ໂລໂກ

ຂະໝານຕອບ ທິດສະດີການເງິນ


ພາກທີ 1
ບັນດາບັນຫາພື້ນຖານກ່ຽວກັບການເງິນ

1. ຈົ່ງໃຫ້ນິຍາມ ການເງິນ ແມ່ນຫຍັງ ?

ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.

2. ຄວາມຮູ້ທາງການເງິນ ແລະ ການເງິນ ແມ່ນຫຍັງ ?

ຄວາມຮູ້ທາງການເງິນ:

- ການຫາລາຍໄດ້

- ການໃຊ້ຈ່າຍ

- ການເກັບອອມ

- ການລົງທຶນ

ການເງິນແມ່ນ:

ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.

3. ການຕັດສິນຊີ້ຂາດການປະກົດຕົວ, ການຄົງຕົວ, ຂອງບັນດາປະຖົມປັດໄຈພາວະວິໃສມີຫຍັງແດ່ ?

- ການປະກົດຕົວ, ການຄົງຕົວ ແລະ ການພັດທະນາເສດຖະກິດສິນຄ້າ-ເງິນຕາ.

- ການປະກົດຕົວ, ຄົງຕົວ ແລະ ດຳເນີນພາລະບົດບາດຂອງລັດ.

- ບັນດາປະຖົມປັດໄຈທີ່ກ່ຽວມາມີບົດບາດຕ່າງກັນ

- ເສດຖະກິດສິນຄ້າການເງິນ ແມ່ນປັດໃຈພາວະວິໃສ, ມີຄວາມຕົກລົງການປະກົດຕົວ, ຄົງຕົວ, ການພັດທະນາຂອງການເງິນ.

- ລັດແມ່ນປັດໃຈ ທີ່ມີຄວາມໝາຍກຳນົດທິດທາງ, ສ້າງໃຫ້ມີສະພາບແວດລ້ອມ ດັດສົມການພັດທະນາຂອງການເງິນ.

- ການຄົ້ນຄວ້າປະຖົມປັດໃຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ.

- ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນາເສດຖະກິດ ການຄ້າເງິນຕາສ້າງສະພາບແວດລ້ອມເສດຖະກິດໃຫ້ມີການພັດທະນາ.

- ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນ, ລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກທີ່ສອດຄອງກັບຈຸດພິເສດຂອງແຕ່ລະໄລຍະການພັດທະນາ.

4.ການເງິນມີຈັກພາລະບົດບາດ ? ຄືບົດບາດໃດແດ່ ?

ຕອບ: ມີ 2 ບົດບາດຄື:

- ພາລະບົດບາດແບ່ງປັນຊັບສິນຂອງສັງຄົມພາຍໃຕ້ຮູບການຄຸນຄ່າ.

- ພາລະບົບບາດຕິດຕາມກວດກາດວ້ຍເງິນາທີ່ມີຕໍ່ຂະບວນການເເບ່ງປັນ.

5.ເຈົ້າກຳແບ່ງປັນອາດປະກົດໝຶ່ງໃນບັນດາສະຖານະມີຫຍັງແນ່ ?

- ເຈົ້າກຳມີກຳມະສິດກ່ຽວກັບແຫ່ງການເງິນ

- ເຈົ້າກຳມີກຳມະສິດນຳໃຊ້ແຫ່ງການເງິນ

- ເຈົ້າກຳມີອຳນາດທາງການເມືອງ

- ເຈົ້າກຳຈັດຕັ້ງການພົວພັນຂອງບັນດາຈຸສະມາຊິກສັງຄົມ

6. ເນື້ອແທ້ຂອງການເງິນມີຫຍັງແດ່ ?

- ແມ່ນບັນດາພົວພັນເສດຖະກິດທີ່ເກີດຂຶ້ນໃນຂະບວນວິວັດແບ່ງປັນຊັບສິນສັງຄົມພາຍໃຕ້ຮູບການມູນຄ່າ

- ການແບ່ງປັນບັນດາແຫ່ງການເງິນ

- ສ້າງຕັ້ງ ແລະ ນຳໃຊ້ບັນດາຄັ້ງເງິນຕາໃນການແບ່ງປັນແມ່ນຈຸດພິເສດຂອງການແບ່ງປັນການເງິນ

- ຈຳແນກການເງິນບັນດາມາດຕະເກນອື່ນໆ.

7. ລະບົບການເງິນລວມມີບັນດາຂອດການເງິນຫຍັງແດ່ ?

- ງົບປະມານແຫ່ງລັດ

- ການເງິນວິສາຫະກິດ

- ປະກັນໄພ

- ສິນເຊື່ອ

- ການເງິນຂອງບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ

8. ເນື້ອໃນຂອງນະໂຍບາຍການເງິນແຫ່ງຊາດມີນະໂຍບາຍຫຍັງແດ່ ?

- ນະໂຍບາຍພັດທະນາແຫ່ງກຳລັງການເງິນ

- ນະໂຍບາຍຂຸດຄົ້ນ, ລະດົມແຫ່ງກຳລັງການເງິນ

- ນະໂຍບາຍແບ່ງປັນ ແລະ ນຳໃຊ້ແຫ່ງກຳລັງການເງິນ

9.ນະໂຍບາຍການເງິນ ແມ່ນຫຍັງ ?

ແມ່ນລັດຖະບານ ປ່ຽນແປງລະດັບການໃຊ້ຈ່າຍຂອງຕົນ ເພື່ອກະຕຸ້ນ ຫຼື ຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ.

10.ນະໂຍບາຍການເງິນ ປະກອບມີຈັກແບບ ? ຄືແບບໃດແດ່ ?

ຕອບ:  ມີ 2 ແບບຄື:

- ແບບຂະຫຍາຍ

- ແບບຮັດກຸມ

11.ນະໂຍບາຍການເງິນແບບຂະຫຍາຍ ແມ່ນແນວໃດ ?

ແມ່ນຈະສົ່ງເສີ່ມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ.

12.ນະໂຍບາຍການເງິນແບບຮັດກຸມ ແມ່ນແນວໃດ ?

ແມ່ນຈະຜ່ອນລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.

13.ນະໂຍບາຍເງິນຕາ ແມ່ນຫຍັງ ?

ແມ່ນເພື່ອເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດ ພາຍໃຕ້ພາວະລາຄາ ທີ່ມີສະຖຽນນະພາບ ນະໂຍບາຍສາມາດ ປະກອບມີທັງການດັດປັບ ອັດຕາດອກເບ້ຍ ໃດໝຶ່ງໂດຍທາງກົງ ແລະ ທາງອ້ອມ, ກຳນົດອັດຕາບັນດາ ການສະສົມບັງຄັບ, ເປັນຜູ້ໃຫ້ກູ້ລວມທັງການຊື້ຂາຍເງິນຕາຕ່າງປະເທດໃນ ຕະຫຼາດເງິນຕາຕ່າງປະເທດອີກ.

14.ນະໂຍບາຍເງິນຕາ ໂດຍທົ່ວໄປຈະມີຢູ່ຈັກແບບ ? ຄືແບບໃດແດ່ ?

ຕອບ:  ມີ   2  ແບບຄື:

- ນະໂຍບາຍເງິນຕາແບບຂະຫຍາຍ

-  ນະໂຍບາຍເງິນຕາແບບຮັດກຸມ

15.ນະໂຍບາຍເງິນຕາແບບຂະຫຍາຍ ແມ່ນແນວໃດ ?

ແມ່ນ ການເພີ່ມປະລິມານ ໃນຕະຫຼາດ.

16.ນະໂຍບາຍເງິນຕາແບບຮັດກຸມ ແມ່ນແນວໃດ ?

ແມ່ນ ການຫຼຸດປະລິມານເງິນ ໃນຕະຫຼາດ.

ພາກທີ 2
 ງົບປະມານລັດ

1.ຈົ່ງໃຫ້ນິຍາມ ງົບປະມານລັດແມ່ນຫຍັງ ?

ແມ່ນການຄາດຄະເນແຜນລາຍຮັບ - ລາຍຈ່າຍຂອງລັດ ເຊິ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ.

2.ຈຸດພິເສດຂອງງົບປະມານລັດມີຫຍັງແດ່ ?

- ການສ້າງຕັ້ງ ແລະ ນຳໃຊ້ຄັງງົບປະມານລັດຍາມໃດກໍ່ຕິດພັນກັບສິດອຳນາດ ແລະ ການດຳເນີນບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.

-  ງົບປະມານລັດແມ່ນກວມຜົນປະໂຫຍດລວມ

-  ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.

-  ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ

-  ການເຄື່ອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.

3.ງົບປະມານລັດມີບົດບາດຫຍັງແດ່ ?

- ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງລັດ ດວ້ຍການລະດົມແຫ່ງການເງິນ ໃນຂອບເຂດກ້ວາງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ.

-  ງົບປະມານລັດແມ່ນເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອ້ອມບັນດາແຫ່ງການເງິນແຫ່ງຊາດ

-  ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.

-  ງົບປະມານລັດແມ່ນເຄື່ອງມືປະສິດທິພາບຂອງລັດເພື່ອດັດແກ້ໃນຂົງເຂດລາຍຮັບ, ປະກອບສ່ວນແກ້ໄຂບັນຫາສັງຄົມ.

- ງົບປະມານລັດມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.

- ງົບປະມານລັດກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສ່ວຍສາອາກອນ ແລະ ອື່ນໆໃຫ້ລັດ.

4.ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຫຍັງແດ່ ?

- ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ

- ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ

- ຄວາມສຳຄັນຂອງຫງົບປະມານລັດ

- ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ

5.ລາຍຮັບງົບປະມານແບ່ງອອກເປັນຈັກພາກສວ່ນ ? ຄືພາກສ່ວນໃດແດ່ ?

