນ N: ແມ່ນຈຳນວນໃບພັນທະບັດ
ແບບຕັ້ງຄິດໄລ່: F=T/N
ຕົວຢ່າງ: ບໍລິສັດ A ຕ້ອງການລະດົມທຶນ 10 ຕື້ກີບ, ດ້ວຍວິທີການຈຳໜ່າຍພັນທະບັດ 10.000 ໃບ, ສະນັ້ນ, ແຕ່ລະໃບມີມູນຄ່າແມ່ນ
F=10.000.000.000/10.000=1.000.00 ກີບ
ອັດຕາດອກເບ້ຍ ແມ່ນອັດຕາດອກເບ້ຍໃນນາມ (coupon interest retes) ຂອງພັນທະບັດກຳນົດລະດັບກຳໄລຂອງນັກລົງທຶນທີ່ຈະໄດ້ຮັບໃນແຕ່ລະປີ, ຕາມປົກກຕິແລ້ວມີສອງວິທີຈ່າຍດອກເບ້ຍ, ຈ່າຍດອກເບ້ຍແຕ່ລະປີ ແລະ ຈ່າຍດອກເບ້ຍເປັນງວດ 6 ເດືອນຕໍ່ 1 ເທື່ອເຊັ່ນໃນພັນທະບັດແຕ່ລະໃບໄດ້ລະບຸອັດຕາດອກເບ້ຍ ແລະ ມີສັນຍາຊຳລະສະສາງໃຫ້ຜູ້ຖືພັນທະບັດ, ຕາມຈຳນວນດອກເບ້ຍ ແລະ ຕາມງວດທີ່ກຳນົດໄວ້ໃນວັນຄົບກຳນົດ, ພັນທະບັດໄດ້ພີມຈຳໜ່າຍດ້ວຍອັດຕາດອກເບ້ຍໃນນາມໂດຍໄດ້ກຳນົດຕາມເງື່ອນໄຂຂອງຕະຫຼາດໃນເວລາສະເໜີຂາຍພັນທະບັດ, ອັດຕາດອກເບ້ຍຂອງພັນທະບັດທີ່ປະກາດແມ່ນໄດ້ຄິດໄລ່ເປັນອັດຕາສ່ວນຮ້ອຍທຽບກັບມູນຄ່າໜ້າໃບຂອງພັນທະບັດ: ຈຳນວນເງິນທີ່ນັກລົງທຶນໄດ້ຮັບແຕ່ລະປີ ແມ່ນໄດ້ຮັບຕາມອັດຕາມດອກເບ້ຍຄູນກັບມູນຄ່າພັນທະບັດ.
ຕົວຢ່າງ: ບໍລິສັດ A ຈາກຕົວຢ່າງຂ້າງເທິງໄດ້ປະກາດລະດັບອັດຕາດອກເບ້ຍພັນທະບັດຈ່າຍໃນແຕ່ລະປີແມ່ນ 9% ດັ່ງນັ້ນ, ແຕ່ລະປີຜູ້ຖືພັນທະບັດໄດ້ຮັບຈນຳນວນເງິນແມ່ນ: 1.000.000*90%=90.000 ກີບ.
ລາຄາຊື້ພັນທະບັດ: ແມ່ນຈຳນວນເງິນຕົວຈິງທີ່ຜູ້ຊື້ຕ້ອງຈ່າຍເພື່ອໃຫ້ໄດ້ສິດຖືຄອງພັນທະບັດ. ລາຄາຊື້ອາດຈະເທົ່າກັບມູນຄ່າໜ້າໃບ (Par vaiue), ສູງກວ່າມູນຄ່າມູນຄ່າໜ້າໃບ (Premium) ຫຼື ຕ່ຳກວ່າມູນຄ່າໜ້າໃບ (Discunt) ເຖິງແມ່ນວ່າ, ລາຄາຊື້ຈະແມ່ນລາຄາໃດກໍ່ຕາມແຕ່ວ່າເງິນດອກເບ້ຍລວມແຕ່ໄດ້ຄິດໄລ່ຕາມມູນຄ່າໜ້າໃບພັນທະບັດ ແລະ ຮອດມື້ຄົບກຳນົດຜູ້ຖືພັນທະບັດກໍ່ຈະໄດ້ຮັບການສົ່ງຕົ້ນທຶນຄນຕາມມູນຄ່າໜ້າໃບ.
