ໂລໂກ

ສິນເຊື່ອ

 


ບົດທີ 5 

ສິນເຊື່ອ

ຈຸດປະສົງ:

               ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

I.ບັນດາບັນຫາທົ່ວໄປກ່ຽວກັບສິນເຊື່ອ.

II.ບັນດາຮູບການສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດ.

III.ກຳໄລສິນເຊື່ອ ແລະ ດອກເບ້ຍຂອງສິນເຊື່ອ.

I.ບັນດາບັນຫາທົ່ວໄປກ່ຽວກັບສິນເຊື່ອ.

1.ນິຍາມສິນເຊື່ອ.

ແມ່ນການພົວພັນເສດຖະກິດຕິດພັນກັບການໃຫ້ກູ້ຢືມລະຫວ່າງບຸກຄົນທັງສອງຝ່າຍຕົກລົງກັນລະຫວ່າງຜູ້ກູ້ ແລະ ຜູ້ໃຫ້ກູ້ ສັນຍາວ່າຈະຈ່າຍຄືນທັງຕົ້ນທຶນ ແລະ ດອກເບ້ຍເມືອຮອດຄົບກຳນົດ.

ໝ້າທີຂອງສິນເຊື່ອມີຄື:

  • ສະໝອງທຶນໃຫ້ແກ້ຜູ້ຕ້ອງການທຶນ.
  • ເປັນເຄືອງມືຂອງລັດເພື່ອດັດສົມປະລິມານເງິນໃນຂອດຈໍລະຈອນ.
  • ຊ່ວຍໃຫ້ແຫ່ງທຶນຂອງທະນາຄານເພີມຂຶ້ນ.

ປະເພດຂອງສິນເຊື່ອມີຄື:

  1. ສິນເຊື່ອຈຳແນກຕາມອັດຕາດອກເບ້ຍ.
  2. ສິນເຊື່ອຈຳແນກຕາມໄລຍະເວລາ.
  3. ສິນເຊື່ອຈຳແນກຕາມຜູ້ໄດ້ຮັບຜົນປະໂຫຍດ.

2.ຈຸດພິເສດຂອງສິນເຊື່ອ

  • ສິນເຊື່ຶອມີລັກສະນະສົ່ງຄືນ
  • ຜູ້ໄປກູ້ຢືມບໍ່ມີສິດຖືກໍາມະສິດເງິນກູ້
  • ມີແຕ່ສິດນໍາໃຊ້ແຫຼ່ງທຶນໃນໄລຍະທີ່ແນ່ນອນ
  • ຕ້ອງສົ່ງທຶນດັ່ງກ່າວຄືນໃຫ້ຜູ້ທີ່ໃຫ້ກູ້ຢືມ
  • ໄລຍະເວລາສົ່ງຄືນສິນເຊື່ອແມ່ນຂຶ້ນກັບຈຸດປະສົ່ງ ແລະ ຈຸດພິເສດໝູນວຽນຂອງເງິນກູ້. 

3.ບົດບາດຂອງສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດ.

  • ສິນເຊື່ອປະກອບສວ່ນຮັບປະກັນວິວັດຜະລິດທຸລະກິດເຄື່ອນໄຫວປະຈຳ ແລະ ລຽນຕິດ.
  • ສິນເຊື່ອປະກອບສວ່ນເຂົ້າໃນການສຸມທຶນຊຸກຍູ້ການຜະລິດການເຄື່ອນໄຫວຂອງລະບົບສິນເຊື່ອມີຄວາມໄວ້ວາງໃຈພຽງພໍເພາະມີລັກສະນະຫັນເປັນວິຊາຊະເພາະຫຼຸດຜ່ອນຄວາມສ່ຽງບຸກຄົນຂອງບັນດາເຈົ້າກຳທີ່ມີແຫ່ງທຶນສະສົມ.
  • ສິນເຊື່ອປະກອບສວ່ນດັດແກ້, ສະຖຽນລະພາບ ແລະ ຈະເລີນເຕີບໂຕເສດຖະກິດ.
  • ສິນເຊື່ອປະກອບສວ່ນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດບັນດານະໂຍບາຍສັງຄົມຂອງລັດ.
  • ສິນເຊື່ອປະກອບສວ່ນເປີດກ້ວາງການຮວ່ມມືສາກົນ.

