ໂລໂກ

ງົບປະມານລັດ


 ພາກທີ 2

ງົບປະມານລັດ

ຈຸດປະສົງ:

               ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

I.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ.

II.ລາຍຮັບງົບປະມານລັດ

III.ງົບປະມານລັດ

IV.ການຜັນແປຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.

V.ການຈັດຕັ້ງງົບປະມານລັດ ແລະ ແບ່ງຂັ້ນຄຸ້ມຄອງງົບປະມານລັດ

ຈຸດປະສົງລວມ:

ແມ່ນຈະອີງໃສ່ ກົດໝາຍວ່າດວ້ຍງົບປະມານແຫ່ງລັດ ແມ່ນຈະກໍານົດບັນດາ ຫຼັກການ, ລະບຽບການ, ມາດຕະການ ກຽວກັບການສາງແຜນ, ການຈັດຕັ້ງປະຕິບັດ, ການສະຫຼຸບ ແລະ ການກວດສອບ ງົບປະມານແຫ່ງລັດ ເພື່ອຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປະຕິບັດລາຍຈ່າຍງົບປະມານໃຫ້ໂປງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກຂັ້ນ, ເພີ່ມຖານແຫຼ່ງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ່າວ ເຮັດໃຫ້ການເງິນແຫ່ງຊາດ ມີສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າລະບົບການເງິນສາກົນແນ່ໃສປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.

I.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ

1.ນິຍາມ ງົບປະມານແຫ່ງລັດ

ແມ່ນການຄາດຄະເນແຜນລາຍຮັບ ລາຍຈ່າຍຂອງລັດຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ. 

ງົບປະມານແຫ່ງລັດ ເປັນໃຈກາງຂອງລະບົບການເງິນແຫ່ງຊາດ, ເປັນເຄື່ອງມືຄຸ້ມຄອງ, ດັດສົມເສດຖະກິດມະຫາພາກເພື່ອຮັບ ປະກັນໃຫ້ເສດຖະກິດ ສັງຄົມມີການພັດທະນາ.

ການດຸນດຽງງົບປະມານແຫ່ງລັດ:

ໝາຍເຖິງ ການສົມທຽບລະຫວ່າງ ຕົວເລກລວມຍອດລາຍຮັບກັບ ຕົວເລກລວມຍອດລາຍຈ່າຍງົບປະມານແຫ່ງລັດ.

ງົບປະມານສົມດຸນ:

ໝາຍເຖິງ ງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ເທົ່າກັບຕົວເລກ ລວມຍອດລາຍຈ່າຍ.

ງົບປະມານເກີນດຸນ:

ໝາຍເຖິງງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ຫຼາຍກວ່າຕົວເລກ ລວມຍອດລາຍຈ່າຍ.

ງົບປະມານຂາດດຸນ:

ໝາຍເຖິງ ງົບປະມານ ທີ່ມີຕົວເລກ ລວມຍອດລາຍຮັບ ໜອຍກວ່າ ຕົວ ເລກລວມຍອດລາຍຈ່າຍ.

ຫົວໜ່ວຍງົບປະມານ:

ໝາຍເຖິງ ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການຈັດຕັ້ງຂອງລັດຂັ້ນທ້ອງຖິ່ນ ທີ່ໄດ້ຮັບມອບສິດຈາກລັດຖະບານ ໃນການສ້າງແຜນ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບງົບປະມານແຫ່ງລັດ.

ປີງົບປະມານແຫ່ງລັດ:

ລວມມີ 12 ເດືອນ, ເລີມແຕ່ວັນທີ 1 ມັງກອນ ແລະ ສິ້ນສຸດລົງ ໃນວັນທີ 31 ທັນວາ ຂອງປີດຽວກັນ.

2.ຈຸດພິເສດຂອງງົບປະມານລັດ.

  • ການສ້າງຕັ້ງ ແລະ ນຳໃຊ້ຄັ້ງງົບປະມານລັດຍາມໃດກໍ່ຕິດພັນກັບກັບສິດອຳນາດ ແລະ ການດຳເນີດບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.
  • ງົບປະມານລັດແມ່ນກວມຜົນປະໂຫຍດລວມ.
  • ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.
  • ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ.
  • ການເຄືອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.

3.ບົດບາດຂອງງົບປະມານລັດ.

  • ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງງລັດ  ດວ້ຍການລະດົມແຫ່ງການເງິນໃນຂອບເຂດກວ້າງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ. 
  • ງົບປະມານລັດແມ່ນ ເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອອ້ມບັນດາແຫ່ງການເງິນແຫ່ງຊາດ.
  • ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.
  • ງົບປະມານລັດແມ່ນ ເຄື່ອງມືປະສິດທິພາບຂອງລັດ ເພື່ອດັດແກ້ໃນຂົງເຂດລາຍຮັບ, ປະກອບສ່ວນແກ້ໄຂບັນຫາສັງຄົມ.
  • ງົບປະມານລັດ ມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.
  • ງົບປະມານລັດ ກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສວ່ຍສາອາກອນ ແລະ ອື່ນໆໃຫ້ລັດ.

ຫຼັກການພື້ນຖານຂອງງົບປະມານແຫງລັດມີ 11 ຫຼັກການດັ່ງນີ້:

  1. ການລວມສູນ ແລະ ຄວາມຄົບຖວນ.
  2. ຄວາມໝັ້ນຄົງຂອງງບປະມານ.
  3. ຄວາມເປັນເອກະພາບ.
  4. ການຂາດດຸນງບປະມານແຫງລັດ.
  5. ການດຸນດຽງງບປະມານແຫງລັດ.
  6. ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.
  7. ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.
  8. ການຄຸມຄອງລວມສູນຕາມສາຍຕັ້ງ.
  9. ການຈັດສັນງບປະມານແຫງລັດ. 
  10. ຄວາມຮັບຜິດຊອບ.
  11. ຄວາມສະເໝີພາບບົດບາດຍິງ-ຊາຍ. 

ໂຄງປະກອບຂອງ ງົບປະມານແຫ່ງລັດ:

    ງົບປະມານແຫ່ງລັດ ປະກອບດ້ວຍ:

  • ລາຍຮັບງົບປະມານແຫ່ງລັດ
  • ລາຍຈ່າຍງົບປະມານແຫ່ງລັດ
  • ການດຸນດຽ່ງງົບປະມານແຫ່ງລັດ. 

II. ລາຍຮັບງົບປະມານລັດ

ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຄື:

  • ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ
  • ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
  • ຄວາມສຳຄັນຂອງຫງົບປະມານລັດ
  • ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ

ການຈັດຕັ້ງເກັບລາຍຮັບ ງົບປະມານແຫ່ງລັດ ມີດັ່ງນີ້: 

  • ຂະແໜງການການເງິນ.
  • ບັນດາການຈັດຕັ້ງຂອງລັດ,ບັນດາກອງທຶນ,ອົງການບໍລິຫານວິຊາການ ທີ່ໄດຮັບມອບສິດ ຈາກລັດຖະບານຕາມການສະເໜີຂອງກະຊວງການເງິນ.

ລາຍຮັບງົບປະມານແຫ່ງລັດ ມີ 4 ແຫຼ່ງຄື:

  1. ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ.
  2. ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ.
  3. ລາຍຮັບຈາກການຊ່ວຍເຫຼືອລ້າ.
  4. ລາຍຮັບຈາກການປະກອບສ່ວນຂອງສັງຄົມ.

 ລາຍຮັບຈາກ ພາສີ ແລະ ສວ່ຍສາອາກອນ ທາງກົງ ມີດັ່ງນີ້:

  • ອາກອນກຳໄລ
  • ອາກອນລາຍໄດ້
  • ອາກອນມອບເໝົາ
  • ອາກອນສິ່ງແວດລອມ
  • ຄ່າທຳນຽມ, ຄ່າບໍລິການວິຊາການ

ລາຍຮັບຈາກ ພາສີ ແລະ ສວ່ຍສາອາກອນ ທາງອອມ ມີດັ່ງນີ້:

  • ອາກອນມູນຄ່າເພີ່ມ
  • ອາກອນຊົມໃຊ້
  • ຄ່າພາກຫຼວງ
  • ພາສີຂາອອກ-ຂາເຂົ້າ
  • ລາຍຮັບອື່ນ.

