ໂລໂກ

ການເງິນສາກົນ

 


ພາກທີ່ 7

ການເງິນສາກົນ

ຈຸດປະສົງ:

               ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

  I.ບັນດາບັນຫາທົ່ວໄປກ່ຽວກັບການເງິນສາກົນ.

  II. ບັນດາຮູບການການເງິນສາກົນຕົ້ນຕໍ່.

  III. ດຸນຊຳລະສາກົນ.

  VI.ຄວາມປອດໄພຂອງການເງິນແຫ່ງຊາດ.

I.ບັນດາບັນຫາທົ່ວໄປກ່ຽວກັບການເງິນສາກົນ.

1.ນິຍາມກ່ຽວກັບການເງິນສາກົນ.

 ແມ່ນລະບົບການພົວພັນການເງິນທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໜື່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄື່ອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.

2.ພື້ນຖານຂອງການພົວພັນການເງິນສາກົນ.

  • ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.
  •  ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.

3.ຫຼັກການພື້ນຖານຕ່າງໆ ຂອງເສດຖະກິດສາກົນ ແລະ ການເງິນສາກົນ.

  • ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນ ຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.
  • ຄວາມສະເໝີພາບ.
  •  ຕ່າງຝ່າຍຕ່າງມີຜົນປະໂຫຍດ.

4.ຈຸດພິເສດຂອງການເງິນສາກົນ.

  • ອັດຕາແລກປ່ຽນເງິນຕາ ເປັນຜົນສະທ້ອນ ເຖິງພື້ນຖານເສດຖະກິດ-ສັງຄົມຂອງເກືອບທຸກໆປະເທດ.
  •  ຄວາມບໍ່ສົມບູນຂອງຕະຫຼາດ. 
  •  ສະພາບແວດລ້ອມສາກົນໄດ້ເປີດໂອກາດເພື່ອພັດທະນາການເງິນສາກົນ. 

5.ບົດບາດຂອງການເງິນສາກົນ.

  •  ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.
  •  ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.
  •  ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.

II. ບັນດາຮູບການການເງິນສາກົນຕົ້ນຕໍ່.

1.ການລົງທຶນໂດຍກົງຂອງຕ່າງປະເທດ (FDI).

1.1.ນິຍາມກ່ຽວກັບການລົງທຶນສາກົນ.

ແມ່ນຮູບການລົງທຶນສາກົນເຊື່ງເຈົ້າຂອງລົງທຶນຕ່າງປະເທດປະກອບທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດຜະລິດ ຫຼື ການບໍລິການ, ອະນຸຍາດໃຫ້ເຂົາເຈົ້າເຂົ້າຮ່ວມການຊີ້ນຳໂດຍກົງເປົ້າໜາຍທີ່ເຂົາເຈົ້າອອກເງີນການລົງທຶນ.

1.2.ບັນດາຮູບການລົງທຶນໂດຍກົງຂອງຕ່າງປະເທດ.

ມີບັນດາຮູບການລົງທຶນໂດຍກົງຂອງຕ່າງປະເທດດັ່ງນີ້:

  1. ວິສາຫະກິດມີທຶນຂອງຕ່າງປະເທດ 100% ແມ່ນວິສາຫະກິດໂດຍເຈົ້າຂອງຄົນຕ່າງປະເທດລົງທຶນ 100% ຢູ່ປະເທດທີ່ເຂົາເຈົ້າເຂົ້າມາລົງທຶນ, ມີສິດຊີ້ນຳວິສາຫະກິດດັ່ງກ່າວຕາມການກຳນົດຂອງກົດໜາຍຂອງຕ່າງປະເທດທີ່ເຂົາເຈົ້າລົງທຶນ.
  2. ວິສາຫະກິດຮ່ວມທຸລະກິດ ແມ່ນວິສາຫະກິດໄດ້ຮັບການສ້າງຕັ້ງໂດຍເຈົ້າຂອງຄົນຕ່າງປະເທດປະກອບທຶນພ້ອມກັບວິສາຫະກິດຢູ່ປະເທດທີ່ເຂົາເຈົ້າລົງທຶນ, ບົນພື້ນຖານຂອງສັນຍາຮ່ວມທຸລະກິດ. 
  3. ຮູູບການອື່ນໆ. 

1.3.ຜົນປະໂຫຍດຂອງການລົງທຶນຕ່າງປະເທດ ( FDI ).

