ໂລໂກ

ການຕະຫຼາດ

 ຄວາມສຳຄັນ ແລະ ຂອບເຂດຂອງການຕະຫຼາດ


1.1.ຄວາມໝາຍຂອງການຕະຫຼາດ 

        ການຕະຫຼາດໝາຍເຖິງ ກິດຈະກຳທາງທຸລະກິດ ທີ່ເຮັດໃຫ້ສິນຄ້າ ແລະ ບໍລິການເຄື່ອນຍ້າຍຈາກແຫຼ່ງຜະລິດ ຫຼື ຜູ້ໃຫ້ບໍລິການ ໄປເຖິງຜູ້ບໍລິໂພກ ໂດຍອາໄສສ່ວນປະສົມທາງການຕະຫຼາດ ເພື່ອສ້າງຄວາມເພິ່ງພໍໃຈສູງສຸດ ໃຫ້ແກ່ລູກຄ້າ ແລະ ເພື່ອບັນລຸຕາມຈຸດປະສົງຂອງອົງກອນທຸລະກິດທີ່ກຳນົດໄວ້.

1.2.ຄວາມສໍາຄັນຂອງການຕະຫຼາດ 

1. ຄວາມສຳຄັນຕໍ່ສັງຄົມ

- ການຕະຫຼາດຊ່ວຍຍົກລະດັບມາດຕະຖານການຄອງຊີບຂອງປະຊາຊົນ

- ການຕະຫຼາດພາໃຫ້ເກີດການໝູນວຽນ ປັດໃຈການຜະລິດຕ່າງໆ ໂດຍການນຳເອົາປັັດໃຈການຜະລິດທີ່ມີຢູ່ມາຜະລິດເປັນສິນຄ້າ ໃຫ້ເປັນທີ່ນິຍົມຂອງຜູ້ບໍລິໂພກ.

2. ຄວາມສຳຄັນຕໍ່ເສດຖະກິດ

- ການຕະຫຼາດຊ່ວຍສ້າງຄວາມຕ້ອງການຊື້ ໃນສິນຄ້າແລະ ບໍລິການ.

- ເປັນການເພີ່ມການຜະລິດ ເພື່ອສະໜອງຄວາມຕ້ອງ ການຊື້ໃຫ້ເພີ່ມຂຶ້ນ, ເຮັດໃຫ້ມີການໃຊ້ປັດໃຈການຜະ ລິດ, ການລົງທຶນ, ການຈ້າງງານເພີ່ມຂຶ້ນ, ບໍ່ມີຄົນຫວ່າງານ, ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ, ເສດ ຖະກິດຂະຫຍາຍຕົວ.

- ການຕະຫຼາດ ຊ່ວຍສະໜັບສະໜຸນການຄ້າລະຫວ່າງປະເທດຄື ຊ່ວຍໃຫ້ຂະຫຍາຍຕະຫຼາດຈາກພາຍໃນປະເທດ ອອກສູ່ຕະຫຼາດລະດັບຊາດ.

3. ຄວາມສຳຄັນຕໍ່ອົງກອນທຸລະກິດ

- ການຕະຫຼາດເປັນກິດຈະກຳທີ່ສ້າງລາຍໄດ້ໃຫ້ກັບອົງກອນແລະ ນຳໄປສູ່ການສ້າງຜົນກຳໄລ.

- ການຕະຫຼາດຊ່ວຍໃຫ້ມີແນວຄວາມຄິດລິເລີ່ມ ແລະ ພັດທະນາສິນຄ້າໃໝ່ໆ ເພື່ອມາຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ.

4. ຄວາມສຳຄັນຕໍ່ບຸກຄົນ

- ເຮັດໃຫ້ຜູ້ບໍລິໂພກພໍໃຈໃນການບໍລິໂພກສິນຄ້າ.

- ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຂ່າວສານ ເພື່ອໃຫ້ມີຄວາມຮູ້ໃນການເລືອກຊື້ສິນຄ້າທີ່ມີຄຸນະພາບ.

- ສາມາດນຳເອົາຄວາມຮູ້ທາງການຕະຫຼາດໄປປະຍຸກໃຊ້ໃນຊີວິດປະຈຳວັນ.