ໄລຍະເວລາຂອງພັນທະບັດ: ແມ່ນຈຳນວນປີເຊິ່ງໃນນັ້ນຜູ້ພີມຂຈຳໜ່າຍໃຫ້ສັນຍາວ່າ ຈະຕອບໜອງຕາມບັນດາເງື່ອນໄຂຕ່າງໆຂອງພັນທະບັດ, ໄລຍະເວລາຂອງພັນທະບັດແມ່ນວັນທີສິ້ນສຸດອາຍຸການຂອງພັນທະບັດ, ຜູ້ພີມຈຳໜ່າຍໄດ້ຊື້ຄືນພັນທະບັດດ້ວຍວິທີການຈ່າຍຄືນບ້ວງເງິນທີ່ກູ້ຢືມ.
ໄລຍະເວລາຂອງພັນທະບັດຢູ່ແຕ່ລະປະເທດກຳນົດແຕ່ກຕ່າງກັນ ເຊັ່ນຢູ່ປະເທດຫວຽດນາມອີງຕາມຄະນະກຳມະການຫຼັກຊັບແຫ່ງລັດກຳນົດ, ພັນທະບັດແຕ່ 1 ເຖິງ 5 ປີ, ເອີ້ນວ່າພັນທະບັດໄລຍະສັ້ນ, ແຕ່ 5 ເຖິງ 10 ປີ ເອີ້ນວ່າພັນທະບັດໄລຍະກາງ ແລະ 10 ປີຂຶ້ນເອີ້ນວ່າພັນທະບັດໄລະຍາວ, ກຳນົດເວລາທີ່ກ່າວມານັ້ນກໍ່ຖືວ່າເປັນອາຍຸການຂອງພັນທະບັດວັນຄົບກຳນົດເປັນວັນທີ່ອົງການຈັດຕັ້ງພີມຈຳໜ່າຍຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ຜູ້ຖືພັນທະບັດ, ສ່ວນຢູ່ ສປປລາວ ມາຮອດປັດຈຸບັນນີ້ມີພຽງແຕ່ພັນທະບັດຄັງເງິນໄລຍະສັ້ນທີ່ຈໍລະຈອນຢູ່ໃນຕະຫຼາດເຊິ່ງມີກຳນົດໄຖ່ຖອນ 1 ປີໂດຍແມ່ນກະຊວງການເງິນເປັນຜູ້ພີມຈຳໜ່າຍ.
4.4.3.ປະເພດຮຸ້ນກູ້ ຫຼື ພັນທະບັດ
ຖ້າອີງໃສ່ພາກສ່ວນທີ່ພີມຈຳໜ່າຍອາດຈະແບ່ງຮຸ້ນກູ້ ຫຼື ພັນທະບັດອອກເປັນສອງປະເພດຄື: ຮຸ້ນກູ້ ລັດຖະບານ ແລະ ຮຸ້ນກູ້ ບໍລິສັດ
ຮຸ້ນກູ້ລັດຖະບານ (Government Bonds): ເປັນຮຸ້ນກູ້ທີ່ອອກໂດຍສູນກາງ ຫຼື ທ້ອງຖິ່ນເພື່ອຈຸດປະສົງທົດແທນບັນດາບ້ວງໃຊ້ຈ່າຍເຂົ້າໃນການລົງທຶນຂອງງົບປະມານແຫ່ງລັດ, ຄຸ້ມຄອງອັດຕາເງິນເພີ້, ຫຼື ສະໜັບສະໜູນບັນໂຄງການຂອງລັດ, ຮຸ້ນກູ້ລັດຖະບານເປັນເຄື່ອງມືພິເສດ, ສຳຄັນ ແລະ ມີປະສິດທິຜົນເພື່ອລະດົມທຶນໃຫ້ແກ່ງົບປະມານແຫ່ງລັດ: ປະກອບສ່ວນເປັນເຈົ້າການໃນວຽກງານຄຸ້ມຄອງ ແລະ ຄວບຄຸມງົບປະມານແຫ່ງລັດ, ສະກັດກັ້ນ ແລະ ນຳໄປເຖິງການຢຸດເຊົາວຽກພີມຈຳໜ່າຍເງິນ ເພື່ອທົດແທນການຂາດດຸນງົບປະມານແຫ່ງລັດ, ນອກຈາກທົດແທນການຂາດດຸນງົບປະມານແຫ່ງລັດແລ້ວພັນທະບັດລັດຖະບານຍັງໄດ້ນຳໃຊ້ເພື່ອລະດົມທຶນໃຫ້ແກ່ບັນດາໂຄງການເສດຖະກິດ - ສັງຄົມຂອງລັດ.
