ໂລໂກ

ຕະຫຼາດການເງິນ

 


ພາກທີ 6

ຕະຫຼາດການເງິນ

ຈຸດປະສົງ:

             ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

I.ບັນດາບັນຫາທົວໄປກ່ຽວກັບຕະຫຼາດການເງິນ.

II.ຕະຫຼາດເງິນ.

III.ຕະຫຼາດທຶນ.

IV.ຕະຫຼາດຫຼັກຊັບ.

I.ບັນດາບັນຫາທົ່ວໄປກ່ຽວກັບຕະຫຼາດການເງິນ.

ມີດັ່ງນີ້:

  • ການສ້າງຕັ້ງຕະຫຼາດການເງິນ.
  • ເປົ້າໝາຍ, ເຄື່ອງມືຂອງຕະຫຼາດການເງິນ
  • ແບ່ງປະເພດຕະຫຼາດການເງິນ
  • ພາລະບົດບາດຂອງຕະຫຼາດການເງິນ
  • ບັນດາເງື່ອນໄຂທີ່ຈຳເປັນເພື່ອສ້າງຕັ້ງຕະຫຼາດການເງິນ

1.ການສ້າງຕັ້ງຕະຫຼາດການເງິນ.

ແມ່ນຕິດພັນກັບການພັດທະນາຂອງພຶ້ນຖານເສດຖະກິດຕະຫຼາດ. ການພັດທະນາເສດຖະກິດຕະຫຼາດໄດ້ກໍ່ໃຫ້ເກີດມິບັນດາເຈົ້າກຳທີ່ຕ້ອງການແຫຼ່ງການເງິນ. 

ຕະຫຼາດການເງິນ ແມ່ນ:

ບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

ຕະຫຼາດການເງິນມີ 2 ປະເພດຄື:

  1. ຕະຫຼາດເງິນ
  2. ຕະຫຼາດທຶນ

ຈຸດພິເສດຂອງຕະຫຼາດການເງິນ :

  • ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
  • ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງມື ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
  • ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.

ໝ້າທີ່ຂອງຕະຫຼາດການເງິນ:

  • ເປັນສື່ກາງທາງດ້ານການເງິນ
  • ສະໝັບສະໝູນການລະດົມທຶນໃຫ້ແກ່ຫົວໝ່ວຍທຸລະກິດ.
  • ຊວ່ຍສະໝັບສະໝູນທາງດ້ານການອອມ ແລະ ການລົງທຶນ.

ບົດບາດຂອງຕະຫຼາດການເງິນ:

  • ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ.
  • ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ.
  •  ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ.
  •  ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ.
  •  ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ.

2.ເປົ້າໝາຍ, ເຄື່ອງມືຂອງຕະຫຼາດການເງິນ.

2.1.ເປົ້າໝາຍຂອງຕະຫຼາດການເງິນ.

 ເປົ້າໝາຍຊື້ຂາຍໃນຕະຫຼາດການເງິນ ແມ່ນສິດນໍາໃຊ້ບັນດາແຫ່ງການເງິນ.

2.2.ເຄື່ອງມືຂອງຕະຫຼາດການເງິນ:

  • ຫຼັກຊັບ
  • ພັນທະບັດ
  • ຮຸ້ນ

ຫຼັກຊັບ ແມ່ນ:

 ແມ່ນ ໝັງສືໃຊ້ເປັນຫຼັກຖານເພື່ອຍືນຍັນສິດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກໍາມະສິດໝັງສືດັ່ງກ່າວກັບຜູ້ຈຳໝ່າຍຫຼັກຊັບ.

ຫຼັກຊັບແບ່ງອອກເປັນ 3 ປະເພດຄື:

  •  ຫຼັກຊັບໄລຍະສັ້ນ.
  •  ຫຼັກຊັບໄລຍະກາງ 
  • ຫຼັກຊັບໄລຍະຍາວ.