  • ຜົນກະທົບຂອງ FDI ທີ່ມີຕໍ່ປະເທດສົ່ງອອກ FDI (ປະເທດລົງທຶນ).
  • ຜົນກະທົບ FDI ທີ່ມີຕໍ່ບັນດາປະເທດໃຫ້ເຂົ້າລົງທຶນ.
  • FDI ແມ່ນແຫຼ່ງທຶນເພີ່ມເຕີມສຳຄັນທີ່ສຸດເພື່ອປະຕິບັດການຫັນປະເທດຊາດເປັນປະເທດອຸດສະຫະກຳ ແລະ ທັນສະໃໝ, ຊຸກຍູ້ການຈະເລີນເຕີບໂຕຂອງເສດຖະກິດ.
  • FDI ປະກອບສ່ວນພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທຳ ໃໜ່ຕື່ມອີກ, ມີຜົນກະທົບເຖີງຂາເຂົ້າຂາອອກ.
  • ປະກອບສ່ວນຫັນປ່ຽນອົງປະກອບເສດຖະກິດຕາມທິດຫັນເປັນອຸດສະຫະກຳ,ທັນສະໄໝຜ່ານນະໂຍບາຍດຶງດູດທຶນຕາມບັນດາຂະແໜງທີ່ມີກຳນົດທິດສົມເຫດສົມຜົນ.
  • ບັນດາໂຄງການ FDI ປະກອບສ່ວນເພີ່ມເຕີມແຫຼ່ງລາຍຮັບສຳຄັນໃຫ້ງົບປະມານຂອງປະເທດຕ່າງໆ.
  • ດ້ານບໍ່ດີຂອງ FDI ທີ່ມີຕໍ່ບັນດາປະເທດທີ່ໃຫ້ເຂົ້າມາລົງທຶນ.
  • ບັນດາປະເທດ ທີ່ຮັບເຂົ້າມາລົງທຶນອາດຈະຕ້ອງຮັບເອົາເຕັກໂນໂລຍີ ແລະ ເຕັກນິກທີ່ລ້າຫຼັງ.
  • ຜູ້ທີ່ເຂົ້າຮ່ວມການລົງທຶນມັກຄິດລາຄາສູງກວ່າລາຄາຂອງສາກົນທົ່ວໄປໃຫ້ແກ່ປັດໃຈຕົ້ນທຶນເຊັ່ນ: ເຄື່ອງຈັກ,ພາຫະນະ,ວັດຖຸດິບ,ຜະລິດຕະພັນບໍ່ທັນສຳເລັດຮູບ.

2.ສິນເຊື່ອສາກົນ.

2.1.ນິຍາມ:

ແມ່ນການສັງລວມບັນດາການພົວພັນເສດຖະກິດ ທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໜື່ງກັບບັນດາເຈົ້າກຳຂອງປະເທດອື່ນ ກັບບັນດາອົງການສາກົນເມື່ອໃຫ້ກູ້ຍືມ ແລະ ສົ່ງໝີ້ເງິນກູ້ຍືມຕາມຫຼັກການຂອງສິນເຊື່ອ.

2.2.ບັນຮູບການສິນເຊື່ອ.

  • ກູ້ຍືມການຄ້າ.
  • ຈຸດພິເສດຂອງຮູບການການຄ້າ.
  • ທະນາຄານແມ່ນຜູ້ສະໜອງທຶນ.
  • ເຈົ້າຂອງລົງທຶນຂອງຕ່າງປະເທດເກັບກຳໄລ ຜ່ານດອກເບ້ຍທະນາຄານ ຄົງທີ່ຕາມສັນຍາກູ້ຍືມເປັນເອກກະລາດດ້ວຍໜາກຜົນແຫ່ງການນຳໃຊ້ແຫຼ່ງກູ້ຍືມ.
  • ເປົ້າໜາຍກູ້ຍືມທຶນ.
  • ຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).
  • ຈຸດພິເສດຂອງຮູການຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).
  • ບັນດາຮູບການຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).

2.3.ຂໍ້ ດີ ແລະ ຂໍ້ຈຳກັດຂອງສິນເຊື່ອສາກົນ.

