ໂລໂກ

ການເມືອງລາວ

ຟາຍບົດຮຽນ ວິຊາ ການເມືອງລາວ

ບົດທີ 1
ວ່າດ້ວຍປະຊາທິປະໄຕປະຊາຊົນ

1.1.ປະຊາທິປະໄຕ.
1.1.1.ຄວາມສຳນຶກກ່ຽວກັບປະຊາທິປະໄຕ

            ປະຊາທິປະໄຕ ແມ່ນສິດອຳນາດຂຶ້ນກັບປະຊາຊົນ ຫຼື ເວົ້າອີກຢ່າງໜື່ງປະຊາທິປະໄຕແມ່ນຮູບການຂອງການ ພົວພັນທາງດ້ານການເມືອງເຊິ່ງອຳນາດທັງໝົດເປັນຂອງປະຊາຊົນເນື້ອແທ້ຂອງປະຊາທິປະໄຕມັນແມ່ນຜະລິດຕະພັນ ແຫ່ງການພົວພັນຊົນຊັ້ນ, ແມ່ນການຈັດຕັ້ງອຳນາດການເມືອງຂອງຊົນຊັ້ນປົກຄອງຕໍ່ສັງຄົມ. 

1.1.2.ລະບົບຂອງປະຊາທິປະໄຕ

        ຢູ່ໃນໂລກມີສອງລະບົບປະຊາທິປະໄຕຄືປະຊາທິປະໄຕປະຊາຊົນແລະປະຊາທິປະໄຕຂອງຄົນສ່ວນຫຼາຍຂື້ນ ກັບຄົນສ່ວນໜ້ອຍ
- ປະຊາທິປະໄຕຂອງຄົນສ່ວນຫຼາຍຂື້ນກັບຄົນສ່ວນໜ້ອຍແມ່ນປະຊາທິປະໄຕນາຍທຶນເອງປະຊາທິປະໄຕ ນາຍທຶນເປັນປະທິປະໄຕແບບລວມໆ ແນ່ໃສ່ປົກປ້ອງສິດຜົນປະໂຫຍດ ແລະ ອໍານາດຂອງຊົນຊັ້ນນາຍທືນບໍ່ແມ່ນ ປະຊາທິປະໄຕຂອງຄົນສ່ວນຫຼາຍ
-  ສໍາລັບປະຊາທິປະໄຕປະຊາຊົນແມ່ນປະຊທິປະໄຕຂອງຄົນສ່ວນຫຼາຍສິດອຳນາດທັງໝົດ ເປັນຂອງປະຊາຊົນເປັນຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.
        ປະຊາຊົນມີສິດທຳການຜະລິດແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນມີສິດສືກສາຮ່ຳຮຽນ, ມີສິດ ປະກອບຄວາມຄິດຄວາມເຫັນເຂົ້ໃນການບໍລິຫານບ້ານເມືອງຕາມແນວທາງຂອງພັກແລະກົດໝາຍຂອງລັດຂະບວນ ວິວັດແຫ່ງການກຳເນີດແລະຂະຫຍາຍຕົວຂອງປະຊາທິປະໄຕແມ່ນຂະບວນວິວັດແຫ່ງການນຳເອົາສິດອຳນາດຕົວຈິງ, ຄົບຖ້ວນມາໃຫ້ປະຊາຊົນປະກອບສ່ວນເຂົ້າໃນການຄຸ້ມລັດຄຸ້ມຄອງເສດຖະກິດແລະຄຸ້ມຄອງສັງຄົມຢ່າງກ້ວາງຂວາງ 