ຜູ້ຈໍາໝ່າຍຫຼັກຊັບມີຜົນປະໂຫຍດດັ່ງນີ້:

  •  ຫຼັກຊັບ ແມ່ນພາຫະນະລະດົມ ແລະ ເຕົ້າໂຮມແຫ່ງການເງິນທີ່ມີຕໍ່ບັນດາເຈົ້າກຳມີແຫ່ງການເງິນ.
  •  ຫຼັກຊັບ ແມ່ນພາຫະນະລົງທຶນເພື່ອເກັບກຳລາຍຮັບເຈົ້າກຳມີແຫ່ງການເງິນເຫຼືອ.
  •  ຫຼັກຊັບ ແມ່ນພາຫະນະເພື່ອແບ່ງປັນແຫ່ງການເງິນລະຫວ່າງຂົງເຂດຕ່າງໆ ແລະ ບັນດາຂະແໝງໃນພື້ນຖານເສດຖະກິດ. 

ຫຼັກຊັບນິລະນາມ ແມ່ນ:

 ແມ່ນ ປະເພດຫຼັກຊັບບໍ່ຂຽນຊື່ນາມສະກຸນຂອງເຈົ້າກໍາມະສິດຫຼັກຊັບ.

ຫຼັກຊັບຂຽນຊື່ ແມ່ນ:

 ແມ່ນ ປະເພດຫຼັກຊັບມີການຈົດຊື່ນາມສະກຸນເຈົ້າຂອງກຳມະສິດຫຼັກຊັບ.

ຫຼັກຊັບທຶນ ແມ່ນ:

 ແມ່ນ ຮຸ້ນທຶນ

ຫຼັກຊັບໝີ້ ແມ່ນ:

 ແມ່ນ ເຄື່ອງມືຕິດໝີ້ ຂອງຜູ້ກູ້ຢືມ.

ພັນທະບັດ ແມ່ນ:

 ແມ່ນໃບຢັ້ງຢືນໝີ້ ຂອງຜູ້ກູ້ຢືມ.

3.ແບ່ງປະເພດຕະຫຼາດການເງິນ.

  •  ອີງໃສ່ການໝູນວຽນບັນດາແຫ່ງການເງິນ
  • ອີງໃສລັກສະນະກົດໝາຍ, ຕະຫຼາດການເງິນແບ່ງອອກເປັນສອງພາກສວ່ນ.
  • ອີງໃສ່ໄລຍະເວລານຳໃຊ້ແຫ່ງການເງິນທີ່ລະດົມໄດ້.

4.ພາລະບົດບາດຂອງຕະຫຼາດການເງິນ

4.1.ພາລະຂອງຕະຫຼາດການເງິນ :

  • ພາລະສະໝອງຄວາມສາມາດຊຳລະບ້ວງເງິນໃຫ້ບັນດາຫຼັກຊັບ. 
  •  ພາລະສະໝອງຂໍ້ມູນເສດຖະກິດ. 

4.2.ບົດບາດຂອງຕະຫຼາດການເງິນ :

  • ດຶງດູດ, ລະດົມທຶນແຫ່ງທຶນຢູ່ພາຍໃນປະເທດ, ປະກອບສວ່ນສຳຄັນຊວ່ຍເຫຼື່ອການເງິນໃຫ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ, ສົ່ງເສີມປະຫຍັດ ແລະ ລົງທຶນ.
  • ຊຸກຍູ້ ແລະ ຍົກສູງປະສິດທິຜົນໃນການນຳໃຊ້ແຫ່ງການເງິນ.
  • ປະຕິບັດນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຂອງລັດ.

5.ບັນດາເງື່ອນໄຂທີ່ຈຳເປັນເພື່ອສ້າງຕັ້ງຕະຫຼາດການເງິນ.

  • ພື້ນຖານເສດຖະກິດສິນຄ້າພັດທະນາ, ເງິນຕາເປັນປົກກະຕິ, ດ້ວຍລະງັບເງິນເຟີ້ອາດຄຸມໄດ້.
  • ບັນດາເຄື່ອງມືຂອງຕະຫຼາດການເງິນຕ້ອງມີຫຼາຍຮູບຫຼາຍແບບ, ສ້າງໃຫ້ມີບັນດາພາຫະນະມອບໂອນສິດນຳໃຊ້ແຫ່ງການເງິນ.
  • ສ້າງຕັ້ງ ແລະ ພັດທະນາລະບົບເປັນຄົນກາງການເງິນ.
  • ສ້າງລະບົບກົດໜາຍ ແລະ ກົດລະບຽບທີ່ຈຳເປັນ, ໃຊ້ເປັນພື້ນຖານໃຫ້ການເຄື່ອນ ແລະ ກວດກາຕະຫຼາດການເງິນ.