II.ບັນດາຮູບການສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີບັນດາສິນເຊື່ອ.

ມີບັນດາສິນເຊື່ອດັ່ງນີ້:

  • ສິນເຊື່ອທະນາຄານ
  • ສິນເຊື່ອການຄ້າ
  • ສິນເຊື່ອລັດ
  • ສິນເຊື່ອເຊົ່າ,ຊື້
  • ສິນເຊື່ອໃຊ້ສອຍ
  • ສິນເຊື່ອສາກົນ

1.ສິນເຊື່ອທະນາຄານ

1.1.ນິຍາມ:

ແມ່ນການພົວພັນການກູ້ຢືມເງິນທຶນ ທີ່ເກີດຂຶ້ນລະຫວ່າງບັນດາທະນາຄານກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.

1.2.ຈຸດພິເສດຂອງສິນເຊື່ຶອທະນາຄານ

  •  ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮູບການເງິນຕາ.
  •  ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.

ທະນາຄານ ແມ່ນ:

ໝາຍເຖິງ ສະຖາບັນການເງິນທີ່ເຮັດໝ້າທີ່ຄຸ້ມຄອງ , ຄວບຄຸມລະບົບເງິນຕາ.

ທະນາຄານ ທຸລະກິດ ແມ່ນ:

ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທດ ,ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ , ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.

ທຸລະກິດທະນາຄານ:

ໝາຍເຖິງ ທຸຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.

1.3.ຈຸດດີ ແລະ ຄວາມຈຳກັດຂອງສິນເຊື່ອທະນາຄານ

  • ກ່ຽວກັບຈຳນວນສິນເຊື່ອ
  • ກ່ຽວກັບກຳນົດເວລາສິນເຊື່ອ
  • ກ່ຽວກັບກັບຂອບເສດສິນເຊື່ອ
  • ການຈຳກັດຂອງສິນເຊື່ອທະນາຄານ

2.ສິນເຊື່ອການຄ້າ.

2.1.ນິຍາມ:

ແມ່ນພົວພັນນຳໃຊ້ທຶນເຊິ່ງກັນ ແລະ ກັນລະຫວ່າງຜູ້ຜະລິດທຸລະກິດທີ່ໄດ້ຮັບການປະຕິບັດພາຍໃຕ້ຮູບການຊື້ ແລະ ຂາຍໝີ້ສິນຄ້າ.

ການຄ້າ ແມ່ນ:

ແມ່ນ ຂອດລະຫວ່າງກາງຂອງການຜະລິດ ແລະ ການໃຊ້ສອຍມີການພົວພັນລະຫວ່າງໃນຂົງເຂດເສດຖະກິດຕ່າງໆ ຂອງການຈໍລະຈອນສິນຄ້າທີ່ມີການຈັດຕັ້ງ ແລະ ມີແຜນການ.

2.2.ສິນເຊື່ອການຄ້າມີຈຸດພິເສດ.

  • ເປົ້າໝາຍຂອງສິນເຊື່ອການຄ້າ
  • ເຈົ້າກຳທີ່ເຂົ້າຮວ່ມສິນເຊື່ອການຄ້າ
  • ເຄືອງມືຂອງສິນເຊື່ອການຄ້າ

2.3.ຈຸດດີ ແລະ ຂໍ້ຈຳກັດຂອງສິນເຊື່ອການຄ້າ.

ຈຸດດີ:

ສິນເຊື່ອການຄ້າປະກອບສ່ວນຊຸກຍູ້ລະດັບຄວາມໄວໃນການຈໍລະຈອນສິນຄ້າ, ຍົກສູງປະສິດທິຜົນເສດຖະກິດຍ້ອນມີການລົດຜ່ອນການຈ່າຍໃຫ້ແກ່ການພົວພັນ, ເພາະບໍ່ຕ້ອງຜ່ານຄົນກາງ.