ຕອບ:   ມີ 2 ພາກສ່ວນຄື:

- ຈຸລາຍຮັບປົກກະຕິ

- ຈຸລາຍຮັບບໍ່ປົກກະຕິ

6.ລາຍຮັບປົກກະຕິຂອງງົບປະມານລັດມີຫຍັງແດ່ ?

- ສ່ວຍສາອາກອນ

- ຄ່າທຳນຽມ

7.ລາຍຮັບບໍ່ປົກກະຕິຂອງງົບປະມານລັດມີຫຍັງແດ່ ?

- ລວມມີບັນດາລາຍຮັບຈາກການເຄື່ອນໄຫວເສດຖະກິດຂອງລັດ.

- ລາຍຮັບຈາກການເຄື່ອໄຫວວິຊາການ

- ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.

- ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.

8.ງົບປະມານລັດມີຄວາມສຳຄັນຄືແນວໃດ ?

- ຮັບປະກັນການຈ່າຍໃຫ້ການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.

- ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.

- ລາຍຮັບງົບປະມານລັດ ແມ່ນໝຶ່ງໃນຈຳນວນເຄື່ອງມືດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.

9.ງົບປະມານຂາດດຸນ ແລະ ງົບປະມານເກີນດຸນ ແມ່ນແນວໃດ ?

ງົບປະມານຂາດດຸນແມ່ນ:

ຕົວເລກລວມຍອດລາຍຮັບໝ້ອຍກວ່າຕົວເລກລວມຍອດລາຍຈ່າຍ.

ງົບປະມານເກີນດຸນແມ່ນ:

ຕົວເລກລວມຍອດລາຍຮັບຫຼາຍກວ່າຕົວເລກລວມຍອດລາຍຈ່າຍ.

10.ໂຄງປະກອບຂອງງົບປະມານແຫ່ງລັດປະກອບດວ້ຍຫຍັງແດ່ ?

- ລາຍຮັບງົບປະມານແຫ່ງລັດ

- ລາຍຈ່າຍງົບປະມານແຫ່ງລັດ

- ການດຸນດຽງງົບປະມານແຫ່ງລັດ

11.ຫຼັກການພື້ນຖານຂອງງົບປະມານແຫງລັດມີຈັກຫຼັກ ? ຄືຫຼັກການໃດແດ່ ?

ຕອບ: ມີ 11 ຫຼັກການພື້ນຖານດັ່ງນີ້:

- ການລວມສູນ ແລະ ຄວາມຄົບຖວນ.

- ຄວາມໝັ້ນຄົງຂອງງບປະມານ.

- ຄວາມເປັນເອກະພາບ.

- ການຂາດດຸນງບປະມານແຫງລັດ.

- ການດຸນດຽງງບປະມານແຫງລັດ.

- ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.

- ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.

- ການຄຸມຄອງລວມສູນຕາມສາຍຕັ້ງ.

- ການຈັດສັນງບປະມານແຫງລັດ.

- ຄວາມຮັບຜິດຊອບ.

- ຄວາມສະເໝີພາບບົດບາດຍິງ - ຊາຍ.

12.ລາຍຮັບຈາກພາສີ ແລະ ສ່ວຍອາກອນ ທາງກົງ ມີຫຍັງແດ່ ?

-  ອາກອນກຳໄລ

-  ອາກອນລາຍໄດ້

-  ອາກອນມອບເໝົາ

-  ອາກອນສິ່ງແວດລ້ອມ

-  ຄ່າທຳນຽມ, ຄ່າບໍລິການວິຊາການ

-  ລາຍຮັບອື່ນໆ

13.ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ ທາງອ້ອມ ມີຫຍັງແດ່ ?

-  ອາກອນມູນຄ່າເພີ່ມ

- ອາກອນຊົມໃຊ້

-  ຄ່າພາກຫຼວງ

-  ພາສີຂາອອກ - ຂາເຂົ້າ

-  ລາຍຮັບອື່ນໆ

14.ລາຍຮັບງົບປະມານແຫ່ງລັດມີຈັກແຫ່ງ ? ຄືແຫ່ງໃດແດ່ ?

ຕອບ: ມີ  4  ແຫ່ງຄື:

- ລາຍຮັບຈາກພາສີ ແລະ ສວ່ຍສາອາກອນ

- ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ

- ລາຍຮັບຈາກການຊວ່ຍເຫຼື່ອຫຼ້າ

- ລາຍຮັບຈາກການປະກອບສ່ວນຂອງສັງຄົມ

15.ລາຍຮັບບໍ່ແມ່ນ ພາສີ ແລະ ສວ່ຍສາອາກອນ ມີຫຍັງແດ່ ?

-  ຄ່າເຊົ່າ

-  ຄ່າສຳປະທານ

-  ຄ່າບິນຜ່ານ

-  ເງິນປັນຜົນ

-  ຄ່າສຳຫຼວດ

-  ດອກເບ້ຍເງິນກູ້

-  ການປັບໃໝ, ການຂາຍ ເຄື່ອງຍຶດ ແລະ ເຄື່ອງຮິບ

-  ລາຍຮັບອື່ນໆ

16.ລາຍຮັບຈາກການຊ່ວຍເຫຼື່ອຫຼ້າມີຫຍັງແດ່ ?

-  ລາຍຮັບຊ່ວຍເຫຼືອຫຼ້າ ຈາກລັດຖະບານຕ່າງປະເທດ

-  ລາຍຮັບຊ່ວຍເຫຼືອຫຼ້າ ຈາກອົງການຈັດຕັ້ງສາກົນ

17.ລະບົບການດຸນດ່ຽງງົບປະມານແຫ່ງລັດມີຈັກກໍລະນີ ? ກໍລະນີໃດແດ່ ?

ຕອບ:  ມີ 3 ກໍລະນີຄື:

-  ງົບປະມານແຫ່ງລັດ ສົມດຸນ

-  ງົບປະມານແຫ່ງລັດ ເກີນດຸນ

-  ງົບປະມານແຫ່ງລັດ ຂາດດຸນ

18.ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະຕິບັດມີຫຍັງແດ່ ?

- ຕ້ອງຢູ່ໃນແຜນງົບປະມານປະຈຳປີ

- ຕ້ອງໄດ້ຮັບການອະນຸມັດ

- ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ

- ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກຳນົດໝາຍການໃຊ້ຈ່າຍ

- ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ມອບສິດ.

19.ການແບ່ງຂັ້ນຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດມີຫຍັງແດ່ ?

- ລາຍຈ່າຍງົບປະມານແຫ່ງລັດຂັ້ນສູນກາງ

-  ລາຍຈ່າຍງົບປະມານແຫ່ງລັດຂັ້ນທ້ອງຖິ່ນ

20.ອົງການຄຸ້ມຄອງງົບປະມານແຫ່ງລັດ ປະກອບດວ້ຍ ?

-  ກະຊວງການເງິນ

-  ພະແນກການເງິນແຂວງ, ນະຄອນຫຼວງ

-  ຫ້ອງການການເງິນເມືອງ, ເທດສະບານ, ນະຄອນ

21.ການກວດກາວຽກງານງົບປະມານແຫ່ງລັດ ປະກອບດວ້ຍຈັກຮູບການ ? ຄືຮູບການໃດແດ່ ?

ຕອບ: ມີ  3   ຮູບການຄື:

-  ການກວດກາຕາມລະບົບປົກກະຕິ

-  ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໝ້າ

-  ກວດກາແບບກະທັນຫັນ

22.ລະບົບງົບປະມານລັດ ແມ່ນຫຍັງ ?

ແມ່ນອົງຄະນະພາບຂອງຂັ້ນງົບປະມານຕ່າງໆ, ມັນຜູກພັນຢ່າງສະໝິດແໝ້ນ ໃນຂະບວນວິວັດແຫ່ງການປະຕິບັດໝ້າທີ່ເກັບ ແລະ ຈ່າຍຂອງແຕ່ລະຂັ້ນງົບປະມານ.

23.ຈົ່ງໃຫ້ນິຍາມ ອາກອນ ແມ່ນຫຍັງ ?

ແມ່ນຮູບການປະກອບພັນທະຕາມກົດໝາຍກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.

24.ສວ່ຍສາອາກອນ ແມ່ນຫຍັງ ?

ແມ່ນພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.

25.ອາກອນຊົມໃຊ້ ແມ່ນຫຍັງ ?

ແມນ ອາກອນທາງອອມ ທີ່ເກັບຕ່ຳກັບການຈຳໜາຍສິນຄ້ານຳເຂົ້າຈາກຕ່າງປະເທດ ຫຼື ອອກຈາກໂຮງງານພາຍໃນບາງ ປະເພດ. ສ່ວນຫຼາຍຈະແມ່ນສິນຄ້າລາຄາແພງ ຫຼື ທີ່ ມີການຄວບຄຸມ ເຊັ່ນ : ນ້າມັນເຊື້ອໄຟ, ເຫຼົ້າ, ຢາສູບ, ນ້ຳຫອມ, ເຄື່ອງເສີມສວຍ ເປັນຕົ້ນ.

26.ອາກອນມູນຄ່າເພີ່ມ ແມ່ນຫຍັງ ?

ແມ່ນອາກອນທີ່ເກັບຈາກການຊົມໃຊ້ສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດ ຊຶ່ງມີການເກັບ ແລະ ມອບຢູ່ຫຼາຍຂອດແບບຕ່ອງໂສ້ ໂດຍແມ່ນຜູ້ຊົມໃຊ້ສຸດທ້າຍເປັນຜູ້ຈ່າຍ.

27.ອາກອນມອບເໝົາ ແມ່ນຫຍັງ ?

ແມ່ນອາກອນທາງກົງທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ທີ່ດຳເນີນການຜະລິດທຸລະກິດຂະໝາດນ້ອຍ ທີ່ບໍ່ໄດ້ຢູ່ລະບົບມູນຄ່າເພີ່ມ ຊຶ່ງການມອບເໝົາ ໃຫ້ເສຍອາກອນຕາມສັັນຍາ ລະຫວ່າງຂະແໝງການສວ່ຍສາອາກອນ ແລະ ຜູ້ເສຍອາກອນ ໂດຍບໍກວມເອົາລາຍໄດ້.

28.ອາກອນລາຍໄດ້ ແມ່ນຫຍັງ ?

ແມ່ນ ອາກອນທາງກົງ ຊິ່ງເກັບຈາກກຳໄລຂອງວິສາຫະກິດ ລວມທັງຜູ້ປະກອບອາຊີບອິດສະລະທີ່ດຳເນີນການຜະລິດທຸລະກິດ.

29.ອີງໃສ່ລັກສະນະມອບໂອນຂອງອາກອນແບ່ງອອກມີຈັກປະເພດ ? ຄືປະເພດໃດແດ່ ?

ຕອບ:  ມີ  2 ປະເພດຄື:

- ອາກອນຖືກເກັບທາງກົງ

- ອາກອນຖືກເກັບທາງອອ້ມ

30.ຈຸດພິເສດອັນເປັນພື້ນຖານຂອງອາກອນມີຫຍັງແດ່ ?

-   ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.

-   ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ,

-   ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.

-   ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.

31.ບັນດາປັດໃຈທີ່ສ້າງເປັນປະເພດອາກອນມີຫຍັງແດ່ ?

-   ຜູ້ເສຍອາກອນ

-   ຜູ້ຖືກເສຍອາກອນ

-   ເປົ້າໝາຍທີ່ຖືກເກັບອາກອນ

-   ພື້ນຖານເພື່ອຄິດໄລອາກອນ

-   ອັດຕາອາກອນ

-   ຫົວໝ່ວຍຄິດໄລ່ອາກອນ

-   ລາຄາຄິດໄລອາກອນ

-   ຈຸດເລີ່ມຕົ້ນເກັບອາກອນ

-   ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ

32.ຫຼັກການສ້າງຕັ້ງລະບົບອາກອນ (ຫຼັກການກຳນົດທິດ) ມີບັນດາຫຼັກການໃດແດ່ ?

-  ຫຼັກການເກັບອາກອນຕາມຜົນປະໂຫຍດ

-  ຫຼັກການເກັບອາກອນຕາມຄວາມສາມາດ

-  ຫຼັກການລະອຽດ

-  ຫຼັກການເປັນປົກກະຕິ ແລະ ຍາວນານ

-  ຫຼັກການຮັບປະກັນຄວາມຍຸດຕິທຳ

-  ຫຼັກການຈະແຈ້ງ, ແນ່ນອນ

-  ຫຼັກການງ່າຍດາຍ

33.ເນື້ອໃນຈ່າຍງົບປະມານລັດໃຊ້ຈ່າຍຫຍັງແດ່ ?

-  ຈ່າຍໃຫ້ການລົງທຶນພັດທະນາລວມ

-  ຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ

-  ຈ່າຍໃຫ້ບັນດາໂຄງການ, ຈຸດໝາຍຊາດ, ໂຄງການລັດ

-  ຈ່າຍຊວ່ຍໝູນບັນດາວິສາຫະກິດ, ປະກອບສ່ວນຮວ່ມທຸລະກິດ, ຮ່ວມກຸມ

-  ຈ່າຍເພີ່ມເຕີມໃຫ້ການສະສົມຂອງລັດ

-  ຈ່າຍໃຫ້ວິຊາການເສດຖະກິດ

-  ຈ່າຍໃຫ້ສາທາລະນະສຸກ

-  ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ

-  ຈ່າຍໃຫ້ວັດທະນາທຳ, ກິລາກາຍະບໍລິຫານ

-  ຈ່າຍກ່ຽວກັບສັງຄົມ

-  ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ

-  ຈ່າຍໃຫ້ການປ້ອງກັນຊາດປ້ອງກັນຄວາມສະຫງົບ

-   ຈ່າຍໃຫ້ການຊ່ວຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົ່ງໝີ້ ແລະ ດອກເບ້ຍ

34.ຫຼັກການຈັດຕັ້ງລະບົບງົບປະມານລັດມີຫຼັກການໃດແດ່ ?

-  ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.

-  ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.

35.ແບ່ງຂັ້ນຄຸ້ມຄອງງົບປະມານລັດແມ່ນຫຍັງ ?

ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.

36.ເນື້ອໃນແບ່ງຂັ້ນຄຸ້ມຄອງງົບປະມານລັດມີຫຍັງແດ່ ?

- ແກ້ໄຂສາຍພົວພັນສິດອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.

-  ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.

37.ການປະຕິບັດງົບປະມານລັດ ແມ່ນປະຕິບັດແນວໃດ ? ເນື້ອໃນລວມມີຫຍັງແດ່ ?

ການປະຕິບັດງົບປະມານລັດແມ່ນ: ການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ.

ເນື້ອໃນລວມມີ: ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.

38.ບັນດາປັດໄຈເປັນຜົນສະທ້ອນເຖິງການຈ່າຍງົບປະມານລັດມີຫຍັງແດ່ ?

-  ການພັດທະນາຂອງກຳລັງການຜະລິດ.

- ຄວາມສາມາດສະສົມໃນພື້ນຖານເສດຖະກິດ ປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດ ໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.

-    ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.

39.ຫຼັກການຈ່າຍງົບປະມານລັດມີຫຍັງແດ່ ?

-  ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.

-  ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນ ໃນການຈັດວາງການຈ່າຍງົບປະມານລັດ.

-  ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.

- ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.

- ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.

40.ການຂຶ້ນແຜນງົບປະມານແມ່ນຫຍັງ ?

ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.

41.ບ່ອນອີງເພື່ອຂຶ້ນແຜນງົບປະມານລັດແມ່ນອີງໃສ່ຫຍັງແດ່ ?

-   ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.

-   ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.

-   ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.

-  ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.

42.ລາຍຈ່າຍງົບປະມານລັດມີຫຍັງແດ່ ?

- ລາຍຈ່າຍບໍລິຫານປົກກະຕິ.

-  ລາຍຈ່າຍການລົງທຶນຂອງລັດ.

43.ລາຍຈ່າຍບໍລິຫານປົກກະຕິມີຫຍັງແດ່ ?

- ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ.

-  ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ.

-  ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ.

-  ລາຍຈ່າຍດັດສົມ ແລະ ສົ່ງເສີມ.

44.ລາຍຈ່າຍການລົງທຶນຂອງລັດແມ່ນແນວໃດ ?

ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.

45.ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີຫຍັງແດ່ ?

-  ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.

- ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ- ສັງ ຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.

-  ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.

-  ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.

46.ຫຼັກການແບ່ງຂັ້ນງົບປະມານລັດມີຫຍັງແດ່ ?

-   ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດຕ້ອງໄດ້ການດຳເນີນຄົບຊຸດກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.

-   ຫຼັກການຮັບປະກັນບົດບາດເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.

-   ຫຼັກການຮັບປະກັນຫຼັກການຍຸດຕິທຳໃນການແບ່ງຂັ້ນຄຸ້ມຄອງງົບປະມານ.

ພາກທີ 3
ການເງິນວິສາຫະກິດ

1.ຈົ່ງໃຫ້ນິຍາມ ການເງິນວິສາຫະກິດແມ່ນຫຍັງ ?

ແມ່ນລະບົບສາຍພົວພັນເສດຖະກິດໃນການແບ່ງປັນບັນດາແຫ່ງການເງິນທີ່ຕິພັນກັບຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ ໃນການເຄືອນໄຫວທຸລະກິດຂອງວິສາຫະກິດ, ແນ່ໃສ່ບັນລຸຈຸດໝາຍທີ່ແນ່ນອນ.

2.ການພົວພັນການເງິນຂອງວິສາຫະກິດມີການພົວພັນຫຍັງແດ່ ?

- ການພົວພັນການເງິນລະຫວ່າງວິສາຫະກິດກັບລັດ

- ການພົວພັນການເງິນລະຫວ່າງວິສາຫະກິດກັບນິຕິບຸກຄົນອື່ນໆ

- ການພົວພັນການເງິນພາຍໃນວິສາຫະກິດ.

3.ວິສາຫະກິດ ໝາຍເຖິງຫຍັງ ?

ໝາຍເຖິງ ການຈັດຕັ້ງດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ຊິ່ງປະກອບດວ້ຍຊື່, ທຶນ, ການບໍລິຫານຈັດຕັ້ງ,ສຳນັກງານ ແລະ ໄດ້ຂື້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.

4.ວິສາຫະກິດຢູ່ ສປປ ລາວ ມີຈັກປະເພດ ? ຄືປະເພດໃດແດ່ ?

ຕອບ: ມີ  4 ປະເພດຄື:

- ວິສາຫະກິດເອກະຊົນ

- ວິສາຫະກິດຂອງລັດ

- ວິສາຫະກິດປະສົມ

- ວິສາຫະກິດລວມໝູ່

5.ວິສາຫະກິດເອກກະຊົນ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີຖືກສ້າງຕັ້ງໂດຍບຸກຄົນ ຫຼື ນິຕິບຸກຄົນ ເທົ່ານັ້ນ ແລະ ສາມາດເຄື່ອນໄຫວທຸລະກິດຂອງຕົນ ພາຍໃຕ້ຮູບການວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.

6.ວິສາຫະກິດຂອງລັດ ແມ່ນຫຍັງ ?