II.ຕະຫຼາດເງິນ.

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນທີ່ມີອາຍຸການບໍ່ເກີນ 1 ປີ.

ໝ້າທີ່ຂອງຕະຫຼາດເງິນ:

  • ເຄື່ອນຍ້າຍເງິນທຶນ ຈາກຜູ້ທີ່ມີທຶນສ່ວນເກີນໄປຫາຜູ້ຂາດແຄນເງິນທຶນມີ 2 ວີທີ: ທາງກົງ ແລະ ທາງອ້ອມ.
  • ດັດສົມແຫ່ງທຶນລະຫວ່າງທະນາຄານທຸລະກິດດວ້ຍກັນ.

ຄວາມສຳຄັນຂອງຕະຫຼາດເງິນ:

ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງິນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

1.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດເງິນຕາ.

1.1.ເປົ້າໝາຍ:

ແມ່ນນໍາໃຊ້ໄລຍະສັ້ນ

1.2.ເຄື່ອງມືຂອງຕະຫຼາດເງິນ.

  • ພັນທະບັດຄັງ
  • ບັດການຄ້າ (ແຊັກ) ໝັງສືຮັບຮູ້ເງິນຝາກທະນາຄານ.
  • ໝັງສືຊຳລະຂອງທະນາຄານ
  • ບັນດາສັນຍາຊື້ດິນ
  • ທຶນສະສົມບັງຄັບ
  • ພັນທະບັດໄລຍະສັ້ນຂອງບັນດາບໍລິສັດ
  • ພັດທະບັດທະນາຄານ

2.ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຕະຫຼາດເງິນ.

  •  ຜູ້ຈຳໝ່າຍຮຸ້ນ.
  • ນັກລົງທຶນ
  •  ຜູ້ໃຫ້ບໍລິການໃນຕະຫຼາດການເງິນ.
  •  ຜູ້ຄຸ້ມຄອງຕະຫຼາດ.

2.1.ບັນດາພາກສວ່ນຕົ້ນຕໍ່ຂອງຕະຫຼາດເງິນ.

  • ຕະຫຼາດໃຫ້ກູ້ຢືມໂດຍກົງໄລຍະສັ້ນ
  • ຕະຫຼາດແລກປ່ຽນຊື່ຂາຍເງິນຕາຕ່າງປະເທດ.
  • ຕະຫຼາດລະຫວ່າງທະນາຄານ
  • ຕະຫຼາດຫຼັກຊັບໄລຍະສັ້ນ

III.ຕະຫຼາດທຶນ.

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.

ຄວາມສຳຄັນຂອງຕະຫຼາດທຶນ:

ແມ່ນ ຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ,ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

1.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດທຶນ.

1.1.ເປົ້າໝາຍ.

 ແມ່ນ ນຳໃຊ້ໄລຍະຍາວ

1.2.ເຄື່ອງມືຂອງຕະຫຼາດທຶນ.

  • ຫຼັກຊັບໄລຍະກາງ
  • ຫຼັກໄລຍະຍາວ.

ໃບຮຸ້ນ ແມ່ນ:

 ແມ່ນຫຼັກຊັບຮັບຮູ້ຈໍານວນທຶນທີ່ປະກອບເຂົ້າບໍລິສັດຮຸ້ນສວ່ນ ແລະ ສິດຜົນປະໂຫຍດຂອງຜູ້ຖືກຳມະສິດຫຼັກຊັບດັ່ງກ່າວທີ່ບໍ່ມີຕໍ່ບໍລິສັດ.

ຜູ້ຖືກໍາມະສິດໃບຮຸ້ນເອີ້ນວ່າ:

 ລູກຮຸ້ນກໍາໄລທີ່ບໍລິສັດຮຸ້ນສ່ວນສົ່ງໃຫ້ລູກຮຸ້ນເອີ້ນວ່າ: ກໍາໄລຮຸ້ນ.

