ບົດທີ 3 ເງິນເຟີ້
ຈຸດປະສົງ: ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະໄດ້ຮູ້ກ່ຽວກັບ:
3.1.ນິຍາມຂອງເງິນເຟີ້ ແລະ ຊະນິດຂອງເງິນເຟີ້
3.2.ສາເຫດຂອງເງິນເຟີ້
3.3.ຜົນກະທົບຂອງເງິນເຟີ້
3.4.ວິທີການຄວບຄຸມໄພເງິນເຟີ້
3.1.ນິຍາມ ແລະ ຊະນິດຂອງເງິນເຟີ້.
3.1.1.ເງິນເຟີ້.
ແມ່ນລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປເພີ່ມສູງຂຶ້ນເລື້ອຍໆ ຢ່າງຕໍ່ເນື່ອງເຮັດໃຫ້ມູນຄ່າຂອງເງິນຫຼຸດລົງ. ເຊັ່ນ: ແຕ່ກ່ອນເຮົາຊື້ເສື້ອ ຜືນລະ 100.000 ກີບ ມາຮອດປະຈຸບັນນີ້ເຮົາຕ້ອງຊື້ເສື້ອ ຍີ່ຫໍ້ດັ່ງກ່າວ ຜືນລະໃນລາຄາ 150.000 ກີບ ສະແດງວ່າມູນຄ່າຂອງເງິນຫຼຸດລົງ 50 % ປີຕໍ່ໄປລາຄາສິນຄ້ານີ້ອາດຈະສູງຂຶ້ນເລື້ອຍໆ. ແຕ່ການເພີ່ມຂຶ້ນຂອງສິນຄ້າໝາຍເຖິງ ລາຄາສິນຄ້າໂດຍສະເລ່ຍໃນລະບົບເສດຖະກິດ ຖ້າລາຄາສິນຄ້າເພີ່ມຂຶ້ນພຽງແຕ່ບາງຢ່າງ ຫຼື ສອງສາມຢ່າງຈະບໍ່ຖືວ່າເປັນເງິນເຟີ້.
ພາວະເງິນເຟີ້ແມ່ນ:
ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ
ອຳນາດຊື້ຂອງເງິນຫຼຸດລົງ
ພະພາວະເງິນຝືດແມ່ນ: ສິງທີ່ຕົງກັນຂ້າມ ກັບ ເງິນເຟີ້ຄື:
ເຮັດໃຫ້ລາຄາຫຼຸດລົງ
ອຳນາດຊື້ຂອງເງິນເພີ່ມຂຶ້ນ
ສາເຫດຂອງພາວະເງິນເຟີ້ມາຈາກໃສ:
- ພາວະເງິນເຟີ້ຈາກຄວາມຕ້ອງການ
- ພາວະເງິນເຟີ້ຈາກການສະໝອງ
- ພາວະເງິນເຟີ້ຈາກຕົ້ນທຶນ
- ພາວະເງິນເຟີ້ຈາກໂຄງສ້າງ
- ພາວະເງິນເຟີ້ຈາກການສົ່ງອອກ
- ພາວະເງິນເຟີ້ຈາກການນຳເຂົ້າ
- ພາວະເງິນເຟີ້ຈາກການເງິນ
- ພາວະເງິນເຟີ້ຈາກງົບປະມານ
- ພາວະເງິນເຟີ້ຈາກສິນເຊື່ອ
ພາວະເງິນເຟີ້ ຈາກຄວາມຕ້ອງການ: ແມ່ນ ພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ຍ້ອນມີຄວາມຕ້ອງການຫຼາຍກວ່າການສະໝອງ. ຕົວຢ່າງ: ກໍລະນີສິນຄ້າສູງຂຶ້ນຢ່າງຕໍ່ເນືອງ ຍ້ອນ ສິນຄ້າຂາດຕະຫຼາດ.
ພາວະເງິນເຟີ້ ຈາກການສະໝອງ: ແມ່ນ ສະພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ໂດຍທີ່ມີສາຍເຫດຢູ່ ຝ່າຍສະໝອງ.