1.3.ແນວຄວາມຄິດທາງດ້ານການຕະຫຼາດ 

ມີ 5 ແນວຄວາມຄິດຄື:

1. ແນວຄວາມຄິດດ້ານການຜະລິດ

2. ແນວຄວາມຄິດດ້ານຜະລິດຕະພັນ

3. ແນວຄວາມຄິດດ້ານການຂາຍ

4. ແນວຄວາມຄິດດ້ານການຕະຫຼາດ

5. ແນວຄວາມຄິດດ້ານການຕະຫຼາດເພື່ອສັງຄົມ

1. ແນວຄວາມຄິດດ້ານການຜະລິດ

  • ເປັນແນວຄວາມຄິດໃນຍຸກເກົ່າ,ໃນຍຸກທີ່ສິນຄ້າແລະບໍລິການຍັງບໍ່ທັນພຽງພໍ.

  • ໃຊ້ໄດ້ດີເມື່ອ demand > supply.

  • ເນັ້ນການປັບປຸງຄຸນະພາບຂອງການຜະລິດໃຫ້ຕົ້ນທຶນຕ່ຳລົງ ເພື່ອຂາຍສິນຄ້າໃນລາຄາຕ່ຳກ່ວາຄູ່ແຂ່ງພັດທະນາການຈັດຈຳໜ່າຍໃຫ້ມີປະສິດທິພາບ.

2. ແນວຄວາມຄິດດ້ານຜະລິດຕະພັນ

  • ຜູ້ບໍລິໂພກໃຫ້ຄວາມສຳຄັນຕໍ່ຄຸນນະພາບ, ປະສິດທິພາບ,ຮູບລັກສະນະຫຼາຍກວ່າລາຄາ.

  • ຜູ້ຜະລິດເນັ້ນການປັບປຸງຄຸນນະພາບຂອງຜະລິດຕະພັນຢ່າງຕໍ່ເນື່ອງ.

  • ລະວັງ ການຄິດແຕ່ຈະພັດ ທະນາຜະລິດຕະພັນ ຈົນລືມຄິດເຖິງຄວາມຕ້ອງການທີ່ແທ້ຈິງຂອງຜູ້ບໍລິໂພກ.

3. ແນວຄວາມຄິດດ້ານການຂາຍ

  • ຕ້ອງມີການກະຕຸ້ນການຂາຍ ດ້ວຍວິທີການຕ່າງໆເຊັ່ນ: ລົດ ແລກ ແຈກ ແຖມ ເພື່ອ ໃຫ້ເກີດການຊື້ໃນປະລິມານທີ່ຫຼາຍຂຶ້ນ.

  • ປະຈຸບັນໃຊ້ກັບສິນຄ້າທີ່ຂາຍຍາກ ຫຼື ສິນຄ້າທີ່ບໍ່ສະ ແຫວງຫາຊື້.

  • ເມື່ອກະຕຸ້ນໃຫ້ເກີດການຊື້ແລ້ວ ຕ້ອງລະວັງຄວາມເພິ່ງພໍໃຈຫຼັງການຊື້.

4. ແນວຄວາມຄິດດ້ານການຕະຫຼາດ

  • ພິຈາລະນາຄວາມຈຳເປັນ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ແຕກຕ່າງກັນ ເພື່ອແບ່ງສ່ວນຕະຫຼາດ.

  • ມີການເລືອກຕະຫຼາດເປົ້າ ໝາຍ.

  • ສະແຫວງຫາກຳໄລຈາກຄວາມເພິ່ງພໍໃຈຂອງລູກຄ້າ.

5. ແນວຄວາມຄິດດ້ານການຕະຫຼາດເພື່ອສັງຄົມ

  • ຫຼັກການພື້ນຖານຄືແນວຄິດດ້ານການຕະຫຼາດ.

  • ຮັບຜິດຊອບຕໍ່ຜູ້ບໍລິໂພກ, ສິ່ງແວດລ້ອມ,ການເມືອງ,ການປົກຄອງ, ກົດໝາຍ, ວັດທະນະທຳ ແລະ ຊັບພະຍາ ກອນທຳມະຊາດ.