ຮຸ້ນກູ້ວິສາຫະກິດ (Corporate Bounds): ເປັນຮຸ້ນທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍຈຸດປະສົງລະດົມທຶນເພື່ອລົງທຶນ ເພື່ອລົງທຶນໄລຍະຍາວໃຫ້ແກ່ວິສາຫະກິດ, ເປີດກວ້າງຂະໜາດພັດທະນາການຜະລິດທຸລະກິດ.
ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນ (Income Bonds): ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫຼັກຊັບຄ້ຳປະກັນແຕ່ຈະຕ້ອງຈ່າຍຜົນຕອບແທນຫຼືດອກເບ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງຈາກການດຳເນີນທຸລະກິດເຊັ່ນບໍລິສັດມີພາລະຕ້ອງຈ່າຍດອກເບ້ຍ 100 ກີບ ແຕ່ບໍລິສັດມີກຳໄລ 50 ກີບ, ບໍລິສັດກໍ່ຈະຈາຍພຽງ 50 ກີບ ແຕ່ຖ້າບໍ່ມີກຳໄລກໍ່ຈະບໍ່ຈາຍ: ແຕ່ອາດຈະສະສົມດອກເບ້ຍຄ້າງຈ່າຍໄວ້ (ຂຶ້ນກັບວິທີຕົກລົງກັນໃນເວລາພີມຈຳໜ່າຍເບຶ້ອງຕົ້ນ) ຖ້າຈະສະສົມດອກເບ້ຍຄ້າງຈ່າຍໄວ້ (ຂຶ້ນກັບວິທີຕົກລົງກັນໃນເວລາພີມຈຳໜ່າຍເບື້ອງຕົ້ນ) ຖ້າສະສົມໄດ້ຈະເອີ້ນວ່າຮຸ້ນກູ້ແບບສະສົມ (ຮຸ້ນກູ້ແບບສະສົມ) (Cumulative income bond ) ແລະ ດອກເບ້ຍທີ່ຈ່າຍໄປສາມາດຖືກວ່າເປັນລາຍຈ່າຍທີ່ສາມາດຫຼຸດຜ່ອນຄ່າໃຊ້ໃນເວລາເສຍອາກອນໄດ້.
ຮຸ້ນກູ້ບໍ່ມີລັກຊັບຄ້ຳປະກັນ (Mortgage Bonds): ບັນດາວິສາຫະກິດຕ້ອງການພີມຈຳໜ່າຍຮຸ້ນກູ້ຕ້ອງມີການຄ້ຳປະກັນດ້ວຍຊັບສິນ ຫຼື ຫຼັກຊັບ, ຜູ້ຖືຮຸ້ນກູ້ດັ່ງກ່າວໄດ້ຮັບການຄ້ຳປະກັນໃນລະດັບສູງດ້ວຍຊັບສິນຄ້ຳປະກັນນັ້ນເອງໃນກໍລະນິວິສາຫະກິດລົ້ມລະລາຍ.
ຮຸ້ນກູ້ບໍລິການຄ້ຳປະກັນ (Debenture): ບັນດາບໍລິສັດທີ່ມີຊຶ່ສຽງ ແລະ ຄວາມເຊື່ອຖືໃນຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດສາມາດພີມຈຳໜ່າຍພັນທະບັດໂດຍບໍ່ມີການຄ້ຳປະກັນ, ຍ້ອນວ່າ, ບໍລິສັດດັ່ງກ່າວນັ້ນມີຄວາມເຊື່ອຖືພຽງພໍອາໃສຊື່ສຽງນັ້ນເອງເປັນການຄ້ຳປະກັນ ຖ້າຫາກວ່າບໍລິສັດລົມລະລາຍຜູ້ຖືຮຸ້ນກູ້ນີ້ຈະໄດ້ຮັບການຊຳລະໜີ້ຫຼັງຜູ້ຖືຮຸ້ນກູ້ທີ່ມີການຄ້ຳປະກັນດ້ວຍຊັບສິນ, ແຕ່ວ່າຈະໄດ້ຮັບກ່ອນບັນດາຜູ້ຖືຮຸ້ນ.
