ໂລໂກ

ການເງິນວິສາຫະກິດ


ພາກທີ 3

ການເງິນວິສາຫະກິດ

ຈຸດປະສົງ:

              ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

I.ບັນດາບັນຫາທົ່ວໄປກ່ຽວກັບການເງິນວິສາຫະກິດ.

II.ການຈັດຕັ້ງການເງິນວິສາຫະກິດ.

III.ບັນດາເນື້ອໃນຕົ້ນຕໍ່ຂອງການເຄື່ອນໄຫວຂອງການເງິນວິສາຫະກິດ.

I. ບັນດາບັນຫາທົ່ວໄປກ່ຽວກັບການເງິນວິສາຫະກິດ.

1.ນິຍາມ ວິສາຫະກິດ

ວິສາຫະກິດແມ່ນການຈັດຕັ້ງດໍາເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ຊິ່ງປະກອບດວ້ຍຊື່, ທຶນ, ການບໍລິຫານຈັດຕັ້ງ,ສຳນັກງານ ແລະ ໄດ້ຂື້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດ ໝາຍ.

ວິສາຫະກິດຢູ່ ສປປ ລາວ ມີ  4 ປະເພດຄື:

  • ວິສາຫະກິດເອກະຊົນ
  • ວິສາຫະກິດຂອງລັດ
  • ວິສາຫະກິດປະສົມ
  • ວິສາຫະກິດລວມໝູ່

ການເງິນວິສາຫະກິດ:

ແມ່ນລະບົບສາຍພົວພັນເສດຖະກິດໃນການແບ່ງປັນບັນດາແຫ່ງການເງິນທີ່ຕິດພັນກັບຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ ໃນການເຄື່ອນໄຫວທຸລະກິດຂອງວິສາຫະກິດ, ແນ່ໃສ່ບັນລຸຈຸດໝາຍທີ່ແນ່ນອນ.

ການພົວພັນການເງິນມີຄື:

  • ການພົວພັນການເງິນລະຫວ່າງວິສາຫະກິດກັບລັດ.
  • ການພົວພັນການເງິນລະຫວ່າງວິສາຫະກິດນິຕິບຸກຄົນອື່ນໆ.
  • ການພົວພັນການເງິນພາຍໃນວິສາຫະກິດ.

ການພົວພັນການເງິນລະຫວ່າງ ວິສາຫະກິດ ກັບ ລັດ:

ແມ່ນສະແດງອອກຢູ່ບ່ອນວ່າ ວິສາຫະກິດປະຕິບັດພັນທະການເງິນກັບລັດຄື: 

  • ມອບອາກອນ
  • ຄ່າທຳນຽມເຂົ້າງົບປະມານ

ການພົວພັນການເງິນລະຫວ່າງ ວິສາຫະກິດ ກັບ ນິຕິບຸກຄົນອື່ນໆ:

ແມ່ນການພົວພັນຫຼາຍຮູບຫຼາຍແບບ ເຊິ່ງສະແດງອອກຜ່ານການຊຳລະ, ປັບໃໝດ້ວຍວັດຖຸເມື່ອວິສາຫະກິດ ແລະ ບັນດານິຕິບຸກຄົນເສດຖະກິດອື່ນສະໜອງສິນຄ້າ, ການບໍລິການໃຫ້ກັນ ( ກວມທັງການບໍລິການການເງິນປະເພດຕ່າງໆ ).

ການພົວພັນການເງິນພາຍໃນວິສາຫະກິດ:

ແມ່ນການພົວພັນຊຳລະລະຫວ່າງພາກສ່ວນຕ່າງໆ ຢູ່ພາຍໃນວິສາຫະກິດໃນການເຄື່ອນໄຫວທຸລະກິດ, ແບ່ງປັນກຳໄລຫຼັງອາກອນຂອງວິສາຫະກິດ, ໃນການປະກອບເປັນຄັງ ແລະ ນຳໃຊ້ຄັງຕ່າງໆ ຂອງວິສາຫະກິດ.

2.ຈຸດພິເສດຂອງການເງິນວິສາຫະກິດ.

  • ໃນຂະບວນວິວັດເຄື່ອນໄຫວຂອງການເງິນວິສາຫະກິດ, ການເຄ່ອນໄຫວຂອງທຶນວິສາຫະກິດເຊິງແມ່ນປະເພດຄັງເງິນຕາພິເສດມັນຕິພັນກັບບັນດາປັດໃຈວັດສະດຸ ແລະ ແຮງງານສະເໝີ.
  • ທຸກການເຄື່ອນໄຫວຂອງບັນດາແຫຼ່ງການເງິນໃນວິສາຫະກິດຕ່າງແນ່ໃສ່ບັນລຸຈຸດໝາຍທຸລະກິດຂອງວິສາຫະກິດ.