ແມ່ນວິສາຫະກິດ ທີ່ລັດໄດ້ສ້າງຕັ້ງຂື້ນ ແລະ ມີທຶນຫຼາຍກວ່າຫ້າສິບສ່ວນຮ້ອຍຂື້ນໄປ ຫຼື ການຫັນວິສາຫະກິດອືນມາເປັນຂອງລັດຕາມການຕົກລົງເປັນເອກະພາບກັນ.

7.ວິສາຫະກິດປະສົມ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.

8.ວິສາຫະກິດສ່ວນບຸນຄົນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງບຸກຄົນຜູ້ດຽວເປັນເຈົ້າກຳມະສິດ ວິສາຫະກິດສ່ວນບຸກຄົນ ດຳເນີນທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດ ແລະ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດທັ້ງໝົດໂດຍບໍ່ຈຳກັດ.

9.ວິສາຫະກິດຮຸ້ນສ່ວນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງສ້າງຕັ້ງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນແຕ່ສອງຄົນຂຶ້ນໄປ ເພື່ອນຳເອົາທຶນມາດຳເນີນທຸລະກິດຮ່ວມກັນ ແນ່ໃສ່ແບ່ງປັນຜົນກຳໄລ.

10.ວິສາຫະກິດຮຸ້ນສ່ວນສາມັນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຮວ່ມກັນດຳເນີນທຸລະກິດ ໂດຍອີງໃສ່ຄວາມເຊື່ອໃຈເຊິງກັນ ແລະ ກັນເປັນຕົ້ນຕໍ ແລະ ຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດ ໂດຍບໍ່ຈຳກັດ.

11.ວິສາຫະກິດຮຸ້ນສວ່ນຈຳກັດ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຈຳນວນໝຶ່ງ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດໂດຍບໍ່ຈຳກັດ ເອີ້ນວ່າ: ຂາຮຸ້ນທົ່ວໄປ ແລະ ອີກຈຳນວນໝຶ່ງຮັບຜິດຊອບແບບຈຳກັດ ເອີ້ນວ່າ: ຂາຮຸ້ນຈຳກັດໝີ້ນສິນ.

12.ວິສາຫະກິດປະສົມ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.

13.ວິສາຫະກິດປະກັນໄພ ໝາຍເຖິງຫຍັງ ?

 ໝາຍເຖິງ ນິຕິບຸກຄົນທີ່ດໍາເນີນທຸລະກິດປະກັນໄພ ຫຼື ລະດົມການສະສົມທຶນ.

14.ການເງິນວິສາຫະກິດມີບົດບາດຫຍັງແດ່ ?

-  ລະດົມທຶນຢ່າງຄົບຖ້ວນ ແລະ ທັນການໃຫ້ແກ້ການເຄື່ອນໄຫວທຸລະກິດຂອງວິສາຫະກິດ.

-  ຈັດຕັ້ງການນຳໃຊ້ທຶນຢ່າງປະຍັດ ແລະ ມີປະສິດທິດຜົນ.

-  ຊຸກຍູ້ ແລະ ດັດສົມທຸລະກິດ.

-  ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດຢ່າງແໝ້ນແຟ້ນ.

15.ການເງິນວິສາຫະກິດມີຈຸພິເສດຫຍັງແດ່ ?

- ໃນຂະບວນວິວັດເຄື່ອນໄຫວຂອງການເງິນວິສາຫະກິດ, ການເຄ່ອນໄຫວຂອງທຶນວິສາຫະກິດເຊິງແມ່ນປະເພດຄັງເງິນຕາພິເສດມັນຕິພັນກັບບັນດາປັດໃຈວັດສະດຸ ແລະ ແຮງງານສະເໝີ.

- ທຸກການເຄື່ອນໄຫວຂອງບັນດາແຫຼ່ງການເງິນໃນວິສາຫະກິດຕ່າງແນ່ໃສ່ບັນລຸຈຸດໝາຍທຸລະກິດຂອງວິສາຫະກິດ.

16.ບັນດາເນື້ອໃນຕົ້ນຕໍຂອງການເຄື່ອນໄຫວການເງິນວິສາຫະກິດມີຫຍັງແດ່ ?

- ຄຸ້ມຄອງນຳໃຊ້ທຶນທຸລະກິດຂອງວິສາຫະກິດ.

- ຈ່າຍໃຫ້ການຜະລິດທຸລະກິດ ແລະ ຕີລາຄາຜະລິດຕະພັນຂອງວິສາຫະກິດ.

- ລາຍຮັບທຸລະກິດ ແລະ ກຳໄລຂອງວິສາຫະກິດ.

17.ການຈັດຕັ້ງການເງິນວິສາຫະກິດ ແມ່ນແນວໃດ ?

ແມ່ນການວາງແຜນກຳນົດຍຸດທະສາດກ່ຽວກັບການນຳໃຊ້ການເງິນ ແລະ ລະບົບມາດຕະການ ເພື່ອດຳເນີນຍຸດທະສາດດັ່ງກ່າວ ແນ່ໃສ່ບັດລຸໃຫ້ໄດ້ຈຸດໝາຍທຸລະກິດຂອງວິສາຫະກິດໃນໄລຍະໄດ້ໝຶ່ງທີ່ແນ່ນອນ.

18.ບັນດາປັດໄຈທີ່ເປັນຜົນສະທ້ອນເຖິງການຈັດຕັ້ງການເງິນວິສາຫະກິດປະກອບມີຫຍັງແດ່ ?

-  ຮູບການທາງດ້ານກົດໝາຍກ່ຽວກັບການຈັດຕັ້ງການເງິນວິສາຫະກິດ.

-  ຈຸດພິເສດເສດຖະກິດ - ເຕັກນິກຂອງຂະແໝງທຸລະກິດ

-  ສະພາບແວດລ້ອມທຸລະກິດ.

19.ຫຼັກການຈັດຕັ້ງການເງິນວິສາຫະກິດມີບັນດາຫຼັກການໃດແດ່ ? 

- ຫຼັກການເຄົາລົບກົດໝາຍ

-  ຫຼັກການໄລລຽງທຸລະກິດ

-  ຫຼັກການຮັກສາຄວາມໄວວາງໃຈ

-  ຫຼັກການປອດໄພ, ປ້ອງກັນຊາດ, ສະກັດກັ້ນຄວາມສ່ຽງ.

20.ກຳໄລວິສາຫະກິດ ແມ່ນຫຍັງ ?

ແມ່ນຈຳນວນຜິດດ່ຽງລະຫວ່າງລາຍຮັບທຸລະກິດ ແລະ ລາຍຈ່າຍເຊິ່ງວິສາຫະກິດເປັນຜູ້ອອກເພື່ອບັນລຸໃຫ້ໄດ້ລາຍຮັບທຸລະກິດດັ່ງກ່າວຈາກການເຄື່ອນໄຫວຕ່າງໆ ຂອງວິສາຫະກິດ.

21.ກຳໄລຂອງບັນດາວິສາຫະກິດໄດ້ຮັບການແບ່ງປັນຕາມຂັ້ນຕອນມີຫຍັງແດ່ ?

- ເສຍອາກອນລາຍຮັບວິສາຫະກິດໃຫ້ລັດ.

- ທົດແທນການສະຫຼຸດທຶນປີກ່ອນບໍ່ໄດ້ຫັກຈາກກຳໄລກ່ອນອາກອນ.

- ສົ່ງກຳໄລຫຼຸ້ນສ່ວນ, ແບ່ງກຳໄລໃຫ້ບັນດາຜູ້ຮ່ວມມືທີ່ປະກອບທຶນຮ່ວມທຸລະກິດ.

- ສ້າງຄັງໃຊ້ສະເພາະຂອງວິສາຫະກິດເຊັ່ນ: ຄັງສຳຮອງການເງິນ, ຄັງລົງທຶນພັດທະນາ, ຄັງຢ້ອງຍໍ, ລາງວັນ ແລະ ສະວັດດີການ.

ພາກທີ 4 
ປະກັນໄພ 

1.ຈົ່ງໃຫ້ນິຍາມ ປະກັນໄພ ແມ່ນຫຍັງ ?

ແມ່ນການພົວພັນເສດຖະກິດຕິດພັນກັບຂະບວນວິວັດສ້າງຕັ້ງ, ແບ່ງປັນ ແລະ ນໍາໃຊ້ຄັງປະກັນໄພ, ແນ່ໃສ່ແກ້ໄຂຄວາມສ່ຽງຕ່າງໆ.

2.ປະກັນໄພມີຈັກປະເພດ ? ຄືປະເພດໃດແດ່ ?

ມີ 2 ປະເພດຄື:

- ປະກັນທຸລະກິດ.

- ປະກັນສັງຄົມ.

3.ປະກັນໄພ ໝາຍເຖິງຫຍັງ ?

ໝາຍເຖິງ ສັນຍາທີ່ຈະຈ່າຍເງິນເພື່ອທົດແທນສຳລັບການສູນເສຍບາງຢ່າງທີອາດຈະເກີດຂຶ້ນໃນອານາຄົດ ແລກກັບການຈ່າຍເງິນເປັນເດືອນເປັນງວດ ປະກັນໄພອອກແບບມາເພື່ອປົກປ້ອງຄວາມໝັ້ນຄົງທາງການເງິນຂອງບຸກຄົນ ບໍລິສັດ ຫຼື ອົງການຈັດຕັ້ງໃດໝຶ່ງ ກໍ່ຕາມໃນການເກີດເຫດການທີບໍ່ຄາດຄິດ.

4.ຜູ້ປະກັນໄພ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ດຳເນີນທຸລະກິດປະກັນໄພຊຶ່ງ ຕົກລົງຈະທົດແທນຄ່າເສຍຫາຍຕາມສັນຍາປະກັນໄພ.

5.ຄວາມສຳຄັນຂອງປະກັນໄພ ມີຫຍັງແດ່ ?