ຮຸ້ນກູ້ແປງສະພາບໄດ້ ( Convertible Bonds): ເປັນປະເພດຮຸ້ນກູ້ທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້, ສຳລັບລາຄາຂອງໃບຮຸ້ນແມ່ນໄດ້ກຳນົດໄວ້ກ່ອນເອີ້ນວ່າລາຄາແປງສະພາບ, ຮຸ້ນກູ້ປະເພດນີ້ໄດ້ຮັບການນິຍົມກັນຫຼາຍທີ່ສຸດຍ້ອນວ່າເມື່ອລາຄາຮຸ້ນໃນຕະຫຼາດເພີ່ມຂຶ້ນຜູ້ຖືຮຸ້ນກູ້ຈະປະຕິບັດການແປສະພາບ ແລະ ຈະໄດ້ຮັບກຳໄລຈາກສ່ວນຕ່າງລາຄາ.
ລາຄາແປງສະພາບ ( Convertible Price): ແມ່ນລາຄາຮຸ້ນສາມັນເຊິ່ງຮຸ້ນກູ້ ເອົາເປັນບ່ອງອີງໃນການແປງສະພາບ, ລາຄາແປງສະພາບໄດ້ກຳນົດດ້ວຍມູນຄ່າໜ້າໃບຂອງຮຸ້ນກູ້ແປງສະພາບຫານໃຫ້ອັດຕາສ່ວນແປງສະພາບ.
ຕົວຢ່າງ: ຮຸ້ນກູ້ແປງສະພາບໃບໜຶ່ງມີມູນຄ່າ 1 ລ້ານກີບ, ໄດ້ກຳນົດໄວ້ຈະແປງສະພາບເປັນ 50 ຮຸ້ນສາມັນ: ສະນັ້ນລາຄາແປງສະພາບ ເທົ່າກັບ: 1.000.000: 50 = 200.000 ກີບ. ອັດຕາສ່ວນແປງສະພາບ (Conversion Rate): ແມ່ນຈຳນວນຮຸ້ນສາມັນທີ່ໄດ້ປ່ຽນຮູບມາຈາກຮຸ້ນກູ້, ອັດຕາສ່ວນປ່ຽນຮູບໄດ້ກຳນົດດ້ວຍມູນຄ່າຂອງຮຸ້ນກູ້ປ່ຽນຮູບຫານໃຫ້ລາຄາປ່ຽນຮູບ. ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ
ຕົວຢ່າງ 1: ຮຸ້ນກູ້ແປງສະພາບບໍລິສັດ A ມີມູນຄ່າ 100.000 ກີບ, ກຳນົດໃຫ້ປ່ຽນເປັນຮຸ້ນສາມັນຂອງບໍລິສັດດ້ວຍມູນຄ່າ: 10.000 ກີບ, ຈົ່ງຄິດໄລ່ອັດຕາສ່ວນປ່ຽນຮູບແມ່ນເທົ່າ? ອີງຕາມແບບຕັ້ງ: ອັດຕາສ່ວນແປງສະພາບ=(ມູນຄາທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ ດັ່ງນັ້ນ, ອັດຕາສ່ວນແປງສະພາບ = 100.000/10.000 = 10. ມີຄວາມໝາຍວ່າຮຸ້ນກູ້ 1 ຮຸ້ນ ແປງສະພາບເປັນ 10 ຮຸ້ນສາມັນ.
ຕົວຢ່າງ 2 : ບໍລິສັດແຫ່ງໜຶ່ງອອກຮຸ້ນກູ້ແປງສະພາບໃນລາຄາກຳນົດໄວ້ຮຸ້ນລະ 10.00 ກີບ. ແລະ ຂາຍຕາມລາຄາທີ່ກຳນົດໄວ້ໂດຍກຳນົດລາຄາແປງສະພາບເປັນຮຸ້ນສາມັນລະ 100 ກີບ, ຈົ່ງຄິດໄລ່ອັດຕາແປງສະພາບຂອງຮຸ້ນກູ້ດັ່ງກ່າວແມ່ນເທົ່າໃດ. ອີງຕາມແບບຕັ້ງ: ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບດັ່ງນັ້ນ, ອັດຕາສ່ວນແປງສະພາບ = 100.000/10.000 = 100 ມີຄວາມໝາຍວ່າຮຸ້ນກູ້ 1 ຮຸ້ນແປງສະພາບເປັນ 100 ຮຸ້ນສາມັນ.