ຂໍ້ດີ:

  • ທຶນກູ້ຍືມຕົ້ນຕໍພາຍໃຕ້ຮູບການເງິນຕາດ ເພື່ອໃຊ້ຊື້ພາຫະນະລົງທຶນອື່ນໆໄດ້ຢ່າງງ່າຍດາຍ.
  • ປະເທດທີ່ຮັບເອົາການລົງທຶນມີສິດເປັນເຈົ້າການນຳໃຊ້ແຫຼ່ງທຶນໃຫ້ບັນດາຈຸດປະສົງສະເພາະ.
  • ເຈົ້າຂອງລົງທຶນຂອງຕ່າງປະເທດມີລາຍຮັບເປັນປົກກະຕິຜ່ານດອກເບ້ຍເງິນກູ້ຢືມ, ບໍ່ຂື້ນກັບປະສິດທິຜົນເຄື່ອນໄຫວຂອງທຶນລົງທຶນ.
  • ຜ່ານຮູບການນີ້, ມີຫຼາຍປະເທດທີ່ເປັນເຈົ້າຂອງລົງທຶນໄດ້ບັງຄັບໃຫ້ບັນດາປະເທດທີ່ຮັບເອົາການລົງທຶນຂຶ້ນກັບຜົນສະທ້ອນຂອງຕົນ.

ຂໍ້ຈຳກັດ:

  • ສຳຫຼັບຝ່າຍທີ່ເປັນເຈົ້າຂອງລົງທຶນ (ປະເທດໃຫ້ກູ້ຢືມ) ປະສິກທິຜົນແຫ່ງການນຳໃຊ້ທຶນແມ່ນບໍ່ສູງຍ້ອນບໍ່ເຂົ້າຮ່ວມການຊີ້ນຳໂດຍກົງຕໍ່ເປົ້າໜາຍທີ່ເຂົາເຈົາອອກເງິນລົງທຶນດ ຫາກປະສິດທິຜົນນຳໃຊ້ແຫຼ່ງທຶນກູ້ຢືມຈະຂຶ້ນກັບປະເທດທີ່ໄປກູ້ຢືມ.
  • ສຳຫຼັບປະເທດທີ່ໄປກູ້ຢືມ ( ພິເສດແມ່ນບັນດາປະເທດດ້ອຍພັດທະນາ ຫຼື ພວມພັດທະນາ) ສິນເຊື່ອສາກົນອາດຈະກາຍເປັນ (ມີດສອງຄົມ) ໃນກໍລະນີທີ່ປະເທດເຫຼົ່ານີ້ນຳໃຊ້ ແລະ ຄຸ້ມຄອງແຫຼ່ງທຶນກູ້ຢືມບໍ່ມີປະສິດທິຜົນກໍ່ ແມ່ນວ່າອາດພາໄປເຖິງສະພາບເປັນໝີ້ສິນ, ຊ້ຳບໍ່ໜຳບໍ່ສາ ມາດສົ່ງຄືນໄດ້.

2.4.ການຄຸ້ມການໝີ້ສິນຕ່າງປະເທດ.

  • ປະຕິບັດເປັນຢ່າງດີການເຄື່ອນໄຫວຢືມທຶນຕ່າງປະເທດ.
  • ຕ້ອງມີການຕິດຕາມກວດກາຢ່າງເໜັ້ນແຟ້ນຈຸດປະສົງນຳໃຊ້ທຶນກູ້ຢືມ.
  • ສ້າງແຜນສົ່ງໝີ້ສິນ, ແຫຼ່ງທຶນສົ່ງໝີ້ສິນ ແລະ ຕ້ອງສົ່ງໜີ້ສິນຖືກຕ້ອງຕາມກຳນົດ ຊຳລະເງິນກຳໄລຖືກຕ້ອງຕາມການຕົກລົງເພື່ອຮັບປະກັນຊື່ສຽງຂອງຜູ້ໄປກູ້ຢືມຕໍ່ເຈົ້າໝີ້ຕ່າງປະເທດ. 
  • ສ້າງຄາດໜາຍພື້ນຖານຈຳນວນໜື່ງກ່ຽວກັບການກູ້ຢືມຕ່າງປະເທດ.
  • ຈຸດໜາຍຍືນຍັນຄວາມສາມາດຮັບເອົາແຫຼ່ງທຶນກູ້ຢືມ.
  • ຕົວເລກຄາດໜາຍໃນການສົ່ງໝີ້ຄືນ.  