-   ຄວາມສຳຄັນຕໍ່ຜູ້ເອົາປະກັນໄພກໍ່ຄືການໃຫ້ຄວາມຄຸ້ມຄອງ ແລະ ເປັນຫຼັກປະກັນຄວາມໝັ້ນຄົງໃນຊີວິດ ແລະ ຊັບສິນໃຫ້ແກ່ຊີວິດຂອງຕົນເອງ ແລະ ຄອບຄົວ.

-  ຄວາມສຳຄັນຕໍ່ສັງຄົມຄືເປັນຫຼັກປະກັນຄວາມໝັ້ນຄົງໃຫ້ແກ່ຜູ້ເອົາປະກັນໄພ ແລະ ຊ່ວຍແບ່ງເບົາພາລະຂອງສັງຄົມເຮັດໃຫ້ເກີດຄວາມໝັ້ນໃຈ ຫາກເກີດອຸບັດຕິເຫດ ແລະ ຄວາມເສຍຫາຍເກີດຂຶ້ນ ຜູ້ປະສົບໄພກໍ່ຈະໄດ້ຮັບເງິນຊົດເຊີຍທົດແທນຄວາມເສຍຫາຍ.

-  ຄວາມສຳຄັນຕໍ່ກັບເສດຖະກິດ ເງິນໄດ້ມາຈາກການເກັບເບັ້ຍປະກັນໄພ ເປັນແຫ່ງເງິນທຶນທີ່ສຳຄັນແຫ່ງໝຶ່ງຂອງປະເທດໃນການກູ້ຢືມມາລົງທຶນເຮັດທຸລະກິດ ຫຼື ຂາຍທຸລະກິດໃຫ້ມີຄວາມຈະເລີນກ້າວໝ້າສຳລັບທຸລະກິດທີເຮັດປະກັນໄພຈະໄດ້ຄວາມຄຸ້ມຄອງໃນຊັບສິນທີ່ໄດ້ເຮັດປະກັນໄພໄວ້ເຮັດໃຫ້ເກີດຄວາມໝັ້ນຄົງໃນກິດຈະການ.

6.ໝ້າທີຂອງຜູ້ເອົາປະກັນໄພ ແມ່ນແນວໃດ ?

-     ໝ້າທີ່ເປີດເຜີຍຂໍມູນຄວາມຈິງ

-     ໝ້າທີ່ບອກກ່າວເລື່ອງລາວການເກີດອຸບັດຕິເຫດຕ່າງໆ

-     ໝ້າທີ່ປ້ອງກັນຮັກສາຊັບສິນທີ່ເຮົາເອົາປະກັນໄພ

-     ໝ້າທີ່ໃນການຊຳລະຄ່າເບັ້ຍປະກັນໄພ

7.ຜູ້ກ່ຽວຂ້ອງໃນສັນຍາປະກັນໄພ ມີໃຜແດ່ ?

-     ຜູ້ເອົາປະກັນ

-     ຜູ້ຮັບປະກັນ

-     ຜູ້ຮັບຜົນປະໂຫດປະກັນໄພ

8.ຜົນປະໂຫຍດຂອງປະກັນໄພມີຫຍັງແດ່ ?

-     ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ

-     ຜົນປະໂຫຍດຕໍ່ທຸລະກິດ

-     ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ

9.ປະກັນໄພມີບົດບາດທີ່ສຳຄັນຫຍັງແດ່ ?

- ປະກັນໄພປະກອບສ່ວນເຂົ້າໃນການຮັກສາທຶນຜະລິດທຸລະກິດບໍ່ໃຫ້ຕົກເຫຍເສດຫາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຂົ້າຮວ່ມການປະກັນໄພເປັນປົກກະຕິ.

- ປະກັນໄພປະກອບສວ່ນເຂົ້າໃນການປ້ອງກັນ, ຫຼີກລຽ້ງ, ຈຳກັດຄວາມເສຍຫາຍ, ຮັບປະກັນຄວາມປອດໄພໃຫ້ການຜະລິດ ແລະ ຊີວິດການເປັນຢູ່.

-  ປະກັນໄພປະກອບສ່ວນເຂົ້າໃນການສະໝອງທຶນໃຫ້ການພັດທະນາເສດຖະກິດສັງຄົມ.

10. ບັນດາຫຼັກການຄຸ້ມຄອງປະກັນໄພມີບັນດາຫຼັກການໃດແດ່ ?

-  ຫຼັກການເລືອກເຟັ້ນຄວາມສ່ຽງຖີຖ້ວນຂອງບັນດາອົງການຈັດຕັ້ງ.

- ຫຼັກການກຳນົມຄ່າທຳນຽມປະກັນໄພປະກັນໄພຕ້ອງອີງໃສບົນພື້ນຖານ ລາຄາ ຂອງຄວາມສ່ຽງຕ່າງໆ.

- ຫຼັກການລະມັດລະວັງອົງການປະກັນໄພແມ່ນລູກໝີ້ຂອງຜູ້ປະກັນໄພ ແລະ ບັນຫາຄວາມປອດໄພການເງິນຂອງອົງການປະກັນໄພເວລາໄດ້ກໍ່ຖືກຈັດວາງອັນດັບຕົ້ນ.

-  ຫຼັກການເອົາຈຳນວນຫຼາຍທົດແທນຈຳນວນໝອ້ຍ.

11. ເງິນມັດຈຳ ແມ່ນຫຍັງ ?

ແມ່ນບັນດາວິສາຫະກິດປະກັນໄພຕ້ອງມີເງິນມັດຈໍາຢູ່ນຳທະນາຄານ ແລະ ໄດ້ຊົມໃຊ້ດອກເບ້ຍຂອງຈຳນວນເງິນມັດຈຳ. ໃນກໍລະນີມີຄວາມຍຸ້ງຢາກ ກ່ຽວກັບຄວາມສາມາດໃນການຊຳລະ, ວິສາຫະກິດປະກັນໄພໄດ້ຮັບການນຳໃຊ້ຈຳນວນເງິນ ມັດຈຳຊົ່ວຄາວ ແລະ ຕ້ອງສົ່ງຄືນໃນໄລຍະເວລາ 90 ວັນຄືນັບແຕ່ມື້ນຳໃຊ້ມັນ.

12. ປະກັນສັງຄົມ ແມ່ນຫຍັງ ?

ແມ່ນການພົວພັນເສດຖະກິດ ຕິພັນກັບຂະບວນວິວັດສ້າງຕັ້ງຄັງປະສົມໂດຍ ມີການປະກອບຂອງຜູ້ນຳໃຊ້ແຮງງານ ແລະ ແຮງງານຕາມການກຳນົດຂອງກົດໝາຍ ນຳໃຊ້ຄັງດັ່ງກ່າວເພື່ອຈ່າຍ, ແນ່ໃສ່ຕອບສະໝອງສິດຜົນປະໂຫຍດທາງດ້ານວັດຖຸໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າເມື່ອພໍ້ກັບເຫດການທີ່ເຮັດໃຫ້ຫຼຸດຜ່ອນ ຫຼື ບໍ່ມີຄວາມມາດຊຳລະຈາກລາຍຮັບທີ່ມາຈາກການອອກແຮງງານ.

13.  ປະກັນທຸລະກິດແມ່ນຫຍັງ ?

ແມ່ນແບບວິທີ່ເຄືອນໄຫວທຸລະກິດ ຂອງບັນດາອົງການປະກັນໄພ ແນ່ໃສ່ຈຸດປະສົງຊອກຫາກຳໄລບົນພື້ນຖານລະດົມແຫຼ່ງກຳລັງຄວາມສາມາດ, ຜ່ານການປະກອບຂອງຜູ້ເຂົ້າຮ່ວມປະກັນໄພເພື່ອສ້າງຄັງປະກັນໄພ, ແບ່ງປັນ ແລະ ນຳໃຊ້ມັນເພື່ອສົ່ງເງິນ ແລະ ທົດແທນຄວາມເສຍຫາຍໃຫ້ບັນດາເປົ້າໝາຍ ທີ່ໄດ້ຮັບການປະກັນໄພເມື່ອເຫດການປະກັນໄພເກີດຂື້ນ.

ພາກທີ 5:
ສິນເຊື່ອ

1.   ຈົ່ງໃຫ້ນິຍາມ ສິນເຊືອ ແມ່ນຫຍັງ ?

ສິນເຊື່ອ ແມ່ນການພົວພັນເສດຖະກິດ ຕິດພັນກັບການໃຫ້ກູ້ຢືມລະຫວ່າງ ບຸກຄົນທັງສອງຝ່າຍຕົກລົງກັນລະຫວ່າງຜູ້ກູ້ ແລະ ຜູ້ໃຫ້ກູ້ ສັນຍາວ່າຈະຈ່າຍຄືນທັງຕົ້ນທຶນ ແລະ ດອກເບ້ຍເມືອຮອດຄົບກຳນົດ.

2.   ຈຸດພິເສດຂອງສິນເຊື່ອມີຫຍັງແດ່ ?

-     ສິນເຊື່ຶອມີລັກສະນະສົ່ງຄືນ

-     ຜູ້ໄປກູ້ຢືມບໍ່ມີສິດຖືກໍາມະສິດເງິນກູ້

-     ມີແຕ່ສິດນໍາໃຊ້ແຫຼ່ງທຶນໃນໄລຍະທີ່ແນ່ນອນ

-     ຕ້ອງສົ່ງທຶນດັ່ງກ່າວຄືນໃຫ້ຜູ້ທີ່ໃຫ້ກູ້ຢືມ

-     ໄລຍະເວລາສົ່ງຄືນສິນເຊື່ອແມ່ນຂຶ້ນກັບຈຸດປະສົ່ງ ແລະ ຈຸດພິເສດໝູນວຽນຂອງເງິນກູ້.  