ພາວະເງິນເຟີ້ຈາກຕົ້ນທຶນ: ແມ່ນ ເກີດຂຶ້ນ ຍ້ອນ ຄ່າແຮງງານ ຫຼື ວັດຖຸດິບການຜະລິດເພີມສູງຂຶ້ນ. ລາຄາສິນຄ້າເພີ່ມສູງຂຶ້ນ ຍ້ອນວ່າ ລາຄາຊື້ຂາຍຕາມທ້ອງຕະຫຼາດເພີ່ມຂຶ້ນ. ຕົວຢ່າງ ແມ່ນການປະກົດເຫັນໂດຍທົ່ວໄປ ໃນຊີວິດປະຈໍາວັນ
ພາວະເງິນເຟີ້ຈາກໂຄງສ້າງ: ແມ່ນ ເກີດຂຶ້ນໃນກໍລະນີທີ່ອັດຕາການຂະຫຍາຍໂຕ ຂອງຂະແໝງອຸດສາຫະກຳມີຄວາມແຕກຕ່າງ, ໂດຍສິນຄ້າຂະແໝງທີ່ຜະລິດຕະພັນຕ່ຳລົງ ຫຼື ເພີ່ມຂຶ້ນ.
ພາວະເງິນເຟີ້ ຈາກການສົ່ງອອກ: ແມ່ນ ເກີດຂຶ້ນ ຍ້ອນ ມີການສົ່ງອອກຫຼາຍຂຶ້ນ. ເຊັ່ນ: ໃນກໍລະນີ ທີລາຄາສິນຄ້າໃດໝຶ່ງ ຢູ່ພາຍໃນປະເທດເພີ່ມຂຶ້ນສູງ ຍ້ອນວ່າ ມີການສົ່ງອອກມັນຫຼາຍຂຶ້ນ.
ພາວະເງິນເຟີ້ ຈາກການນຳເຂົ້າ: ແມ່ນ ເກີດຂຶ້ນ ຍ້ອນ ພາວະເງິນຢູ່ຕ່າງປະເທດສົ່ງຜົນກະທົບຕໍ່ ລາຄາສິນຄ້ານຳເຂົ້າ.
ພາວະເງິນເຟີ້ ຈາກການເງິນ: ແມ່ນ ເກີດຂຶ້ນ ຍ້ອນ ມີປະລິມານເງິນ ໝູນວຽນໃນທ້ອງຕະຫຼາດ ຫຼາຍໂພດ.
ພາວະເງິນເຟີ້ ຈາກເງິນປະມານ: ແມ່ນ ເກີດຂຶ້ນ ໃນກໍລະນີທີ່ລັດຖະບານຮັບ ພັນທະບັດ ລັດຖະບານ ທີ່ຖືກພີມອອກ ເຮັດໃຫ້ມີການສະໝອງ ປະລິມານເງິນຫຼາຍໂພດ.
ພາວະເງິນເຟີ້ ຈາກສິນເຊື່ອ: ແມ່ນ ເກີດຂຶ້ນ ຍ້ອນ ທະນາຄານ ໃຫ້ສິນເຊື່ອການປ່ອຍກູ້ຫຼາຍເກີນຄວນ.
3.1.2.ການວັດແທກເງິນເຟີ້
ແມ່ນເພື່ອວັດແທກການປ່ຽນແປງລະດັບລາຄາຂອງສິນຄ້າຈິ່ງໄດ້ມີການຄິດໄລ່ຫາລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປໂດຍການຄິດໄລ່ຫາດັດສະນີລາຄາຜູ້ບໍລິໂພກ.
3.1.2.1.ດັດສະນີລາຄາຜູ້ບໍລິໂພກ (CPI)
ໝາຍເຖິງລາຄາສິນຄ້າສະເລ່ຍໂດຍທົ່ວໄປ, ອັດຕາດອກເບ້ຍເພີ່ມຂື້ນຈະເຮັດໃຫ້ຄວາມຕ້ອງການເງິນເພີ່ມຂື້ນ ພາໃຫ້ດັດສະນີລາຄາສິນຄ້າຫຼຸດລົງ, ໃນສະພາບເສດຖະກິດທີ່ມີການຜະລິດສິນຄ້າ ແລະ ບໍລິການຢ່າງເຕັມສ່ວນສາມາດທົດແທນສິນຄ້ານໍາເຂົ້າ ແລະ ຕອບສະໜອງຄວາມຕ້ອງການພາຍໃນປະເທດໄດ້ລະດັບດັດຊະນີຄາລາຜູ້ບໍລິໂພກຈະຢູ່ໃນຂັ້ນຕໍ່າ.