ລາຄາຂອງໃບຮຸ້ນ ແມ່ນ:

 ແມ່ນຈໍານວນເງິນທີ່ພີມໃສ່ໃບຮຸ້ນ.

ຕາມມາດຕະຖານກົດໝາຍແມ່ນໃບຮຸ້ນມີ 2 ປະເພດຄື:

1.ໃບຮຸ້ນຂຽນຊື່

2.ໃບຮຸ້ນບໍ່ຂຽນຊື່

ຕາມສິດຜົນປະໂຫຍດຊຶ່ງໃບຮຸ້ນນໍາມາໃຫ້ລູກຮຸ້ນມີ 2 ປະເພດຄື:

1.ໃບຮຸ້ນທຳມະດາ

2.ໃບຮຸ້ນໄດ້ຊົມໃຊ້ພິເສດ

ພັນທະບັດ ແມ່ນ:

ແມ່ນໃບຢັ້ງຢືນໝີ້ ເຊິ່ງແມ່ນລັດຖະບານ ຫຼື ວິສາຫະກິດພິມຈຳໝ່າຍໂດຍສັນຍາກັບຜູ້ໃຫ້ກູ້ຢືມ (ຜູ້ຊື້ພັນທະບັດ) ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນໃຫ້ຜູ້ຖືເມື່ອຄົບກຳນົດການໄຖ່ຖອນ.

2.ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດທຶນ.

ມີພາກສ່ວນດັ່ງນີ້:

  •  ຕະຫຼາດໃຫ້ກູ້ຢືມໄລຍະຍາວ
  • ຕະຫຼາດສິນເຊື່ອເຊົ່າຊື່ ຫຼື ໃຫ້ເຊົ້າການເງິນ
  • ຕະຫຼາດຫຼັກຊັບໄລຍະກາງ ແລະ ໄລຍະຍາວ 

IV.ຕະຫຼາດຫຼັກຊັບ.

  ແມ່ນຕະຫຼາດທີ່ມີການແລກປ່ຽນຊື້-ຂາຍຫຼັກຊັບໄລຍະສັ້ນ,ໄລຍະກາງ ແລະໄລຍະຍາວ ທີ່ໄດ້ມີການຈັດຕັ້ງປະຕິບັດ ເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໜຶ່ງທີ່ແນ່ນອນ.

ຕົວຢ່າງ: 

  •  ຕະຫຼາດຫຼັກຊັບແຫ່ງປະເທດລາວ
  • ຕະຫຼາດຫຼັກຊັບໂຕກຽວ
  • ຕະຫຼາດຫຼັກຊັບນິວຢອກ
  • ຕະຫຼາດຫຼັກຊັບລອນດອນ
  • ຕະຫຼາດຫຼັກຊັບນະຄອນຫຼວງໂຮ່ຈີມິງ ເປັນຕົ້ນ.

1.ຕະຫຼາດຫຼັກຊັບຂັ້ນຕົ້ນ.

ແມ່ນຕະຫຼາດຈໍາໝາຍຫຼັກຊັບປະເພດຕ່າງໆ.

1.1.ເຈົ້າກຳເຂົ້າຮ່ວມຕະຫຼາດຫຼັກຊັບຂັ້ນຕົ້ນ.

  • ຜູ້ຈຳໝ່າຍຫຼັກຊັບ.
  • ນັກລົງທຶນໃນຕະຫຼາດຫຼັກຊັບ.
  • ຜູ້ໃຫ້ບໍລິການໃນຕະຫຼາດຫຼັກຊັບ.
  • ຜູ້ຄຸ້ມຄອງຕະຫຼາດຫຼັກຊັບ. 

1.2.ກົນໄກເຄື່ອນໃຫວຂອງການຕະຫຼາດຫຼັກຊັບຂັ້ນຕົ້ນ.

  •  ຕະຫຼາດຈຳໝ່າຍຫຼັກຊັບ.
  •  ຜູ້ຄ້ຳປະກັນຫຼັກຊັບ.
  • ຜູ້ປະມູນຫຼັກຊັບ.