1.2.ຕົ້ນກຳເນີດ ແລະ ທາດແທ້ປະຊາທິປະໄຕ

1.2.1.ຕົ້ນກໍາເນີດ

    ແມ່ນໝາກຜົນແຫ່ງການຕໍ່ສູ້ອັນຍາວນານ ພານຫຼາຍຍຸກຫຼາຍສະໄໝ ຂອງປະຊາຊົນຊາວຜູ້ອອກແຮງງານ ຕໍ່ສູ້ເພື່ອປະຊາທິປະໄຕປະຊາຊົນ.
            ເພື່ອເສີມຂະຫຍາຍຂອງລະບອບປະຊາທິປະໄຕ ຕ້ອງເອົາໃຈໃສ່ບາງບັນຫາດັ່ງລຸ່ມນີ້:
- ຍົກສູງຄວາມຮູ້ຄວາມສາມາດແລະສະຕິຕື່ນຕົວການປະຕິບັດລັດທະທຳມະນູນ
- ຮັບປະກັນລັກສະນະເອກກະພາບຂອງການປະຕິບັດກົດໝາຍ
- ຮັບປະກັນໃຫ້ທຸກໆຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ
        ພື້ນຖານປະຊາທິປະໄຕລ້ວນແຕ່ແມ່ນ, ຜະລິດຕະພັນ, ແມ່ນຜົນສໍາເລັດຂອງຂະບວນວິວັດແຫ່ງການຂະຫຍາຍຕົວອັນຍາວນານຂອງປະຫັວດສາດ, ມັນສືບທອດເອົາບົດຮຽນອັນຍອດຍິງຂອງແຕ່ລະຍຸກສະໄໝ ແລະ ໄດ້ຮັບການເສີມຂະຫຍາຍໃນເງື່ອນໄຂປະຫວັດສາດ
        ສໍາລັບພັກປະຊາຊົນປະຕິວັດລາວປະຊາທິປະໄຕ ແມ່ນຈຸດໝາຍທັງແມ່ນກຳລັງດັນຂອງພາລະກິດ ປ່ຽນແປງໃໝ່ຮອບດ້ານຂອງປະເທດຊາດການເສີມຂະຫຍາຍປະຊາທິປະໄຕ ແມ່ນຂະບວນວິວັດນຶ່ງທີ່ຕິດພັນກັບຈັ່ງ ຫວະການຂະຫຍາຍຕົວໃນທຸກດ້ານຂອງປະເທດຊາດ ຕິດພັນກັບລະດັບຄວາມຮູ້ ແລະ ຄວາມຕື່ນຕົວຂອງ ພົນລະເມືອງຕິດພັນກັບຈຸດພິເສດທາງດ້ານປະຫວັດສາດແລະມູນເຊື້ອຂອງຊາດ
        ການເສີມຂະຫຍາຍປະຊາທິປະໄຕຕ້ອງຄຽງຄູ່ກັບການເພີ່ມ ທະວີລະບອບນິຕິບັນຍັດປະຊາທິປະໄຕແມ່ນ ທາດແທ້ອັນດີງາມຂອງສັງຄົມໃໝ່ເຊິ່ງປະຊາຊົນເຮົາໄດ້ສ້າງຂື້ນໄປ ຄຽງຄູ່ກັບຂະບວນວິວັດແຫ່ງການຂະຫຍາຍຕົວ ຂອງປະເທດຊາດປະຊາທິປະໄຕນັບມື້ໄດ້ຮັບການເປີດກ້ວາງເລື້ອຍໆແຕ່ປະຊາທິປະໄຕ່ຍາມໃດກໍນອນຢູ່ໃນຂອບເຂດ ຂອງກົດໝາຍ