ຂໍ້ຈຳກັດ:

  • ຖືກຈຳກັດກ່ຽວກັບຂອບເຂດຂະໜາດໃນຂອດບເຂດຄວາມສາມາດທຶນສິນຄ້າຂອງຜູ້ໃຫ້ກູ້.
  • ທຳມະດາແມ່ນສິນເຊື່ອໄລຍະສັນ.
  • ຂອບເຂດເຄື່ອນໄຫວຖືກກຳນົດໃນບັນດາວິສາຫະກິດທີ່ມີການສະໜອງ ແລະ ຄວາມຕ້ອງການສິນຄ້າທີ່ສອດຄ່ອງນຳກັນເທົ່ານັ້ນ.

3.ສິນເຊື່ອລັດ

3.1.ນິຍາມ:

ແມ່ນການພົວພັນສິນເຊື່ອລະຫວ່າງລັດກັບປະຊາຊົນ ແລະ ບັດດາເຈົ້າກຳເສດຖະກິດອື່ນເພື່ອຮັບປະກັນການປະຕິບັດພາລະ, ໝ້າທີ່ຂອງລັດໃນການຄຸ້ມຄອງເສດຖະກິດສັງຄົມ.

ລັດ ແມ່ນ:

ແມ່ນກົນໄກທາງການເມືອງໂດຍມີອຳນາດອະທິປະໄຕປົກຄອງປົກຄອງດິນແດນທາງພູມີສາດ.

3.2.ຈຸດພິເສດສິນເຊື່ອລັດ.

  • ເປົ້າໝາຍສິນເຊື່ອລັດ ແມ່ນເງິນຕາຢູ່ລ້າຊົ່ວຄາວໃນສັງຄົມ.
  • ລັດທັງແມ່ນຜູ້ໄປກູ້ຢືມ ແລະ ໃຫ້ກູ້ຢືມໃນນັ້ນຕົ້ນຕໍແມ່ນລັດເປັນຜູ້ກູ້ຢືມ, ໃນສະພາບທີ່ການຈ່າຍເກີນງົບປະມານ ຫຼື ຕ້ອງການທຶນໄປລົງທຶນ.

3.3.ຈຸດດີ ແລະ ຂໍ້ຈຳກັດຂອງສິນເຊື່ອລັດ.

ຈຸດດີ:

  • ສິນເຊື່ອລັດມີຄວາມປອດໄພສູງດ້ວຍເຄື່ອງມືລະດົມທຶນຄື (ພັນທະບັດຄັງເງິນທີ່ມີກຳນົດ 1 ປີລົງມາ ແລະ ພັນທະບັດຄັງເງີນທີ່ມີກຳນົດແຕ່ປີ 1 ຂຶ້ນໄປ) ການຊຳລະບ້ວງສູງ.
  • ຍືນຢູ່ໃນແງ່ມະຫາພາກ, ສິນເຊື່ອລັດທົດແທນໃຫ້ການໃຊ້ຈ່າຍງົບປະມານເກີນ ແລະ ແມ່ນເຄື່ອງມືດັດສົມພື້ນຖານເສດຖະກິດ, ປະກອບສ່ວນແກ້ໄຂເງິນເຟີ້, ປັບການຈໍລະຈອນເງິນຕາໃຫ້ສະເໜີ,ປະຕິບັດນະໂຍບາຍສັງຄົມຂອງລັດ.

ຂໍ້ຈຳກັດ:

ສິນເຊື່ອລັດ ອາດຈະພາໄປເຖິງສະພາບບຽດບຽນການລົງທຶນຂອງເອກກະຊົນ, ໂດຍລັດຖະ ບານລະດົມທຶນຜ່ານການຈຳໜ່າຍພັນທະບັດ, ກໍ່ກຳລັງດັນເພີ່ມອັດຕາດອກເບ້ຍ, ເຮັດໃຫ້ການລົງທຶນຂອງເອກກະຊົນຫຼຸດລົງໃນກໍລະນີການລະດົມສິນເຊື່ອລັດບໍ່ສົມເຫດສົມຜົນ.

4.ສິນເຊື່ອເຊົ່າ,ຊື້.

4.1.ນິຍາມ: 

ແມ່ນການພົວພັນສິິິິນເຊື່ອທີ່ເກີດຂື້ນລະຫວ່າງບໍລິສັດການເງິນ (ບໍລິສັດໃຫ້ເຊົ່າການເງິນ) ກັບຜູ້ຜະລິດທຸລະກິດພາຍໃຕ້ຮູບການໃຫ້ເຊົ່າການເງິນ.