3.ບົດບາດຂອງການເງິນວິສາຫະກິດ.

  • ລະດົມທຶນຢ່າງຄົບຖວ້ນ ແລະ ທັນການໃຫ້ແກ້ການເຄື່ອນໄຫວທຸລະກິດຂອງວິສາຫະກິດ.
  • ຈັດຕ້ງການນຳໃຊ້ທຶນປະຫຍັດ ແລະ ມີປະສິດທິຜົນ.
  • ຊຸກຍູ້ ແລະ ດັດສົມທຸລະກິດ.
  • ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດຢ່າງແໝ້ນແຟ້ນ.

II. ການຈັດຕັ້ງການເງິນວິສາຫະກິດ.

ແມ່ນການວາງແຜນກຳນົດຍຸດທະສາດກ່ຽວກັບການນຳໃຊ້ການເງິນ ແລະ ລະບົບມາດຕະເກນ ເພື່ອການດຳເນີນຍຸດທະສາດດັ່ງກ່າວແນ່ໃສ່ບັນລຸໃຫ້ໄດ້ຈຸດໝາຍທຸລະກິດຂອງວິສາຫະກິດໃນໄລຍະໄດໝຶ່ງທີ່ແນ່ນອນ.

1.ບັນດາປັດໄຈທີ່ເປັນຜົນສະທ້ອນເຖິງການຈັດຕັ້ງການເງິນວິສາຫະກິດ.

ແມ່ນຕ້ອງອີງຕາມພື້ນຖານຈຳນວນໜຶ່ງ ແຕ່ວ່າການເງິນຂອງບັນດາວິສາຫະກິດຕ່າງກັນກໍມີຈຸດພິເສດຕ່າງກັນຍ້ອນໄດ້ຮັບຜົນສະທ້ອນຂອງຫຼາຍປັດໄຈນັ້ນເອງຕໍ່ໄປນີ້ພວກເຮົາຈະພິຈາລະນາບັນດາປັດໄຈທີ່ກໍ່ຜົນສະທ້ອນເຖິງການຈັດຕັ້ງການເງິນຂອງວິສາຫະກິດ.

1.1.ຮູບການທາງດ້ານກົດໝາຍກ່ຽວກັບການຈັດຕັ້ງການເງິນວິສາຫະກິດ.

  • ຖ້າວິສາຫະກິດຕ່າງກັນຈະເປັນຜູ້ຕົກລົງການຈັດຕັ້ງ
  • ລະດົມທຶນ
  • ຄຸ້ມຄອງທຶນ
  • ແບ່ງປັນໝາກຜົນທຸລະກິດ

ວິສາຫະກິດປະກອບມີ 3 ຮູບການດັ່ງນີ້:

  • ວິສາຫະກິດສ່ວນບຸກຄົນ.
  • ວິສາຫະກິດຮຸ້ນສ່ວນ.
  • ບໍລິສັດ.

ວິສາຫະກິດຮຸ້ນສ່ວນມີ 2 ຮູບແບບຄື:

  • ວິສາຫະກິດຮຸ້ນສ່ວນສາມັນ.
  • ວິສາຫະກິດຮຸ້ນສ່ວນຈຳກັດ.

ບໍລິສັດມີ 2 ຮູບແບບຄື:

  • ບໍລິສັດຈຳກັດລວມທັງບໍລິສັດຈຳກັດຜູ້ດຽວ.
  • ບໍລິສັດມະຫາຊົນ.

1.2.ຈຸດພິເສດເສດຖະກິດ - ເຕັກນິກຂອງຂະແໝງທຸລະກິດ.

  • ໂຄງປະກອບທຶນ
  • ລະດັບຄວາມໄວການໝູນວຽນຂອງທຶນໄວ ຫຼຶ ຊ້າ

ຜົນກະທົບຂອງຂະແໜງທຸລະກິດມີຄື:

  • ສະພາບ​ຂອງ​ຊັບ​ສົມບັດ
  • ຄວາມ​ສ່ຽງຂອງ​ທຸລະ​ກິດ
  • ສະພາບ​ລາຍ​ຈ່າຍ​ການ​ເງິນ​ຂອງ​ທຸລະ​ກິດ
  • ລະດັບ​ການ​ເຄື່ອນ​ຍ້າຍ​ທຶນ
  • ສະພາບຕົ້ນທຶນ

1.3.ສະພາບແວດລ້ອມທຸລະກິດ.