3.1.3. ປະເພດເງິນເຟີ້
ຖ້າອີງໃສ່ລະດັບຂອງເງິນເຟີ້ ພວກເຮົາສາມາດແບ່ງເງິນເຟີ້ອອກເປັນ 4 ປະເພດຄື:
ເງິນເຟີ້ຂັ້ນຕົ້ນ
ເງິນເຟີ້ໃນລະດັບປົກກະຕິ
ເງິນເຟີ້ໃນລະດັບສູງ
ເງິນເຟີ້ຂັ້ນຮຸນແຮງ
3.1.3.1.ເງິນເຟີ້ຂັ້ນຕົ້ນ
ໝາຍເຖິງ ເປັນປະກົດການທີ່ລາຄາສິນຄ້າ ແລະ ການບໍລິການເພີ່ມຂຶ້ນສູງໃນໄລຍະຍາວເຊິ່ງມັນເປັນເຄືອງມືວັດແທກເງິນເຟີ້, ສາມາດຢັ້ງຢືນໄດ້ເພີ່ມຂຶ້ນຂອງລາຄາ ແລະ ບໍ່ລວມເອົາລັກສະນະຂອງລາຄາທີ່ສູງຂຶ້ນ ຈາກລະດູການສິນຄ້າ ແລະ ປະກົດການຂອງການສະໝອງເງິນຕາ ເພື່ອຊົດເຊີຍໃນໄລຍະເວລາຕ່າງໆ.
3.1.3.2.ເງິນເຟີ້ໃນລະດັບປົກກະຕິ
ແມ່ນເກີດຂຶ້ນໃນໄລຍະເວລາສິນຄ້າເພີ່ມຂຶ້ນສູງຢ່າງຕໍ່ເນື່ອງແຕ່ເພີ່ມຂຶ້ນແບບຄ່ອຍໆ ຫຼື ຫຼ້າຊ້າໃນລະດັບໝຶ່ງຕົວແລກ, ເຊິ່ງປະຈຸບັນບັນດາປະເທດທີ່ພັດທະນາ ແມ່ນກຳລັງປັບລະດັບອັດຕາເງິນເຟີ້ຂອງຕົນໃຫ້ຢູ່ໃນລະດັບປົກກະຕິ, ສ່ວນອັດຕາສ່ວນຮ້ອຍຕົວຈິງຂອງແຕ່ລະປະເທດນັ້ນ ແມ່ນຂຶ້ນກັນສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ນະໂຍບາຍເງິນຕາ ໃນແຕ່ລະໄລຍະຂອງປະເທດນັ້ນໆ.
3.1.3.3.ເງິນເຟີ້ໃນລະດັບສູງ
ແມ່ນໃນເວລາທີ່ລາຄາສິນຄ້າມີການປ່ຽນແປງຢ່າງຮຸ້ນແຮງນັ້ນ ມັນ”ເຮັດໃຫ້ອຳນາດຊື້ຂອງເງິນຫຼຸດລົງໃນແຕ່ລະໄລຍະ ແລະ ເຮັດໃຫ້ບໍ່ຍອມຮັບເງິນເຈ້ຍໃນການສຳລະສະສາງ, ປະຊາຊົນບໍ່ກ້າເກັບຮັກສາເງິນໃນທຸກໆຮູບແບບປະສົບການຕົວຈິງເຮັດໃຫ້ເຫັນວ່າ ສາເຫດສຸດທ້າຍຂອງເງິນເຟີ້ສູງ ແລະ ແກ່ຍາວ ໃນລັກສະນະນີ້ແມ່ນມີສາຍເຫດມາຈາກການເພີ່ມຂຶ້ນຂອງປະລິມານເງິນໃນຂອດຈໍລະຈອນ.
3.1.3.4.ເງິນເຟີ້ຂັ້ນຮຸນແຮງ
ແມ່ນມັນຈະເກີດຂຶ້ນ ໃນເວລາທີ່ລະດັບລາຄາສິນຄ້າເພີ່ມສູງຂຶ້ນ ເກີນລະດັບເງິນເຟີ້ຂັ້ນສູງ ເຊິ່ງມັນອາດຈະເພີ່ມສູງຂຶ້ນເຖິງຫຼາຍຕື້ສ່ວນຮ້ອຍກໍ່ເປັນໄປໄດ້.
3.2.ສາເຫດຂອງເງິນເຟີ້
ສາເຫດຂອງເງິນເຟີ້ມີ 2 ສາເຫດຄື:
ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ
ສາເຫດຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ
3.2.1.ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ.
ປະກອບມີຄື:
ລັດທະບານໃຊ້ນະບາຍເພີ່ມຄ່າໃຊ້ຈ່າຍ.
ການຊົມໃຊ້ພາກຄົວເຮືອນເພີ່ມຂຶ້ນ
ຄວາມຕ້ອງການລົງທຶນຂອງວິສາຫະກິດເພີ່ມຂຶ້ນ
ບັນດາປັດໄຈທີ່ກ່ຽວພັນເຖິງຄວາມຕ້ອງການຂອງຕ່າງປະເທດ
3.2.2.ສາເຫດຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ.