ການເຊົ່າຊື້ ແມ່ນ:

ການດໍາເນີນທຸລະກິດທາງດ້ານການໃຫ້ສິນເຊື່ອໄລຍະຍາວບົນພື້ນຖານສັນຍາການເຊົ່າຊື້ຊັບສິນລະຫວ່າງຜູ້ໃຫ້ເຊົ່າ ແມ່ນ ບໍລິສັດການເງິນ ແລະ ລູກຄ້າເຊິ່ງເປັນຜູ້ເຊົ່າຊື້ໃນເມື່ອໝົດໄລຍະເວລາໃນການເຊົ່າ ລູກຄ້າຈະຊື້ ຫຼື ມີການເຊົ່າຕໍ່ຕາມເງື່ອນໄຂທີ່ໄດ້ຕົກລົງກັນໄວ້ໃນສັນຍາເຊົ່າຊື້ໃນເບື້ອງຕົ້ນ, ໃນຊວ່ງໄລຍະການໃຫ້ເຊົ່າຝ່າຍໃດຝ່າຍໜຶ່ງບໍ່ສາມາດລົບລ້າງສັນຍາໄດ້ດ້ວຍຕົນເອງ.

ບໍລິສັດການເງິນ ແມ່ນ:

ບັນດາສື່ກາງທາງດ້ານການເງິນເຫຼົ່ານີ້ ລະດົມທຶນດ້ວຍການຈໍາໜ່າຍຮຸ້ນ, ພັນທະບັດຫຼືໃບຢັ້ງຢືນທາງການຄ້າ. ບັນດາບໍລິສັດການເງິນສະໜອງບັນດາສິນເຊື່ອໃນຮູບແບບຕ່າງໆໃນໄລຍະກາງ ແລະ ໄລຍະຍາວເປັນຕົ້ນຕໍ. ຕົວຢ່າງ: ໃຫ້ກູ້ຢືມແກ່ການໃຊ້ສອຍ ຊື້ສິ່ງຂອງທີ່ຕົນຕ້ອງການ: ລົດ, ສ້ອມແປງທີ່ຢູ່ອາໄສ ຫຼື ໃຫ້ກູ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ, ນອກນີ້ບັນດາບໍລິສັດການເງິນຍັງໄດ້ດໍາເນີນການບໍລິການທາງດ້ານການຈໍານໍາ, ເກັບຮັກສາ ແລະ ຄຸ້ມຄອງບັນດາຫຼັກຊັບ ແລະ ວັດຖຸມີຄ່າຊະນິດຕ່າງໆ.

ໃນປະຈຸບັນບໍລິສັດການເງິນມີຢູ່ມີ  3 ແບບຄື:

  • ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ.
  • ບໍລິສັດການເງິນເພື່ອການບໍລິໂພກ.
  • ບໍລິສັດການເງິນເພື່ອການດຳເນີນທຸລະກິດ.

4.2.ຈຸດພິເສດຂອງສິນເຊື່ອເຊົ່າ,ຊື້.

  • ເປົ້າໜາຍຂອງສິນເຊື່ອເຊົ່າ, ຊື້ ສ່ວນຫຼາຍມັກແມ່ນຊັບສົມບັດທີ່ມີຄ່າສູງ, ໄລຍະນຳໃຊ້ຍາວນານເຊັ່ນ: ເຮືອນຢູ່, ຫ້ອງການ, ພາຫະນະຂົນສົ່ງ, ບັນດາເຄື່ອງຈັກພາຫະນະ.
  • ເຈົ້າກຳສະໜອງສິນເຊື່ອເຊົ່າ, ຊື້ (ຜູ້ໃຫ້ຢືມ) ແມ່ນບໍລິສັດການເງິນ, ຜູ້ໄປເຊົ່າແມ່ນຜູ້ໄດ້ຮັບສິດນຳໃຊ້ສົມບັດ ແລະ ຕ້ອງເສຍຄ່າເຊົ່າ, ລວມມີບັນດາວິສາຫະກິດບັນດາອົງການເສດຖະກິດ, ບຸກຄົນໃນຖານະເປັນຜູ້ໄປຢືມ.

4.3.ບັນດາຮູບການສິນເຊື່ອ, ຊື້.