1.2.2.ທາດແທ້ຂອງປະຊາທິປະໄຕປະຊາຊົນ

        ທາດແທ້ຂອງປະຊາທິປະໄຕປະຊາຊົນ ແມ່ນປະຊາທິປະໄຕຂອງຄົນຈໍານວນຫຼາຍຜະເດັດການຕໍ່ຄົນຈຳນວນ ໜ້ອຍທີ່ມີກົນອຸບາຍມ້າງເພທຳລາຍຕໍ່ພາລະກິດສ້າງສາປະເທດຊາດທາດແທ້ປະຊາທິປະໄຕສະແດງອອກຢູ່ບ່ອນວ່າ ປະຊາຊົນຜູ້ອອກແຮງງານຈຳນວນຫຼວງຫຼາຍນັບມື້ໄດ້ປະກອບສ່ວນໃນການຄຸ້ມຄອງປະເທດຊາດ, ຄຸ້ມຄອງສັງຄົມໄດ້ຊົມໃຊ້ບັນດາຜົນສຳເລັດທາງດ້ານເສດຖະກິດວັດທະນະທຳຄວາມສີວິໄລຂອງສັງຄົມຢ່າງແທ້ຈິງ 
        - ລະບອບປະຊາທິປະໄຕປະຊາຊົນເນື້ອແທ້ ແມ່ນສິດອຳນາດເປັນຂອງປະຊາຊົນບັນດາຊັ້ນຄົນໃນນັ້ນກຳມະກອນຊາວກະຊິກອນ, ນັກຮຽນຮູ້ປັນຍາຊົນເປັນຫຼັກແຫ່ງພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ຍ້ອນແນວນັ້ນມັນຈຶ່ງມີຄວາມແຕກຕ່າງກັບປະຊາທິປະໄຕນາຍທືນຄວາມແຕກຕ່າງມັນສະແດງອອກ
        - ລະບອບປະຊາທິປະໄຕປະຊາຊົນແມ່ນສິດແລະອຳນາດເປັນຂອງປະຊາຊົນຈໍານວນຫຼວງຫຼາຍຢູ່ໃນສັງຄົມກົງກັນຂ້າມກັບປະຊາທິປະໄຕນາຍທືນມັນແມ່ນສິດ ແລະ ອໍານາດຂອງພວກກໍາອໍານາດທີ່ເປັນກຸ່ມຄົນສ່ວນໜ້ອຍ, ກຸ່ມຄົນຮັ່ງມີຢູ່ໃນສັງຄົມ, ສ່ວນປະຊາທິປະໄຕຂອງພົນລະເມືອງທົ່ວໄປນັ້ນແມ່ນຖືກກຳກັດສິດປະຊາທິປະໄຕໝາຍ ຄວາມວ່າສິ່ງທີ່ຖືກຕ້ອງເປັນທໍາແຕ່ເມື່ອຂັດກັບຜົນປະໂຫຍດຂອງກຸ່ມຄົນກໍາອໍານາດແລ້ວປະຊາຊົນກໍ່ບໍ່ມີສິດສະແດງ ຄຳເຫັນອອກມາໄດ້, ເຖິງວ່າຈະໄດ້ສະແດງຄວາມຄິດເຫັນກໍ່ບໍ່ໄດ້ຮັບການພິຈາລະນາຕອບສະໝອງ.
        - ລະບອບປະຊາທິປະໄຕປະຊາຊົນ ແມ່ນຕິດພັນກັບການນຳພາລວມສູນເປັນເອກກະພາບຂອງພັກ ແລະ ການຄຸ້ມຄອງຂອງລັດຍ້ອນແນວນັ້ນ ຈຶ່ງເປັນກຳລັງແຮງສັງລວມໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ກົງກັນຂ້າມກັບປະຊາທິປະໄຕນາຍທຶນນັ້ນແມ່ນດໍາເນີນໄປຕາມແຕ່ລະກຸ່ມແຕ່ລະຍ່ອມ, ແຕ່ລະພັກ ພວກຢ່າງກະແຈກກະຈາຍ, ຍ້ອນແນວນັ້ນຈຶ່ງມີການເຍກຊີງອຳນາດ ແລະ ສຳລັນຟັນແທງກັນ.
       - ໜ້າທີ່ພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ແມ່ນການເສີມຂະຫຍາຍສິດ ແລະ ສະເໜີພາບກໍ່ຄືຄວາມສາມັກຄີປອງດອງຊາດ, ກົງກັນຂ້າມກັບປະຊາທິປະໄຕນາຍທຶນແມ່ນຍຸຍົງສົ່ງເສີມລັດທິບູຊາຄົນ, ຍຸແຕ່ແປງແຍກເປັນຫຼາຍພັກ, ຫຼາຍພວກປູກຈິດໃຈຊາດຄັບແຄບຂອງແຕ່ລະຊົນເຜົ່າເຮັດໃຫ້ພາຍໃນຊາດມີຄວາມອງຄາດໝາດໝາງກັນເກີດມີຂໍ້ຂັດແຍ່ງກັນ.