ຮຸ້ນສາມາດໄຖ່ຖອນຄືນກ່ອນຄົບກຳນົດ (Callable Bonds) ຮຸ້ນກູ້ດັ່ງກ່າວນີ້ໄດ້ລະບຸເງື່ອນໄຂວ່າຜູ້ອອກສາມາດຮຽກໄຖຖ່ອນຄືນກ່ອນຄບົກຳນົດໄວ.
ຮຸ້ນກູ້ທີ່ອອກພ້ອມກັນ ໃບຢັ້ງຢືນສິດ (Bond with warrant): ເປັນຮູ້ນກູ້ ທີ່ອອກຈຳໜ່າຍໂດຍມີໃບຢັ້ງຢືນສິດແກ່ຜູ້ຖືສິດຊື້ຮຸ້ນສາມັນຕາມຈຳນວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນສິດ.
ຮຸ້ນກູ້ທີ່ມີສະຖຽງລະພາບທາງດ້ານດອກເບັ້ຍ(Straight Bonds): ເປັນປະເພດຮຸ້ນກູ້ພື້ນຖານທີ່ໄດ້ຈຳໜ່າຍແຜ່ຫຼາຍໃນບັນດາຕະຫຼາດຫຼັກຊັບໂລກ, ຈ່າຍດອກເບັ້ຍເປັນປະຈຳ ແລະ ເປັນງວດຕາມປົກກະຕິ ແມ່ນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິສາຫະກິດຕ້ອງມີພັນທະຈ່າດອກເບ້ຍຕະຫຼອດໄລຍະທີ່ມີການເກັບຮັກສາ.
ຮຸ້ນກູ້ທີ່ມີດອກເບ້ຍລອຍຕົວ (Floating Rate Bonds): ແມ່ນປະເພດຮຸ້ນກູ້ເຊິ່ງດອກເບ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບ້ຍຕະຫຼາດ.
ຮຸ້ນກູ້ອັດຕາດອກເບ້ຍຕ່ຳ ຫຼື ບໍ່ມີດອກເບ້ຍ (Low and Zero Coupori Bonds): ເປັນປະເພດດຮຸ້ນທີ່ກູ້ທີລະບຸອັດຕາດອກເບ້ຍຕ່ຳ ຫຼື ບໍ່ມີອັດຕາດອກເບ້ຍ, ສ່ວນຫຼາຍຈະຈຳໜ່າຍຕ່ຳກວ່າລາຄາໜ້າໃບເມື່ອຄົບກຳນົດໄຖຖ່ອນກໍ່ຈະໄດ້ຮັບຄົບຕາມມູນຄ່າໜ້າໃບ.
ຮຸນທຸກປະເພດ (Foreign Bonds): ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ຫຼື ວິສາຫະກິດພີມຈຳໜ່າຍຂາຍໃນຕະຫຼາດທຶນສາກົນ ເພື່ອລະດົມທຶນເປັນສະກຸນເງິນຕ່າງປະເທດ.
ຄວາມເຂົ້າໃຈກ່ຽວກັບຮຸ້ນ:
ຮຸ້ນແມ່ນຫຍັງ: ແມ່ນຫຼັກຊັບປະເພດໝຶ່ງທີ່ບໍລິສັດອອກໃຫ້ແກ່ຜູ້ຖືຄອງ, ຜູ້ຖືຮຸ້ນມີສິດໃນການຮຽກຮ້ອງສິດໃນຊັບສິນ ແລະ ຜົນຕອບແທນ, ຜູ້ຖືຮຸ້ນແມ່ນເຈົ້າຂອງບໍລິສັດ, ຄວາມເປັນເຈົ້າຂອງຕາມສັດສ່ວນຖືຄອງ.