  • ເຊົ່າເພື່ອການເຄື່ອນໃຫວ.
  • ເຊົ່າການເງີນ ( ເຊົ່າທຶນ ).
  • ຂາຍ ຫຼື ເຊົ່າຄືນ.

5.ສິນເຊື່ອໃຊ້ສອຍ.

5.1.ນິຍາມ:

ແມ່ນການພົວພັນລະຫວ່າງບໍລິສັດການເງິນກັບຜູ້ໃຊ້ສອຍເພື່ອຕອບສະໝອງກັບຄວາມຕ້ອງການໃຊ້ສອຍ.

5.2.ຈຸດພິເສດຂອງສິນເຊື່ອໃຊ້ສອຍ.

  • ເປົ້າໜາຍຂອງສິນເຊື່ອໃຊ້ສອຍ ແມ່ນສິນຄ້າໃຊ້ໃຫ້ຈຸດປະສົງໃຊ້ສອຍເຊັ່ນ: ລົດ, ເຮືອນຢູ່.
  • ເຈົ້າກຳເຂົ້າຮ່ວມການພົວພັນສິນເຊື່ອໃຊ້ສອຍ ລວມມີບັນດາບໍລິສັດການເງິິນດ້ວຍບົດບາດເປັນຝ່າຍໃຫ້ກູ້ ແລະ ຜູ້ໄປກູ້ ແມ່ນຜູ້ໃຊ້ສອຍ (ປະຊາຊົນ, ອົງການເສດຖະກິດສັງຄົມ).

5.3.ຈຸດດີ ແລະ ຂໍ້ຈຳກັດຂອງສິນເຊື່ອໃຊ້ສອຍ.

ຈຸດດີ: 

ສິນເຊື່ອໃຊ້ສອຍປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ວິວັດຈຳໜ່າຍຜະລິດຕະພັນໄດ້ໄວ, ໂດຍສະເພາະ ແມ່ນສິນຄ້າທີ່ມີລາຄາສູງຫຼືສິນຄ້າໜູນວຽນຊ້າ.

ຂໍ້ຈຳກັດ:

ສິນເຊື່ອໃຊ້ສອຍມັກກໍ່ໃຫ້ເກີດຈິດຕະໃຊ້ສອຍເກີນໄປໃນໜູ່ປະຊາຊົນ.

6.ສິນເຊື່ອສາກົນ.

6.1.ນິຍາມ:

ການພົວພັນເສດຖະກິດທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໝື່ງກັບບັນດາເຈົ້າກຳຂອງປະເທດອື່ນ ແລະ ກັບບັນດາອົງການສາກົນເມື່ອໃຫ້ກູ້ຍືມ ຫຼື ສົ່ງໝີ້ເງິນກູ້ຕາມຫຼັກການຂອງສິນເຊື່ອ.

6.2.ຈຸດພິເສດຂອງສິນເຊື່ອສາກົນ.

  • ເປົ້າໜາຍຂອງສິນເຊື່ອສາກົນມັກມີຫຼາຍຮູບຫຼາຍແບບອາດຈະແມ່ນສິນຄ້າ(ຂາຍສົ່ງຜະລິດ, ພາຫະນະສິນຄ້າ) ແລະ ອາດຈະແມ່ນເງິນຕາກໍ່ໄດ້.
  • ເຈົ້າກຳເຂົ້າຮ່ວມອາດຈະ ແມ່ນລັດຖະບານ, ບັນດາອົງການລັດ, ບັນດາທະນາຄານຕ່າງປະເທດ, ທະນາຄານສາກົນ, ບັນດາອົງການຈັດຕັ້ງສາກົນ, ວິສາຫະກິດ, ບັນດາສ່ວນບຸກຄົນ.

6.3.ຈຸດດີ ແລະ ຂໍ້ຈຳກັດຂອງສິນເຊື່ອສາກົນ.

ຈຸດດີ: 

ມີຄວາມສາມາດຕອບສະໜອງ ຄວາມຕ້ອງການທຶນ ໃຫ້ການພັດທະນາເສດຖະກິດຂອງປະເທດຊາດ ໃນເມື່ອແຫຼ່ງທຶນໃນປະເທດມີຈຳກັດ, ປະກອບສ່ວນຍົກສູງລະດັບວິທະຍາສາດເຕັກນິກ ແລະ ຄວາມຮູ້ດ້ານວິຊາສະເພາະໃຫ້ຜູອອກແຮງງານ.