ລາຍຮັບບ່ໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ ມີດັ່ງນີ້: 

  • ຄ່າເຊົ່າ
  • ຄ່າສຳປະທານ
  • ຄ່າບິນຜ່ານ
  • ເງິນປັນຜົນ
  • ຄ່າສຳຫຼວດ
  • ດອກເບ້ຍເງິນກູ້ຢືມ
  • ການປັບໃໝ່, ການຂາຍເຄື່ອງຍຶດ ແລະ ເຄື່ອງຮິບ
  • ລາຍຮັບອື່ນ

ລາຍຮັບຈາກການຊວ່ຍເຫຼືອລ້າ ລວມມີ 2 ແຫຼ່ງ ດ້ວຍຮູບການເປັນເງິນສົດ ຫຼື ວັດຖຸ ດັ່ງນີ້:

  • ລາຍຮັບຊ່ວຍເຫຼືອລ້າ ຈາກລັດຖະບານຕ່າງປະເທດ
  • ລາຍຮັບຊ່ວຍເຫຼືອລ້າ ຈາກອົງການຈັດຕັ້ງສາກົນ

ລາຍຮັບຈາກການປະກອບສ່ວນຂອງສັງຄົມ ມີ ດັ່ງນີ້:

  • ລາຍຮັບຈາກການປະກັນສັງຄົມ
  • ລາຍຮັບຈາກການປະກອບສ່ວນຂອງສັງຄົມ
  • ລາຍຮັບອື່ນ

1.ເນື້ອໃນເສດຖະກິດຂອງລາຍຮັບງົບປະມານ.

ລາຍຮັບງົບປະມານແບ່ງອອກເປັນ 2 ພາກສວ່ນຄື:

1.ຈຸລາຍຮັບປົກກະຕິ: 

ມີລັກສະນະບັງຄັບຄື: ສວ່ຍສາອາກອນ, ຄ່າທຳນຽມ.

2.ຈຸລາຍຮັບບໍ່ປົກກະຕິ: 

  • ລວມມີບັນດາລາຍຮັບຈາກການເຄືອນໄຫວເສດຖະກິດຂອງລັດ.
  • ລາຍຮັບຈາກການເຄື່ອນໄຫວວິຊາການ
  • ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.
  • ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.

2.ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ

  • ລາຍຮັບຂອງ GDP ຕົກຕ່ຳ.
  • ອັດຕາດອກເບ້ຍໃນພື້ນຖານເສດຖະກິດມີຜົນກະທົບ.
  • ຜົນກະທົບທາງດ້ານຊັບພະຍາກອນທຳມະຊາດຄຸກຄາມ.
  • ລາຍຮັບງົບປະມານລັດມີຜົນກະທົບເພີ່ມຂື້ນ ແລະ ຫຼຸດລົງຕາມອັດຕາສ່ວນຂອງລາຍຮັບງົບປະມານລັດ.
  • ລະບົບການຈັດຕັ້ງກົງຈັກລັດຍັງບໍ່ທັນຫັດກຸມ ແລະ ກະທັດລັດ, ບໍ່ບັນລຸປະສິດທິຜົນສູງ ແລະ ການໝີ້ພາສີອາກອນ.

3.ຄວາມສຳຄັນຂອງ ງົບປະມານລັດ.

  • ຮັບປະກັບການຈ່າຍໃຫ້ການເຄືອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.
  • ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດ ລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.
  • ແມ່ນໝຶ່ງໃນຈຳນວນເຄື່ອງມື ດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດ ໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.

4.ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ.

ສວ່ຍສາອາກອນແມ່ນ:

ພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.

ອາກອນແມ່ນ:

ແມ່ນ ຮູບການປະກອບພັນທະຕາມກົດໝາຍ ກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.

4.1.ຈຸດພິເສດອັນເປັນພື້ນຖານຂອງອາກອນ

  • ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.
  • ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ
  • ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.
  • ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.

4.2.ບັນດາປັດໃຈສ້າງເປັນປະເພດອາກອນ

  • ຜູ້ເສຍອາກອນ
  • ຜູ້ຖືກເສຍອາກອນ
  • ເປົ້າໝາຍທີ່ຖືກເກັບອາກອນ
  • ພື້ນຖານເພື່ອຄິດໄລ່ອາກອນ
  • ອັດຕາອາກອນ
  • ຫົວໝ່ວຍຄິດໄລ່ອາກອນ
  • ລາຄາຄິດໄລ່ອາກອນ
  • ຈຸດເລີ່ມຕົ້ນເກັບອາກອນ
  • ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ

4.3.ປະເພດອາກອນ

ຖືກແບ່ງອອກເປັນ 2 ປະເພດຄື:

1.ອາກອນຖືກເກັບທາງກົງ: 

ແມ່ນຮູບການເກັບໂດຍກົງກັບຜູ້ຕ້ອງເສຍອາກອນເປົ້າໝາຍ ທີ່ຕ້ອງເສຍອາກອນ ແລະ ເປົ້າໝາຍເສຍອາກອນ.

