ໂລໂກ

ຄຳຖາມ ຄົ້ນຄວ້າ ທິດສະດີເງິນຕາ ພາກຮຽນ 2 ປີ 2021

 


ຄຳຄຳຖາມຄົ້ນຄວ້າ ທິດສະດີເງິນຕາ ພາກຮຽນ 2 ປີ 2021

  1. ຈົ່ງໃຫ້ນິຍາມຂອງ ເງິນ ແລະ ທາດແທ້ຂອງເງິນແມ່ນແນວໃດ ?

  2. ການຂະຫຍາຍຕົວຂອງຮູບຖານເງິນຕາມີຈັກໄລຍະ ? ຄືໄລຍະໃດແດ່ ?

  3. ຄຸນລັກສະນະຂອງວັດຖຸທີ່ເປັນເງິນໄດ້ດີມີຫຍັງແດ່ ?

  4. ປະຫວັດຄວາມເປັນມາຂອງເງິນກີບລາວໄດ້ຜ່ານຈັກສະໄໝ ? ຄືສະໄໝໃດແດ່ ?

  5. ສປປ ລາວ ໄດ້ມີການຈັດພິມເງິນກີບທະນາຄານອອກມາຈຳໝາຍທັງໝົດຈັກຄັ້ງ ? ແລະ ນຳໃຊ້ເງິນຄັ້ງທຳອິດປີໃດ ?

  6. ເງິນເຟີ້ ແມ່ນຫຍັງ ? ແລະ ສາເຫດຂອງພາວະເງິນເຟີ້ມີສາເຫດມາຈາກໃສແດ່ ?

  7. ພາວະເງິນເຟີ້ ແລະ ພາວະເງິນຝຶດ ມີຄວາມແຕກຕ່າງກັນຄືແນວໃດ ?

  8. ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະທານມີຫຍັງແດ່ ?

  9. ຕະຫຼາດການເງິນມີບົດບາດຫຍັງແດ່ ?

  10. ຮຸ້ນແມ່ນຫຍັງ ? ຮຸ້ນມີຈັກປະເພດ ? ຄືປະເພດໃດແດ່ ?

  11. ພາລະບົດບາດຂອງທະນາຄານທຸລະກິດຕິດພັນກັບການຂະຫຍາຍຕົວຂອງພື້ນຖານເສດຖະກິດມີຫຍັງແດ່ ?

  12. ອັດຕາດອກເບ້ຍມີຈັກປະເພດ ? ຄືປະເພດໃດແດ່ ?

  13. ລະດັບອັດຕາດອກເບ້ຍເງິນຝາກທະນາຄານແມ່ນຂຶ້ນຢູ່ກັບຫຍັງ ?

  14. ອັດຕາດອກເບ້ຍອ້າງອີງແມ່ນຖືກນຳໃຊ້ໃນເວລາໃດ ?

  15. ບົດບາດອັດຕາດອກເບ້ຍໃນພື້ນຖານເສດຖະກິດມີບົດບາດໃດແດ່ ?


ຂະໝານຕອບຄຳຖາມຄົ້ນຄວ້າ ທິດສະດີເງິນຕາ ພາກຮຽນ 2 ປີ 2021

1. ຈົ່ງໃຫ້ນິຍາມຂອງ ເງິນ ແລະ ທາດແທ້ຂອງເງິນແມ່ນແນວໃດ ?

ເງິນ: ແມ່ນໝົດທຸກສິ່ງທຸກຢ່າງ ທີ່ສັງຄົມຍອມຮັບທົ່ວໄປ ໃຊ້ເປັນຊື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງຫົວໝວ່ຍເງິນຕາຂຶ້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງຢູ່ສະເໝີ.

ທາດແທ້ຂອງເງິນ: ແມ່ນເປັນສິ່ງໝຶ່ງທີ່ໃຊ້ເປັນສື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການ ເປັນພາຫະນະທີ່ຊວ່ຍໃນຂະບວນການແລກປຽ່ນໃຫ້ເປັນໄປຢ່າງງ່າຍດ່າຍຍິ່ງຂຶ້ນ.

2. ການຂະຫຍາຍຕົວຂອງຮູບຖານເງິນຕາມີຈັກໄລຍະ ? ຄືໄລຍະໃດແດ່ ?

ມີ 4 ໄລຍະຄື:

  • ຮູບຖານສິນຄ້າ - ເງິນຕາ

  • ເງິນເຈ້ຍ

  • ເງິນເຊື່ອ

  • ເງິນຕາອີເລັກໂຕຼນິກ

3. ຄຸນລັກສະນະຂອງວັດຖຸທີ່ເປັນເງິນໄດ້ດີມີຫຍັງແດ່ ?