ຂໍ້ຈຳກັດ: 

ແຫຼ່ງທຶນມັກຢູ່ໃນທ່າຮັບ ຍ້ອນຂື້ນກັບບັນດາປັດໃຈພາຍນອກ ແລະ ຖືກຜົນສະທ້ອນຂອງຄວາມສ່ຽງອັດຕາແລກປ່ຽນ.

III.ກຳໄລສິນເຊື່ອ ແລະ ດອກເບ້ຍຂອງສິນເຊື່ອ.

1.ນິຍາມ ກຳໄລສິນເຊື່ອ.

ແມ່ນລາຍຮັບຊື່ງຜູ້ໃຫ້ຍືມໄດ້ຮັບຈາກຜູ້ໄປຍືມສົ່ງຄືນໃຫ້ແກ່ການນຳໃຊ້ເງິນໄປກູ້ຍືມ. ດອກເບ້ຍໄດ້ສະແດງອອກດ້ວຍການພົວພັນຂອງອັດຕາສ່ວນລະຫວ່າງກຳໄລສິນເຊື່ອກັບຍອດຈຳນວນເງີນກູ້ຍືມໃນໄລຍະເວລາທີ່ແນ່ນອນ.  ດອກເບ້ຍແມ່ນ: ລາຄາຂອງສິນເຊື່ອ.

2.ຄວາມໜາຍ ແລະ ດອດເບ້ຍສິນເຊື່ອ.

  • ແມ່ນເຄື່ອງມືດັດສົມມະຫາພາກທີ່ມີປະສິດທິຜົນຂອງລັດຖະບານ ຜ່ານການປ່ຽນແປງລະດັບ ແລະ ກົນໄກດອກເບ້ຍ ໃນໄລຍະທີ່ແນ່ນອນ, ລັດຖະບານອາດຈະກະທົບເຖີງຂອບຂະໜາດ  ແລະ ຈຳນວນບັນດາປະເພດທຶນລົງທຶນ, ດັດແກ້ກົນໄກເສດຖະກິດ, ກະທົບເຖີງລະດັບຄວາມໄວໃນການພັດທະນາຂອງພື້ນຖານເສດຖະກິດ, ເຖິງສະມັດຕະພາບ, ເຖີງການວາງງານ ແລະ ເງີນເຟີ້ໃນປະເທດ.
  • ປະກອບສ່ວນດັດສົມການເຄື່ອນຍ້າຍທຶນ ຂອງປະເທດຊາດ ກັບເສດຖະກິດສາກົນຜ່ານອັດຕາແລກປ່ຽນ ແລະ ດັດສົມອັດຕາແລກປ່ຽນເປັນຜົນສະທ້ອນເຖີງການລົງທຶນພັດທະນາຂອງພື້ນຖານເສດຖະກິດ ແລະ ເປັນຜົນສະທ້ອນໂດຍກົງເຖີງດຸນຊຳລະສາກົນຂອງປະເທດໝື່ງກັບປະເທດນອກ.
  • ດອກເບ້ຍແມ່ນພື້ນຖານເພື່ອເລືອກເຟັ້ນ ການລົງທຶນເສດຖະກິດ, ອີງໃສ່ດອກເບ້ຍ, ບັນດາວິສາຫະກິດດສ່ວນບຸກຄົນມີການຕົກລົງໃຊ້ຈ່າຍ ຫຼື ຝາກປະຫຍັດ, ລົງທຶນຊື້ເຄື່ອງຈັກພັດທະນາການຜະລິດທຸລະກິດ ຫຼື ໃຫ້ກູ້ຍືມ ແລະ ຝາກທະນາຄານ. 

3.ບັນດາປັດໃຈທີ່ສົ່ງຜົນສະທ້ອນເຖິງດອກເບ້ຍ (ບັນດາປັດໃຈອື່ນບໍ່ປ່ຽນແປງ ຫຼື ຄົງທີ່).

  • ການສະໝອງຄວາມຕ້ອງການການຄັງໃຫ້ກູ້ຢືມ.
  • ຄວາມສ່ຽງ ແລະ ກຳນົດເວລາ.
  • ເງິນເຟີ້.