2.ອາກອນຖືກເກັບທາງອ້ອມ:

ແມ່ນຮູບການອາກອນຊຶ່ງຜູ້ເສຍອາກອນ ແລະ ຜູ້ຕ້ອງເສຍອາກອນແມ່ນບໍ່ຄືກັນ.

4.4.ຫຼັກການສ້າງຕັ້ງລະບົບອາກອນ.

ຫຼັກການກໍານົດທິດມີ 7 ຫຼັກການຄື:

  • ຫຼັກການເກັບອາກອນຕາມຜົນປະໂຫຍດ
  • ຫຼັກການເກັບອາກອນຕາມຄວາມສາມາດ
  • ຫຼັກການລະອຽດ
  • ຫຼັກການປົກເປັນປົກກະຕິ ແລະ ຍາວນານ
  • ຫຼັກການຮັບປະກັນຄວາມຍຸດຕິທຳ.
  • ຫຼັກການຈະເເຈ້ງ, ແນ່ນອນ
  • ຫຼັກການງ່າຍດາຍ

III. ງົບປະມານລັດ

1.ຈຸດພິເສດຂອງລາຍຈ່າຍງົບປະມານລັດ

ແມ່ນການແບ່ງປັນ ແລະ ນໍາໃຊ້ຄັງງົບປະມານລັດ, ແນ່ໃສ່ຮັບປະກັນດຳເນີນການພາລະຂອງລັດຕາມຫຼັກການທີ່ແນ່ນອນ.

ລາຍຈ່າຍງົບປະມານລັດມີຈຸດພິເສດດັ່ງນີ້:

  • ປະສິດທິຜົນການຈ່າຍງົບປະມານລັດໄດ້ຮັບການພິຈາລະນາໃນຂັ້ນມະຫາພາກ ແລະ ມີປະສິດທິຜົນເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.
  • ລາຍຈ່າຍງົບປະມານລັດ ແມ່ນພາກສ່ວນໝຶ່ງໃນການສ້າງຕັ້ງ ແຫ່ງຂົນຂວາຍການເງິນ ແລະ ມັນໄດ້ຕິດພັນກັບການເຄື່ອນໄຫວ ຂອງບັນດາມາດຕະເກນຄຸນຄ່າອືນໆເຊັ່ນ: ສິນເຊື່ອ, ອາກອນ, ອັດຕາແລກປ່ຽນ.

ການຈັດປະເພດລາຍຈາ່ຍງົບປະມານແຫ່ງລັດ ຕາມການຈັດແບ່ງທາງດ້ານເສດຖະກິດ ມີດັ່ງນີ້: 

  • ລາຍຈ່າຍບໍລິຫານປົກກະຕິ.
  • ລາຍຈ່າຍການລົງທຶນຂອງລັດ.

ລາຍຈ່າຍບໍລິຫານປົກກະຕິ:

 ລາຍຈາຍຮັບໃຊກົງຈັກຂອງລັດ, ແນວລາວສາງຊາດ, ອົງການຈັດຕັ້ງມະຫາຊົນ, ກຳລັງປອງກັນຊາດປອງກັນຄວາມສະຫງົບປະກອບດວຍ: 

  1. ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ
  2. ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ
  3. ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ
  4. ລາຍຈ່າຍດັດສົມ ແລະ ສົ່ງເສີມ

ລາຍຈ່າຍທາງດ້ານການເງິນອື່ນໆ ທີ່ລັດຖະບານຮັບຜິດຊອບ ປະກອບດ້ວຍ:

  1. ເງິນພັນທະບໍາລຸງໃຫ້ອົງການສາກົນ
  2. ລາຍຈ່າຍດອກເບ້ຍ
  3. ລາຍຈ່າຍເຂົ້າຄັງສະສົມແຫ່ງລັດ
  4. ລາຍຈ່າຍຄ້າງຊໍາລະປີຜ່ານມາ
  5. ລາຍຈ່າຍອື່ນໆ. 

ລາຍຈ່າຍການລົງທຶນຂອງລັດ:

ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.

2.ເນື້ອໃນຈ່າຍງົບປະມານລັດ.