  • ເປັນທີ່ຍອມຮັບທົ່ວໄປ

  • ລັກສະນະສັງເກດໄດ້ງ່າຍ

  • ແບ່ງເປັນຫົວໝວ່ຍຍ່ອຍໄດ້ງ່າຍ

  • ມີຄວາມທົົນທານ

  • ສາມາດພົກພາໄດ້ສະດວກ

  • ເປັນທີ່ຕ້ອງການຂອງສັງຄົມທົ່ວໄປ

4. ປະຫວັດຄວາມເປັນມາຂອງເງິນກີບລາວໄດ້ຜ່ານຈັກສະໄໝ ? ຄືສະໄໝໃດແດ່ ?

ໄດ້ຜ່ານ 7 ສະໄໝ່ຄື:

  • ເງິນຕາ (ເງິນກີບ) ສະໄໝອານາຈັກລາວລ້ານຊ້າງ ແຕ່ ປີ ຄສ 1373 - 1478

  • ເງິນຕາສະໄໝອິນດູຈີນ - ຝຣັ່ງເສດແຕ່ປີ 1875 – 1954.

  • ເງິນກີບລາວອິດສະຫຼະ 1945 - 1946 (ວັນທີ 12 ຕຸລາ 1945, ລາວໄດ້ປະກາດເອກລາດຈາກຝຣັ່ງເສດເປັນຄັ່ງທຳອິດ ແລະ ໄດ້ພິມເງິນຂອງຕົນເອງອອກໃຊ້).

  • ເງິນຕາສະໄໝຣາຊະອານາຈັກລາວ (ເງິນກີບວຽງຈັນ) ແຕ່ປີ 1952 - 1975.

  • ການກຳເນີດ ແລະ ຄວາມເປັນມາຂອງເງິນກີບຄັງໄຂໃນປີ 1962.

  • ການກຳເນີດຂຶ້ນ ແລະ ຄວາມເປັນມາຂອງເງິນກີບປົດປ່ອຍແຕ່ປີ 1968 - 1979

  • ການກຳເນີດເງິນຕາສະໄໝປະຈຸບັນ (ເງິນກີບທະນາຄານ) ແຕ່ປີ 1979 ເຖິງປະຈຸບັນ

5. ສປປ ລາວ ໄດ້ມີການຈັດພິມເງິນກີບທະນາຄານອອກມາຈຳໝາຍທັງໝົດຈັກຄັ້ງ ? ແລະ ນຳໃຊ້ເງິນຄັ້ງທຳອິດປີໃດ ?

  • ມີທັງໝົດ 10 ຄັ້ງ

  • ນຳໃຊ້ເງິນຄັ້ງທຳອິດ 1979

6. ເງິນເຟີ້ ແມ່ນຫຍັງ ? ແລະ ສາເຫດຂອງພາວະເງິນເຟີ້ມີສາເຫດມາຈາກໃສແດ່ ?

ເງິນເຟີ້: ແມ່ນລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປເພີ່ມສູງຂຶ້ນເລື້ອຍໆ ຢ່າງຕໍ່ເນື່ອງເຮັດໃຫ້ມູນຄ່າຂອງເງິນຫຼຸດລົງ.

ສາເຫດຂອງພາວະເງິນເຟີ້ມາຈາກ:

  • ພາວະເງິນເຟີ້ຈາກຄວາມຕ້ອງການ

  • ພາວະເງິນເຟີ້ຈາກການສະໝອງ

  • ພາວະເງິນເຟີ້ຈາກຕົ້ນທຶນ

  • ພາວະເງິນເຟີ້ຈາກໂຄງສ້າງ

  • ພາວະເງິນເຟີ້ຈາກການສົ່ງອອກ

  • ພາວະເງິນເຟີ້ຈາກການນຳເຂົ້າ

  • ພາວະເງິນເຟີ້ຈາກການເງິນ

  • ພາວະເງິນເຟີ້ຈາກງົບປະມານ

  • ພາວະເງິນເຟີ້ຈາກສິນເຊື່ອ

7. ພາວະເງິນເຟີ້ ແລະ ພາວະເງິນຝຶດ ມີຄວາມແຕກຕ່າງກັນຄືແນວໃດ ?

ພາວະເງິນເຟີ້:

  • ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ

  • ອຳນາດຊື້ຂອງເງິນຫຼຸດລົງ

ພາວະເງິນຝຶດ:

  • ເຮັດໃຫ້ລາຄາຫຼຸດລົງ

  • ອຳນາດຊື້ຂອງເງິນເພີ່ມຂຶ້ນ

8. ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະທານມີຫຍັງແດ່ ?

  • ລະດັບອັດຕາເງິນເດືອນເພີ່ມຂຶ້ນຫຼາຍກວ່າກຳລັງການຜະລິດ

  • ການເພີມຂຶ້ນຂອງລາຍໄດ້ຕົວຈິງຂອງການຜະລິດ ຈະພັກດັນໃຫ້ລາຄາສິນຄ້າສູງຂຶ້ນ

  • ຍ້ອນລາຄາສິນຄ້ານຳເຂົ້າ ເພີມສູງຂຶ້ນຈາກການເກີດບັນຫາເງິນເຟີ້

  • ຍ້ອນການເພີມຂຶ້ນຂອງພາສີອາກ່ອນ ແລະ ພາລະຜູກພັນຕໍ່ກັບງົບປະມານຂອງລັດ.