  • ສະພາບແວດລ້ອມເສດຖະກິດ-ການເງິນ.
  • ສະພາບແວດລ້ອມການເມືອງ. 
  • ສະພາບແວດລ້ອມກົດໝາຍ.
  • ສະພາບແວດລ້ອມເຕັກໂນໂລຊີ. 
  • ສະພາບແວດລ້ອມວັດທະນະທຳ - ສັງຄົມ. 

ຫຼັກການຈັດຕັ້ງການເງິນວິສາຫະກິດມີຄື:    

  • ຫຼັກການເຄົາລົບກົດໝາຍ
  • ຫຼັກການໄລ່ລຽງທຸລະກິດ
  • ຫຼັກການຮັກສາຄວາມໄວວາງໃຈ
  • ຫຼັກການປອດໄພ, ປ້ອງກັນຊາດ, ສະກັດກັ້ນຄວາມສ່ຽງ.

III.ບັນດາເນື້ອໃນຕົ້ນຕໍຂອງການເຄື່ອນໄຫວການເງິນວິສາຫະກິດ.

1.ຄຸ້ມຄອງນຳໃຊ້ທຶນທຸລະກິດຂອງວິສາຫະກິດ.

ຄຸ້ມຄອງນຳໃຊທຶນທຸລະກິດກວມຫຼາຍຂອດເຊັ່ນ: 

  • ຍືນຍັນຄວາມຕ້ອງການທຶນທຸລະກິດ. 
  • ຂຸດຄົ້ນສ້າງທຶນ.
  • ທຸລະກິດ.
  • ລົງທຶນ.
  • ນຳໃຊ້ທຶນ ແລະ ຮັກສາທຶນວິສາຫະກິດບໍ່ໃຫ້ເສຍຫາຍ.

1.1.ທຶນທຸລະກິດ ແລະ ບັນດາຈຸດພິເສດສະເພາະຂອງມັນ.

ເພື່ອທຳການຜະລິດ, ທຸລະກິດວິສາຫະກິດຕ້ອງມີຈຳນວນທຶນທຽບເທົ່າກັບຂະໜາດການເຮັດທຸລະກິດ ແລະ ເງື່ອນໄຂເຮັດທຸລະກິດ, ເຊິ່ງໃນນັ້ນຕ້ອງປະກອບມີ: ໂຮງຈັກ, ເຄື່ອງຈັກ, ອຸປະກອນ, ວັດຖຸດິບ ແລະ ອຶ່ນໆ. 

ດັ່ງນັ້ັນ: ທຶນທຸລະກິດຂອງວິສາຫະກິດໄດ້ສະແດງອອກພາຍໃຕ້ຮູບການເງິນຕາ, ຊັບສິນທັງໝົດທີ່ວິສາຫະກິດລະດົມມາໄດ້ທີ່ນຳໃຊເຂົ້າໃນການເຄື່ອນໄຫວທຸລະກິດເພື່ອຫວັງຜົນກຳໄລ.

1.2.ລົງທຶນທຸລະກິດ

ແມ່ນການເຄື່ອນໃຫວອັດຕະວິໄສ, ມີການຊັ່ງຊາ, ຄິດໄລ່ຂອງນັກລົງທຶນໃນການເອົາທຶນເຂົ້າໃນຈຸດໜາຍທຸລະກິດໃດໜື່ງດ້ວຍຄວາມຫວັງຈະນຳຊື່ງປະສິດທິຜົນທາງເສດຖະກິດສູງໃນອານາຄົດ.

1.3.ແຫ່ງທຶນທຸລະກິດ

ແມ່ນແຫຼ່ງທຶນຂື້ນກັບກຳມະສິດຂອງເຈົ້າຂອງວິສາຫະກິດ ເມື່ອວິສາຫະກິດຫາກໍ່ໄດ້ຮັບການການສ້າງຕັ້ງ, ແຫຼ່ງທຶນຂອງເຈົ້າຂອງກຳມະສິດໂດຍເຈົ້າຂອງວິສາຫະກິດ, ບັນດາລົງທຶນເປັນຜູ້ປະກອບທຶນພາຍໃຕ້ຮູບການທຶນຮ່ວມທຸລະກິດ, ຮ່ວມກຸ່ມ, ທຶນຫຸ້ນສ່ວນ. 