1.3.ການເສີມຂະຫຍາຍປະຊາທິປະໄຕໃນຂົງເຂດຊີວິດສັງຄົມ 
1.3.1.ປະຊາທິປະໄຕໃນຂົງເຂດເສດຖະກິດ

    - ຜູ້ອອກແຮງງານທຸກຄົນລ້ວນແຕ່ມີສິດແສລີພາບໃນການດໍາເນີນການຜະລິດທຸລະກິດໃນຂອບເຂດຂອງ ກົດໝາຍ, ປະຕິບັດສິດເປັນເຈົ້າໂດຍກົງໃນຂະບວນວິວັດການອອກແຮງງານທຳການຜະລິດ, ມີສິດແປບ່ງປັນຜົນຜະລິດຢ່າງຍຸດຕິທໍາ ແລະ ສົມເຫດສົມຜົນຕາມກົດໝາຍ. 
            - ປະຊາທິປະໄຕດ້ານເສດຖະກິດ ແມ່ນເລີ່ມຈາກຫຼັກການຮັບປະກັນທາງດ້ານສາມສິດຜົນປະໂຫຍດຄື :
ຜົນປະໂຫຍດຂອງບຸກຄົນຜູ້ອອກແຮງງານ, ຜົນປະໂຫຍດລວມໝູ່ຂອງພາກສ່ວນເສດຖະກິດ ແລະ ຜົນປະໂຫຍດ ຂອງລັດຫຼືທົ່ວປວງຊົນເຊິ່ງໃນນັ້ນຜົນປະໂຫຍດຂອງສ່ວນບຸກຄົນ ແລະ ຄອບຄົວເປັນຈຸດເລີ້ມເປັນກຳລັງດັນຕໍ່ການ ຂະຫຍາຍການຜະລິດ.

1.3.2.ປະຊາທິປະໄຕໃນຂົງເຂດການເມືອງ.

        - ສິດປະຊາທິປະໄຕຂອງພົນລະເມືອງໄດ້ຮັບການປະຕິບັດໂດຍກົງຄື: ສິດສະໝັກຮັບເລືອກຕັ້ງສິດປ່ອນບັດ ເລືອກຕັ້ງສິດໃນການສະແດງຄວາມຄິດເຫັນເຂົ້າໃນການລົງປະຊາມະຕິເຂົ້າໃນການສ້າງລັດຖະທຳມະນູນ ແລະ ກົດ ໝາຍດຳລັດຕ່າງໆ ແລະ ບັນຫາສຳຄັນຂອງປະເທດຊາດ.
       - ສິດປະຊາທິປະໄຕຂອງພົນລະເມືອງຍັງໄດ້ຮັບການປະຕິບັດໂດຍຜ່ານລັດ, ສະນັ້ນຕ້ອງສ້າງ ແລະ ປັບປຸງ ລັດໃຫ້ກາຍເປັນລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຢ່າງແທ້ຈີງລັດຕ້ອງມີອຳນາດພຽງພໍ ແລະ ມີຄວາມສາມາດຈັດຕັ້ງຄຸ້ມຄອງຊີວິດສັງຄົມໃນທຸກດ້ານດ້ວຍກົດໝາຍເພື່ອປະຕິບັດສິດເປັນເຈົ້າຂອງປະຊາຊົນພ້ອມກັນນັ້ນຕ້ອງຈຳກັດການສໍ້ລາດບັງຫຼວງພະຍາດອາດຍາສິດຖ້າບໍ່ ດັ່ງນັ້ນຈະກາຍເປັນລັດທີ່ຫ່າງເຫີນຈາກປະຊາຊົນສິດ ເປັນເຈົ້າຂອງປະຊາຊົນຈະຖືກກໍາຈັດຮັດແຄບ ແລະ ສິດປະຊາທິປະໄຕປະຊາຊົນບໍ່ໄດ້ຮັບການປະຕິບັດ.
      - ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນມີບົດບາດຕໍ່ການເສີມຂະຫຍາຍປະຊາທິປະໄຕ ໃນສຳມາຊິກຂອງຕົນ ແລະ ປຸກລະດົມປະຊາຊົນໃຫ້ຕັ້ງໜ້າປະກອບສ່ວນເຂົ້າໃນການຄຸ້ມຄອງລັດຄຸ້ມຄອງສັງຄົມ
- ບັນຫາທີ່ຄວາມຕັດສິນຕໍ່ການເປີດກ້ວາງປະຊາທິປະໄຕ, ແມ່ນຕ້ອງປັບປຸງເພີ່ມທະວີບົດບາດການນຳພາຂອງພັກຢ່າງບໍ່ຢຸດຢັ້ງ.

