ໂລໂກ

ວຽກງານກວດກາການເງິນ

 


ພາທີ 8

ວຽກງານກວດກາການເງິນ

ຈຸດປະສົງ:

              ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

I.ບັນດາບັນຫາທົ່ວໄປກ່ຽວກັບວຽກງານກວດກາການເງິນ.

II.ເນື້ອໃນ ແລະ ວິທີການກວດກາການເງິນ.

III.ບັນດາເຈົ້າກຳດຳເນີນການກວດກາການເງິນ.

I.ບັນດາບັນຫາທົ່ວໄປກ່ຽວກັບວຽກງານກວດກາການເງິນ

1.ກວດກາການເງິນ.

ແມ່ນ ປະເພດກວດກາທີ່ໄດ້ຮັບການສະແດງອອກດວ້ຍຂະບວນວິວັດແບ່ງປັນບັນດາແຫ່ງກຳລັງການເງິນເພື່ອຮັບປະກັນລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.

2.ຈຸດພິເສດຂອງການກວດກາການເງິນ.

  • ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.
  • ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.

3.ຜົນດີຂອງກວດກາການເງິນ.

  • ພິຈາລະນາທາງລັດ
  • ກ່ຽວກັບບັນດາວິສາຫະກິດ
  • ໃນຈົງເຂດປອດການຜະລິດວັດຖຸ

4.ຫຼັກການກວດກາການເງິນ.

ມີ 5 ຫຼັກການຄື:

  • ຫຼັກການກວດກາການເງິນ
  • ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.
  • ຫຼັກການປົກປັກຄວາມຫຼັບ
  • ຫຼັກການມະຫາຊົນ
  • ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.

II.ເນື້ອໃນ ແລະ ວິທີການກວດກາການເງິນ.

1.ເນື້ອໃນຂອງກວດກາການເງິນ.

ເຮົາຕ້ອງມີການຈຳແນກ 3 ປະເພດກວດກາການເງິນລວມມີ:

  • ກວດກາກ່ອນປະຕິບັດແຜນການການເງິນ
  • ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ
  • ກວດກາຫຼັງປະຕິບັດແຜນການການເງິນ.

2.ວິທີການກວດກາການເງິນ.

ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.

ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີ:

  • ອີງໃສ່ຂອບເຂດກວດກາການເງິນ
  • ອີງໃສ່ຫຼັກຖານກວດກາການເງິນ

2.1.ອີງໃສ່ຂອບເຂດກວດກາການເງິນ.

  • ກວດກາຮອບດ້ານ.
  • ກວດກາແບບຈຸດໜັກ ຫຼື ກວດກາຫົວເລື່ອງ.
  • ກວດກາແບບສັງລວມ.
  • ກວດກາເປົ້າໜາຍເດັ່ນກວດກາເລືອກແບບ.

2.2.ອີງໃສ່ຫຼັກຖານກວດກາການເງິນ.

ວິທີການກວດກາການເງິນຖືກແບ່ງອອກເປັນ 2 ວິທີຄື: 

  1. ກວດກາຜ່ານໃບບິນ.
  2. ກວດກາຕົວຈິງ.

III.ບັນດາເຈົ້າກຳດຳເນີນການກວດກາການເງິນ.

1.ເຈົ້າກຳກວດກາທີ່ມີຕໍ່ງົບປະມານ.

ການກວດກາການເງິນໄດ້ຮັບການດຳເນີນດ້ວຍບັນດາເຈົ້າກຳດັ່ງນີ້:

  • ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.
  • ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ.
  • ກະຊວງການເງິນ ແລະ ອົງການການເງິນທຸກຂັ້ນ.

2.ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາກຖານ.

ກວດກາພາຍໃນ ແມ່ນບັນດາວິສາຫະກິດຂື້ນກັບທຸກພາກສ່ວນເສດຖະກິດ, ບັນດາອົງການບໍລິຫານ, ບັນດາກົມກອງວິຊາການ, ດຳເນີນການກວດກາການເງິນໃນກົມກອງຂອງຕົນ.