1.4.ນຳໃຊ້ ແລະ ຮັບປະກັນທຶນທຸລະກິດບໍ່ໃຫ້ເສຍຫາຍ.

ອີ່ງໃສ່ຜົນປະໂຫຍດທີ່ໄດ້ມາຈາກເສດຖະກິດ, ທຶນທຸລະກິດຂອງວິສາຫະກິດຜະລິດໄດ້ຮັບການແບ່ງປັນທຶນຄົງທີ່ ແລະ ທຶນເຄື່ອນທີ່.

ທຶນຄົງທີ່:

ແມ່ນຈຳນວນຊັບສົມບັດຄົງທີ່ທັງໜົດຂອງວິສາຫະກິດທີ່ສະແດງອອກເປັນເງິນສົມບັດຄົງທີ່ຂອງວິສາຫະກິດແມ່ນສົມບັດທີ່ມີຄ່າມະຫາສານ, ໄລຍະເວລາການນຳໃຊ້ຍາວນານ, ມີບົດບາດແມ່ນພາລະແຮງງານ.

ທຶນເຄື່ອນທີ່:

ທຶນເຄື່ອນທີ່ສະແດງອອກດ້ວຍເງິນ, ສົມບັດເຄື່ອນທີ່ທັງໜົດຂອງວິສາຫະກິດ ແມ່ນຮັບໃຊ້ການເຮັດທຸລະກິດຂອງວິສາຫະກິດ.

2.ຈ່າຍໃຫ້ການຜະລິດທຸລະກິດ ແລະ ຕີລາຄາຜະລິດຕະພັນຂອງວິສາຫະກິດ.

2.1.ຈ່າຍຜະລິດທຸລະກິດ.

ແມ່ນສະແດງອອກດ້ວຍເງິນ, ຄວາມສີ້ນເປືອງທັງໜົດກ່ຽວກັບວັດຖຸ ແລະ ແຮງງານຊື່ງວິສາຫະກິດຈ່າຍເພື່ອທຳການຜະລິດ, ທຸລະກິດໃນໄລຍະໃດໜຶ່ງທີ່ແນ່ນອນ.

ເນື້ອໃນຈ່າຍໃຫ້ການຜະລິດທຸລະກິດລວມມີ: 

  • ຈ່າຍໃຫ້ການຜະລິດຕະພັນ. 
  • ຈ່າຍໃຫ້ການຈັດຕັ້ງຈຳໜ່າຍຜະລິດຕະພັນ.
  • ເງິນອາກອນທາງອ້ອມທີ່ມອບໃຫ້ລັດຕາມກົດໜາຍອາກອນວາງອອກ.

2.2.ລາຄາຕົ້ນທຶນຜະລິດຕະພັນຂອງວິສາຫະກິດ.

ແມ່ນສະແດງອອກການຈ່າຍສະເພາະຂອງວິສາຫະກິດເພື່ອຜະລິດ ແລະ ຈຳໜ່າຍຜະລິດຕະພັນ.

ລາຄາຕົ້ນທຶນ ການຜະລິດກວມເອົາບ້ວງລາຍຈ່າຍ ເຊິ່ງວິສາຫະກິດຕ້ອງຈ່າຍອອກ ເພື່ອສຳເລັດການຜະລິດ, ຜະລິດຕະພັນຄື:

  • ລາຍຈ່າຍໃຫ້ວັດສະດຸໂດຍກົງ.
  • ລາຍຈ່າຍໃຫ້ແຮງງານໂດຍກົງ.
  • ລາຍຈ່າຍໃຫ້ບໍຫານຜະລິດລວມ.

3.ລາຍຮັບທຸລະກິດ ແລະ ກຳໄລຂອງວິສາຫະກິດ.

3.1.ລາຍຮັບທຸລະກິດຂອງວິສາຫະກິດ.

ແມ່ນຈໍານວນເງິນທັງໝົດຊຶ່ງວິສາຫະກິດເກັບມາໄດ້ຍ້ອນການລົງທຶນທຸລະກິດໄລຍະທີ່ແນ່ນອນໃດໝຶ່ງ.