2.ຕະຫຼາດຫຼັກຊັບຂັ້ນຮອງ 

ແມ່ນຕະຫຼາດຈໍລະຈອນ, ຕະຫຼາດຊື້ ແລະ ຂາຍຫຼັກຊັບທີ່ຈຳໝາຍຕະຫຼາດຫຼັກຊັບຂັ້ນຕົ້ນເຮັດໃຫ້ມີການປ່ຽນແປງສິດກຳມະສິດຫຼັກຊັບ.

2.1.ກົນໄກຈັດຕັ້ງທີ່ຈຳເປັນໃຫ້ຕະຫຼາດຫຼັກຊັບຂັ້ນຮອງ.

  •  ຜູ້ລົງທຶນ.
  •  ບັນດາອົງການຄຸ້ມຄອງຕິດຕາມກວດກາຕະຫຼາດ.
  • ນາຍໝ້າ.
  • ສຳນັກງານພົວພັນຫຼັກຊັບ ຫຼື ສູນພົວພັນຫຼັກຊັບ.
  •  ພະແນກພົວພັນຫຼັກຊັບ.
  •  ສະມາຊິກຂອງພະແນກຫຼັກຊັບ.

ບັນດາອົງການຈັດຕັ້ງອື່ນທີ່ມີຄວາມກ່ຽວຂ້ອງເຖິງວິຊາສະເພາະຫຼັກຊັບມີຄື:

  • ບໍລິສັດທີ່ປືກສາລົງທຶນຫຼັກຊັບ. 
  • ສະມາຄົມນັກທຸລະກິດຫຼັກຊັບ.
  •  ຈັດຕັ້ງຝາກຂາຍ ແລະ ຊຳລະຫຼັກຊັບ.
  • ບໍລິສັດຕີລາຄາຄວາມເຊື່ອຖື.

2.2.ບັນດາການເຄື່ອນໃຫວຕົ້ນຕໍຂອງຕະຫຼາດຫຼັກຊັບຂັ້ນຮອງ.

  • ສະໜອງຄຳສັ່ງພົວພັນໂດຍນັກລົງທຶນເປັນປະຈຳແກ່ນາຍໜ້າ. 
  • ກຳນົດເວລາຫຼັກຊັບ ແລະ ປັດໄຈຕົ້ນຕໍເປັນຜົນສະທ້ອນເຖິງລາຄາຫຼັກຊັບ.
  • ກຳນົດລາຄາຫຼັກຊັບ ແລະ ແມ່ນຍຶນຍັນ ລາຄາຄາຊື້ຂາຍຂອງປະເພດຫຼັກຊັບໃນຈຸດເວລາທີ່ເເນ່ນອນ.
  •  ປັດໃຈທີ່ເປັນຜົນສະທອນເຖິງຕະຫຼາດລາຄາຫຼັກຊັບ.
  • ການພົວພັນຊື້ຂາຍຫຼັກຊັບ.
  • ພົວພັນສົ່ງເງິນໂດຍທັນທີ.
  • ພົວພັນຕາມກຳນົດເວລາ.

3.ບົດບາດຂອງລັດໃນການສ້າງຕັ້ງ ແລະ ພັດທະນາຕະຫຼາດການເງິນ.

  • ລັດສ້າງຂອບເຂດດ້ານກົດໝາຍໃຫ້ການປະກົດຕົວ ແລະ ການເຄື່ອໄຫວຂອງຕະຫຼາດ, ພອ້ມກັນນັ້ນກໍ່ປະຕິບັດການຕິດຕາມກວດກາທີ່ມີຕໍ່ການເຄື່ອນໄຫວຂອງຕະຫຼາດການເງິນ.
  • ລັດສ້າງສະພາບແວດລ້ອມເສດຖະກິດໃຫ້ການສ້າງຕັ້ງ ແລະ ພັດທະນາຂອງຕະຫຼາດການເງິນ.
  • ລັດບຳລຸງສ້າງຄົນ (ບຸກຄະລາກອນ) ສະໝອງໃຫ້ຕະຫຼາດການເງິນ.