ຮຸ້ນມີ 2 ປະເພດຄື:
ຮຸ້ນສາມັນ
ຮຸ້ນບູລິມະສິດ
ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ ມີສິດຄວາມແຕກຕ່າງກັນຄືແນວໃດ:
ສິດຄວາມແຕກຕ່າງຂອງຮຸ້ນສາມັນຄື:
ມີສິດການເປັນເຈົ້າຂອງ
ມີສິດລົງຄະແນນສຽງໃນກອງປະຊຸ່ມຜູ້ຖືຮຸ້ນ
ມີສິດຮັບເງິນປັນຜົນ
ມີສິດຮັບເງິນຊຳລະຄືນ (ຫຼັງຮຸ້ນບູລິມະສິດ)
ສິດຄວາມແຕກຕ່າງຂອງຮຸ້ນບູລິມະສິດຄື:
ມີສິດການເປັນເຈົ້າຂອງ
ມີສິດຮັບເງິນປັນຜົນ
ມີສິດຮັບເງິນຊຳລະຄືນ (ກ່ອນຮຸ້ນສາມັນ)
ຜົນຕອບແທນ, ຄວາມສຽງ ແລະ ລາຄາຂອງຮຸ້ນ:
ແມ່ນຂຶ້ນກັບຜົນການດຳເນີນງານຂອງບໍລິສັດນັ້ນ
ແມ່ນຂຶ້ນກັບສະພາບເສດຖະກິດໃນແຕ່ລະໄລຍະ
ແມ່ນລວມທັງສະຖານະການຊື້ - ຂາຍ ໃນຕະຫຼາດຫຼັກຊັບ
ເງືອນໄຂການອອກຈຳໝ່າຍຮຸ້ນ:
ສຳລັບອອກຈຳໝ່າຍຮຸ້ນຢູ່ ສປປ ລາວ ຕ້ອງມີເງືອນໄຂດັ່ງນີ້:
ໄດ້ຮັບອະນຸຍາດຈາກ ຄຄຊ
ເປັນບໍລິສັດມະຫາຊົນ (ຂາຮຸ້ນຢ່າງໝ້ອຍ 9 ທ່ານ)
ມີທຶນຈົດທະບຽນຢ່າງໝ້ອຍ 500.000.000 ກີບ
ມີໂຄງປະກອບຂອງສະພາບໍລິຫານ ຕາມການກຳນົດຂອງ ຄຄຊ
ມີແຜນການອອກຈຳໝ່າຍຮຸ້ນ ແລະ ການນຳໃຊ້ທຶນທີລະດົມໄດ້ ຊຶ່ງຖືກຮັບຮອງຈາກກອງປະຊຸມຜູ້ຖືກຮຸ້ນ.
ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຈາກ ບໍລິສັດ ກວດສອບພາຍນອກ ທີ່ໄດ້ຮັບຮອງຈາກ ຄຄຊ
ມີເງືອນໄຂອື່ນ ຕາມການກຳນົດຂອງ ຄຄຊ
ຂັ້ນຕອນການອອກຈຳໝ່າຍຮຸ້ນມີຄື:
ປະກາດກ່ຽວກັບການອະນຸຍາດໃຫ້ອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ
ໂຄສະນາອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຜ່ານພາຫະນະສື່ມວນຊົນ ແລະ ວິທີອື່ນໆ
ການຈອງຊື້ຮຸ້ນ ແລະ ວາງເງິນມັດຈຳ
ການຈັດສັນຮຸ້ນ.
ການຊຳລະ ແລະ ສົ່ງເງິນມັດຈຳຄືນ
ອອກໃບຢັ້ງຢືນການຈັດສັນຮຸ້ນ
4.4.3.1.ຜົນຕອບແທນຄວາມສ່ຽງຂອງຮຸ້ນກູ້ (Retum and risk)
ຜົນຕອບແທນຮຸ້ນກູ້ແມ່ນລາຍໄດ້ຂອງນັກລົງທຶນທີ່ໄດ້ຮັບຈາກຮຸ້ນກູ້, ນັກລົງທຶນຊື້ຮຸ້ນກູ້ໄດ້ຮັບຜົນຕອບແທນ ແລະ ຄວາມສ່ຽງຈາກ:
ຜົນຕອບແທນ:
ໄດ້ຮັບດອກເບ້ຍເປັນງວດຕາມປົກກະຕິ ແມ່ນຈ່າຍແຕ່ລະປີ ຫຼື ເຄິ່ງປີຕໍ່ 1 ເທື່ອ.
ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ).
ຜົນຕອບແທນຈາກການລົງທຶນກຳໄລ.
ຄວາມສ່ຽງ:
ຄວາມສ່ຽງອັດຕາດອກເບ້ຍ
ຄວາມສ່ຽງຊຳລະສະສາງ
ຄວ່ມສ່ຽງອັດຕາເງິນເຟີ້
ຄວາມສ່ຽງອັດຕາແລກປ່ຽນ
ບັນດາປັດໃຈທີ່ສົ່ງຜົນກະທົບ ຕໍ່ລາຄາຮຸ້ນກູ້:
ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້
ໄລຍະເວລາຄົບກຳນົດ
ຄາດຄະເນກ່ຽວກັບເງິນເຟີ້
ກາກເໜັງຕີງຂອງອັດຕາດອກເບ້ຍຕະຫຼາດ
ການປ່ຽນແປງອັດຕາແລກປ່ຽນ
4.4.4.4.ຜົນດີ ແລະ ຜົນເສຍໃນການຈຳໝ່າຍຮຸ້ນກູ້.
ຜົນດີ:
ຮູ້ກຳນົດລາຍຈ່າຍລ່ວງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອກເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ຫຼຸດຜ່ອນພາລະການຈ່າຍພາສີອາກອນ, ສາມາດລະບຸເງື່ອນໄຂຕ່າງໆໃຫ້ເໝາະສົມກັບຄວາມຮ້ອງການ ແລະ ຖານະຂອງກິດຈະການໄດ້, ຄ່າໃຊ້ຈ່າຍໃນການອອກຮຸ້ນກູ້ຈະຕ່ຳກວ່າຄ່າໃຊ້ຈ່າຍໃນການອອກຮຸ້ນສາມມັນ.
ຜົນເສຍ:
ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ຕົ້ນທຶນເງິນທຶນສະເລ່ຍຂອງກິດຈະການ, ມີພາລະໃນນການຈ່າຍດອກເບ້ຍເປັນປະຈຳ, ຕ້ອງມີແຜນກະກ່ຽມເງິນເພື່ອໄຖ່ຖອນຮຸ້ນກູ້ ເມື່ອຄົບກຳນົດ.
ເງືອນໄຂຂອງການອອກຈຳໝ່າຍຮຸ້ນກູ້ມີຄື:
ໄດ້ຮັບອະນຸຍາດຈາກ ຄຄຊ
ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ
ມີທຶນຈົດທະບຽນຢ່າງນ້ອຍ 1 ຕື້ກີບ
ມີແຜນອອກຈຳໝ່າຍເງິນກູ້, ການນຳໃຊ້ທຶນ ແລະ ການຊະລຳຕົ້ນທຶນ ແລະ ດອກເບ້ຍ ທີ່ຖືກຮັບຮອງຈາກກອງປະຊຸມ ຜູ້ຖືຮຸ້ນ ແລະ ສະພາບໍລິຫານ.
ມີການກຳນົດຄຸນລັກສະນະຂອງຮຸ້ນກູ້, ສິດ ແລະ ໝ້າທີ ຂອງຜູ້ອອກຈຳໝ່າຍຮຸ້ນກູ້ ແລະ ຜູ້ຖືຮຸ້ນ ຫຼື ຕົວແທນຜູ້ຖືຮຸ້ນກູ້.
ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຂອງບໍລິສັດ ກວດສອບທີໄດ້ຮັບການ ຮັບຮອງຈາກ ຄຄຊ.
4.4.5.ຫຼັກຊັບທຶນ ຫຼື ຮຸ້ນທຶນ (Epuite stock)
4.4.5.1.ຮຸ້ນທຶນ (Stock)
ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດ້ວຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີ ໂດຍກຳນົດສິດເປັນເຈົ້າ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນທຶນຕໍ່ກັບຊັບສິນ ຫຼື ທຶນຂອງບໍລິສັດຮຸ້ນ ສ່ວນໜຶ່ງໆ ເຊິ່ງຖືກຕ້ອງຕາມກົດໝາຍ.