9. ຕະຫຼາດການເງິນມີບົດບາດຫຍັງແດ່ ?

  • ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ

  • ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ

  • ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ

  • ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ

  • ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ

10. ຮຸ້ນແມ່ນຫຍັງ ? ຮຸ້ນມີຈັກປະເພດ ? ຄືປະເພດໃດແດ່ ?

ຮຸ້ນ: ແມ່ນຫຼັກຊັບປະເພດໝຶ່ງທີ່ບໍລິສັດອອກໃຫ້ແກ່ຜູ້ຖືຄອງ, ຜູ້ຖືຮຸ້ນມີສິດໃນການຮຽກຮ້ອງສິດໃນຊັບສິນ ແລະ ຜົນຕອບແທນ, ຜູ້ຖືຮຸ້ນແມ່ນເຈົ້າຂອງບໍລິສັດ, ຄວາມເປັນເຈົ້າຂອງຕາມສັດສ່ວນຖືຄອງ.

ຮຸ້ນມີ 2 ປະເພດຄື: ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ

11. ພາລະບົດບາດຂອງທະນາຄານທຸລະກິດຕິດພັນກັບການຂະຫຍາຍຕົວຂອງພື້ນຖານເສດຖະກິດມີຫຍັງແດ່ ?

  • ເປັນບ່ອນສະໝອງທຶນໃຫ້ແກ່ພື້ນຖານເສດຖະກິດ.

  • ເປັນຂົວຕໍ່ລະຫວ່າງເສດຖະກິດກັບຕະຫຼາດ

  • ເປັນເຄື່ອງມືສຳລັບໃຫ້ລັດດັບປັບຄຸ້ມຄອງມະຫາພາກ ຕໍ່ພື້ນຖານເສດຖະກິດ.

  • ເປັນຂົວຕໍ່ລະຫວ່າງການເງິນແຫ່ງລັດກັບການເງິນສາກົນ

12. ອັດຕາດອກເບ້ຍມີຈັກປະເພດ ? ຄືປະເພດໃດແດ່ ?

ມີ 3 ປະເພດຄື:

  • ອັດຕາດອກເບ້ຍໃນການທະນາຄານ.

  • ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ.

  • ອັດຕາດອກເບ້ຍອ້າງອີງ.

13. ລະດັບອັດຕາດອກເບ້ຍເງິນຝາກທະນາຄານແມ່ນຂຶ້ນຢູ່ກັບຫຍັງ ?

  • ສະກຸນເງິນຝາກ ເປັນເງິນຕາພາຍໃນ ຫຼື ເງິນຕ່າງປະເທດ

  • ຊະນິດຂອງບັນຊີເງິນຝາກ ເປັນບັນຊີເງິນຝາກເພື່ອການຊຳລະ ຫຼື ເງິນຝາກປະຢັດ.

  • ໄລຍະເວລາການຝາກເງິນເປັນໄລບະສັ້ນ ແລະ ໄລຍະຍາວ

  • ປະລິມານຂອງການຝາກເງິນ

14. ອັດຕາດອກເບ້ຍອ້າງອີງແມ່ນຖືກນຳໃຊ້ໃນເວລາໃດ ?

  • ນຳໃຊ້ເປັນພື້ນຖານໃນການກຳນົດອັດຕາດອກເບ້ຍເພື່ອດຳເນີນທຸລະກິດຂອງຕົນ.

  • ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການປ່ອຍສິນເຊື່ອ.

  • ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການລະດົມທຶນ.

15. ບົດບາດອັດຕາດອກເບ້ຍໃນພື້ນຖານເສດຖະກິດມີບົດບາດໃດແດ່ ?

  • ບົດບາດຂອງດອກເບ້ຍ ໃນການເພີ່ມທະວີເສດຖະກິດ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບການລົງທຶນ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບການປະຢັດ ແລະ ການບໍລິໂພກ

  • ບົດບາດຂອງອັດຕາດອກເບ້ຍຕໍ່ກັບດັດສະນີລາຄາຜູ້ບໍ່ລິໂພກ

  • ບົດບາດຂອງດອກເບ້ຍກັບອັດຕາແລກປ່ຽນ

  • ບົດບາດອັດຕາດອກເບ້ຍໃນຂະບວນການແຈກຢາຍແຫຼ່ງຊັບພະຍາກອນ

  • ບົດບາດຂອງດອກເບ້ຍຕໍ່ກັບການເຄື່ອນໄຫວຂອງທະນາຄານທຸລະກິດ