3.   ໝ້າທີຂອງສິນເຊື່ອ ມີຫຍັງແດ່ ?

-     ແຈກຢາຍເງິນທຶນ

-     ກຳນົດອັດຕາດອກເບ້ຍ

-     ສ້າງທະນະບັດ

4.   ບົດບາດຂອງສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີຫຍັງແດ່ ?

-     ສິນເຊື່ອປະກອບສວ່ນຮັບປະກັນວິວັດຜະລິດທຸລະກິດເຄື່ອນໄຫວປະຈຳ ແລະ ລຽນຕິດ.

-  ສິນເຊື່ອປະກອບສວ່ນເຂົ້າໃນການສຸມທຶນຊຸກຍູ້ການຜະລິດການເຄື່ອນໄຫວຂອງລະບົບສິນເຊື່ອມີຄວາມໄວ້ວາງໃຈພຽງພໍເພາະມີລັກສະນະຫັນເປັນວິຊາຊະເພາະຫຼຸດຜ່ອນຄວາມສ່ຽງບຸກຄົນຂອງບັນດາເຈົ້າກຳທີ່ມີແຫ່ງທຶນສະສົມ.

-      ສິນເຊື່ອປະກອບສວ່ນດັດແກ້, ສະຖຽນລະພາບ ແລະ ຈະເລີນເຕີບໂຕເສດຖະກິດ.

-     ສິນເຊື່ອປະກອບສວ່ນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດບັນດານະໂຍບາຍສັງຄົມຂອງລັດ

-     ສິນເຊື່ອປະກອບສວ່ນເປີດກ້ວາງການຮວ່ມມືສາກົນ.

5.   ບັນດາຮູບການສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີບັນດາສິນເຊື່ອຫຍັງແດ່ ?

-     ສິນເຊື່ອທະນາຄານ

-     ສິນເຊື່ອການຄ້າ

-     ສິນເຊື່ອລັດ

-     ສິນເຊື່ອເຊົ່າຊື້

-     ສິນເຊື່ອໃຊ້ສອຍ

-     ສິນເຊື່ອສາກົນ

6.   ສິນເຊື່ອທະນາຄານ ແມ່ນຫຍັງ ?

ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.

7.   ຈຸດພິເສດຂອງສິນເຊື່ອທະນາຄານມີຫຍັງແດ່ ?

-     ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.

-  ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.

8.   ສິນເຊື່ອທະນາຄານແມ່ນຫຍັງ ? ມີຈຸດພິເສດຫຍັງແດ່ ?

    • ສິນເຊື່ອທະນາຄານແມ່ນ:

ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.

    • ຈຸດພິເສດ:

-     ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.

-  ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.

9.   ຈຸດດີ ແລະ ຄວາມຈຳກັດຂອງສິນເຊື່ອທະນາຄານມີຫຍັງແດ່ ?

-       ກ່ຽວກັບຈຳນວນສິນເຊື່ອ

-       ກ່ຽວກັບກຳນົດເວລາສິນເຊື່ອ

-       ກ່ຽວກັບກັບຂອບເສດສິນເຊື່ອ

-       ການຈຳກັດຂອງສິນເຊື່ອທະນາຄານ

 10. ທະນາຄານ ທຸລະກິດ ແມ່ນຫຍັງ ?

ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທ, ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ, ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.

11. ທຸລະກິດທະນາຄານ ແມ່ນຫຍັງ ?

ໝາຍເຖິງ ທຸຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.

12.  ສິນເຊື່ອການຄ້າ ແມ່ນຫຍັງ ?

ແມ່ນ ພົວພັນນຳໃຊ້ທຶນເຊິງກັນ ແລະ ກັນລະຫວ່າງຜູ້ຜະລິດທຸລະກິດທີ່ໄດ້ຮັບການປະຕິບັດພາຍໃຕ້ຮູບການຊື້ ແລະ ຂາຍໝີ້ສິນຄ້າ.

13.  ສິນເຊື່ອການຄ້າ ມີຈຸດພິເສດຫຍັງແດ່ ?

-       ເປົ້າໝາຍຂອງສິນເຊື່ອການຄ້າ

-       ເຈົ້າກຳທີ່ເຂົ້າຮວ່ມສິນເຊື່ອການຄ້າ

-       ເຄືອງມືຂອງສິນເຊື່ອການຄ້າ

14. ສິນເຊື່ອລັດ ແມ່ນຫຍັງ ?

ແມ່ນການພົວພັນສິນເຊື່ອລະຫວ່າງລັດກັບປະຊາຊົນ ແລະ ບັນດາເຈົ້າກໍາເສດຖະກິດອື່ນ ເພື່ອຮັບປະກັນການປະຕິບັດພາລະ, ໝ້າທີ່ຂອງລັດໃນການຄຸ້ມຄອງເສດຖະກິດສັງຄົມ.

15.  ສິນເຊື່ອລັດ ມີຈຸດພິເສດຫຍັງແດ່ ?

-     ເປົ້າໝາຍສິນເຊື່ອລັດ ແມ່ນເງິນຕາຢູ່ຫຼ້າຊົ່ວຄາວໃນສັງຄົມ.

-    ລັດທັງແມ່ນຜູ້ໄປກູ້ຢືມ ແລະ ໃຫ້ກູ້ຢືມໃນນັ້ນຕົ້ນຕໍແມ່ນລັດເປັນຜູ້ກູ້ຢືມ, ໃນສະພາບທີ່ການຈ່າຍເກີນງົບປະມານ ຫຼື ຕ້ອງການທຶນໄປລົງທຶນ.

16. ສິນເຊື່ອເຊົ່າຊື້ ແມ່ນຫຍັງ ?

ແມ່ນ ການພົວພັນສິນເຊື່ອທີ່ເກີດຂຶ້ນລະຫວ່າງບໍລິສັດການເງິນ (ບໍລິສັດໃຫ້ເຊົ່າການເງິນ) ກັນຜູ້ຜະລິດທຸລະກິດພາຍໃຕ້ໃຫ້ເຊົ່າການເງິນ.

17. ບໍລິສັດການເງິນ ແມ່ນຫຍັງ ?

ບັນດາສື່ກາງທາງດ້ານການເງິນເຫຼົ່ານີ້ ລະດົມທຶນດ້ວຍການຈໍາໜ່າຍຮຸ້ນ, ພັນທະບັດຫຼືໃບຢັ້ງຢືນທາງການຄ້າ. ບັນດາບໍລິສັດການເງິນສະໜອງບັນດາສິນເຊື່ອໃນຮູບແບບຕ່າງໆໃນໄລຍະກາງ ແລະ ໄລຍະຍາວເປັນຕົ້ນຕໍ. ຕົວຢ່າງ: ໃຫ້ກູ້ຢືມແກ່ການໃຊ້ສອຍ ຊື້ສິ່ງຂອງທີ່ຕົນຕ້ອງການ: ລົດ, ສ້ອມແປງທີ່ຢູ່ອາໄສ ຫຼື ໃຫ້ກູ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ, ນອກນີ້ບັນດາບໍລິສັດການເງິນຍັງໄດ້ດໍາເນີນການບໍລິການທາງດ້ານການຈໍານໍາ, ເກັບຮັກສາ ແລະ ຄຸ້ມຄອງບັນດາຫຼັກຊັບ ແລະ ວັດຖຸມີຄ່າຊະນິດຕ່າງໆ.

18.  ການເຊົ່າຊື້ ແມ່ນຫຍັງ ?

ການດໍາເນີນທຸລະກິດທາງດ້ານການໃຫ້ ສິນເຊື່ອໄລຍະຍາວບົນພື້ນຖານສັນຍາການເຊົ່າຊື້ ຊັບສິນລະຫວ່າງຜູ້ໃຫ້ເຊົ່າ ແມ່ນ ບໍລິສັດການເງິນ ແລະ ລູກຄ້າເຊິ່ງເປັນຜູ້ເຊົ່າຊື້ໃນເມື່ອໝົດໄລຍະເວລາໃນການເຊົ່າ ລູກຄ້າຈະຊື້ ຫຼື ມີການເຊົ່າຕໍ່ຕາມເງື່ອນໄຂທີ່ໄດ້ຕົກລົງກັນໄວ້ໃນສັນຍາເຊົ່າຊື້ໃນເບື້ອງຕົ້ນ, ໃນຊວ່ງໄລຍະການໃຫ້ເຊົ່າຝ່າຍໃດຝ່າຍໜຶ່ງບໍ່ສາມາດລົບລ້າງສັນຍາໄດ້ດ້ວຍຕົນເອງ.

 19. ສິນເຊື່ອໃຊ້ສ່ອຍ ແມ່ນຫຍັງ ?

ແມ່ນການພົວພັນລະຫວ່າງບໍລິສັດການເງິນກັບຜູ້ໃຊ້ສອຍເພື່ອຕອບສະໝອງກັບຄວາມຕ້ອງການໃຊ້ສອຍ.

20.  ສິນເຊື່ອສາກົນ ແມ່ນຫຍັງ ?

ແມ່ນການພົວພັນເສດຖະກິດທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເມດອື່ນ ແລະ ກັບບັນດາອົງການສາກົນເມື່ອໃຫ້ກູ້ຢືມ ຫຼື ສົ່ງໝີ້ເງິນກູ້ຕາມຫຼັກການຂອງສິນເຊື່ອ.

21. ກຳໄລສິນເຊື່ອ ແລະ ດອກເບ້ຍຂອງສິນເຊື່ອແມ່ນແນວໃດ ?

  • ກຳໄລສິນເຊື່ອ:ແມ່ນລາຍຮັບຊຶ່ງ ຜູ້ໃຫ້ຢືມ ໄດ້ຮັບຈາກ ຜູ້ໄປຢືມສົ່ງຄືນ ໃຫ້ແກ່ການນຳໃຊ້ເງິນໄປກູ້ຢືມ.
  • ດອກເບ້ຍສິນເຊື່ອ:ແມ່ນ ລາຄາ ຂອງສິນເຊື່ອ.