4.4.5.2.ຮຸ້ນສາມັນ (Conmon Stock)
ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ, ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສ່ວນ ໜຶ່ງໆ.
ຈຸດພິເສດຂອງຮຸ້ນສາມັນ:
ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນ ເຊິ່ງໃນນັ້ນບໍ່ກຳນົດໃນການໄຖ່ຖອນທຶນ.
ຜົນຕອບແທນຂອງໃບຮຸ້ນ ແມ່ນຂຶ້ນກັບຜົນການດຳເນີນທຸລະກິດຂອງວິສາຫະກິດ,ບໍ່ຄົງທີ່.
ຜູ້ຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປ່ອນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ຫຼື ໃບຮຸ້ນ).
ເມື່ອບໍລິສັດຖືກລົມລະລາຍຜູ້ຖືຮຸນສາມັນໄດ້ຮັບສ່ວນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອ.
ລາຄາຮຸ້ນມີການເໜັ່ງຕີງຢ່າງວ່ອງໄວ ໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍ້ອນມີຫຼາຍປັດໃຈສົ່ງຜົນກະທົບ, ແຕ່ລະປັດໃຈພື້ນຖານທີ່ພາໃຫ້ລາຄາຂອງຮຸ້ນມີການເໜັ່ງຕີງ ແມ່ນປະສິດທິຜົນຂອງທຸລະກິດ ແລະມຸນຄ່າຕະຫຼາດຂອງໃບຮຸ້ນ.
ເງິນປັນຜົນ (Dividend):
ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼັງເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ບຸລິມະສິດ ແຕ່ລະປີປະທານສະພາບໍລິຫານປະກາດຈ່າຍເງິນປັນຜົນ ຫຼື ວ່າບໍ່ຈ່າຍ ແລະ ມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ.
ຜົນຕອບແທນ ແລະ ຄວາມສ່ຽງ (Return and Risk):
ຜົນຕອບແທນຂອງໃບຮຸ້ນ: ແມ່ນທັງໝົດຜົນຕອບແທນທີ່ໄດ້ຈາກໃບຮຸ້ນ, ນັກລົງທຶນທີ່ຊື້ຮຸ້ນໄດ້ຮັບຜົນຕອບແທນຈາກສອງແຫຼ່ງຄື:
1.ເງິນປັນຜົນ: ແມ່ນສ່ວນແບ່ງປັນໃຫ້ແຕ່ລະຮຸ້ນ (Capital gain yield)
2.ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield)
4.4.5.3.ຮຸ້ນບູລິມາສິດ (Preferred Stock)
ແມ່ນເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຊື້ຮຸ້ນຈະມີສ່ວນຮ່ວມ ໃນການເປັນເຈົ້າຂອງກິດຈະການຄ້າຍຄືກັບຮຸ້ນສາມັນ ແຕ່ຈະມີຄວາມແຕກຕ່າງຈາກຮຸ້ນສາມັນຢູ່ບ່ອນວ່າ ຜູ້ຖືຮຸ້ນບູລິມະສິດມີສິດອອກສຽງໃນກອງປະຊຸມໜ້ອຍກວ່າຜູ້ຖືຮຸ້ນສາມັນ ແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜື່ອກວ່າຮຸ້ນສາມັນເຊັ່ນ ໄດ້ຮັບເງິນປັນຜົນໃນອັດຕາແນ່ນອນ, ນອກຈາກນີ້ໃນກໍລະນີບໍລິສັດລົມລະລາຍຜູ້ຖືຮຸ້ນບູລິມະສິດຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກ່ອນຮຸ້ນສາມັນ, ຮຸ້ນປະເພດນີ້ມີໜ້ອຍທີ່ສຸດໃນຕະຫຼາດຫຼັກຊັບ ແລະ ມີຄວາມສ່ຽງຕ່ຳ.
4.5.ບັນດາຫົວໜ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນ
ປະກອບມີຄື:
1.ບັນດາຜູ້ຈຳໝ່າຍຮຸ້ນ
2.ບັນດານັກລົງທຶນ (ຜູ້ໃຫ້ກູ້ຢືມ)
3.ບັນດາຜູ້ໃຫ້ບໍລິການໃນຕະຫຼາດການເງິນ
4.ຜູ້ຄຸ້ມຄອງຕະຫຼາດ