1.3.3.ປະຊາທິປະໄຕໃນຂົງເຂດວັດທະນະທຳ

     - ວັດທະນະທຳເປັນຖາກຖານທາງສັງຄົມທີ່ຄຳຊໃຫ້ຊາຍືນຍົງຄົງຕົວ ແລະ ຂະຫຍາຍຕົວທັງເປັນກຳລັງຊຸກຍູ້ ທີ່ສຳຄັນ ແລະ ເປັນຈຸດໝາຍຂອງການພັດທະນາສັງຄົມ
     - ໂດຍເຫັນແຈ້ງຄຸນຄ່າ ແລະ ຄວາມສຳຄັນຂອງວັດທະນະທໍາໃນໄລຍະສືບຕໍ່ກໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕພັກ ແລະ ລັດຕ້ອງເອົາໃຈໃສ່ໃນຂົງເຂດວຽກງານດັ່ງກ່າວ ແລະ ໄດ້ເປີດກ້ວາງໃຫ້ທຸກພາກສ່ວນ, ທຸກ ຄົນເຂົ້າຮ່ວມໃນຂົງເຂດວຽກງານດັ່ງນັ້ນເພື່ອຮັບປະກັນປະຊາທິປະໄຕໃນຂົງເຂດວັດທະນະທໍາ
       - ພັກລັດມີນະໂຍບາຍ ແລະ ສົ່ງເສີມກິດຈະກຳວັດທະນະທໍາຢູ່ໃນບັນດາໂຮງຮຽນ, ສ້າງບ້ານວັດທະນະທໍາ ແລະ ຄອບຄົວວັດທະນະທຳ, ສົ່ງເສີມວຽກງານສິນລະປະວັນນະຄະດີໃຫ້ກາຍເປັນການເຄື່ອນໃຫວຂອງມະຫາຊົນ, ຊຸ ຍູ້ວຽກງານປະດິດແຕ່ງທີ່ມີຄຸນນະພາບ, ເອົາໃຈໃສ່ປະຕິບັດນະໂຍບາຍສົ່ງເສີມດ້ວຍຫຼາຍຮູບການຕໍ່ຜູ້ມີຜົນງານ ດີເດັ່ນດ້ານການປະດິດແຕ່ງ, ດ້ານການສະແດງອອກກໍ່ຄືການເຄື່ອນໃຫວໃນຂົງເຂດວັດທະນະທຳ ແລະ ສິລະປະ ວັນນະຄະດີສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດສົມກັບການຮັບເອົາວັດທະນະທຳອັນກ້າວໜ້າ ຂອງໂລກຈໍາກັດທຸກປະກົດການຫຍໍ້ທໍ້ເຊື່ອມຊາມ.