ພາກທີ 6
ຕະຫຼາດການເງິນ

1.   ຕະຫຼາດການເງິນ ແມ່ນຫຍັງ ?

ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

2.   ຕະຫຼາດການເງິນມີຈັກປະເພດ ? ຄືປະເພດໃດແດ່ ? ( ໃຫ້ອະທິບາຍແຕ່ລະປະເພດ)

ມີ  2  ປະເພດຄື:

  •  ຕະຫຼາດເງິນແມ່ນ:ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.
  •  ຕະຫຼາດທຶນແມ່ນ:ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.

3.   ຕະຫຼາດການເງິນມີຈຸດພິເສດຫຍັງແດ່ ?

-       ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.

-       ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.

-       ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.

4.   ໝ້າທີຂອງຕະຫຼາດການເງິນມີຫຍັງແດ່ ?

-       ເປັນສື່ກາງທາງດ້ານການເງິນ

-       ສະໝັບສະໝູນການລະດົມທຶນໃຫ້ແກ່ຫົວໝ່ວຍທຸລະກິດ.

-       ຊວ່ຍສະໝັບສະໝູນທາງດ້ານການອອມ ແລະ ການລົງທຶນ.

5.   ບົດບາດຂອງຕະຫຼາດການເງິນມີຫຍັງແດ່ ?

-       ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ

-       ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ

-       ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ

-       ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ

-       ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ

6.   ບົດບາດຂອງລັດໃນຕະຫຼາດການເງິນ ແມ່ນຫຍັງ ?

ແມ່ນ ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.

7.   ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດການເງິນມີຫຍັງແດ່ ?

    • ເປົ້າໝາຍຂອງຕະຫຼາດການເງິນ: ເປົ້າໝາຍຊື້ຂາຍໃນຕະຫຼາດການເງິນ ແມ່ນສິດນໍາໃຊ້ບັນດາແຫ່ງການເງິນ.
    •  ເຄື່ອງມືຂອງຕະຫຼາດການເງິນ.

-     ຫຼັກຊັບ

-     ພັນທະບັດ

-     ຮຸ້ນ

8.   ຫຼັກຊັບ ແມ່ນຫຍັງ ? ຫຼັກຊັບແບ່ງອອກເປັນຈັກປະເພດ ? ຄືປະເພດໃດແດ່ ?

  • ຫຼັກຊັບແມ່ນ: ແມ່ນ ໝັງສືໃຊ້ເປັນຫຼັກຖານເພື່ອຍືນຍັນສິດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກໍາມະສິດໝັງສືດັ່ງກ່າວກັບຜູ້ຈຳໝ່າຍຫຼັກຊັບ.
  • ຫຼັກຊັບມີ 3 ປະເພດຄື:

-     ຫຼັກຊັບໄລຍະສັ້ນ.

-     ຫຼັກຊັບໄລຍະກາງ 

-     ຫຼັກຊັບໄລຍະຍາວ.

9.   ຜູ້ຈຳໝ່າຍຫຼັກຊັບມີຜົນປະໂຫຍດຫຍັງແດ່ ?

-     ຫຼັກຊັບ ແມ່ນພາຫະນະລະດົມ ແລະ ເຕົ້າໂຮມແຫ່ງການເງິນທີ່ມີຕໍ່ບັນດາເຈົ້າກຳມີແຫ່ງການເງິນ.

-     ຫຼັກຊັບ ແມ່ນພາຫະນະລົງທຶນເພື່ອເກັບກຳລາຍຮັບເຈົ້າກຳມີແຫ່ງການເງິນເຫຼືອ.

-  ຫຼັກຊັບ ແມ່ນພາຫະນະເພື່ອແບ່ງປັນແຫ່ງການເງິນລະຫວ່າງຂົງເຂດຕ່າງໆ ແລະ ບັນດາຂະແໝງໃນພື້ນຖານເສດຖະກິດ.

10. ຫຼັກຊັບນິລະນາມ ແລະ ຫຼັກຊັບຂຽນຊື່ ແມ່ນແນວໃດ ?

    • ຫຼັກຊັບນິລະນາມແມ່ນ: ແມ່ນ ປະເພດຫຼັກຊັບບໍ່ຂຽນຊື່ນາມສະກຸນຂອງເຈົ້າກໍາມະສິດຫຼັກຊັບ.
    • ຫຼັກຊັບຂຽນຊື່ແມ່ນ: ແມ່ນ ປະເພດຫຼັກຊັບມີການຈົດຊື່ນາມສະກຸນເຈົ້າຂອງກຳມະສິດຫຼັກຊັບ.

11.  ແບ່ງປະເພດຕະຫຼາດການເງິນປະກອບດວ້ຍມີຄື ?

-     ອີງໃສ່ການໝູນວຽນບັນດາແຫ່ງການເງິນ

-     ອີງໃສລັກສະນະກົດໝາຍ, ຕະຫຼາດການເງິນແບ່ງອອກເປັນສອງພາກສວ່ນ.

-     ອີງໃສ່ໄລຍະເວລານຳໃຊ້ແຫ່ງການເງິນທີ່ລະດົມໄດ້

12.  ພາລະ ແລະ ບົດບາດຂອງຕະຫຼາດການເງິນ ມີຫຍັງແດ່ ?

  •  ພາລະ:

-     ພາລະສະໝອງຄວາມສາມາດຊຳລະບ້ວງເງິນໃຫ້ບັນດາຫຼັກຊັບ. 

-     ພາລະສະໝອງຂໍ້ມູນເສດຖະກິດ ແລະ ຕີລາຄາຄຸນຄ່າວິສາຫະກິດ.

  • ບົດບາດ:

-    ດຶງດູດ, ລະດົມທຶນແຫ່ງທຶນຢູ່ພາຍໃນປະເທດ, ປະກອບສວ່ນສຳຄັນຊວ່ຍເຫຼື່ອການເງິນໃຫ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ, ສົ່ງເສີມປະຫຍັດ ແລະ ລົງທຶນ.

-    ຊຸກຍູ້ ແລະ ຍົກສູງປະສິດທິຜົນໃນການນຳໃຊ້ແຫ່ງການເງິນ.

-    ປະຕິບັດນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຂອງລັດ.

13. ຕະຫຼາດເງິນຕາ ແມ່ນຫຍັງ ?

ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.

14. ຕະຫຼາດເງິນຕາ ມີຄວາມສຳຄັນແນວໃດ ?

ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

15. ໝ້າທີ່ຂອງຕະຫຼາດເງິນຕາມີຫຍັງແດ່ ?

-     ເຄື່ອນຍ້າຍເງິນທຶນຈາກຜູ້ທີ່ມີທຶນສ່ວນເກີນໄປຫາຜູ້ຂາດແຄນເງິນທຶນມີ 2 ວີທີ: ທາງກົງ ແລະ ທາງອ້ອມ

-     ດັດສົມແຫ່ງທຶນລະຫວ່າງທະນາຄານທຸລະກິດດວ້ຍກັນ.

16.  ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດເງິນຕາ ມີຫຍັງແດ່ ?

  • ເປົ້າໝາຍ: ແມ່ນນໍາໃຊ້ໄລຍະສັ້ນ
  •  ເຄື່ອງມືຂອງຕະຫຼາດເງິນ:

-     ພັນທະບັດຄັງເງິນ

-     ບັດການຄ້າ (ແຊັກ) ໝັງສືຮັບຮູ້ເງິນຝາກທະນາຄານ.

-     ໝັງສືຊຳລະຂອງທະນາຄານ

-     ບັນດາສັນຍາຊື້ດິນ

-     ທຶນສະສົມບັງຄັບ

-     ພັນທະບັດໄລຍະສັ້ນຂອງບັນດາບໍລິສັດ

-     ພັດທະບັດທະນາຄານ

17.   ພັນທະບັດຄັງເງິນ ແມ່ນຫຍັງ ?

ແມ່ນເຄຶອງມືກູ້ຢືມໄລຍະສັ້ນ ຂອງລັດຖະບານ ເຊິງແມ່ນ ຄັງເງິນແຫ່ງຊາດ ເປັນຜູ້ຕ່າງໝ້າໃນການຈຳໝ່າຍ ເພື່ອຖົມຂົມງົບປະມານທີ່ຂາດດຸນ ຂອງລັດຖະບານ.  

18.  ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຕະຫຼາດເງິນຕາມີໃຜແດ່ ?

-     ຜູ້ຈຳໝ່າຍ

-     ຜູ້ລົງທຶນ

-     ຜູ້ກວດກາການເຄືອນໄຫວຂອງຕະຫຼາດເງິນ

19.   ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດເງິນຕາມີຫຍັງແດ່ ?

-     ຕະຫຼາດໃຫ້ກູ້ຢືມໂດຍກົງໄລຍະສັ້ນ

-     ຕະຫຼາດແລກປ່ຽນຊື່ຂາຍເງິນຕາຕ່າງປະເທດ.

-     ຕະຫຼາດລະຫວ່າງທະນາຄານ

-     ຕະຫຼາດຫຼັກຊັບໄລຍະສັ້ນ

20.  ຕະຫຼາດທຶນ ແມ່ນຫຍັງ ?

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.

21.  ຕະຫຼາດທຶນ ມີຄວາມສຳຄັນແນວໃດ ?

ແມ່ນ ຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດ ຕໍ່ກັບການຈະເລີນເຕີບໂຕ ທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ, ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດ ເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

22. ເປົ້າໝາຍ ແລະ ເຄືອງມືຂອງຕະຫຼາດທຶນມີຫຍັງແດ່ ?