ລາຍຮັບທຸລະກິດຂອງວິສາຫະກິດລວມມີພາກສ່ວນຕ່າງດັ່ງນີ້:

ພາກສ່ວນມາຈາກການເຄື່ອນໄຫວທຸລະກິດຄື:

  • ລາຍຮັບທຸລກິດທັງໝົດທີ່ໄດ້ມາຈາກການຈຳໝ່າຍຜະລິດຕະພັນ
  • ສິນຄ້າ
  • ການບໍລິການ.

ພາກສ່ວນມາຈາກການເຄືອນໄຫວການເງິນຄື:

ລາຍຮັບທຸລະກິດວິສາມັນເຊັ່ນ: ໂອນ, ຂາຍຊັບສົມບັດຄົງທີ,ວັດສະດຸຄ້າງອັງ, ຈຳນວນເງິນທີໄດ້ຮັບຈາກການທົດແທນ, ຈຳນວນເງິນໝີ້ທີ່ເຈົ້າຂອງບໍ່ຢູ່ ຫຼື ໝີ້ບໍ່ມີໃຜທ້ວງ.

ມາດຕະການເພີ່ມລາຍຮັບທຸລະກິດໃຫ້ແກ່ວິສາຫະກິດຄື:

  • ເພີ່ມຈຳນວນພະລິດຕະພັນທີ່ຜະລິດອອກ, ປ່ຽນແປງອົງປະກອບຜະລິດຕະພັນ.
  • ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ເພາະຄຸນນະພາບຜະລິດຕະພັນແມ່ນຕິດພັນຢ່າງແໝ້ນແຟ້ນກັບຊື່ສຽງຂອງວິສາຫະກິດໃນວົງທຸລະກິດ.
  • ຍືນຍັນລາຄາຈໍາໝ່່າຍໃຫ້ສົມເຫດສົມຜົນ ແລະ ພິກໄຫວ ກະຕຸກຊຸກຍູ້ເພີ່ອຄວາມຕ້ອງການເພື່ອເພີ່ມທຸລະກິດຈຳໝ່າຍ.
  • ຊຸກຍູ້ການຊຳລະໂດຍໄວ, ລົດຜ່ອນໝີ້ສິນຕ່າງໆທີ່ຕ້ອງເກັບ, ແກ້ໄຂໝີ້ສິນທີ່ແກ່ຍາວໃຫ້ດີ.

3.2.ກຳໄລຂອງວິສາຫະກິດ.

ແມ່ນຈໍານວນຜິດດຽງລະຫວ່າງລາຍຮັບທຸລະກິດ ແລະ ລາຍຈ່າຍເຊິງວິສາຫະກິດເປັນຜູ້ອອກເພື່ອບັນລຸໃຫ້ໄດ້ລາຍຮັບທຸລະກິດດັ່ງກ່າວຈາກການເຄື່ອນໄຫວຕ່າງຂອງວິສາຫະກິດ.

ກໍາໄລມີບົດບາດສໍາຄັນຄື: 

ແມ່ນໄມ້ວັດເສດຖະກິດທີ່ມີຕໍ່ການເຄື່ອນໄຫວຜະລິດທຸລະກິດ, ແມ່ນຕົວແລກຄາດໝາຍທີ່ເປັນພື້ນຖານເພື່ອຕີລາຄາປະສິດທິຜົນຜະລິດທຸລະກິດຂອງວິສາຫະກິດ, ແມ່ນແຫ່ງສະສົມເປັນພື້ນຖານເພື່ອເປີດກ້ວາງການຜະລິດສັງຄົມຄືນໃໝ່.

ກໍາໄລຂອງບັນດາວິສາຫະກິດໄດ້ຮັບການແບ່ງປັນຕາມຂັ້ນຕອນມີດັ່ງນີ້:

  • ເສຍອາກອນລາຍຮັບວິສາຫະກິດໃຫ້ລັດ.
  • ທົດແທນການຫຼຸບທຶນປີກ່ອນບໍ່ໄດ້ຫັກຈາກກຳໄລກ່ອນອາກອນ.
  • ສົ່ງກຳໄລຫຸ້ນສວ່ນ, ແບ່ງກຳໄລໃຫ້ບັນດາຜູ້ຮວ່ມມືທີ່ປະກອບທຶນຮວ່ມທຸລະກິດ.
  • ຫັກສ້າງຄັງໃຊ້ສະເພາະຂອງວິສາຫະກິດເຊັ່ນ: ຄັງສຳຮອງການເງິນ, ຄັງລົງທຶນພັດທະນາ, ຄັງຢ້ອງຍໍ, ລາງວັນ ແລະ ຄັງສະຫວັດດີການ..