1.4.ໜ້າທີ່ທາງການຕະຫຼາດ 

ມີ 3 ໜ້າທີ່ຄື:

  • ໜ້າທີ່ກ່ຽວຂ້ອງກັບການແລກປ່ຽນ

  • ໜ້າທີ່ກ່ຽວຂ້ອງກັບການແຈກຢາຍ

  • ໜ້າທີ່ກ່ຽວຂ້ອງກັບການອຳນວຍຄວາມສະດວກ

1.ໜ້າທີ່ກ່ຽວຂ້ອງກັບການແລກປ່ຽນ: ການໂອນກໍາມະສິດຄວາມເປັນເຈົ້າຂອງ

  • ການຊື້: ໝາຍເຖິງປະເມີນສິນຄ້າ ຫຼື ບໍລິການ ເພື່ອມາຈຳໜ່າຍຫຼືຜະລິດໃຫ້ກັບລູກຄ້າ.

  • ການຂາຍ: ໝາຍເຖິງການສົ່ງເສີມຜະລິດຕະພັນ ໂດຍອາໄສພະນັກງານຂາຍ ຫຼື ບໍ່ໃຊ້ພະນັັກງານຂາຍ.

2. ໜ້າທີ່ກ່ຽວຂ້ອງກັບການແຈກຢາຍ

  • ການຂົນສົ່ງ: ໝາຍເຖິງການເຄື່ອນຍ້າຍສິນຄ້າຈາກແຫຼ່ງໜຶ່ງໄປອີກແຫຼ່ງໜຶ່ງ ໂດຍໃຊ້ພາຫະນະຕ່າງເຊັ່ນ: ທາງບົກ, ທາງນໍ້າ, ທາງອາກາດ....

  • ການເກັບຮັກສາ: ໝາຍເຖິງການດູແລ, ການເກັບຮັກສາສິນຄ້າໄວ້ຈົນເຖິງເວລາທີ່ລູກຄ້າຕ້ອງການ ເຊິ່ງອາໄສສາງສິນຄ້າ ແລະ ການບໍລິຫານເຄື່ອງໃນສາງ

3. ໜ້າທີ່ກ່ຽວຂ້ອງກັບການອຳນວຍຄວາມສະດວກ

  • ການຈັັດມາດຕະຖານແລະລະດັບຄຸນະພາບຂອງສິນຄ້າ: ໝາຍເຖິງການຈັດແຍກສິນຄ້າຕາມຂະໜາດແລະຄຸນະພາບ

  • ການເງິນ: ເປັນໜ້າທີ່ໃນການຈັດຫາເງິນສົດແລະສິນເຊື່ອໃຫ້ພຽງພໍຕໍ່ການຂົນສົ່ງ, ການເກັບຮັກສາ,ການສົ່ງເສີມການຂາຍ, ການຂາຍແລະການຊື້ສິນຄ້າ.

  • ການຮັບພາລະສ່ຽງໄພ:ເປັນການຮັບພາລະຄວາມບໍ່ແນ່ນອນທີ່ອາດເກີດຂຶ້ນເຊັ່ນ ສິນຄ້າລ້າສະໄໝ, ເສຍຫາຍ,ຍອດຂາຍຫຼຸດລົງ, ການເຊື່ອມຄຸນນະພາບ....

  • ການໃຫ້ຂໍ້ມູນຂ່າວສານທາງດ້ານການຕະຫຼາດ: ໝາຍເຖິງການເກັບຂໍ້ມູນ,ການວິເຄາະຂໍ້ມູນ,ການນຳຂໍ້ມູນໄປໃຊ້ໃນການວາງແຜນແລະຄຸ້ມຄອງກິດຈະກຳທາງການຕະຫຼາດ

1.5.ສ່ວນປະສົມທາງດ້ານການຕະຫຼາດ 

  • ຜະລິດຕະພັນ( Products )

  • ລາຄາ( Price )

  • ການຈັດຈຳໜ່າຍ( Place )

  • ການສົ່ງເສີມການຕະຫຼາດ( Promotion )