3.ການຊ່ວຍເຫຼືອລ້າຂອງສາກົນ.

3.1.ນິຍາມ:

ແມ່ນບ້ວງເງິນຊ່ວຍເຫຼືອຂອງລັດຖະບານ ຫຼື ອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ບັນດາປະເທດພັດທະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໜື່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໜຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼືອ.

3.2.ບັນດາຮູບການຊ່ວຍເຫຼືອ.

  • ການຊ່ວຍເຫຼືອຂອງລັດຖະບານຕ່າງໆ.
  • ຊ່ວຍເຫຼືອຂອງອົງການສາກົນ. 

3.3.ການຊ່ວຍເຫຼືອຂອງບັນດາອົງການປອດລັດຖະບານ (NGO).

ແມ່ນປະເພດຊ່ວຍເຫຼືອໂດຍອົງການປອດລັດຖະບານໃນຫຼາຍຂົງເຂດ. ແບບວິທີອັນເປັນພື້ນຖານຂອງການຊ່ວຍເຫຼືອ NGO ແມ່ນການພົວພັນໂດຍກົງກັບທ້ອງຖິ່ນ ແລະ ຮາກຖານຕ່າງໆ.

III. ດຸນຊຳລະສາກົນ.

1.ນິຍາມ:

ແມ່ນຕາຕະລາງລາຍງານສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໜຶ່ງຢູ່ໃນຈຸດປະເວລາໃດໜຶ່ງ ຫຼື ໄລຍະທີ່ແນ່ນອນໃດໜື່ງ.

2.ບົດບາດຂອງດຸນຊຳລະ.

  • ແມ່ນຂໍ້ມູນລະອຽດພົວພັນເຖີງການສະໜອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໜື່ງກັບສາກົນ.
  • ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.

3.ເນື້ອໃນດຸນຊຳລະ.

ລວມມີ  3 ບ້ວງຕົ້ນຕໍຄື:

  • ບັນຊີເງິນຝາກບໍຄົງທີ່
  • ບັນຊີເງິນຝາກທຶນ
  • ບັນຊີເງິນຝາກສະສົມທາງການ

4.ຈຸດພິເສດ ແລະ ສັນຍາຈາກດຸນຊຳລະ.

  • ເມື່ອບັນຊີເງິນຝາກໃນດຸນຊຳລະໄດ້ບັນທຶກຖືກຕ້ອງກໍ່ ແມ່ນວ່າຍອດຈຳນວນເຫຼືອຂອງບັນຊີເງິນຝາກບໍ່ຄົງທີ່, ບັນຊີເງິນຝາກທຶນ ແລະ ບັນຊີເງີນຝາກສະສົມແມ່ນເທົ່າກັບສູນ. 
  • ເມືອພວກເຮົາມີການຄິດໄລດຸນຊຳລະກັບບັນຊີເງີນຝາກບໍ່ຄົງທີ່,ບັນຊີເງິນຝາກທຶນ,ຕົວເລກສະຖິຕິຜິດ,ພວກເຮົາຈະມີຕົວເລກເສດລວມເອີ້ນວ່າ: ຕົວເລກເສດຊຳລະທາງການ. 
  • ບ້ວງຂາດຫຼຸດບໍ່ຄົງທີ່ໃຫ້ເຫັນວ່າປະເທດໜຶ່ງ ໄດ້ນຳໃຊ້ຫຼາຍກວ່າຈຳນວນທີ່ເຂົາເຈົ້າຜະລິດອອກ. 
  • ສ່ວນເກີນໃນບັນຊີເງິນຝາກບໍ່ຄົງທີ່ຂອງປະເທດໜື່ງ ໄດ້ເພີ່ມຂື້ນຢ່າງລຽນຕິດໃນເມື່ອປະເທດອື່ນພັດຂາດຫຼຸດເປັນປະຈຳ.

IV.ຄວາມປອດໄພຂອງການເງິນແຫ່ງຊາດ.

ກຳນົດທິດຮັບປະກັນໃຫ້ຄວາມປອດໄພການເງິນໃນການພົວພັນການເງິນສາກົນມີ:

  • ກ່ຽວກັບການພົວພັນສິນເຊື່ອສາກົນ
  • ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ
  • ກ່ຽວກັບການເປີດປະຕູຕະຫຼາດການເງິນ.