  • ຈ່າຍໃຫ້ການລົງທຶນພັດທະນາລວມມີການຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ.
  • ຈ່າຍໃຫ້ວິຊາການເສດຖະກິດ
  • ຈ່າຍໃຫ້ສາທາລະນະສຸກ
  • ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ
  • ຈ່າຍໃຫ້ວັດທະນາທໍາ, ກິລາກາຍະບໍລິຫານ
  • ຈ່າຍກ່ຽວກັບສັງຄົມ
  • ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ.
  • ຈ່າຍໃຫ້ປ້ອງກັນຊາດປ້ອງກັນຄວາມສະຫງົບ.
  • ຈ່າຍໃຫ້ການຊວ່ຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົງໝີ້ ແລະ ດອກເບ້ຍ.

3.ບັນດາປັດໄຈເປັນຜົນສະທ້ອນເຖິງການຈ່າຍງົບປະມານລັດ.

  • ການພັດທະນາຂອງກຳລັງການຜະລິດ.
  • ຄວາມສາມາດສະສົມໃນພື້ນຖານເສດຖະກິດ ປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.
  • ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.

4.ຫຼັກການຈ່າຍງົບປະມານລັດ:

  • ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.
  • ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນໃນການຈັດວາງການຈ່າຍງົບປະມານລັດ.
  • ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.
  • ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
  • ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.

ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະຕິບັດ ດັ່ງນີ້:

  1. ຕ້ອງຢູໃນແຜນງົບປະມານປະຈໍາປີ
  2. ຕ້ອງໄດ້ຮັບການອະນຸມັດ
  3. ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ
  4. ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກາໍນົດໝາຍການໃຊ້ຈ່າຍ
  5. ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ຮັບມອບສິດ.

5.ຈ່າຍເກີນງົບປະມານລັດ.

  ແມ່ນຈໍານວນຕົວເລກຜິດໂຕນລະຫວ່າງຈ່າຍງົບປະມານລັດຫຼາຍກ່ວາລາຍຮັບງົບປະມານລັດ.

ບັນດາປະເພດຈ່າຍເກີນງົບປະມານ:

  • ຈ່າຍເກີນໂຄງປະກອບ ແມ່ນການຈ່າຍເກີນທີ່ເກີດຂຶ້ນຍ້ອນມີການປ່ຽນແປງນະໂຍບາຍລາຍຮັບ - ລາຍຈ່າຍ ຂອງລັດ.
  • ຈ່າຍເກີນຮອບໝູນວຽນ ແມ່ນການຈ່າຍເກີນໂດຍມີການປ່ຽນແປງຮອບໝູນວຽນເສດຖະກິດ.

ບັນດາວິທີການທີ່ເປັນພື້ນຖານໃນການແກ້ໄຂການຈ່າຍເກີນງົບປະມານລັດ:

ຈະມີ 2 ວິທີຄື

1.ວິທີສະເພາະໝ້າ:

  • ໄປກູ້ຢືມຢູ່ຕ່າງປະເທດ ແລະ ຕ່າງປະເທດເພື່ອທົດແທນໃຫ້ການໃຊ້ຈ່າຍ.
  • ຈຳໝ່າຍເງິນສົດເພື່ອແທນໃຫ້ການຈ່າຍເກີນ.

2.ວິທີການຍາວນານ:

  • ການລົດຜ່ອນການຈ່າຍງົບປະມານລັດ.
  • ການເພີມລາຍຮັບງົບປະມານລັດ.

IV.ການຜັນແປຂອງຂະບວນວິວັດຄຸ້ມຄອງງົບປະມານ.

1.ຂຶ້ນແຜນງົບປະມານ.

1.1.ການຂຶ້ນແຜນງົບປະມານ

ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.

ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີດັ່ງນີ້:

  • ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.
  • ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ -  ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.
  • ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.
  • ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.

1.2.ສະສົມໃຫ້ຂຶ້ນແຜນງົບປະມານລັດ.

  • ການຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ໄດ້ຮັບການສ້າງຕັ້ງຂຶ້ນອີງບົນລະບົບລະບອບນະໂຍບາຍ ແລະ ມາດຕະຖານວາງກຳນົດທີ່ຖືກຕ້ອງສອດຄອງກັບພຶດຕິກຳເສດຖະກິດສັງຄົມ.
  • ຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ຕ້ອງດຳເນີນຖືກຕ້ອງຕາມຂັ້ນຕອນ ແລະ ເວລາທີ່ໄດ້ກຳນົດໄວ້.
  • ຮັບປະກັນສາຍພົວພັນທີ່ຖືກຕ້ອງລະຫວ່າງແຜນການທີ່ເປັນວັດຖຸ ແລະ ແຜນການຄຸນຄ່າໃນສະພາບການສະໝອງ ແລະ ຄວາມຕ້ອງການລາຄາມີການຜັນເເປເປັນປະຈຳ. 

1.3.ບ່ອນອີງເພື່ອຂຶ້ນແຜນງົບປະມານ.

  • ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.
  • ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.
  • ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.
  • ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.

2.ການປະຕິບັດງົບປະມານລັດ.

ແມ່ນການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ.

ເນື້ອໃນລວມມີ:

ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດ ໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.

3.ການສະສາງງົບປະມານລັດ.

ແມ່ນ ໄລຍະສະຫຼຸບ ຕີລາຄາໝາກຜົນການເຄືອນໄຫວທັງໝົດຂອງງົບປະມານລັດ ຫຼັງສົກປີງົບປະມານ ແມ່ນຂອດສຸດທ້າຍຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.

V.ການຈັດຕັ້ງລະບົບງົບປະມານລັດ ແລະ ຂັ້ນຄຸ້ມຄອງງົບປະມານລັດ

1.ຈັດຕັ້ງລະບົບງົບປະມານລັດ.

  • ຫຼັກການຈັດຕັ້ງລະບົບງົບປະມານລັດ
  • ເງື່ອນໄຂສ້າງຕັ້ງງົບປະມານ

1.1.ຫຼັກການຈັດຕັ້ງລະບົບງົບປະມານລັດ.

  • ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.
  • ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.

1.2.ເງືອນໄຂສ້າງຕັ້ງງົບປະມານ.

  • ມີອຳນາດການປົກຄອງຂັ້ນໝຶ່ງຕັ້ງຢູ່ໃນເຂດພື້ນທີ່ໝຶ່ງໄດ້ຮັບການຍືນຍັນ ເປັນຜູ້ດຳເນີນໝ້າທີ່ພັດທະນາເສດຖະກິດ.
  • ຄວາມສາມາດແຫ່ງລາຍຮັບໃນເຂດພື້ນທີ ເຊິ່ງຂັ້ນອຳນາດປົກຄອງ ສາມາດຕອບສະໝອງໄດ້ສ່ວນໃຫ່ຍຄວາມຕ້ອງການໃຊ້ຈ່າຍຂອງອຳນາດການປົກຄອງ.

2.ແບ່ງຂັ້ນຄຸ້ມຄອງງົບປະມານລັດ.

ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.

2.1.ຄວາມຮຽກຮ້ອງໃນການແບ່ງຂັ້ນຄຸ້ມຄອງງົບປະມານລັດ.

  • ເພື່ອຮັບປະກັນລັກສະນະເປັນເອກະພາບຂອງງົບປະມານລັດ.
  • ການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບການແບ່ງຂັ້ນຄຸ້ມຄອງຂອງບັນດາຂົງເຂດອືນໆຂອງລັດ.
  • ເນື້ອໃນ ຂອງການເເບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບລັດຖະທະມະນູນ ແລະ ກົດໝາຍທີ່ກຳນົດ ແລະ ໝ້າທີ່.
  • ສະພາແຫ່ງຊາດ ຕົກລົງແຜນງົບປະມານລັດແບ່ງປັນງົບປະມານສູນກາງ, ອະນຸມັດຊຳລະສະສາງງົບປະມານລັດ, ສະພາປະຊາຊົນຂັ້ນຕ່າງໆ.

2.2.ເນື້ອໃນແບ່ງຂັ້ນຄຸ້ມຄອງງົບປະມານລັດ.

  • ແກ້ໄຂສາຍພົວພັນສິດ ອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.
  • ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.

2.3.ຫຼັກການແບ່ງຂັ້ນງົບປະມານລັດ

  • ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງໄດ້ການດຳເນີນຄົບຊຸດ ກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.
  • ຫຼັກການຮັບປະກັນບົດບາດ ເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດ ຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.
  • ຫຼັກການຮັບປະກັນ ຫຼັກການຍຸດຕິທຳ ໃນການແບ່ງຂັ້ນຄຸ້ມຄອງງົບປະມານ.