  • ເປົ້າໝາຍ: ແມ່ນ ນຳໃຊ້ໄລຍະຍາວ
  • ເຄື່ອງມືຂອງຕະຫຼາດທຶນ:

-     ຫຼັກຊັບໄລຍະກາງ

-     ຫຼັກໄລຍະຍາວ.

23.  ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດທຶນມີຫຍັງແດ່ ?

-     ຕະຫຼາດໃຫ້ກູ້ຢືມໄລຍະຍາວ

-     ຕະຫຼາດສິນເຊື່ອເຊົ່າຊື່ ຫຼື ໃຫ້ເຊົ້າການເງິນ

-     ຕະຫຼາດຫຼັກຊັບໄລຍະກາງ ແລະ ໄລຍະຍາວ 

24. ຕະຫຼາດຫຼັກຊັບ ແມ່ນຫຍັງ ?

ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.

25.  ຕະຫຼາດຫຼັກຊັບຂັ້ນຕົ້ນ ແລະ ຕະຫຼາດຫຼັກຊັບຂັ້ນຮອງ ແມ່ນແນວໃດ ?

  • ຕະຫຼາດຫຼັກຊັບຂັ້ນຕົ້ນແມ່ນ: ແມ່ນຕະຫຼາດຈໍາໝາຍຫຼັກຊັບປະເພດຕ່າງໆ.
  • ຕະຫຼາດຫຼັກຊັບຂັ້ນຮອງແມ່ນ:

ແມ່ນຕະຫຼາດຈໍລະຈອນ, ຕະຫຼາດຊື້ ແລະ ຂາຍຫຼັກຊັບທີ່ຈຳໝາຍຕະຫຼາດຫຼັກຊັບຂັ້ນຕົ້ນເຮັດໃຫ້ມີການປ່ຽນແປງສິດກຳມະສິດຫຼັກຊັບ.

26.  ຕະຫຼາດຂັ້ນຕົນ ແລະ ຕະຫຼາດຂັ້ນຮອງ ແຕກຕ່າງກັນຄືແນວໃດ ?

  • ຕະຫຼາດຂັ້ນຕົນແມ່ນ:

ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. 

  • ຕະຫຼາດຂັ້ນຮອງແມ່ນ:

ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.

ພາກທີ 7
ການເງິນສາກົນ

1.   ການເງິນສາກົນ ແມ່ນຫຍັງ ?

ແມ່ນ ລະບົບການພົວພັນການເງິນ ທີ່ເກີດຂຶ້ນລະຫວ່າງບັນດາເຈົ້າກຳ ຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄືອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.

2.   ພື້ນຖານຂອງການພົວພັນການເງິນສາກົນມີຫຍັງແດ່ ?

-       ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.

-       ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.

3.   ຫຼັກການພື້ນຖານຕ່າງໆ ຂອງເສດຖະກິດສາກົນ ແລະ ການເງິນສາກົນມີຄືແນວໃດ ?

-    ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.

-    ຄວາມສະເໝີພາບ.

-    ຕ່າງຝ່າຍຕ່າງມີຜົນປະໂຫຍດ.

4.   ບົດບາດຂອງການເງິນສາກົນມີຫຍັງແດ່ ?

-       ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.

-       ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.

-       ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.

5.   ການລົງທຶນສາກົນຂອງຕ່າງປະເທດ FDI  ແມ່ນຫຍັງ ?

ແມ່ນ ການລົງທຶນລະຫວ່າງຕ່າງປະເທດປະກອບດວ້ຍທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດການຜະລິດ ແລະ ການບໍລິການ, ອະອຸຍາດໃຫ້ນັກລົງທຶນເຂົ້າມາລົງທຶນເພືອພັດທະນາຊີ້ນຳໃຫ້ແກ່ກຸມເປົ້າໝາຍຂອງການລົງທຶນ.

6.   ຈົ່ງໃຫ້ຄວາມໝາຍຂອງ FDI ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

·      FDI ແມ່ນ: ການລົງທຶນໂດຍຕົງຈາກຕ່າງປະເທດ.

·      FDI ຫຍໍ້ມາຈາກ: (Foreign Direct Investment).

7.   ຈົ່ງໃຫ້ຄວາມໝາຍຂອງ GDP ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

·  GDP ແມ່ນ: ມວນຜົນຜະລິດລວມພາຍໃນປະເທດເຊິ່ງໝາຍເຖິງຜົນລວມທັງໝົດຂອງສິນຄ້າ ແລະ ບໍລິການທີ່ຜະລິດພາຍໃນປະເທດໃນລະປີ.

·      GDP ຫຍໍ້ມາຈາກ: ( Gross Domestic Product ).

8.   ການຊ່ວຍເຫຼືອລ້າຂອງສາກົນແມ່ນແນວໃດ ?

ແມ່ນບ້ວງເງິນຊ່ວຍເຫຼື່ອຂອງລັດຖະບານ ຫຼື ອົງການທີ່ຂື້ນກັບລັດຖະບານຢູ່ບັນດາປະເທດພັດຖະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໝຶ່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໝຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼື່ອ.

9.   ດຸນຊຳລະ ແມ່ນຫຍັງ ?

ແມ່ນ ຕາຕະລາງລາຍສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໝຶ່ງຢູ່ໃນຈຸດປະສົ່ງເວລາໃດໝຶ່ງ  ຫຼື ໄລຍະທີ່ແນ່ນອນໃດໝຶ່ງ.

10. ບົດບາດຂອງດຸນຊຳລະມີຫຍັງແດ່ ?

-     ແມ່ນຂໍ້ມູນລະອຽດພົວພັນເຖິງການສະໝອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໝຶ່ງກັບສາກົນ.

-  ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.

11. ເນື້ອໃນດຸນຊຳລະມີຄືແນວໃດ?

ຕອບ: ລວມມີ  3 ບ້ວງຕົ້ນຕໍຄື:

-     ບັນຊີເງິນຝາກບໍຄົງທີ່

-     ບັນຊີເງິນຝາກທຶນ

-     ບັນຊີເງິນຝາກສະສົມທາງການ

12.   ກຳນົດທິດຮັບປະກັນໃຫ້ຄວາມປອດໄພການເງິນໃນການພົວພັນການເງິນສາກົນມີຫຍັງແດ່ ?

-     ກ່ຽວກັບການພົວພັນສິນເຊື່ອສາກົນ

-     ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ

-     ກ່ຽວກັບການເປີດປະຕູຕະຫຼາດການເງິນ.

13.   ຈົ່ງໃຫ້ຄວາມໝາຍຂອງ ODA ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

·      ODA ແມ່ນ: ແມ່ນ ການຊ່ວຍເຫຼືອລ້າເພື່ອການພັດທະນາຢ່າງເປັນທາງການ.

·      ODA ຫຍໍ້ມາຈາກ: ( Official Development Assistance).

ພາກທີ 8
ວຽກງານກວດກາການເງິນ

1.   ກວດກາການເງິນ ແມ່ນຫຍັງ ?

ແມ່ນປະເພດກວດກາທີ່ໄດ້ຮັບການສະແດງອອກດວ້ຍຂະບວນວິວັດແບ່ງປັນບັນດາແຫ່ງກຳລັງການເງິນເພື່ອຮັບປະກັນລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.

2.   ຈຸດພິເສດຂອງການກວດກາການເງິນມີຄືແນວໃດ ?

-    ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.

-    ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.

3.   ຜົນດີຂອງການກວດກາການເງິນມີຄືແນວໃດ ?

-       ພິຈາລະນາທາງລັດ

-       ກ່ຽວກັບບັນດາວິສາຫະກິດ

-       ໃນຈົງເຂດປອດການຜະລິດວັດຖຸ

4.   ຫຼັກການກວດກາການເງິນຕ້ອງປະຕິບັດຕາມຫຼັກການໃດແດ່ ? 

-       ຫຼັກການກວດກາການເງິນ

-       ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.

-       ຫຼັກການປົກປັກຄວາມຫຼັບ

-       ຫຼັກການມະຫາຊົນ

-     ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.

5.   ເນື້ອໃນກວດກາການເງິນມີການຈຳແນກອອກເປັນຈັດປະເພດ ? ປະເພດໃດແດ່ ?

ຕອບ: ມີ 3 ປະເພດຄື:

-       ກວດກາກ່ອນປະຕິບັດແຜນການການເງິນ

-       ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ

-       ກວດກາຫຼັງປະຕິບັດແຜນການການເງິນ.

6.   ວິທີການກວດກາການເງິນ ແມ່ນແນວໃດ ?

ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.

7.   ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີຫຍັງແດ່ ?

-       ອີງໃສ່ຂອບເຂດກວດກາການເງິນ

-       ອີງໃສ່ຫຼັກຖານກວດກາການເງິນ

8.   ອີງໃສ່ຂອບເຂດກວດກາການເງິນມີຄື:

-       ກວດກາຮອບດ້ານ

-       ກວດກາແບບຈຸດໝັກ ຫຼື ກວດກາຫົວເລືອງ

-       ກວດກາແບບສັງລວມ

-       ກວດກາເປົ້າໝາຍເດັ່ນ (ກວດກາເລືອກແບບ)

9.   ອີງໃສ່ຫຼັກຖານກວດກາການເງິນມີຄື:

-       ກວດກາຜ່ານໃບບິນ

-       ກວດກາຕົວຈິງ

10. ບັນດາເຈົ້າກຳດຳເນີນການກວດກາການເງິນມີຄື:

-       ເຈົ້າກຳກວດກາທີ່ມີຕໍ່ງົບປະມານ

-       ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາຖານ.

11.   ເຈົ້າກຳກວດກາທີ່ມີຕໍ່ງົບປະມານ ມີຫຍັງແດ່ ?

-       ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ

-       ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ

-       ກະຊວງການເງິນ ອົງການການເງິນທຸກຂັ້ນ