ປະກອບມີຄື:
ລະດັບອັດຕາເງິນເດືອນເພີ່ມຂຶ້ນຫຼາຍກວ່າກຳລັງການຜະລິດ
ການເພີມຂຶ້ນຂອງລາຍໄດ້ຕົວຈິງຂອງການຜະລິດ ຈະພັກດັນໃຫ້ລາຄາສິນຄ້າສູງຂຶ້ນ
ຍ້ອນລາຄາສິນຄ້ານຳເຂົ້າ ເພີມສູງຂຶ້ນຈາກການເກີດບັນຫາເງິນເຟີ້
ຍ້ອນການເພີມຂຶ້ນຂອງພາສີອາກ່ອນ ແລະ ພາລະຜູກພັນຕໍ່ກັບງົບປະມານຂອງລັດ.
3.3.ຜົນກະທົບຂອງເງິນເຟີ້
ຜົນກະທົບຈາກເງິນເຟີ້ນັ້ນແບ່ງອອກເປັນ 2 ປະເພດຄື:
ເງິນເຟີ້ທີຄາດຄະເນໄດ້.
ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະເນໄດ້.
3.3.1. ເງິນເຟີ້ທີ່ສາມາດຄາດຄະເນໄດ້
ແມ່ນອັດຕາເງິນເຟີ້ທີເຮົາຄິດວ່າຈະເກີດຂຶ້ນເທົ່ານັ້ນເທົ່ານີ້ເປີເຊັນ ແລະ ຕຽມການຮັບມື, ແກ້ໄຂກັບມັນ ໂດຍມີຜູ້ຄວບຄຸມແມ່ນ ທະນາຄານກາງ ເປັນຜູ້ຄວບຄຸມໂດຍເພິ່ນຈະມີການປ່ຽນແປງໃນສ່ວນຂອງດອກເບ້ຍ ແລະ ບາງຄັ້ງອາດຈະມີການຂຶ້ນເງິນເດືອນ ເພື່ອໃຫ້ປະຊາຊົນມີກຳລັງຊື້ເທົ່າເກົ່າ.
3.3.2.ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະເນໄດ້
ເງິນເຟີ້ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສະພາບເສດຖະກິດ-ສັງຄົມ
ສົ່ງຜົນຕໍ່ການກະຈາຍລາຍໄດ້ແຫ່ງຊາດ ແລະ ຊັບພະຍາກອ່ນໃນສັງຄົມ
ສົ່ງຜົນຕໍ່ອັດຕາເພີມຂື້ນ
ສົ່ງຜົນຕໍ່ດຸນການຊຳລະລະຫວ່າງປະເທດຊາດ
ສົ່ງຜົນກະທົບຕໍ່ກັບການຫວ່າງງານ
3.4.ວິທີຄວບຄຸມໄພເງິນເຟີ້
ວິທີຄວບຄຸມໄພເງິນເຟີ້ມີ 2 ວິທີຄື:
ຜົນກະທົບຂອງນະໂຍບາຍຕ້ານໄພເງິນເຟີ້
ບັນດາວິທີການແກ້ໄຂເງິນເຟີ້
ວິທີການແກ້ໄຂເງິນເຟີ້ມີ 3 ວິທີຄື:
ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ.
ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ.
ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ.
ວິທີແກ້ໄຂໄພເງິນເຟີ້ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ: ແມ່ນແນ່ໃສ່ການຈຳກັດການເພີ່ມຂຶ້ນ ຂອງປະລິມານຄວາມຕ້ອງການຢ່າງເກີນຂອບເຂດ ໂດຍການນຳໃຊ້ນະໂຍບາຍຮັດກຸມ.
ວິທີແກ້ໄຂໄພເງິນເຟີ້ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ: ແມ່ນວິທີທີສຳຄັນທີ່ສຸດ ທີ່ສົ່ງຜົນຕໍ່ສາຍພົວພັນລະຫວ່າງອັດຕາການເພີ່ມຂຶ້ນຂອງເງິນເດືອນ ແລະ ລະດັບການຄຂະຫຍາຍຕົວຂອງກຳລັງຜະລິດໃນສັງຄົມ.
ວິທີແກ້ໄຂໄພເງິນເຟີ້ ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ: ແມ່ນຈະແກ້ໄຂສະຖານະການ ແລະ ມີຜົນຢ່າງທັນທີຕໍ່ກັບການສ້າງຄວາມສົງດຸນຂອງສິນຄ້າດວ້ຍການນຳເຂົ້າ, ໂດຍສະເພາະແມ່ນບັນດາສິນຄ້າທີ່ກຳລັງຂາເແຄນເຊິ່ງເປັນການຫຼຸດຄວາມກົດດັນໃຫ້ລາຄາສິນຄ້າ.